ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ສັບ​ປ່ຽນ​​ຜູ້​ນຳ​ ໝາຍ​ເລກ​ສອງ ໃນອົງ​ການ​ສ​ືບ​ລັບ​ແຫ່ງ​ຊາດ ສ​ຫລ


ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ​ທ​ຣຳ ຟັງ​ຄຳ​ຖາມ​ບັນ​ດາ​ນັກ​ຂ່າວ ຢູ່​ທຳ​ນຽບ​ຂາວ ​ທີ່​ນະ​ຄອນ​ຫຼວງວ​ຊໍ​ງ​ຕັນ ວັນ​ທີ 12 ກຸມ​ພາ 2020.
ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ​ທ​ຣຳ ຟັງ​ຄຳ​ຖາມ​ບັນ​ດາ​ນັກ​ຂ່າວ ຢູ່​ທຳ​ນຽບ​ຂາວ ​ທີ່​ນະ​ຄອນ​ຫຼວງວ​ຊໍ​ງ​ຕັນ ວັນ​ທີ 12 ກຸມ​ພາ 2020.

ທຳ​ນຽບ​ຂາວ​ຈະ​ເລີ້ມ​ຕົ້ນ​ໃໝ່ ໃນ​ຂະ​ນະ​ທີ່​ຕົນເຮັດ​ວຽກ​ເພື່ອ​ປ່ຽນ​ແປງ​ຜູ້​ນຳ​ປະ​ຊາ​ຄົມ​ສືບ​
ລັບ​ສະ​ຫະ​ລັດ ​ໂດຍປົດ​ເຈົ້າ​ໜ້າ​ທີ່ ​ຮັ​ກ​ສາ​ການ​ຊົ່ວ​ຄາວ​ນ້ຳ​ເບີ 2 ຂອງ​ປະ​ເທດ​ອອກ​ຈາກ
ຕຳ​ແໜ່ງ​ ພຽງ​ບໍ່​ເທົ່າ​ໃດ​ມື້ ​ຫຼັງ​ຈາກ​ໄດ້ປົດ​ຫົວ​ໜ້າ​ຂອງ​ທ່ານ​ອ​ອກ.

ຫ້ອງ​ການຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ​ແຫ່ງ​ຊາດ​ໃນ​ຕອນ​ແລງວັນ​ສຸກວານ​ນີ້ ​ໄດ້​ປະ
​ກາດ​ກ່ຽວ​ກັບ​ການລາ​ອອກ​ ​ຂອງ​ຜູ້​ບັນ​ຊາ​ການ​ໝາຍ​ເລກ​ສອງ ຄື​ທ່ານ​ແອ​ນດ​ຣູ
ຮອ​ລ​ແມນ.

ທ່ານ​ຮອ​ລ​ແມນ ​ແມ່ນ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ໃນ​ປະ​ຊາ​ຄົມ​ສະ​ຫະ​ລັດ​ມ​າ​ໄດ້ 30 ປີ​ແລ້ວ ໄດ້​
ຮັບ​ໜ້າ​ທີ່ເປັນ​ຜູ້​ຮັກ​ສາ​ການ​ໃນ​ຖາ​ນະ​ຮອງ​ຫົວ​ໜ້າ​ອົງ​ການ ​ມາ​ຕັ້ງ​ແຕ່​ເດືອນ​ກັນ​ຍາ​ທີ່​
ຜ່ານ​ມາ.

ການ​ລາ​ອອກ​ຂອງ​ທ່ານ​ແມ່ນ​ມີ​ຂຶ້ນ​ຫຼັງ​ຈາກອະ​ດີດ​ຜູ້​ຮັກ​ສາ​ສ​ການ​ຊົ່ວ​ຄາວຂອງ​ອົງ​
ການ​ສືບ​ລັບ​ແຫ່ງ​ຊາດ ທ່ານ​ໂຈ​ເຊັ​ຟ ແມັກ​ກວຍ​ເອີ ຜູ້​ທີ່​ໄດ້ຖືກ​ປົດ​ໂດຍປະ​ທາ​ນາ ​
ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຫຼັງ​ຈາກ​ຜູ້​ຊ່ວຍ​ທີ່​ສຳ​ຄັນ​ຄົນ​ນຶ່ງ​ຂອງ​ທ່ານໄດ້ໄປ
ລາຍ​ງານແບບ​ປິດ​ລັບ​ ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ສ​ະ​ພາ​ໃນ​ອາ​ທິດ​ແລ້ວ​ນີ້ ກ່ຽວ​ກັບ​
ການ​ພະ​ຍາ​ຍາມ​ຂອງ​ຣັດ​ເຊຍ ທີ່​ຈະແຊກ​ແຊງ​ເຂົ້າໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​
ດີ​ສະ​ຫະ​ລັດ ໃນ​ເດືອນພະ​ຈິກ​ທີ່​ຈະ​ມາ​ເຖິງ​ນີ້.

ອີງ​ຕາມ​ລ​າຍ​ງານ​ຂອງ​ສື່​ສັງ​ຄົ​ມແລ້ວ ​ຜູ້​ຊ່​ວຍຂອງ​ທ່ານ​ແມັກ​ກວຍ​ເອີໄດ້​ບອກ​ບັນ​
ດາ​ສະ​ມາ​ຊິກ​ສະ​ພາ​ວ່າ ຣັດ​ເຊຍ​ກຳ​ລັງ​ຊອກ​ຫາ​ຊ່ອງ​ທາງ​ຊຸກ​ຍູ້​ ​ໃຫ້ປະ​ທາ​ນາ​ທິ​ບໍ​ດີໄດ້
​ຖືກ​ເລືອກ​ເຂົ້າ​ຮັບ​ຕຳ​ແໜ່ງຄືນ​ໃໝ່​ອີກ ​ຊຶ່ງເຮັດ​ໃຫ້​ປະ​ທາ​ນາ​ທິບໍ​ດີ​ທ​ຣຳ​ມີ​ຄວາມ ​ໂກດ​
ແຄ້ນຜູ້​ທີ່​ຢ້ານ​ກົວ​ວ່າ​ຂໍ້​ມູນ​ນີ້ອາດ​ຈະ​ຖືກ​ນຳ​ໃຊ້​ເພື່ອ​ຕໍ່​ຕ້ານ​ທ່ານ.

ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ປະ​ກາດ​ວ່າ ທ່ານ​ໄດ້​ແຕ່ງ​ຕັ້ງ​ໃຫ້ເອກ​ອັກ
​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ​ປະ​ຈຳ​ເຢຍ​ຣະ​ມັນ ທ່ານ​ຣິເຈີດ ກ​ຣີ​ແນລ ທີ່​ຮູ້​ກັນ​ດີ​ວ່າ​ເປັນ​
ຜູ້​ຈົງ​ຮັກ​ພັກ​ດີ​ຕໍ່​ທ່ານ​ທ​ຣຳນັ້ນ ເຂົ້າ​ຮັບ​ໜ້າ​ທີ່​ແທນທ່ານ​ແມັກ​ກວຍ​ເອີ.

ແຕ່​ກໍ​ມີ​ຮ່ອງ​ຮອຍ​ບາງ​ຢ່າງ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ທ​ຣຳຍັງບໍ່​ມີ​ຄ​ວາມ​ພໍໃຈ.

ໃນ​ວັນ​ສຸກວານ​ນີ້ ປະ​ທາ​ນາ​ທິ​ບໍ​ດີ ​ໄ​ດ້​ໃຊ້​ສື່​ສັງ​ຄົມ​ ກ່າວ​ຫາ​ພັກ​ເດ​ໂມ​ແຄ​ຣັດວ່າພະ​
ຍາ​ຍາມ​ທີ່​ຈະໃຊ້​ຂໍ້​ມູນ​ດັ່ງ​ກ່າວເປັນ​ອາ​ວຸດ ​ໂດຍ​ກ່າວປະ​ນາມ​ລາຍງ​ານນີ້​ວ່າ
​ເປັນ​ເລື້ອງ​ຂີ້​ຕົວະ.

ທ່ານ​ໄດ້​ສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີ​ ໃນ​ວັນ​ສຸກວານ​ນີ້​ວ່າ “ການ​ໂຄ​ສະ​ນາບິດ​ເບືອນ​ອີກ
​ອັນ​ນຶ່ງກຳ​ລັງ​ເລີ້ມຂຶ້ນໂດຍ​ບັນ​ດາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຢູ່​ໃນ​ສະ​ພາ ກ່າວ​ວ່າ
ຣັດ​ເຊຍ ມັກ​ຂ້າ​ພະ​ເຈົ້າ​ກວ່າ ບັນ​ດາ​ຜູ້​ສະ​ໝັກ​ພັກເດ​ໂມ​ແຄ​ຣັດ​ທີ່​ບໍ່​ເຮັດ​ຫຍັງ​ໝົດ
ຜູ້​ທີ່​ຍັງ​ບໍ່​ມີ​ຄວາມ​ສ​າ​ມາດ ຫຼັງ​ຈາກ​ສອງ​ອາ​ທິດ​ແລ້ວ ນັບ​ຄະ​ແນນ​ສຽງ​ຂອງ​ເຂົາ​ເຈົ້າ
​ຢູ່ໃນ​ລັດ​ໄອ​ໂອ​ວາໄດ້.”



The White House will start with a clean slate as it works to reshape the leadership of the United States intelligence community, pushing the country's acting No. 2 official out just days after firing his boss.

The Office of the Director of National Intelligence late Friday announcing the departure of its second-in-command, Andrew Hallman.

Hallman, a 30-year veteran of the U.S. intelligence community, had been serving in an acting capacity as the principal deputy director since last September.

His departure follows that of former acting Director of National Intelligence Joseph Maguire, who was cast aside by U.S. President Donald Trump after one his top aides gave lawmakers a classified briefing last week about Russian attempts to meddle in the U.S. presidential elections in November.

According to media reports, the aide told lawmakers Russia is seeking to boost the president's reelection chances, angering Trump, who feared the information could be used against him.

On Wednesday, the president announced he was replacing Maguire with U.S. Ambassador to Germany Richard Grenell, a well-known Trump loyalist.

But there are indications Trump is not satisfied.

The president Friday took to social media to accuse Democrats of trying to weaponize the information, slamming the report as a hoax.

"Another misinformation campaign is being launched by Democrats in Congress saying that Russia prefers me to any of the Do Nothing Democrat candidates who still have been unable to, after two weeks, count their votes in Iowa," he tweeted Friday.

XS
SM
MD
LG