ທ່ານນາງ Hillary Clinton ແລະ ທ່ານ Donald Trump ໄດ້ກ່າວໂຈມຕີກັນແລະກັນ ໃນວັນພຸດວານນີ້ ກ່ຽວກັບເລື້ອງນອງນັນຂອງທັງສອງຜູ້ສະໝັກ ຄືການໃຫ້ຄວາມເຫັນຄັ້ງ
ໃໝ່ຂອງ ທ່ານ Trump ເລື້ອງການຄວບຄຸມປືນນັ້ນແມ່ນໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ພວກທີ່ສະໜັບສະໜຸນທ່ານບາງ ແລະເລື້ອງ email ເກົ່າໆຂອງທ່ານນາງ Clinton ຊຶ່ງພວກທີ່ສະໜັບສະໜຸນທ່ານນາງຫວັງຢາກໃຫ້ມັນໄດ້ຈົບສິ້ນໄປແລ້ວ.
ກຸ່ມນິຍົມແນວທາງເດີມ ທີ່ມີຊື່ວ່າ Judicial Watch ໄດ້ນຳອອກເຜີຍແຜ່ emails ຊຸດໃໝ່ທີ່ໄດ້ສົ່ງແລະໄດ້ຮັບໃນຂະນະທີ່ທ່ານນາງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ. ຂໍ້ຄວາມໃນນັ້ນແມ່ນລະຫວ່າງຜູ້ຊ່ອຍຂອງທ່ານນາງ Clinton ທີ່ກະຊວງການຕ່າງປະ ເທດ ແລະມູນນິທິ Clinton ຊຶ່ງເປັນມູນນິທີທີ່ທ່ານນາງເປັນຜູ້ລິເລີ້ມ ກັບສາມີຂອງທ່ານນາງ ຄືອະດີດປະທານາທິບໍດີ Bill Clinton.
ກຸ່ມນິຍົມແນວທາງເດີມ ກ່າວຫາວ່າ ບັນດາ emails ທັງຫຼາຍທີ່ກ່າວມານີ້ ພິສູດໃຫ້ເຫັນວ່າ ພວກທີ່ປະກອບທຶນສົມທົບມູນນິທິ ແມ່ນມີຊ່ອງທາງພິເສດທີ່ຈະເຂົ້າເຖິງກະຊວງການຕ່າງປະເທດໄດ້ ຊຶ່ງເປັນສິ່ງທີ່ຄະນະໂຄສະນາຫາສຽງຂອງທ່ານນາງໄດ້ປະຕິເສດມາໂດຍຕະຫຼອດ.
ໃນການກ່າວຄຳປາໄສຕໍ່ພວກຄົນງານບໍ່ຖ່ານຫີນ ໃນລັດ Virginia ທາງພາກຕາເວັນອອກຂອງປະເທດ ທ່ານ Trump ເອີ້ນພວກ emails ຫຼ້າສຸດ ຂອງທ່ານນາງ Clinton ນີ້ວ່າ ເປັນການ “pay to play” ທີ່ແປວ່າ “ຈ່າຍເພື່ອມີບົດບາດ” ທີ່ມີຄວາມໝາຍວ່າ ທ່ານສາ ມາດຊື້ອິດທິພົນ ໃນວົງການທູດຊັ້ນນຳຂອງໂລກໄດ້.
“ມັນເປັນສິ່ງທີ່ຊົ່ວຮ້າຍ ຊົ່ວຮ້າຍແທ້ໆ” ແລະມັນກໍຍັງຜິດກົດໝາຍອີກ ຊຶ່ງທ່ານ Trump ໄດ້ກ່າວເຊັ່ນນັ້ນ ກ່ອນທີ່ທ່ານຈະໂຈມຕີສື່ມວນຊົນ ຊຶ່ງທ່ານໄດ້ກ່າວຫາວ່າ ບໍ່ໄດ້ລາຍງານກ່ຽວກັບຄວາມຈິງ.
ໃນເວລາດຽວກັນ ທີ່ທ່ານ Trump ກ່າວຕໍ່ພວກຄົນງານບໍ່ຖ່ານຫີນ ທ່ານນາງ Clinton ກໍໄດ້ໂອ້ລົມກັບພວກສະໜັບສະໜຸນທ່ານນາງ ໃນລັດ Iowa. ທ່ານນາງ ໄດ້ຕຳໜິຕິຕຽນຢ່າງແຮງ ຕໍ່ການໃຫ້ຄວາມເຫັນຂອງທ່ານ Trump ເມື່ອວັນອັງຄານຜ່ານມານີ້ ທີ່ພວກຕ້ອງຕິ ກ່າວວ່າ ແມ່ນຮຽກຮ້ອງໃຫ້ພວກທີ່ພວກສະໜັບສະໜຸນສິດທິໃນການຄອບຄອງປືນ ສັງຫານທ່ານນາງ Clinton ແລະບັນດາຜູ້ພິພາກສາສານສູງສຸດ ທີ່ຕ້ອງການຢາກໃຫ້ມີການຄວບ ຄຸມປືນຫຼາຍຂຶ້ນ.
ທ່ານນາງ Clinton ໄດ້ກ່າວວ່າ ຄວາມເຫັນຂອງທ່ານ Trump ນັ້ນ ແມ່ນ “ໄດ້ກາຍຂອບ ເຂດໄປແລ້ວ.”
“ຄຳເວົ້ານັ້ນແມ່ນສຳຄັນ, ໝູ່ເຮົາເອີຍ. ແລະຖ້າຫາກວ່າ ທ່ານກຳລັງລົງແຂ່ງຂັນເປັນປະທາ ນາທິບໍດີ ຫຼືວ່າ ທ່ານເປັນປະທານາທິບໍດີສະຫະລັດ ຄຳເວົ້າຕ່າງໆນີ້ ຈະມີຜົນສະທ້ອນທີ່ ຕິດຕາມມາຢ່າງໃຫຍ່ຫຼວງ”