ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Trump ແລະ ທ່ານນາງ Clinton ຕໍ່ສູ້ເພື່ອ ທຸກຄະແນນສຽງ


Trump, Clinton Battling for Every Vote in Presidential Race
please wait

No media source currently available

0:00 0:02:29 0:00

ດ້ວຍເວລາທີ່ຍັງເຫຼືອບໍ່ເຖິງສອງສັບປະດາ ກ່ອນຮອດວັນເລືອກຕັ້ງ, ບັນດາຜູ້ລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ແມ່ນກຳລັງເລັ່ງມືເພື່ອຂະຫຍາຍ ແລະ ຮັບປະກັນການໄດ້ ຮັບການສະໜັບສະໜູນໂດຍຜູ້ລົງຄະແນນສຽງ, ໂດຍສະເພາະໃນລັດ ທີ່ມີຜູ້ສະໜັບສະ ໜູນຂອງສອງພັກໃນລະດັບທີ່​ໃກ້​ຄຽງກັນ. ທ່ານນາງ Hillary Clinton ຈາກພັກເດໂມ ແຄຣັດ ໄດ້ໃນໃຊ້ເວລາໃນວັນເກີດຄົບຮອບ 69 ປີຂອງເພິ່ນໃນລັດ Florida ໃນວັນພຸດ ຜ່ານ​ມານີ້ ເຊິ່ງກໍຍັງເປັນບ່ອນດຽວກັນກັບຄູ່ແຂ່ງຂັນຂອງເພິ່ນຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ໄປໂຄສະນາຫາສຽງເຊັ່ນກັນ. ແຕ່ທ່ານ Trump ໄດ້ຫັນທິດທາງກັບ ໄປນະຄອນຫຼວງ ວໍຊິງຕັນ ເພື່ອຮ່ວມພິທີ​ເປີດໂຮງແຮມໃໝ່ຂອງທ່ານຢ່າງເປັນທາງການ ໃນວັນພຸດຜ່ານ​ມາ ເຊິ່ງຕັ້ງຢູ່ພຽງບໍ່​ເທົ່າ​ໃດ​ຮ່ອມຫ່າງຈາກທຳນຽບຂາວ, ບ່ອນທີ່ທ່ານຫວັງ ວ່າ ຈະໄດ້ໄປດຳລົງຕຳແໜ່ງໃນປີໜ້ານີ້. ນັກຂ່າວວີໂອເອ Zlatica Hoke ມີລາຍງານ ເພີ່ມເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ພວກຜູ້ປະທ້ວງໄດ້ເຕົ້າໂຮມກັນ ຮຽກຮ້ອງໃຫ້ບອຍຄອດໂຮງແຮມຂອງທ່ານ Trump ຢູ່ ນອກຫ້ອງການໄປສະນີເກົ່າຂອງນະຄອນຫຼວງ ວໍຊິງຕັນ ບ່ອນທີ່ຜູ້ລົງແຂ່ງຂັນຈາກພັກ ຣີພັບບລີກັນ ໄດ້ເປີດໂຮງແຮມຫຼູຫຼັງ ໃໝ່. ການປະທ້ວງໄດ້ຖືກຈັດໂດຍສະຫະພາບແຮງ ງານກຸ່ມໜຶ່ງທີ່ເປັນຕົວແທນໃຫ້ກັບບັນດາພະນັກງານໃນໂຮງແຮມຂອງທ່ານ ໃນນະຄອນ Las Vegas ຫຼັງຈາກທ່ານ ໄດ້ປະຕິເສດທີ່ຈະເຈລະຈານຳພວກເຂົາ ເຈົ້າ.

ຢູ່ພາຍໃນຕຶກທີ່ມີຄວາມສຳຄັນດ້ານປະຫວັດສາດນັ້ນ, ທ່ານ Trump ໄດ້ກ່າວ​ເຖິງໂຄງ ການທີ່ນະຄອນຫຼວງຂອງສະຫະລັດ​ວ່າ ​ເປັນຕົວຢ່າງຂອງສິ່ງທ່ານອາດປະສົບຜົນສຳເລັດ ​ໃນ​ຖານະປະທານາທິບໍດີຂອງ​ປະ​ເທດ.

ທ່ານ Donald Trump ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບບລີກັນ ກ່າວວ່າ “ໂຄງການແບບນີ້ສະແດງໃຫ້ເຫັນສິ່ງທີ່ມີຄວາມເປັນໄປໄດ້ ເມື່ອຄົນກຸ່ມໜຶ່ງ ເຮັດວຽກຮ່ວມກັນສຳລັບຈຸດປະ ສົງດຽວກັນໂດຍລວມ. ມັນກໍຍັງໄດ້ສະແດງໃຫ້ເຫັນ ວິທີທີ່ຈະ ເຮັດວຽກກັບລັດຖະບານຂອງພວກເຮົາເພື່ອເຮັດໃຫ້ສິ່ງຕ່າງໆແລ້ວສຳເລັດ. ຂໍ້ຄວາມຂອງ ຂ້ອຍມື້ນີ້ມີ 5 ຄຳ: ບໍ່ກາຍງົບປະມານ ແລະ ແລ້ວກ່ອນກຳນົດ. ນັ້ນແມ່ນ ສິ່ງທີ່ພວກເຮົາໄດ້ ເຮັດ.”

ທ່ານຍັງໄດ້ຕໍ່ສູ້ກັບພວກນັກວິຈານທີ່ຕຳໜິ ກ່ຽວກັບ ເວລາທີ່ທ່ານໄດ້ໃຊ້ນອກການໂຄສະ ນາຫາສຽງ.

ທ່ານ Donald Trump ໄດ້ກ່າວວ່າ “ຂ້ອຍໄດ້ສ້າງໂຮມແຮມທີ່ດີທີ່ສຸດໃນໂລກ. ມີຫຍັງ ທີ່ຂ້ອຍຄວນຕ້ອງເຮັດ? ບໍ່ໃຫ້ມາຮ່ວມງານຫວາ? ຂ້ອຍເອົາເວລາອອກມາພຽງຊົ່ວໂມງ ດຽວ. ຂ້ອຍຈະເດີນທາງໄປລັດ North Carolina ຫຼັງຈາກງານນີ້, ແລ້ວຂ້ອຍກໍຈະກັບ ລົງໄປລັດ Florida. ແລ້ວຂ້ອຍກໍຈະຂຶ້ນໄປລັດ New Hampshire ອີກ. ຂ້ອຍໄປທົ່ວ ໝົດທຸກບ່ອນ.”

ໃນຄວາມພະຍາຍາມຄັ້ງສຸດທ້າຍ ທີ່ຈະນຳຄະແນນໃຫ້ທັນທ່ານນາງ Hillary Clinton ໃນການສຳຫຼວດຄວາມຄິດເຫັນ, ທ່ານ Trump ແມ່ນກຳລັງກ່າວຕໍ່ກຸ່ມຕ່າງໆ, ລວມທັງຄົນ ທີ່ມີສອງສັນຊາດ ອາເມຣິກັນ ແລະ ອິສຣາແອລ.

ທ່ານ Trump ໄດ້ກ່າວວ່າ “ລັດຖະບານຂອງຂ້ອຍຈະຢືນຄຽງຂ້າງກັບປະຊາຊົນຊາວ ຢິວ ແລະຜູ້ນຳຂອງ ອິສຣາແອລ ເພື່ອສືບຕໍ່ຂະຫຍາຍຄວາມ​ສຳພັນຕ່າງໆ ທີ່ເຊື່ອມຕໍ່ ກັບບໍ່ພຽງແຕ່ຊາວ ຢິວ ສັນຊາດອາເມຣິກັນ ແລະ ຊາວ ອິສຣາແອລ ເທົ່ານັ້ນ ແຕ່ເຊັ່ນ ດຽວກັບຊາວ ອາເມຣິກັນ ແລະ ຊາວ ອິສຣາແອລ ໝົດທຸກຄົນອີກດ້ວຍ.”

ຄູ່ແຂ່ງຂັນຈາກພັກເດໂມແຄຣັດຂອງທ່ານ ກໍຍັງໄດ້ເພັ່ງເລັງໃສ່ສິ່ງທີ່ເອີ້ນວ່າ ລັດທີ່ມີຜູ້ສະ ໜັບສະໜູນຂອງສອງພັກໃນລະດັບທີ່​ໃກ້​ຄຽງກັນ.

ທ່ານນາງ Hillary Clinton ສັງກັດພັກເດໂມແຄຣັດ ໄດ້ກ່າວວ່າ “ທຸກໆຄະແນນສຽງມີ ຄວາມໝາຍ. ຖາມໝູ່ຂອງຂ້າພະເຈົ້າໄດ້, ອະດີດຮອງປະທານາທິບໍດີ ທ່ານ Al Gore. ເມືອງ Lake Worth ສາມາດສ້າງຄວາມແຕກຕ່າງໄດ້. ລັດ Florida ສາມາດສ້າງ ຄວາມແຕກຕ່າງໄດ້. ແລະ ຖ້າປະຊາຊົນອອກຈາກບ້ານ ແລະ ໄປປ່ອນບັດລົງຄະແນນ ສຽງ ພວກເຮົາຈະໄດ້ຮັບໄຊຊະນະໃນວັນທີ 8 ເດືອນພະຈິກແນ່ນອນ.”

ນາງ Chelsea ລູກສາວຂອງທ່ານນາງ Clinton ໄດ້ໂຄສະນາຫາສຽງໃຫ້ແມ່ຂອງນາງ ໃນລັດ Ohio, ບ່ອນທີ່ທ່ານ Trump ຍັງຄົງຮັກສາຄະແນນນຳໜ້າໃນການຢັ່ງຫາງສຽງ.

ນາງ Chelsea Clinton ໄດ້ກ່າວວ່າ “ພວກເຮົາຕ້ອງປ່ຽນລັດ ​Ohio ​ໃຫ້ເປັນສີຟ້າຂອງ ພັກເດໂມແຄຣັດ ໃນການລົງຄະແນນສຽງທັງຂຶ້ນ ແລະ ລົງ ແລະ ຂ້າພະເຈົ້າຮູ້ວ່າພວກ ເຮົາຈະເຮັດແນວນັ້ນໄດ້ ດ້ວຍການສະໜັບສະໜູນຂອງພວກທ່ານ.”

ທ່ານນາງ Clinton ປາກົດວ່າ ຈະບໍ່ຂາດຜູ້ສະໜັບສະໜູນໃນລັດ California ບ່ອນທີ່ ປ້າຍ​ຊື່​ດາຣາ ຂອງທ່ານ Trump ໃນຖະໜົນ Walk of Fame ຂອງ Hollywood ໄດ້ຖືກ ທຳລາຍ ໂດຍຄ້ອນຕີຂະໜາດໃຫຍ່ໃນຊ່ວງເຊົ້າມືດຂອງວັນພຸດຜ່ານ​ມານີ້. ຜູ້ຕ້ອງສົງໄສ ຄົນໜຶ່ງໄດ້ຖືກຈັບກຸມໃນເວລາຕໍ່ມາຂອງມື້ນັ້ນ ແລະ ຄວາມເສຍຫາຍກໍໄດ້ຖືກສ້ອມແປງ ຢ່າງວ່ອງໄວ.

With less than two weeks before Election Day, U.S. presidential candidates are scrambling to increase and secure voter support, especially in the battleground states. Democrat Hillary Clinton spent her 69th birthday in Florida Wednesday where her Republican rival Donald Trump also was campaigning. But Trump took a detour Wednesday to formally open his new hotel in Washington, just blocks away from the White House, which he is hoping to occupy next year.VOA's Zlatica Hoke reports.

Protesters calling for a boycott of Trump hotels gathered outside Washington's Old Post Office Pavilion where the Republican candidate inaugurated his new luxury hotel. The demonstration was organized by a union representing employees in his hotel in Las Vegas after he refused to negotiate with them.

Inside the historic building, Trump touted the project in the nation's capital as an example of what he could achieve as president.

((DONALD TRUMP, REPUBLICAN PRESIDENTIAL CANDIDATE ))
"A project like this demonstrates what is possible when a team works together for a totally common purpose. It also shows how to work with our government to get things done. My theme today is five words: Under budget and ahead of schedule. That's what we did."

He also fought critics complaining about the time he spent off the campaign trail.

((DONALD TRUMP, REPUBLICAN PRESIDENTIAL CANDIDATE ))
"I build one of the great hotels in the world. What am I supposed to do? Not show up?I am taking one hour off.I am going to North Carolina right after this, then I am going back down to Florida. I am going up to New Hampshire. I am all over the place."

In a last-ditch effort to catch up with Hillary Clinton in the opinion polls, Trump is addressing various groups, including dual American Israeli citizens.

(( DONALD TRUMP, REPUBLICAN PRESIDENTIAL CANDIDATE))
"My administration will stand side by side with the Jewish people and Israel's leaders to continue strengthening the bridges that connect not only Jewish Americans and Israelis, but also all Americans and Israelis."

His Democratic rival is also focusing on so-called swing or battleground states.

(( HILLARY CLINTON, DEMOCRATIC PRESIDENTIAL CANDIDATE ))
"Every vote counts. Just ask my friend, former Vice-President Al Gore. Lake Worth (Florida) can make the difference. Florida can make the difference. And if people get out and vote we will have a victory on November the 8th."

Clinton's daughter Chelsea campaigned for her in Ohio, where Trump maintains a lead in the polls.

((CHELSEA CLINTON, DAUGHTER OF HILLARY CLINTON))
"We have to turn Ohio blue (Democratic) up and down the ballot and I know we will do that with your support."

Clinton appears to have no shortage of supporters in California where Trump's star on the Hollywood Walk of Fame was vandalized by a sledge hammer in the pre-dawn hours Wednesday. A suspect was arrested later in the day and the damage was quickly repaired.

XS
SM
MD
LG