ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຖ້ອຍຄຳຂອງທ່ານ Trump ພາໃຫ້ມີການວິພາກວິຈານຈາກ ສະມາຊິກພັກ Republican


US PRESIDENTIAL ELECTION CNPK
please wait

No media source currently available

0:00 0:01:42 0:00

ການ​ແຂ່ງ​ຂັນກັນໄປ​ສູ່​ທຳນຽບຂາວ ​ໄດ້​ເປັນ​ຂ່າວໃຫຽ່ແລະ​ເປັນ​ທີ່​ກ່າວ​ຂານ​ກັນ ​ໃນ​ວັນ​ຈັນ​ວານ​ນີ້ ດ້ວຍ​ການ​ປະ​ທະ​ທາງ​ວາຈາ ຖ້ອຍ​ຄຳ​ເວົ້າ​ລະຫວ່າງ ຜູ້​ແຂງ​ຂັນ ສັງກັດພັກ Republican ທ່ານ Donald Trump ​ແລະ​ທ່ານ Khizr Khan ຜູ້​ຊຶ່ງ​ເປັນ​ພໍ່​ຂອງ​ທະຫານ​ມຸສລິ​ມ ອາ​ເມຣິກັນ​ ທີ່​ໄດ້​ຖືກ​ສັງຫານ ດ້ວຍ​ລະ​ເບີດ​ສະລະ​ຊີບ​ໃນ​ອີຣັກ ປີ 2004.

ທັງ​ສອງ​ທ່ານ​ໄດ້​ປະທະຄາລົມກັນມາ ນັບ​ຕັ້ງ​ແຕ່​ວັນ​ພະຫັດ​ແລ້ວ​ນີ້ ທີ່​ກອງ​ປະຊຸມ​ຫຼວງ ​ຂອງ​ພັກ Democrat ບ່ອນ​ທີ່​ທ່ານ Khan ​ໄດ້​ນຳ​ເລື້ອງ​ມື້​ລາງ​ລູກ​ຊາຍຂອງ​ທ່ານ ທີ່​ໄດ້​ຮັບ​ໃຊ້​ຊາດ ຕໍ່​ການສະ​ເໜີ​ຂອງ​ທ່ານ Trump ທີ່​ຈະ​ຈຳກັດ​ຮັດ​ແຄບ ພວກ​ຄົນ​ເຂົ້າ​ເມືອງ​ຊາວ​ມຸສລິ​ມ ​ເຂົ້າ​ມາ​ໃນ​ສະຫະລັດ ຊຶ່ງ​ມັນ​ກາຍ​ມາເປັນພາບ​ທີ່​ຄອບ​ງຳ​ໃນ 4 ມື້​ຂອງ​ກອງ​ປະຊຸມ​ຫຼວງ​ນີ້ ທ່ານ Khan ທີ່​ໄດ້​ຖື​ປື້​ມລັດຖະທຳ​ມະນູນ​ສະຫະລັດ​ເຫຼັ້ມ​ນຶ່ງ ​ແລະ​ທ້າ​ທາຍ​ໃຫ້​ທ່ານ Trump ອ່ານ​ມັນ.

ສະມາຊິກສະພາສູງສະຫະລັດ ທ່ານ John McCain, ສັງກັດພັກ Republican ຈາກລັດ Arizona, ຂະນະທີ່ຢ້ຽມຢາມຄຸກ Hoa Lo, Hanoi, 8 ເມສາ, 2009.
ສະມາຊິກສະພາສູງສະຫະລັດ ທ່ານ John McCain, ສັງກັດພັກ Republican ຈາກລັດ Arizona, ຂະນະທີ່ຢ້ຽມຢາມຄຸກ Hoa Lo, Hanoi, 8 ເມສາ, 2009.

ທ່ານ Khan ​ເປັນ​ຄົນ​ມາ​ຈາກ ປາ​ກິ​ສຖານ ໄດ້ຖືກ​ສຳພາດ​ໂດຍ VOA ພະ​ແນ​ກພາສາ Urdu ​ໃນ​ວັນ​ຈັນ​ວານ​ນີ້​ທີ່ວ່າ ຈະ​ມີ​ສິ່ງໃດໆ​ເກີດ​ຂຶ້ນ​ຫຼື​ບໍ່ ຈາກ​ການ​ມີ​ປາກ​ສຽງ​ກັບທ່ານ Trump ນີ້?

ທ່ານ Khan ກ່າວວ່າ “ມັນ​ກໍ​ໄດ້​ອອກ​ມາແທ້ໆ ມັນ​ກໍ​ໄດ້​ອອກ​ມາ​ຈິງ​ ທີ່​ວ່າ ພວກ​ສັງກັດ​ພັກ Republican ທີ່ສຳຄັນທັງຫຼາຍ ໄດ້ຂໍຮ້ອງໃຫ້ທ່ານໄດ້ຜ່ອນໆລົງ ປ່ຽນຄຳເວົ້າທີ່ຮຸນແຮງ ຖາກຖາງ ກ່ຽວກັບຊົນກຸ່ມນ້ອຍ ບໍ່ພຽງແຕ່ຊາວມຸສລິມເທົ່ານັ້ນ ແຕ່ກັບຊົນກຸ່ມນ້ອຍ ອື່ນໆນຳ.”

ຜູ້​ແຂງ​ຂັນ ສັງກັດພັກ Republican ທ່ານ Donald Trump ກ່າວຄຳປາໄສ ໃນການໂຄສະນາຫາສຽງໃນ Colorado Springs, Colorado, 29 ກໍລະກົດ 2016.
ຜູ້​ແຂງ​ຂັນ ສັງກັດພັກ Republican ທ່ານ Donald Trump ກ່າວຄຳປາໄສ ໃນການໂຄສະນາຫາສຽງໃນ Colorado Springs, Colorado, 29 ກໍລະກົດ 2016.

ນິໄສໃຈຄໍຂອງພວກຜູ້ຄົນທີ່ຂັດກັບຊາວມຸສລິມ ແລະອື່ນໆ ຊຶ່ງທ່ານ Khan ໄດ້ກ່າວວ່າ “ມັນຈະສາມາດຊະນະໄດ້ ດ້ວຍການເປັນແບບຢ່າງທີ່ດີ ເປັນພົນລະເມືອງທີ່ດີຂອງ ປະເທດນີ້ ແລ້ວພວກເຂົາເຈົ້າ ກໍຈະເລີ້ມຮູ້ສຶກວ່າ ມັນບໍ່ໄດ້ແຕກຕ່າງຫຍັງເລີຍ ລະຫວ່າງ ພວກເຂົາແລະພວກເຮົາ.”

ທ່ານ Khan ຍັງໄດ້ກ່າວວ່າ ທ່ານເປັນຫວ່ງເປັນໃຍ ເຖິງ ຜົນກະທົບທີ່ຈະຕາມມາ ຖ້າທ່ານ Trump ໄດ້ເປັນຜູ້ບັນຊາການທາງທະຫານ ແລະສົງໄສວ່າກອງກຳລັງສະຫະລັດ ຈະປະຕິ ບັດຕາມຄຳສັ່ງຂອງ Trumpແທ້ຫຼືບໍ່.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: VOA ສຳພາດກັບທ່ານ Khizir and Ghazala Khan

Khizir and Ghazala Khan Talk to VOA
please wait

No media source currently available

0:00 0:12:17 0:00

XS
SM
MD
LG