ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບ​ບລິ​ກັນ ພາກັນປົກປ້ອງ ປ. ທຣໍາ ກ່ອນປຶ້ມ ທ. ໂຄມີ ຈະອອກມາສູ່ ສາຍຕາ ມວນຊົນ


ທ່ານ ​ເຈມສ໌ ໂຄ​ມີ, ອະດີດ​ຫົວໜ້າອົງການສັນຕິບານກາງ ຫລື ເອັຟບີອາຍ (FBI) ສາບານຕົວ ໃນຂະນະທີ່ໃຫ້ການ ຢູ່ກອງປະຊຸມ ຮັບຟັງການໄຕ່ສວນຄະດີ ຂອງຄະນະກໍາມະການ ດ້ານສືບລັບຂອງສະພາສູງ ຢູ່ຫ້ອງການລັດຖະສະພາ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 8 ມິຖຸນາ, 2017.
ທ່ານ ​ເຈມສ໌ ໂຄ​ມີ, ອະດີດ​ຫົວໜ້າອົງການສັນຕິບານກາງ ຫລື ເອັຟບີອາຍ (FBI) ສາບານຕົວ ໃນຂະນະທີ່ໃຫ້ການ ຢູ່ກອງປະຊຸມ ຮັບຟັງການໄຕ່ສວນຄະດີ ຂອງຄະນະກໍາມະການ ດ້ານສືບລັບຂອງສະພາສູງ ຢູ່ຫ້ອງການລັດຖະສະພາ ໃນນະຄອນຫລວງວໍຊິງຕັນ ໃນວັນທີ 8 ມິຖຸນາ, 2017.

ພວກ​ສະໜັບສະໜຸນປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາໄດ້​ເປີດການປຸກ
ລະດົມໂດຍຜ່ານທາງອິນເຕີແນັດ ເພື່ອເຮັດໃຫ້ປື້ມທີ່ຂຽນຂຶ້ນຈາກຄວາມຊົງ ຈຳຂອງ
ທ່ານ ເຈມສ໌ ໂຄມີ, ອະດີດຫົວໜ້າອົງການສັນຕິບານກາງ ຫລື ເອັຟບີອາຍ (FBI) ບໍ່
ໄດ້ຮັບຄວາມເຊື່ອຖື.

ຄະນະ​ກໍາມະການແຫ່ງ​ຊາດຂອງພັກຣີພັບ​ບລິ​ກັນ ​ໄດ້​ເປີດ​ນໍາ​ໃຊ້​ເວັບ​ໄຊ​ໃໝ່ອັນ​ນຶ່ງ
ໃນວັນພະຫັດວານນີ້ ທີ່ຊື່ວ່າ Lyin’Comey.com ຊຶ່ງໄດ້ນໍາເອົາຄໍາເວົ້າຂອງບຸກຄົນ
ສຳຄັນໆຈາກພັກເດໂມແຄຣັດ ທີ່ຕໍາໜິອະດີດຫົວໜ້າອົງການເອັຟບີອາຍ (FBI) ຄົນ
ນັ້ນ ມາລົງໃຫ້ຄົນອ່ານ. ອົງການຂ່າວ ຟັອກສ໌ ນີວສ໌ (Fox News) ເວົ້າວ່າ ພັກຣີພັບ
ບລິກັນມີແຜນທີ່ຈະກວດເບິ່ງຂໍ້ມູນຄວາມຈິງກ່ຽວກັບສິ່ງທີ່ເວົ້າຢູ່ໃນປຶ້ມຂອງທ່ານໂຄມີ
ແລະຈະໃຊ້ເວັບໄຊດັ່ງກ່າວສໍາລັບເປັນບ່ອນ “ຕອບໂຕ້ກັບຢ່າງວ່ອງໄວ” ເພື່ອເຮັດໃຫ້
“ຄໍາເວົ້າອັນໃດທີ່ບໍ່ຖືກຕ້ອງ” ຫຼື “ຂັດກັບຄວາມຈິງ” ໃດໆຢູ່ໃນນັ້ນເຫັນໄດ້ຢ່າງເດັ່ນຊັດ.

ປຶ້ມຂອງທ່ານ​ໂຄມີ ທີ່​ຊື່ວ່າ A Higher Loyalty: Truth, Lies, And Leadership ມີ
ກໍານົດຈະນໍາອອກມາເຜີຍແຜ່ໃນວັນທີ 17 ເມສາທີ່ຈະມາເຖິງນີ້. ປື້ມດັ່ງກ່າວໃຫ້ສັນຍາ
ວ່າ ຈະໃຫ້ຄົນຮູ້ຢ່າງເລິກເຊິ່ງກ່ຽວກັບສາຍພົວພັນທີ່ບໍ່ຈິງຂອງທ່ານໂຄມີ ກັບປະທານາ
ທິບໍດີສະຫະລັດທີ່ປົດທ່ານອອກຈາກຕໍາແໜ່ງ ແລະເປັນຜູ້ທີ່ທ່ານກ່າວຫາວ່າ ໄດ້ແຊກ
ແຊງເຂົ້າໃນຄວາມເປັນອິດສະຫຼະຂອງອົງການເອັຟບີອາຍ (FBI).

ສໍານັກ​ຂ່າວ ​ເອພີ ​ເວົ້າວ່າ ທ່ານ​ໂຄ​ມີ​ຕໍາໜິທ່ານ​ທຣໍາຢ່າງໜັກວ່າ ​ເປັນ​ຄົນ​ທີ່ບໍ່ມີ​ຈັນ​ຍາ​ບັນ
ແລະ “ບິດເບືອນຄວາມຈິງ” ແລະເອີ້ນການນໍາພາປະເທດຂອງທ່ານທຣໍາວ່າ ເປັນການ
ນໍາພາທີ່ “ຖືກຜັກດັນດ້ວຍຄວາມຖືໂຕວ່າເກັ່ງ ແລະກ່ຽວຂ້ອງກັບຄວາມຈົງຮັກພັກດີຕໍ່
ສ່ວນຕົວບຸກຄົນ.”

ທ່ານ​ໂຄ​ມີ​ເຫັນ​ທ່ານ​ທຣໍາວ່າ ​ເປັນ​ເຈົ້ານາຍ​ແບບ​ມາ​ເຟຍ ​ທີ່​ຫາ​ທາງ​ເຮັດ​ໃຫ້ເສັ້ນຈໍາ​ແນ​ກ
ລະຫວ່າງການປະຕິບັດກົດໝາຍ ແລະການເມືອງເຊື່ອມລົງ ແລະກົດດັນທ່ານກ່ຽວກັບ
ການສືບສວນຂອງທ່ານ ເພື່ອກວດເບິ່ງການແຊກແຊງຂອງຣັດເຊຍເຂົ້າໃນການເລືອກ
ຕັ້ງຂອງສະຫະລັດ, ອີງຕາມອົງການຂ່າວເອພີ.

ທ່ານ​ທຣໍາ​ ໄດ້​ປົດທ່ານ​ໂຄ​ມີ​ອອກ​ຈາກ​ຕໍາ​ແໜ່ງ​ ໃນ​ເດືອນ​ພຶດສະພາ ປີ 2017 ຊຶ່ງພາ​
ໃຫ້ເກີດການກ່າວຫາຈາກພັກເດໂມແຄຣັດວ່າທ່ານປະທານາທິບໍດີໄດ້ຫາທາງທີ່ຈະຂັດ
ຂວາງການສືບສວນ ທີ່ກວດເບິ່ງວ່າຄະນະໂຄສະນາຫາສຽງຂອງທ່ານໄດ້ສົມຮູ້ຮ່ວມຄິດ
ກັບຣັດເຊຍຫລືບໍ່ ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາສາ​ອັງກິດ

XS
SM
MD
LG