ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ທ່ານ ທຣຳ ອ້າງວ່າ ການສອບສວນກ່ຽວກັບການ ໂຄສະນາຫາສຽງວ່າພົວພັນກັບ ຣັດເຊຍ ແມ່ນຜິດກົດໝາຍ


ປະທານາທິບໍດີ ທຣຳ ກ່າວຄຳປາໄສໃນງານຫາລາຍໄດ້ ການ
ກຸສົນທີ່ເມືອງ ຟາໂກ, ລັດດາໂກຕ້າເໜືອ. 7 ກັນຍາ, 2018.
ປະທານາທິບໍດີ ທຣຳ ກ່າວຄຳປາໄສໃນງານຫາລາຍໄດ້ ການ ກຸສົນທີ່ເມືອງ ຟາໂກ, ລັດດາໂກຕ້າເໜືອ. 7 ກັນຍາ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວອ້າງໂດຍບໍ່ມີຫຼັກຖານໃນວັນ
ອາທິດວານນີ້ວ່າ, ການສືບສວນສອບສວນຄະດີອາຍາທີ່ກຳລັງດຳເນີນຢູ່ ກ່ຽວກັບ
ການໂຄສະນາຫາສຽງຂອງທ່ານໃນປີ 2016 ທີ່ເຊື່ອມໂຍງກັບ ຮັດເຊຍ ນັ້ນ “ແມ່ນບໍ່
ໄດ້ຮັບອະນຸຍາດຕາມທາງກົດໝາຍ.”

ໃນຂໍ້ຄວາມທີ່ຂຽນຢູ່ທວິດເຕີນັ້ນ, ຜູ້ນຳ ສະຫະລັດ ໄດ້ເອີ້ນການສອບສວນຂອງໄອຍະ
ການພິເສດ ທ່ານ ໂຣເບີດ ມອລເລີ ວ່າ “ບໍ່ຖືກກົດໝາຍ” ແລະ ໄດ້ກ່າວວ່າ “ເຂົາເຈົ້າ
ໄດ້ສືບຕໍ່ຄົ້ນຫາຄວາມຜິດທາງອາຍາ.” ແຕ່ທ່ານ ມອລເລີ ແມ່ນໄດ້ຖືກແຕ່ງຕັ້ງໂດຍ
ກະຊວງຍຸຕິທຳ ແລະ ບັນດາຜູ້ພິພາກສາ ໄດ້ຕັດສິນວ່າ ການສືບສວນສອບສວນຂອງ
ທ່ານ ແມ່ນໄດ້ດຳເນີນຂຶ້ນ ຢ່າງຖືກຕ້ອງຕາມກົດໝາຍ.

ດັ່ງທີ່ທ່ານມັກຈະເວົ້າຢູ່ເລື້ອຍໆນັ້ນ, ທ່ານ ທຣຳ ໄດ້ປະຕິເສດວ່າ ມັນບໍ່ມີການສົມຮູ້
ຮ່ວມຄິດກັບ ຣັດເຊຍ, ນອກຈາກຄູ່ແຂ່ງຂອງທ່ານ, ຄືອະດີດລັດຖະມົນຕີການຕ່າງປະ
ເທດ ທ່ານນາງ ຮິລແລຣີ ຄລິນຕັນ. ທ່ານໄດ້ເອີ້ນກຸ່ມນັກກົດໝາຍຂອງທ່ານ ມອລເລີ
ວ່າ “ພວກເດໂມແຄຣັດທີ່ໃຈຮ້າຍ 17 ຄົນ, ເຂົາເຈົ້າຊອກຫາທຸກຢ່າງທີ່ເຂົາເຈົ້າຈະ
ຊອກໄດ້. ມັນບໍ່ຍຸຕິທຳຫຼາຍ ແລະ ບໍ່ດີຕໍ່ປະເທດຊາດ.”

ແຕ່ທ່ານ ທຣຳ ບໍ່ໄດ້ໃຫ້ຄຳເຫັນ ກ່ຽວກັບ ຄວາມຄືບໜ້າຄັ້ງຫຼ້າສຸດໃນການສືບສວນ
ສອບສວນດົນ 16 ເດືອນຂອງທ່ານ ມອລເລີ, ເຊິ່ງແມ່ນການສາລະພາບຜິດຂອງອະ
ດີດປະທານການໂຄສະນາຫາສຽງຂອງທ່ານ ທຣຳ, ທ່ານ ພອລ ແມນນາຝອດ ໃນ
ວັນສຸກທີ່ຜ່ານມາ ຕໍ່ຂໍ້ກ່າວຫາການສໍ້ລາດບັງຫຼວງ ແລະ ບັນດາໄອຍະການໄດ້ປະ
ກາດວ່າ ທ່ານ ແມນນາຝອດ ແມ່ນພ້ອມແລ້ວ ທີ່ຈະຮ່ວມມືກັບເຂົາເຈົ້າ ໃນສິ່ງທີ່ທ່ານ
ຮູ້ ກ່ຽວກັບ ການໂຄສະນາຫາສຽງຂອງທ່ານ ທຣຳ.

ທ່ານ ແມນນາຝອດ ອາຍຸ 69 ປີ, ເຊິ່ງແມ່ນນັກວິ້ງເຕັ້ນໃນນະຄອນຫຼວງ ວໍຊິງຕັນ,
ຕອນນີ້ໄດ້ຖືກຕັດສິນມີຄວາມຜິດໃນ 8 ກະໂທງ ກ່ຽວກັບ ການສໍ້ໂກງພາສີ ແລະ ທະ
ນາຄານໃນສານລັດເວີຈິເນຍ ແລະ ໄດ້ຍອມຮັບຜິດຕໍ່ຂໍ້ກ່າວຫາການສົມຮູ້ຮ່ວມຄິດ
ໃນສານນະຄອນຫຼວງ ວໍຊິງຕັນ ທີ່ຢູ່ໃກ້ຄຽງ ໃນການດຳເນີນຄະດີເມື່ອເດືອນສິງຫາທີ່
ຜ່ານມາ. ໃນຄະດີຄັ້ງຫຼ້າສຸດນີ້, ບັນດາໄອຍະການໄດ້ຕົກລົງທີ່ຈະຍົກເລີກຂໍ້ກ່າວຫາ
ອື່ນໆ ທີ່ມີຜົນມາຈາກການພະຍາຍາມວິ້ງເຕັ້ນສຳລັບອະດີດຜູ້ນຳ ຢູເຄຣນ ທ່ານ
ວິກເຕີ ຢານູໂກວິຈ໌ ທີ່ໄດ້ເກີດຂຶ້ນ ກ່ອນເຮັດວຽກໃຫ້ການໂຄສະນາຫາສຽງຂອງທ່ານ
ທຣຳ 5 ເດືອນໃນກາງປີ 2016, ເພື່ອແລກປ່ຽນ ກັບການຕອບຄຳຖາມ “ຢ່າງເຕັມທີ່,
ຢ່າງຈິງໃຈ, ຢ່າງສົມບູນ ແລະ ຢ່າງກົງໄປກົງມາ” ກ່ຽວກັບ “ທຸກໆບັນຫາ” ທີ່ກຸ່ມຂອງ
ທ່ານ ມອລເລີ ກຳລັງສືບສວນສອບສວນຢູ່.

ແຕ່ສິ່ງທີ່ທ່ານ ແມນນາຝອດອາດມີໃຫ້ທ່ານ ມອລເລີ ກ່ຽວກັບ ການໂຄສະນາຫາສຽງ
ຂອງທ່ານ ທຣຳ ນັ້ນ ແມ່ນບໍ່ເປັນທີ່ຮູ້ຈັກຢ່າງເປີດເຜີຍ, ເຖິງແມ່ນວ່າ ບັນດາໄອຍະການ
ຈະໄດ້ຍົກເລີກຂໍ້ກ່າວຫາພຽງສອງສາມຢ່າງຕໍ່ທ່ານ ແມນນາຝອດ ຫຼັງຈາກໄດ້ຍິນ ກ່ຽວ
ກັບ ສິ່ງທີ່ທ່ານໄດ້ເວົ້າກ່ອນໜ້ານີ້ກໍຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG