ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໙ ກຸມພາ ໒໐໒໕

ແຜນການສະພາບອາກາດຂອງ ທ່ານ ທຣໍາ ລວມທັງການຍົກເລີກມາດຕະຖານການປ່ອຍອາຍພິດຂອງຍານພາຫະນະ


ວີດີໂອລາຍງານກ່ຽວກັບ ແຜນການສະພາບອາກາດຂອງ ທ່ານ ທຣໍາ.

ປະທານາທິບໍດີທີ່ຖືກເລືອກ ທ່ານ ດໍໂນລ ທຣໍາ ໄດ້ໃຫ້ຄໍາໝັ້ນວ່າ ຈະຕ່າວປີ້ນຄວາມພະຍາຍາມຂອງລັດຖະບານ ທ່ານ ໄບເດັນ ທີ່ຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດ, ແລະກ່າວອີກວ່າ ທ່ານຈະເຮັດໃຫ້ເສດຖະກິດຂອງ ສະຫະລັດ ເຕີບໃຫຍ່ຂະຫຍາຍໂຕໂດຍການຂຸດເຈາະນໍ້າມັນເພີ້ມຂຶ້ນ.

ທ່ານ ດໍໂນລ ທຣໍາ ​ໄດ້ທໍາການ​ໂຄສະນາ​ຫາສຽງ​ກ່ຽວ​ກັບ​ການ​ຊຸກຍູ້ສົ່ງເສີມ​ນ້ຳມັນ​ເຊື້ອ​ໄຟ​ຈາກຊາກສັດແລະພືດດຶກດໍາບັນຂອງສະຫະລັດ.

ທ່ານ ດໍໂນລ ທຣໍາ, ຜູ້ຖືກແຕ່ງຕັ້ງລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີຈາກພັກຣີພັບບລີກັນ ກ່າວວ່າ:

“ພວກເຮົາຈະກາຍມາເປັນປະເທດອິດສະຫລະດ້ານພະລັງງານຢ່າງໄວວາ, ແລະພວກເຮົາຈະເຈາະ, ເຈາະ, ເຈາະ ແລະ ກໍຂຸດ, ເຈາະເລີຍ. ພວກເຮົາກໍາລັງຈະເຈາະ, ຂຸດເລີຍ ແລະ ເຈາະ, ເຈາະ, ເຈາະ.”

ລັດຖະບານຂອງ ທ່ານ ໄບເດັນ ໄດ້ທໍາການລົງທຶນໃນການສ້າງເຄືອຂ່າຍການສາກໄຟໃຫ້ແກ່ລົດໄຟຟ້າຂອງປະເທດ ແລະເຮັດວຽກຮ່ວມກັບສະພາສູງຂອງພັກເດໂມແຄຣັດ ເພື່ອສ້າງໂຄງການບໍລິການແຫ່ງຊາດ ກ່ຽວກັບການປ່ຽນແປງດິນຟ້າອາກາດ ເຊິ່ງເປັນສ່ວນນຶ່ງຂອງສິ່ງທີ່ ທ່ານ ໄບເດັນ ຮ້ອງວ່າ “ຂໍ້ຕົກລົງໃໝ່ສີຂຽວ ຫຼື green new deal.”

ທ່ານ ທຣໍາ ກ່າວ​ວ່າ ນັ້ນ​ແມ່ນ “ການ​ຫຼອກ​ລວງ​ສີຂຽວໃນຮູບແບບ​ໃໝ່” ທີ່​ທ່ານ​ຈະ​ຍຸຕິ​ລົງ​ໄປ​ພ້ອມ​ກັບ​ເງິນອຸດ​ໜູນສໍາລັບຍານພາຫະນະ​ລົດ​ໄຟ​ຟ້າ ແລະ​ມາດ​ຕະ​ຖານ​ການ​ປ່ອຍ​ອາຍ​ພິດຂອງເຄື່ຶອງຈັກທີ່​ນໍາໃຊ້ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ເຂັ້ມ​ງວດ​ຂຶ້ນກວ່າເກົ່າ.

ໃນ​ສະ​ໄໝ​ທຳ​ອິດ​ຂອງ​ທ່ານ, ທ່ານ ທຣໍາ ໄດ້​ຖອນໂ​ຕ​ອອກ​ຈາກ​ສົນ​ທິ​ສັນ​ຍາ​ສະ​ພາບ​ອາ​ກາດ​ສາ​ກົນ.

ໃນວັນທີ 1 ເດືອນມິຖຸນາ 2017 ທ່ານ ດໍໂນລ ທຣໍາ, ກ່າວປາໄສ ວ່າ:

“ຂໍ້​ຕົກ​ລົງ​ປາ​ຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ​ເປັນ​ພຽງ​ແຕ່​ຕົວ​ຢ່າງ​ຫຼ້າ​ສຸດ​ຂອງ​ວໍ​ຊິງ​ຕັນ ທີ່​ເຂົ້າ​ສູ່​ຂໍ້​ຕົກ​ທີ່​ເຮັດ​ໃຫ້ ​ສະ​ຫະ​ລັດ ​ເສຍ​ປຽບ.”

ບັນດາຜູ້ສະໜັບສະໜຸນຂອງ ທ່ານ ທຣໍາ ໃນລັດຖະສະພາກ່າວວ່າ ຄຳໝັ້ນສັນຍາຂອງທ່ານ ຕໍ່ນ້ຳມັນເຊື້ອໄຟ ແລະອາຍແກັສທຳມະຊາດ ໃນທ່່າທີຕ່າງໆຂອງສະໄໝທີ 2 ຈະເຮັດໃຫ້ບັນດາຜູ້ຜະລິດຂອງ ສະຫະລັດ ສາມາດໄດ້ຮັບປະໂຫຍດຫຼາຍຈາກຄວາມຕ້ອງການພະລັງງານທີ່ເພີ່ມຂຶ້ນໃນທົ່ວໂລກ ໂດຍບໍ່ມີຂໍ້ຈຳກັດຂອງຂໍ້ຕົກລົງດ້ານສະພາບອາກາດທັງຫຼາຍ.

ນັກວິເຄາະດ້ານພະລັງງານ ທ່ານນາງ ຊາຣາ ອາເມັດ (Zara Ahmed) ກ່າວວ່າ ການປ່ຽນແປງເຫຼົ່ານັ້ນ ອາດຈະມີຜົນກະທົບໜ້ອຍກວ່າທີ່ພວກເຂົາເຄີຍໄດ້ຮັບຊ່ວງໄລຍະ 10 ປີທີ່ຜ່ານມາ.

ທ່ານນາງ ຊາຣາ ອາເມັດ, ຄາບອນໂດຍກົງ ກ່າວວ່າ:

“ປະທານາທິບໍດີ ມີອໍານາດຢ່າງກວ້າງຂວາງທີ່ຈະຍົກເລີກໂດຍຜ່ານຂະບວນການນຳສະເໜີຕາມກົດລະບຽບ ແລະຕາມກົດລະບຽບທີ່ມີຢູ່ແລ້ວ, ລວມທັງສິ່ງຕ່າງໆເຊັ່ນ ການປ່ອຍອາຍພິດ ເມຕານ (methane) ຂອງໂຮງງານໄຟຟ້າ ຫຼືການປ່ອຍອາຍພິດຂອງຍານພາຫະນະ. ແນວໃດກໍຕາມ, ໃນຂະນະດຽວກັນ, ບັນດາຜູ້ບໍລິໂພກສາມາດເລືອກຊື້ຍານພາຫະນະທີ່ມີການປ່ອຍອາຍພິດເຮືອນແກ້ວຕ່ໍາໄດ້. ລັດຕ່າງໆ ສາມາດເລືອກທີ່ຈະປະກາດໃຊ້ກົດລະບຽບຂອງຕົນເອງກ່ຽວກັບການປ່ອຍອາຍພິດໄດ້ ດັ່ງທີ່ພວກເຮົາເຫັນໃນລັດຄາລິຟໍເນຍ. ອີກຄັ້ງນຶ່ງ, ຂ້າພະເຈົ້າຄິດວ່າ ເຖິງແມ່ນລັດຖະບານກາງຈະມີເຄື່ອງມືທີ່ມີປະສິດທິພາບຢ່າງບໍ່ຫນ້າເຊື່ອ, ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພວກເຮົາຈະຢູ່ໃນຈຸດສິ້ນສຸດຂອງການປະຕິບັດງານກ່ຽວກັບສະພາບອາກາດໃນ ສະຫະລັດ.”

ທີ່ປຶກສາດ້ານດິນຟ້າອາກາດແຫ່ງຊາດຂອງສະຫະລັດທີ່ກໍາລັງຈະພົ້ນຈາກຕຳແໜ່ງ ທ່ານ ອາລີ ຊາອີດີ (Ali Zaidi) ກ່າວວ່າ ລັດຖະບານຊຸດໃໝ່ ມີຫຼາຍເຫດຜົນທີ່ຈະຍັງຄົງມີສ່ວນຮ່ວມໃນພະລັງງານທົດແທນ.

ທ່ານ ອາລີ ຊາອີດີ, ທີ່ປຶກສາດ້ານດິນຟ້າອາກາດແຫ່ງຊາດຂອງສະຫະລັດ ກ່າວວ່າ:

“ໂຮງງານຜະລິດໝໍ້ໄຟສ່ວນໃຫຍ່ ໄດ້ຖືກສ້າງຂື້ນຢູ່ໃນລັດຕ່າງໆທີ່ມີຜູ້ປົກຄອງຈາກພັກຣີພັບບລີກັນ, ແລະພວກເຂົາກໍບໍ່ຕ້ອງການໃຫ້ໂຮງງານເຫຼົ່ານັ້ນ ຖືກຍົກເລີກອອກຈາກເສດຖະກິດຂອງພວກເຂົາເຈົ້າ ແລະພວກເຂົາກໍບໍ່ຕ້ອງການໃຫ້ຄົນງານເຫຼົ່ານັ້ນ ຖືກປົດອອກຈາກວຽກງານ. ພວກເຂົາຕ້ອງການໃຫ້ຄວາມຈະເລີນຮຸ່ງເຮືອງນີ້ ສືບຕໍ່ໄປ.”

ບັນດານັກວິເຄາະດ້ານອຸດສາຫະກໍາກ່າວວ່າ ຄວາມມຸ້ງໝັ້ນຂອງ ທ່ານ ທຣໍາ ທີ່ຈະຍົກເລີກການຄວບຄຸມ ທຸລະກິດອາເມຣິກາ ອາດຈະຊ່ວຍພະລັງງານທົດແທນໃນທີ່ສຸດ ໂດຍການເລັ່ງຜັກດັນກ່ຽວກັບສາຍສົ່ງໄຟຟ້າອັນໃໝ່.

ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ

President-elect Donald Trump is promising to reverse Biden administration efforts to fight climate change and says he will grow the U.S. economy by drilling for more oil. VOA correspondent Scott Stearns has our story.

Donald Trump campaigned on boosting U.S. fossil fuels.

Donald Trump, Republican Presidential Nominee, AP.

"We will quickly become energy independent, and we will frack, frack, frack and drill, baby, drill. We're going to drill, baby, drill and frack, frack, frack."

Joe Biden’s administration invested in building out the nation’s electric vehicle charging network and worked with congressional Democrats to create a national service program on climate change as part of what Biden called a “green new deal.”

Trump says that is a “green new scam” that he will end along with electric vehicle subsidies and tougher gasoline-engine emissions standards.

In his first term, Trump withdrew from an international climate treaty.

Donald Trump, AP.

"The Paris climate accord is simply the latest example of Washington entering into an agreement that disadvantages the United States.”

Trump supporters in Congress say his commitment to oil and natural gas in a second term positions U.S. producers to capitalize on growing global energy demands without the limits of climate deals.

Those changes may have less of an impact than they would have had 10 years ago, says energy analyst Zara Ahmed.

Zara Ahmed, Carbon Direct, REUTERS.

"The president has broad power to repeal through the regulatory process proposed and existing regulations, including for things like power plant emissions of methane or vehicle emissions, as well. However, at the same time, consumers can choose to purchase a low emissions vehicle. States can choose to enact their own regulations about emissions, as we see California do. So again, I think while the federal government is an incredibly powerful tool, it doesn't mean that we're at the end of climate action in the U.S."

The new administration has many reasons to remain engaged on renewable energy, says outgoing U.S. national climate adviser Ali Zaidi.

Ali Zaidi, U.S. National Climate Adviser.

"Most of those battery factories are built out in states with Republican governors, and they don't want those factories unplugged from their economies and they don't want those workers laid off. They want this prosperity to continue."

Industry analysts say Trump’s commitment to deregulating American business may end up helping renewable energy by speeding the permitting of new transmission lines.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG