ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ແລະ ທ່ານນາງ Clinton ໄດ້ຮັບ ໄຊຊະນະ ຄັ້ງໃຫຍ່ ໃນການເລືອກຕັ້ງ ຂັ້ນຕົ້ນ ທີ່ລັດນິວຢອກ


Trump, Clinton Cruise to Victory in New York
please wait

No media source currently available

0:00 0:02:45 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ທ່ານ Donald Trump ຈາກພັກຣີພັບບລີກັນ ກັບ ທ່ານນາງ Hillary Clinton ຈາກພັກ ເດໂມແຄຣັດ ແມ່ນຜູ້ທີ່ໄດ້ຮັບໄຊຊະນະຄັ້ງຍິ່ງໃຫຍ່ໃນວັນອັງຄານວານນີ້ ໃນການເລືອກ ຕັ້ງຂັ້ນຕົ້ນເອົາຕຳແໜ່ງປະທານາທິບໍດີ ໃນລັດນິວຢອກ. ທ່ານ Trump ໄດ້ຊະນະດ້ວຍ ການໄດ້ຮັບຈຳນວນຜູ້ແທນສ່ວນໃຫຍ່ 95 ທ່ານ ໃນກອງປະຊຸມ ທີ່ລັດ New York, ໃນ ຂະນະທີ່ທ່ານນາງ Clinton ໄດ້ເພີ່ມການມີຈຳນວນຜູ້ແທນນຳໜ້າຢ່າງຫຼວງຫຼາຍ ລື່ນຜູ້ ເປັນຂູ່ແຂ່ງ ທ່ານ Bernie Sanders. ນັກຂ່າວແຫ່ງຊາດຂອງວີໂອເອ Jim Malone ມີ ລາຍງານເພີ່ມເຕີມ ກ່ຽວກັບ ຜົນຄະແນນຈາກລັດ ນິວຢອກ ດັ່ງ ພຸດທະສອນ ຈະສະເໜີ ລາຍລະອຽດຕໍ່ໄປ.

ມັນເປັນຄ່ຳຄືນທີ່ຍິ່ງໃຫຍ່ໃນລັດທີ່ເປັນບ້ານຂອງຜູ້ນຳໜ້າໃນການແຂ່ງຂັນຈາກພັກຣີິພັບ ບລີກັນ ທ່ານ Donald Trump.

ທ່ານ Donald Trump ກ່າວວ່າ “ຂ້າພະເຈົ້າມີຄວາມຊື່ນຊົມ ແລະ ຄຳຍົກຍ້ອງອັນໃຫຍ່ ຫຼວງສຳລັບເມືອງ ນິວຢອກ ແລະ ລັດ ນິວຢອກ. ຂ້າພະເຈົ້າບໍ່ສາມາດຄິດຫາບ່ອນອື່ນ ໄດ້ ທີ່ຂ້າພະເຈົ້າຈະໄດ້ຮັບໄຊຊະນະໃນຄັ້ງນີ້. ດັ່ງນັ້ນພວກເຮົາຈຶ່ງຮັກຫອມບັນດາທ່ານ ໝົດ ທຸກຄົນ. ຂໍໃຫ້້ນີ້ ຈົ່ງເປັນຄ່ຳຄືນແຫ່ງຄວາມສຸກສຳລັບທຸກໆທ່ານ. ພວກເຮົາຈະສະ ເຫຼີມສະຫຼອງກັນ ແລ້ວມື້ອື່ນເຊົ້າກັບຄືນໄປເຮັດວຽກ.”

ທ່ານ Trump ໄດ້ເອົາຊະນະຂູ່ແຂ່ງ ທ່ານ John Kasic ແລະ ທ່ານ Ted Cruz ຢ່າງງ່າຍ ດາຍ.

ນັກທຸລະກິດພັນລ້ານ ໄດ້ຂະຫຍາຍການມີຄະແນນນຳໜ້າຂອງທ່ານ ແລະ ໄດ້ເຮັດບົດ ບາດອັນໃຫຍ່ເພື່ອໃຫ້ໄດ້ຮັບການຖືກສະເໜີຊື່ເອົາຕຳແໜ່ງປະທານາທິບໍດີຈາກພັກຣີພັບ ບລີກັນ.

ທ່ານ Kasic ແລະ ທ່ານ Cruz ໄດ້ປະຕິຍານວ່າ ຈະສູ້ຕໍ່ໄປ ດ້ວຍຄວາມຫວັງທີ່ຈະເຮັດ ໃຫ້ເກີດການແຂ່ງຂັນໃນກອງປະຊຸມໃຫຍ່ຂອງພັກຣີພັບບລີກັນໃນເດືອນກໍລະກົດນີ້.

ທ່ານ Kasic ໄດ້ໄປໂຄສະນາຫາສຽງໃນລັດ Maryland ກ່ອນໜ້າການເລືອກຕັ້ງຂັ້ນຕົ້ນ ຂອງພັກທີ່ຈະຈັດຂຶ້ນໃນສັບປະດາໜ້າ.

ທ່ານ John Kasic ຜູ້ລົງແຂ່ງຂັນຈາກພັກຣີພັບບລີກັນ ກ່າວວ່າ “ຂ້າພະເຈົ້າຄິດວ່າພວກ ເຂົາເຈົ້າຈະເລືອກເອົາແນວທາງຂອງຂ້າພະເຈົ້າ ແລະ ນັ້ນແມ່ນສິ່ງທີ່ຂ້າພະເຈົ້າເຊື່ອ. ແລະ ມັນກໍຍັງມີສິ່ງອື່ນສິ່ງໜຶ່ງນຳ. ຂ້າພະເຈົ້າເປັນພຽງຄົນດຽວທີ່ມີຄຳເວົ້າໃນແງ່ບວກ, ຂໍ້ຄວາມທີ່ມີຄວາມສາມັກຄີ. ຂ້າພະເຈົ້າຄິດວ່າ ພັກຂອງພວກເຮົາໜ້າຈະມີທາງເລືອກ ເມື່ອເວົ້າເຖິງຈຸດນັ້ນ.”

ທ່ານ Cruz ໄດ້ກ່າວຕໍ່ຜູ້ສະໜັບສະໜູນຂອງທ່ານໃນລັດ Pennsylvania, ເຊິ່ງເປັນລັດ ທີ່ຈະຈັດການເລືອກຕັ້ງຂັ້ນຕົ້ນໃນວັນອັງຄານໜ້າເຊັ່ນກັນ.

ທ່ານ Ted Cruz ຜູ້ລົງແຂ່ງຂັນຈາກພັກຣີພັບບລີກັນ ໄດ້ກ່າວວ່າ “ພວກເຮົາຈະສືບຕໍ່ ນອນຢູ່ກັບອະດີດ ດ້ວຍສິ່ງທີ່ພວກເຮົາຮູ້ວ່າມັນບໍ່ໄດ້ຜົນອີກຕໍ່ໄປແລ້ວຄືເກົ່າບໍ? ຫຼືວ່າ ພວກເຮົາຈະກ້າວໄປຂ້າງໜ້າເພື່ອຫາບ່ອນໃໝ່ ແລະ ດີກວ່ານີ້? ປະຊາຊົນໃນແຕ່ລະ ລັດໄດ້ເຮັດໃຫ້ເຫັນຢ່າງຈະແຈ້ງແລ້ວ. ພວກເຂົາເຈົ້າໄດ້ຮຽກຮ້ອງເອົາເສັ້ນທາງໃໝ່.”

ໃນການເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດ, ຜູ້ນຳໜ້າໃນການແຂ່ງຂັນ ທ່ານນາງ Hillary Clinton ໄດ້ຮັບໄຊຊະນະຄັ້ງຍິ່ງໃຫຍ່ ລື່ນຂູ່ແຂ່ງຂັນທີ່ເອົາຊະນະໄດ້ຍາກ ທ່ານ Bernie Sanders.

ແຕ່ວ່າທ່ານ Sanders ໄດ້ປະຕິຍານວ່າຈະສູ້ຕໍ່ໄປໃນລະຫວ່າງ ການຢຸດໂຄສະນາຫາ ສຽງໃນລັດ Pennsylvania, ແລະ ໄດ້ຢືນຢັນວ່າທ່ານຈະເປັນຜູ້ລົງແຂ່ງຂັນຈາກພັກ ເດ ໂມແຄຣັດ ທີ່ມີຄວາມເຂັ້ມແຂງກວ່າເກົ່າໃນເດືອນພະຈິກທ້າຍປີນີ້.

ທ່ານ Bernie Sanders ກ່າວວ່າ “ແລະ ປະຊາຊົນ ອາເມຣິກັນ ເຂົ້າໃຈແລ້ວວ່າຖ້າ ພວກເຮົາຈະຕໍ່ຕ້ານທ່ານ Trump ຫຼື ສະມາຊິກພັກຣີພັບບລີກັນ ຄົນອື່ນໆຈາກການ ເຂົ້າໄປຄອບຄອງ ທຳນຽບຂາວ, ຊຶ່ງມັນຈະເປັນໄພພິບັດສຳລັບປະເທດຂອງພວກເຮົາ ນັ້ນ, ພວກເຮົາຕ້ອງໂຄສະນາຫາສຽງ ເພື່ອເຮັດໃຫ້ແນ່ໃຈວ່າສິ່ງດັ່ງກ່າວຈະບໍ່ເກີດຂຶ້ນ.”

ທ່ານນາງ Clinton ແລະ ທ່ານ Trump ຕ້ອງໄດ້ລົງຄະແນນສຽງໃຫ້ແກ່ພວກທ່ານເອງໃນ ການເລືອກຕັ້ງຂັ້ນຕົ້ນ ເພາະວ່າລັດ ນິວຢອກ ແມ່ນລັດທີ່ເປັນບ້ານຂອງພວກເພິ່ນ.

ຜົນຄະແນນຂອງວັນອັງຄານວານນີ້ ໄດ້ເພີ່ມໂອກາດຢ່າງຫຼວງຫຼາຍວ່າ ຜູ້ນຳໜ້າໃນການ ແຂ່ງຂັນຂອງທັງສອງພັກ ຈະໄປປະເຊີນໜ້າກັນໃນການເລືອກຕັ້ງທົ່ວໄປໃນທ້າຍປີນີ້.

ຊົມຂ່າວເລື່ອງນີ້ເລື່ອງນີ້ເປັນພາສາອັງກິດ

XS
SM
MD
LG