ທ່ານ ໄມໂຄ ໂຄເຮັນ (Michael Cohen) ທະນາຍຄວາມສ່ວນຕົວຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ມີຄວາມບາດໝາງໃຈກັນກັບເພິ່ນ ກ່າວໃນວັນພະຫັດວານນີ້ວ່າ ທ່ານຈະໄປໃຫ້ການຢູ່ໃນກອງປະຊຸມທີ່ເປີດເຜີຍ ຕໍ່ໜ້າຄະນະກຳ ມະການ ຂອງລັດຖະສະພາ ໃນເດືອນໜ້ານີ້, ຊຶ່ງເປັນເວລາບໍ່ພໍເທົ່າໃດອາທິດ ກ່ອນທີ່ທ່ານຈະໄປເຂົ້າຄຸກ ຍ້ອນໄດ້ໃຫ້ການ ເທັດຕໍ່ລັດຖະສະພາ ແລະການກະທຳຜິດທາງອາຍາ ອັນອື່ນໆ.
ຢູ່ໃນຖະແຫຼງການສະບັບນຶ່ງນັ້ນ ທ່ານໂຄເຮັນທີ່ໄດ້ໃຫ້ການມາແລ້ວເປັນເວລາຫລາຍຊົ່ວໂມງ ກ່ຽວກັບເລື້ອງທີ່ທ່ານໄດ້ຮັບໃຊ້ທ່ານທຣຳ ໃຫ້ແກ່ພວກໄອຍະການຟັງ ນັບຕັ້ງແຕ່ຕອນທ່ານພີກຕົວ ອອກຈາກທ່ານປະທານາທິບໍດີ ໃນປີກາຍນີ້ ເວົ້າວ່າ ທ່ານ "ຄອງຄອຍຖ້າຮັບສິດທີ່ຈະໄດ້ມີເວທີ ທີ່ທ່ານສາມາດໃຫ້ການໄດ້ຢ່າງເຕັມສ່ວນ ແລະໜ້າເຊື່ອຖື ກ່ຽວກັບເຫດການທີ່ໄດ້ປາກົດຂຶ້ນ."
ການໃຫ້ການດັ່ງກ່າວຈະຈັດຂຶ້ນໃນວັນທີ 7 ກຸມພາ ຕໍ່ໜ້າຄະນະກຳມະການດູແລກິດຈະການລັດຖະບານ ຂອງສະພາຕ່ຳ, ອີງຕາມຄຳປະກາດຂອງປະທານກຳມະການໃໝ່ ຈາກພັກເດໂມແຄຣັດ, ທ່ານ ອາລີຈາ ຄຳມິງສ໌ (Elijah Cummings)
ທ່ານ ຄຳມິງສ໌ ທີ່ເປັນຜູ້ຕຳໜິຢ່າງແຂງແກ່ນຕໍ່ລັດຖະບານທ່ານທຣຳ ເວົ້າວ່າ ທ່ານໄດ້ຂໍໃຫ້ທຳນຽບຂາວ ແລະອົງການທຣຳ ນຳເອົາເອກະສານກ່ຽວກັບເງິນຄ່າປິດປາກທີ່ທ່ານ ໂຄເຮັນໄດ້ເອົາໃຫ້ແກ່ຜູ້ຍິງສອງຄົນ ທີ່ໄດ້ກ່າວຫາວ່າມີຄວາມສຳພັນທາງຊູ້ສາວກັບທ່ານທຣຳນັ້ນ ມາມອບໃຫ້.
ຢູ່ໃນຖະແຫລງການສະບັບນຶ່ງນັ້ນ ທ່ານ ຄຳມິງສ໌ ເວົ້າວ່າ ທ່ານກຳລັງປະສານງານເລື້ອງໃຫ້ການຂອງທ່ານໂຄເຮັນ ກັບໄອຍະການພິເສດ ໂຣເບີດ ມອລເລີ ທີ່ກຳລັງທຳການສອບສວນໃນຂໍ້ກ່າວຫາເລື້ອງການຮ່ວມມືກັນຂອງຄະນະໂຄສະນາຫາສຽງທ່ານທຣຳ ກັບພວກຣັດເຊຍ ແລະສືບສວນເບິ່ງວ່າ ທ່ານປະທານາທິບໍດີໄດ້ຂັດຂວາງຂະບວນຍຸຕິທຳໂດຍການແຊກແຊງເຂົ້າໃນການສອບສວນດັ່ງກ່າວນັ້ນ ຫລືບໍ່.
"ຂ້າພະເຈນ້າຢາກເວົ້າໃຫ້ຮູ້ຢ່າງແຈ່ມແຈ້ງວ່າ ພວກເຮົາບໍ່ໄດ້ສົນໃຈຢາກຈະເຂົ້າ ໄປແຊກແຊງໃນການສອບສວນດ້ານການກໍ່ອາດຊະຍາກຳໃດໆ ທີ່ກຳລັງດຳເນີນໄປຢູ່ນີ້ ແລະເມື່ອເວົ້າເຖິງເລື້ອງນີ້ແລ້ວ, ພວກເຮົາຢູ່ໃນຂັ້ນຕອນປຶກສາຫາລືກັບຫ້ອງການຂອງໄອຍະການພິເສດມອລເລີ,” ນັ້ນຄືຄຳເວົ້າຂອງທ່ານຄຳມິງສ໌.
ທ້າງດ້ານທ່ານ ທຣຳ ທີ່ເອີ້ນອະດີດທະນາຍຄວາມຂອງຕົນວ່າເປັນ "ຄົນທີ່ອ່ອນແອ" ແລະໄດ້ກ່າວຫາທ່ານໂຄເຮັນວ່າ ເວົ້າຂີ້ຕົວະຕໍ່ພວກໄອຍະການ ເພື່ອຫາທາງໃຫ້ໄດ້ຮັບການຕັດສິນຈຳຄຸກທີ່ມີເວລາສັ້ນລົງກວ່າເກົ່ານັ້ນ ໄດ້ເວົ້າກັບພວກນັກຂ່າວໃນວັນພະຫັດວານນີ້ວ່າ ທ່ານບໍ່ໄດ້ມີຄວາມເປັນຫ່ວງຕໍ່ຄຳໃຫ້ການຂອງທ່ານ ໂຄເຮັນແຕ່ຢ່າງໃດເລີຍ.
ສ່ວນທ່ານ ອາດາມ ຊິຟ (Adam Schiff) ປະທານຄະນະກຳມະການດ້ານສືບລັບຂອງສະພາຕ່ຳນັ້ນ ເວົ້າວ່າ ທ່ານມີຄວາມຫວັງວ່າຈະຈັດໃຫ້ມີການລົມກັນກັບ ທ່ານ ໂຄເຮັນ ແບບບໍ່ເປີດເຜີຍ ກ່ຽວກັບການແຊກແຊງ ຂອງຣັດເຊຍນັ້ນ.