ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ແລະ ທ່ານນາງ Clinton ພັກການຫາສຽງ ໃນບັນດາລັດໃຫຍ່


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກ ພັກເດໂມແຄ ຣັດ ທ່ານນາງ Hillary Clinton ແລະ ສະມາຊິກສະພາສູງ ທ່ານ Bernie Sanders ຂຶ້ນກ່າວຄຳປາໄສຢູ່ເທິງເວທີ ໃນລະ ຫວ່າງການໂຄສະນາຫາສຽງທີ່ ມະຫາວິທະຍາໄລ New Hampshire ໃນເມືອງ Durham, ລັດ New Hampshire, 28 ກັນຍາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກ ພັກເດໂມແຄ ຣັດ ທ່ານນາງ Hillary Clinton ແລະ ສະມາຊິກສະພາສູງ ທ່ານ Bernie Sanders ຂຶ້ນກ່າວຄຳປາໄສຢູ່ເທິງເວທີ ໃນລະ ຫວ່າງການໂຄສະນາຫາສຽງທີ່ ມະຫາວິທະຍາໄລ New Hampshire ໃນເມືອງ Durham, ລັດ New Hampshire, 28 ກັນຍາ, 2016.

ທ່ານ Donald Trump ແລະ ທ່ານ Hillary Clinton ແມ່ນກຳລັງໂຄສະນາຫາສຽງ ໃນ ວັນພະຫັດມື້ນີ້ ໃນລັດທີ່ແຕ່ລະທ່ານ ໄດ້ຮັບໄຊຊະນະຄັ້ງຄຳອິດໃນເສັ້ນທາງໄປສູ່ການ ເປັນປະທານາທິບໍດີຄົນຕໍ່ໄປ.

ທ່ານ Trump ໄດ້ໂຄສະນາ​ຫາ​ສຽງທີ່ລັດ New Hampshire ແລະ ທ່ານນາງ Clinton ຈະກ່າວທີ່ລັດ Iowa, ​ເຊິ່ງເປັນລັດທີ່ມີບົດບາດທີ່ສຳຄັນ ໃນຂະນະທີ່ລັດທັງສອງ ​ຈັດການ ລົງຄະແນນສຽງໃນລະຫວ່າງ ຂັ້ນຕອນການສະເໜີຊື່ ທີ່ມັນໄດ້ເລີ່ມຂຶ້ນ 8 ເດືອນທີ່ຜ່ານມາ ແຕ່ມັນຈະບໍ່ມີອິດທິພົນຫຍັງຫຼາຍ ຕໍ່ຜົນຂອງການເລືອກຕັ້ງທົ່ວໄປໃນວັນທີ 8 ພະຈິກນີ້.

ເຫດຜົນແມ່ນລະບົບການເລືອກຕັ້ງທີ່ໄດ້ເຮັດໃຫ້ການລົງຄະແນນສຽງປະທານາທິບໍດີມີ ນ້ຳໜັກຫຼາຍຂຶ້ນ ທໍ່ກັບລັດຕ່າງໆທີ່ມີປະຊາຊົນອາໄສ ຢູ່ໜາແໜ້ນເຊັ່ນລັດ Michigan, ບ່ອນທີ່ທ່ານ Trump ຈະເດີນທາງໄປໃນວັນສຸກມື້ອື່ນ ແລະ ລັດ Florida ບ່ອນທີ່ທ່ານ ນາງ Clinton ມີກຳນົດຈະໄປຈັດການ​ໂຄະ​ສະນາຫາສຽງ. ລັດ Michigan ມີ 16 ຄະນະ ຜູ້ລົງຄະແນນສຽງ ແລະ ລັດ Florida ມີ 29, ໃນຂະນະທີ່ລັດ Iowa ແລະ ລັດ New Hampshire ລວມກັນມີ 10 ຄະນະ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ Donald Trump ພົບປະກັບ ປະຊາຊົນຫຼັງຈາກການກ່າວຄຳປາໄສທີ່ອົງການ Polish National Alliance ໃນລັດ Chicago, 28 ກັນຍາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ທ່ານ Donald Trump ພົບປະກັບ ປະຊາຊົນຫຼັງຈາກການກ່າວຄຳປາໄສທີ່ອົງການ Polish National Alliance ໃນລັດ Chicago, 28 ກັນຍາ, 2016.

ທ່ານນາງ Clinton ໄດ້ໂຄສະນາຫາສຽງໃນວັນພຸດວານນີ້ຄຽງຂ້າງກັບສະມາຊິກສະພາ ສູງລັດ Vermont ທ່ານ Bernie Sanders, ເຊິ່ງຄັ້ງໜຶ່ງ ເຄີຍເປັນຄູ່ແຂ່ງຂັນກັນໃນການ ໂຄສະນາຫາສຽງພັກເດໂມແຄຣັດ, ໄດ້ກ່າວຕໍ່ກຸຸ່ມນັກຮຽນທີ່ເຂົ້າຮ່ວມໃນການ​ໂຮມ​ຊຸມນຸມ ວ່າ ຜົນທີ່ອອກມາຂອງການເລືອກຕັ້ງຈະດັງກ້ອງໄປທົ່ວເປັນເວລາຫຼາຍທົດສະວັດ.

ທ່ານນາງ Clinton ໄດ້ກ່າວວ່າ “40 ວັນຕໍ່ໄປນີ້ຈະເປັນການພິຈາ ລະນາເຖິງ 40 ປີໃນ ຂ້າງໜ້າ. ດັ່ງນັ້ນຂ້າພະເຈົ້າຈະປິດການໂຄສະນາຫາສຽງຂອງຂ້າພະເຈົ້າດ້ວຍວິທີທີ່ ຂ້າພະເຈົ້າໄດ້ເລີ່ມໜ້າທີ່ຂ້າລັດຖະການຂອງຂ້າພະເຈົ້າ ແລະອາຊີບຂອງຂ້າພະເຈົ້າ, ຕໍ່ສູ້ເພື່ອເດັກນ້ອຍ ແລະ ຄອບຄົວຕ່າງໆ, ທີ່ມັນໄດ້ເປັນຈຸດປະສົງໃນຊີວິດຂອງຂ້າພະ ເຈົ້າ ແລະ ມັນກໍຈະຕ້ອງເປັນພາລະກິດ ໃນການດຳລົງຕຳແໜ່ງປະທານາທິບໍດີຂອງ ຂ້າພະ ເຈົ້າ.”

ທ່ານ Sanders ເຊິ່ງການໂຄສະນາຫາສຽງຂອງທ່ານໄດ້ສົ່ງເສີມຄວາມພະຍາຍາມທີ່ຈະ ກ່າວເຖິງລາຍໄດ້ທີ່ບໍ່ເທົ່າທຽມກັນ, ໄດ້ກ່າວວິຈານແຜນການເສດຖະກິດຂອງທ່ານ Trump, ທີ່ທ່ານ ແລະ ທ່ານນາງ Clinton ໄດ້ກ່າວວ່າ ເພັ່ງເລັງໃສ່ຜົນປະໂຫຍດຂອງຄົນ ລວຍ.

ທ່ານ Sanders ໄດ້ກ່າວວ່າ “ໃນເວລາທີ່ພວກເຮົາມີລະດັບຄວາມຮັ່ງມີທີ່ບໍ່ເທົ່າທຽມກັນ ຢ່າງໃຫຍ່ຫຼວງ, ມັນເປັນເລື່ອງທີ່ບໍ່ສົມເຫດສົມຜົນ, ມັນເປັນເລື່ອງທີ່ໜ້າອັບອາຍສຳລັບ ທ່ານ Donald Trump ແລະ ໝູ່ເພື່ອນຂອງລາວທີ່ຈະກ່າວ ກ່ຽວກັບ ເງິນຫຼາຍຮ້ອຍ ຕື້ໂດລາ ໃນການຕັດພາສີສຳລັບຄົນທີ່ມີລາຍໄດ້ສູງ 1 ເປີເຊັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG