ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວັບໄຊທ໌ WikiLeaks ເປີດເຜີຍຄຳປາໄສ 3 ສະບັບຂອງທ່ານນາງ Clinton


ຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ທັກທາຍກັບປະຊາຊົນທີ່ຫ້ອງການໂຄສະນາຫາສຽງໃນ
ນະຄອນ Seattle, ລັດວໍຊິງຕັນ. 14 ຕຸລາ, 2016.
ຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ທັກທາຍກັບປະຊາຊົນທີ່ຫ້ອງການໂຄສະນາຫາສຽງໃນ ນະຄອນ Seattle, ລັດວໍຊິງຕັນ. 14 ຕຸລາ, 2016.

WikiLeaks ໄດ້ນຳອອກເຜີຍແພ່ ເອກະສານຄຳປາໄສເຕັມສາມສະບັບຂອງທ່ານນາງ Hillary Clintonທີ່ກ່າວຕໍ່ ບັນດາຜູ້ບໍຣິຫານຂອງບໍຣິສັດ Goldman Sachs ໃນປີ 2013 ພ້ອມດ້ວຍຄວາມເຫັນຂອງທ່ານນາງ ທີ່ພະນັກງານໂຄສະນາຫາສຽງຂອງທ່ານນາງໄດ້ ເວົ້າໄປ ກ່ຽວກັບວ່າ ຈະເຮັດວິທີໃດ ໃນການຮັບມືກັບບັນຫາການທ້າທາຍຕ່າງໆໃນການ ໂຄສະນາຫາສຽງ.

WikiLeaks ໄດ້ເຜີຍແຜ່ເອກະສານດັ່ງກ່າວ ທີ່ລັກເຈາະເອົາອອກມາຈາກບັນຊີອີເມລ ຂອງຜູ້ຈັດການໂຄສະນາຫາສຽງຂອງທ່ານນາງ ທ່ານ ຈອນ ໂປແດັສຕາ ໃນສັບດາຜ່ານ ມານີ້.

ອີງຕາມອີເມລດັ່ງກ່າວແມ່ນວ່າ ພະນັກງານຂອງທ່ານນາງໄດ້ສັງເກດເຫັນວ່າ ຈະມີບັນ ຫາບົ່ມຊ້ອນຕື່ມ ອັນມີລວມທັງຂໍ້ຄວາມຂອງທ່ານນາງ ທີ່ກ່າວຕໍ່ພວກບໍຣິຫານຂອງທະນາ ຄານທັງຫຼາຍວ່າ

“ເຫດຜົນທາງການເມືອງ” ທີ່ເປັນປັດໃຈພາໃຫ້ຜ່ານກົດໝາຍກ່ຽວກັບການປະຕິຮູບທະ ນາຄານ ແລະ ການເວົ້າອວດອ້າງຂອງທ່ານນາງຊ້ອງໜ້າຜູ້ເຂົ້າຟັງໂດຍກ່າວວ່າ ພວກຜູ້ ຄົນຢູ່ໃນອຸດສາຫະກຳການທະນາຄານຮູ້ຈັກຫຼັກການດີກວ່າຜູ້ໃດໆທັງໝົດ.

ທ່ານນາງ ຄລິນຕັນ ໄດ້ຖືກໂຈມຕີໂດຍການກ່າວຫາຕ່າງໆນາໆ ຈາກຄູ່ຕໍ່ສູ້ທີ່ໄກ້ສິດທີ່ສັງ ກັດພັກເດໂມກຣັດດ້ວຍກັນ ຄືສະມາຊິກ ສະພາສູງ Bernie Sanders ແລະ ພວກຕ້ອງ ຕິອື່ນໆວ່າໄກ້ຊິດກັບຕະຫຼາດການເງິນ Wall Street ແລະ ພວກຫົວກະທິຝ່າຍການເງິນ ຫຼາຍໂພດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG