ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ປຶກສາຫາລື ກັບ ປ. ດູເກ ກ່ຽວກັບ ຄວາມພະຍາຍາມ ທີ່ຈະຂັບໄລ່ ປ. ມາດູໂຣ ຂອງເວເນຊູເອລາ ອອກຈາກຕຳແໜ່ງ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໂອ້ລົມກັບ ບັນດານັກຂ່າວ ໃນຂະນະນັ່ງຢູ່ກັບ ປະທານາທິບໍດີ ໂຄລອມເບຍ ອີວານ ດູເກ ໃນລະຫວ່າງການເລີ້ມປະຊຸມ ໃນຫ້ອງການ ໂອໂວລ ຫຼືຮູບຊົງໄຂ່ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2019.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໂອ້ລົມກັບ ບັນດານັກຂ່າວ ໃນຂະນະນັ່ງຢູ່ກັບ ປະທານາທິບໍດີ ໂຄລອມເບຍ ອີວານ ດູເກ ໃນລະຫວ່າງການເລີ້ມປະຊຸມ ໃນຫ້ອງການ ໂອໂວລ ຫຼືຮູບຊົງໄຂ່ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 13 ກຸມພາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ ໂຄ​ລອມ​ເບຍ ທ່ານ​ອີ​ວານ ດຸກ​ເກ ກ່າວ​ວ່າ ທ່ານ​ຕ້ອງ​ການ ທີ່​ຈະ​“ຍຸດ​ຕິ​
ລະ​ບອບ​ຜະ​ເດັດ​ການ ​ທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນ”
ຢູ່​ໃນ​ເວ​ເນ​ຊູ​ເອ​ລາ.

ທ່ານ​ດຸກ​ເກ ເດີນ​ທາງ​ມາ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ໃນ​ວັນ​ພຸດ​ວານນີ້ ບ່ອນ​ທີ່​ທ່ານ
​ໄດ້​ພົບ​ປະ​ ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເພື່ອ​ຫາ​ລື​ ກ່ຽວ​ກັບ​ການ​ດຳ​ເນີນຄວາມ​ພະ​
ຍາ​ຍາມ ເພື່ອ​ຂັບ​ໄລ່ ​ປະ​ທາ​ນາ​ທິ​ບໍ​ດີ​ ເວ​ເນ​ຊູ​ເອ​ລາ ທ່ານ​ນິ​ໂຄ​ລັ​ສ ມາ​ດູ​ໂຣ ອອກ​ຈາກ
​ຕຳ​ແໜ່ງ.

ທ່ານ​ທ​ຣຳ​ກ່າ​ວວ່າ ເວ​ເນ​ຊູ​ເອ​ລາ ພວມ “ເກີດ​ຄວາມ​ວຸ້ນ​ວາຍ. ປະ​ຊາ​ຊົນ​ໄດ້​ຮັບ​ການ​
ປະ​ຕິ​ບັດ​ຕໍ່​ ແບບ​ຂີ້​ຮ້າຍ​ຫຼາຍ. ຂ້າ​ພະ​ເຈົ້າ​ບໍ່​ພໍ​ໃຈ​ ກ່ຽວ​ກັບ​ເລື້ອງນີ້.”

ທ່ານ​ທ​ຣຳ​ ກ່າວ​ວ່າ ທ່ານ​ກຳ​ລັງ​ສຶກ​ສາ​ເບິ່ງ “ທາງ​ເລືອກ​ທຸກ​ທາງ” ແຕ່​ກໍ​ບໍ່​ໄດ້​ໃຫ້ລາຍ​
ລະ​ອຽດ​ໃດໆ. ທ່ານ​ກ່າວ​ແຕ່​ພຽງ​ວ່າ ທ່ານ​ບໍ່​ໄດ້​ປະ​ຕິ​ເສດ ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ ໃນ
ການ​ທີ່​ຈະ​ແຊກ​ແຊງ​ດ້ວຍ​ກຳ​ລັງ​ທະ​ຫານ ແຕ່​ກໍ​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ພາຍ​ໃຕ້​ສະ​ພາບ
​ການ​ແບບ​ໃດ ທ່ານ​ຈຶ່ງ​ຈະ​ສົ່ງ​ກຳ​ລັງ​ທະ​ຫານ ​ສະ​ຫະ​ລັດ​ໄປ​ທີ່ນັ້ນ.

ຊາວເວເນຊູເອລາ ພາກັນລຽນແທວ ໃນຂະນະທີ່ ພວກເຂົາເຈົ້າ ກຳລັງຈະຂ້າມຊາຍແດນ ລະຫວ່າງ ໂຄລອມເບຍ ແລະເວເນຊູເອລາ ຢູ່ດ່ານກວດຄົນເຂົ້າເມືອງ ຂົວສາກົນ Simon Bolivar ນອກເມືອງ ຄູຄູຕາ ຂອງໂຄລອມເບຍ, ວັນທີ 13 ກຸມພາ 2019.
ຊາວເວເນຊູເອລາ ພາກັນລຽນແທວ ໃນຂະນະທີ່ ພວກເຂົາເຈົ້າ ກຳລັງຈະຂ້າມຊາຍແດນ ລະຫວ່າງ ໂຄລອມເບຍ ແລະເວເນຊູເອລາ ຢູ່ດ່ານກວດຄົນເຂົ້າເມືອງ ຂົວສາກົນ Simon Bolivar ນອກເມືອງ ຄູຄູຕາ ຂອງໂຄລອມເບຍ, ວັນທີ 13 ກຸມພາ 2019.

ທຳ​ນຽບ​ຂາວ ​ກ່າວ​ໃນ​ຕອນ​ແລງວັນ​ພຸດ​ວານນີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຈະ​ກ່າວຄຳ​
ປາ​ໄສ ກ່ຽວ​ກັບ​ເລື້ອງ​ເວ​ເນ​ຊູ​ເອ​ລາ ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ນາໆ​ຊາດ ລັດ​ຟ​ລໍຣິ​ດາ ທີ່​
ນະ​ຄອນ​ໄມ​ອາ​ມີ ໃນ​ມື້​ວັນ​ຈັນ. ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ ເປັນ​ຄຸ້ມ​ທີ່ມີ​ຊາວ​ເວ​ເນ​ຊູ​-
ເອ​ລາ ອາ​ໄສ​ຢູ່​ ຫລາຍ​ທີ່​ສຸດໃນ​ສະ​ຫະ​ລັດ.

ສະ​ຫະ​ລັດ ກາ​ນາ​ດາ ແລະປະ​ເທດ​ອື່ນໆ​ອີກ 50 ປະ​ເທດ ຈາກອ​າ​ເມ​ຣິ​ກາ ​ລາ​ຕິນ ແລະ
​ຢູ​ໂຣບ ໄດ້​ຮັບ​ຮູ້​ ທ່ານ ​ຮ​ວານ ກວາ​ອີ​ໂດ ວ່າ​ເປັນ​ປະທານາທິບໍດີ ຊົ່ວຄາວ ຂອງເວເນ-
ຊູເອລາ.

ທ່ານກວາ​ອີ​ໂດ​ເປັນຜູ້​ນຳ​ສະ​ພາ​ແຫ່ງ​ຊາດ ​ແລະ​ໄດ້​ໃຊ້​ສະ​ພາ​ບັນ​ດັ່ງ​ກ່າວ​ປະ​ກາດ​ວ່າ
ລັດ​ຖະ​ບານ​ ມາ​ດູ​ໂຣ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຍ້ອນ​ມີ​ການ​ສໍ້​ໂກງ​ ໃນ​ການປ່ອນ​ບັດ
ແລະ​ປະ​ກາດ​ໃຫ້​ທ່ານ​ເອງ ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ ຂອງ​ປະ​ເທດ.

ທ່ານ​ທ​ຣຳ​ເອີ້ນ​ທ່ານກວາ​ອີ​ໂດ​ວ່າ ເປັນ​ບຸກ​ຄົນ​ທີ່ “ກ້າ​ຫານ” ແລະ​ກ່າວ​ຕື່ມ​ວ່າ “ຂ້າ​ພະ​
ເຈົ້າ​ຄິດ​ວ່າ ມັນ​ຈະ​ໄດ້​ຜົນ”
ກັບ​ພວກ​ທີ່​ຕ້ອງ​ການ​ຂັບ​ໄລ່​ທ່ານ​ມາ​ດູ​ໂຣ.

ທ່ານ​ດຸກ​ເກ​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ການ​ທີ່​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ ທ່ານ
ກວາ​ອີ​ໂດ ເຂັ້ມ​ແຂງກວ່ານີ້ ເພື່ອ​ນຳ​ພາ​ປະ​ເທດ​ເວ​ເນ​ຊູ​ເອ​ລາ.”

ທ່ານ​ທ​ຣຳ​ກ່າວ​ວ່າ ການ​ສະ​ກັດ​ກັ້ນ​ຂອງ​ທ່ານ​ມາ​ດູ​ໂຣ ບໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ
​ມະ​ນຸດ​ສະ​ທຳ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ເຄື່ອງ​ຂອງ ​ຈາກ​ສະ​ຫະ​ລັດ ຜ່ານ​ທາງ​ປະ​ເທດ
​ໂຄ​ລອມ​ເບຍເຂົ້າ​ໄປ​ໃນ​ເຂດ​ຊາຍ​ແດນ ​ຂອງ​ເວ​ເນ​ຊູ​ເອ​ລາ “ແມ່ນ​ສະ​ແດງ
ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ຈິງ​ໃຈ. ມີ​ປະ​ຊາ​ຊົນ​ກຳ​ລັງ​ອຶດ​ຫິວ​ຢູ່.”

ທ່ານ​ດຸກ​ເກ​ກ່າວ​ວ່າ “ການ​ຂັດ​ຂວາງບໍ່​ໃຫ້ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ
ແມ່ນ​ເປັນ​ການ​ກໍ່​ອາ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG