ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ທ​ຣຳ ກ່າວ​ວ່າ ມັນ​ພິ​ສູດວ່າ ເປັນ​ການ​ຖືກ​ຕ້ອງ​ແລ້ວ ໃນ​ການ​ຕັດ​ສິນ​ ​ຕໍ່ອະ​ດີດປະ​ທານ ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ ຂອງ​ທ່ານ


​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່ນອກ ທຳ​ນຽບ​ຂາວ ກ່ອນ​ເດີນ​ທາງ ໄປ​ລັດ​ອາ​ລາ​ບາ​ມາ ເພື່ອ​ຢ້ຽມ​ຢາມ ພວກ​ເຄາະຮ້າຍ​ຈາກ​ລົມ​ພາ​ຍຸ (8 ມີ​ນາ 2019)
​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່ນອກ ທຳ​ນຽບ​ຂາວ ກ່ອນ​ເດີນ​ທາງ ໄປ​ລັດ​ອາ​ລາ​ບາ​ມາ ເພື່ອ​ຢ້ຽມ​ຢາມ ພວກ​ເຄາະຮ້າຍ​ຈາກ​ລົມ​ພາ​ຍຸ (8 ມີ​ນາ 2019)

ປະ​ທາ​ນາ​ທິ​ບໍ​ດີ ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ກ່າວ​ອ້າງວ່າ ມັນເປັນ​ການ​ພິ​ສູດໃຫ້​ເຫັນ​
ວ່າຖືກ​ຕ້ອງແລ້ວ ໃນ​ການ​ຕັດ​ສິນ​ລົງ​ໂທດ ຕໍ່ທ່ານພອລ ມານາຟອດ ອະດີດປະທານຄະ
ນະໂຄສະນາ ຫາສຽງຂອງທ່ານຫຼັງ​ຈາກ​ຜູ້​ພິ​ພາກ​ສາ​ລັດ​ຖະ​ບານກາງ​ສະ​ຫະ​ລັດທ່ານ​ນຶ່ງ
ໄດ້​ຕັດ​ສິນ​ໃຫ້​ທ່ານ​ມາ​ນາ​ຟອດ ຈຳຄຸກ 47 ເດືອນໃນ ຖານສໍ້ໂກງພາສີແລະທະນາຄານ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ທ່ານ ​ເດີນ​ທາງ​ຈາກ​ທຳ​ນຽບ
​ຂາວໃນ​ເຊົ້າ​ວັນ​ສຸກວານນີ້ ເພື່ອ​ໄປ​ສຳ​ຫຼວດ​ເບິ່ງ​ຄວາມ​ເສຍ​ຫາຍຈາກ​ລົມ​ພາ​ຍຸ​ທໍ​ເນ​ໂດ ​
ທີ່​ລັດ​ອາລາ​ບາ​ມາ ໃນ​ອາ​ທິດນີ້ ໂດຍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ບໍ່ດີ​ຫຼາຍ ​ສຳ​ລັບ​ທ່ານ​ມາ​
ນາ​ຟອດ. ຂ້າ​ພະ​ເຈົ້າ​ຄິດ​ວ່​າ ມັນ​ເປັນ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ທີ່ສຸດ​ສຳ​ລັບ​ທ່ານ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳກ່າວ​ຕື່ມ​ວ່າ "ແຕ່ ຖ້າ​ທ່ານ​ສັງ​ເກດ ທັງ​ນະ​ນາຍ​ຄວາມ​ຂອງທ່ານ
ແລະ​ຜູ້​ພິ​ພາກ​ສາ​ທີ່​ມີ​ຄົນ​ເຄົາ​ລົບ​ນັບ​ຖື​ຢ່າງ​ສູງ ຕ່າງ​ກໍ​ກ່າວ​ວ່າ ບໍ່​ມີ​ການ​ສົມຮູ້​ຮ່ວມ​ຄິດ​
ກັບ​ຣັດ​ເຊຍ.”

ໃນ​ຕອນ​ເຊົ້າ​ຂອງມື້​ວານນີ້ ທ່ານ​ທ​ຣຳ​ກໍ​ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້​ວ່າ ການ​ສື​ບ​
ສວນ​ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ພາຍ​ໃຕ້​ການ​ນຳ​ພາ ຂອງ​ໄອ​ຍະ​ການ​ພິ
​ເສດ ທ່ານ​ໂຣ​ເບີດ ມັ​ລ​ເລີ ແມ່ນ "ການ​ສົມ​ຮູ້​ຮ່ວມ​ຄິດ ທີ່​ຊອກ​ຫາ​ຈັບ​ຜິດ ແບບ​ຫຼອກ
​ລວງ" ແລະ​ອີງ​ເທື່ອ​ນຶ່ງ​ໄດ້​ມີ​ການ​ປະ​ຕິ​ເສດ​ວ່າ ທ່ານ​ບໍ່​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ກັບ​ຣັດ​ເຊຍ.

ຮູບ​ແຕ່ມ​ຢູ່​ໃນ​ສານ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ອະ​ດີດ​ປະ​ທານ ຄະ​ນະ​ໂຄ​ສະ​ນາ​ຫ​າ​ສຽງ ຂອງ​ທ່ານ​ທ​ຣຳ ທ່ານ​ພອ​ລ ມາ​ນາ​ຟອດ(ກາງ) ນັ່ງ​ຢູ່​ໃນ​ລໍ້ ໃນ​ລະ​ຫວ່າງ​ຮັບ​ຟັງ​ຄຳ​ຕັດ​ສິນ ຢູ່​ທີ່​ສານ ອາ​ເລັກ​ຊານ​ເດ​ຣຍ ລັດ​ເວີ​ຈີ​ເນຍ. (7 ມີ​ນາ 2019)
ຮູບ​ແຕ່ມ​ຢູ່​ໃນ​ສານ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ອະ​ດີດ​ປະ​ທານ ຄະ​ນະ​ໂຄ​ສະ​ນາ​ຫ​າ​ສຽງ ຂອງ​ທ່ານ​ທ​ຣຳ ທ່ານ​ພອ​ລ ມາ​ນາ​ຟອດ(ກາງ) ນັ່ງ​ຢູ່​ໃນ​ລໍ້ ໃນ​ລະ​ຫວ່າງ​ຮັບ​ຟັງ​ຄຳ​ຕັດ​ສິນ ຢູ່​ທີ່​ສານ ອາ​ເລັກ​ຊານ​ເດ​ຣຍ ລັດ​ເວີ​ຈີ​ເນຍ. (7 ມີ​ນາ 2019)

ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ຜູ້ພິພາກສາ ທ່ານທີ ແອັສ ແອລລິສ ທີ 3 ໄດ້ກ່າວວ່າ ທ່ານມາ
ນາຟອດ "ບໍ່ໄດ້ຖືກດຳເນີນຄະດີ ກ່ຽວ​ກັບ​ການ​ສົມ​ຮູ້​ຮ່ວມ​ຄິດ ​ກັບ​ລັດ​ຖະບານ​ຣັດ​ເຊຍ
ເພື່ອ​ໃຊ້​ອິດ​ທິ​ພົນ​ຕໍ່​ການ​ເລືອກ​ຕັ້ງ" ໂດຍ​ຊີ້​ໃຫ້​ເຫັນ​ວ່າທ່ານ​ມານາ​ຟ​ອດບໍ່​ໄດ້​ຖືກ​ດຳ​ເນີນ
​ຄະ​ດີ ໃນຖານເປັນເປົ້າໝາຍຫຼັກ ຂອງການສືບສວນ ໂດຍທ່ານມັລເລີ ກ່ຽວກັບວ່າ ຄະ
ນະໂຄສະນາຫາສຽງ ຂອງທ່ານທຣຳ ໄດ້ສົມຮູ້ຮ່ວມຄິດກັບຣັດເຊຍຫຼື​ບໍ່ ເພື່ອຊັກຈູງຜົນ
ການເລືອກຕັ້ງປະທານາທິບໍດີໃນປີ 2016.

ໃນ​ການ​ຕັດ​ສິນ​ໂທດນັ້ນ ຜູ້​ພິ​ພາກ​ສາ ບໍ່​ໄດ້​ປະ​ຕິ​ເສດ​ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ​ຢ່າງ​
ສະ​ເພາະ​ເຈາະ​ຈົງ ໃນ​ການ​ສົມ​ຮູ້​ຮ່ວມ​ຄິດ​ລະ​ຫວ່າງ​ມົ​ສ​ກູ​ແລະ​ຄະ​ນະ​ໂຄ​ສະນາ​ຫາ​ສຽງ​
ຂອງ​ທ່ານ​ທ​ຣຳ.

ການຕັດສິນລົງໂທດໃຫ້​ທ່ານ​ມາ​ນາ​ຟ​ອດ​ຈຳ​ຄຸກ 47 ເດືອນນີ້ຖືວ່າຕ່ຳກວ່າຄວາມຕ້ອງ
ການ ຂອງບັນດາໄອຍະການຢ່າງ​ຫຼວງ​ຫຼາຍທີ່​ຢາກໃຫ້ລົງ​ໂທດຈຳ​ຄຸກ​ທ່ານ 19 ຫາ 21
ປີຊຶ່ງເປັນໄປໄດ້ສູງ ທີ່ທ່ານມານາຟອດ ອາຍຸ 69 ປີແລ້ວນັ້ນ​ ຈະຕ້ອງໄດ້ຢູ່ໃນຄຸກ ຕະ
ຫຼອດບັ້ນປາຍຂອງຊີວິດ.

ຜູ້ພິພາກສາທີ ແອັສ ແອລລິສ ໄດ້ກ່າວວ່າ ຫຼັກການຊີ້ນຳ ຂອງການລົງໂທດລັດ​ຖະ​ບານ
​ກາງ ທີ່ໄອຍະການພິເສດໂຣເບີດ ມັລເລີໄດ້ສະເໜີແນະນຳມານັ້ນແມ່ນໜັກເກີນໄປໂພດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG