ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໔ ມີນາ ໒໐໒໖

ປ. ທຣຳ ກ່າວວ່າ ຈີນ ຕ້ອງການ ເຈລະຈາ ດ້ານການຄ້າ ຄືນໃໝ່

ທ່ານທຣຳ ພົບກັບ ທ່ານສີ ຢູ່ທີ່ກອງປະຊຸມສຸດຍອດ ບັນດາຜູ້ນຳ ປະເທດ G20 ໃນນະຄອນ ໂອຊາກາ ຂອງຍີ່ປຸ່ນ.
ທ່ານທຣຳ ພົບກັບ ທ່ານສີ ຢູ່ທີ່ກອງປະຊຸມສຸດຍອດ ບັນດາຜູ້ນຳ ປະເທດ G20 ໃນນະຄອນ ໂອຊາກາ ຂອງຍີ່ປຸ່ນ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ຈີນ ໄດ້ສະແດງ
ເຈດຕະນາ ທີ່ຈະ​ເລີ້ມ​ການເຈລະຈາ​ທາງດ້ານການຄ້າຄືນໃໝ່​ ຊຶ່ງ​ການເຄື່ອນໄຫວນີ້ ມີ
ຂຶ້ນຫຼັງຈາກ ທີ່ທັງສອງປະເທດ ໄດ້ປະກາດຂຶ້ນພາສີຕໍ່ກັນແລະກັນ ໃນຮອບຫຼ້າສຸດ.

ໃນການຖະແຫລງຢູ່ທີ່ກອງປະຊຸມຜູ້ນຳ ກຸ່ມ G-7 ໃນປະເທດຝຣັ່ງ ທ່ານທຣຳ ໄດ້ກ່າວຕໍ່
ບັນດານັກຂ່າວວ່າ ຈີນໄດ້ໂທລະສັບຫາ ບັນດາຜູ້ຕາງໜ້າທາງດ້ານການຄ້າຂອງ
ສະຫະລັດ “ແລະໄດ້ກ່າວວ່າ ໃຫ້ກັບຄືນມາເຈລະຈາກັນສະ.”

ທ່ານທຣຳ ໄດ້ເອີ້ນຄວາມສະໝັກໃຈທີ່ຈະກັບຄືນມາເຈລະຈາກັນວ່າ “ເປັນການ​ເຄື່ອນ
​ໄຫວ ໃນ​ທາງບວກສຳລັບໂລກ.”

ທ່ານກ່າວຕື່ມວ່າ “ພວກເຂົາເຈົ້າຕ້ອງການໃຫ້ສຳເລັດຢ່າງໃດຢ່າງນຶ່ງ. ບັດນີ້ ບາງທີ
ມັນຈະບໍ່ສຳເລັດ ແຕ່ອັນນີ້ເປັນຄັ້ງທຳອິດ ທີ່ຂ້າພະເຈົ້າເຫັນວ່າ ພວກເຂົາເຈົ້າ ຕ້ອງການ
ຢາກຈະເຮັດຂໍ້ຕົກລົງ ແລະຂ້າພະເຈົ້າຄຶດວ່າ ເປັນບາດກ້າວໃນ​ທາງບວກ​ແທ້ໆ.”

ທ່ານທຣຳ ໄດ້ປະຕິເສດ ທີ່ຈະໃຫ້ຄຳເຫັນ ກ່ຽວກັບວ່າ ທ່ານຕິດຕໍ່ໂດຍກົງກັບ ປະທານ
ປະເທດຈີນ ທ່ານສີ ຈິ້ນຜິງ ຫຼືບໍ່ ແຕ່ທ່ານໄດ້ຍົກຍ້ອງທ່ານສີຊ້ຳແລ້ວ ຊ້ຳອີກ ໂດຍເອີ້ນ
ທ່ານສີວ່າ ເປັນ “ຜູ້ນຳທີ່ຍິ່ງໃຫຍ່.”

ຄຳເຫັນດັ່ງກ່າວຂອງທ່ານທຣຳ ມີຂຶ້ນຫຼັງຈາກ ການ​ໃຫ້ຄຳເຫັນ ຂອງຫົວ​ໜ້າເຈລະຈາ ດ້ານການຄ້າຂອງຈີນ ຮອງນາຍົກລັດຖະມົນຕີ ຫຼິວ ເຫ ຜູ້ທີ່ໄດ້ກ່າວ ໃນວັນຈັນມື້ນີ້ ວ່າ
ຈີນ ເຕັມໃຈທີ່ຈະເຈລະຈາກັບສະຫະລັດ ເພື່ອຍຸຕິການຕໍ່​ສູ້​ທາງດ້ານການຄ້າ ທີ່​ພວມ​
ດຳ​ເນີນ​ຢູ່​ ລະ​ຫວ່າງ​ກັນ​ແລະ​ກັນ ແລະວ່າ ຈີນ ບໍ່ເຫັນດີນຳ “ການເພີ້ມທະວີ ສົງຄາມ
ການຄ້າ.”

​ການ​ເຄື່ອນ​ໄຫວດັ່ງກ່າວ ກໍບໍ່ໄດ້ຊ່ອຍ​ຫຍັງ​ຫຼາຍ ​ຕໍ່ຕະຫຼາດຮຸ້ນທີ່ສຳຄັນໃນ ຍີ່ປຸ່ນ ຈີນ
ແລະຮົງກົງ ຊຶ່ງການຊື້ຂາຍທັງໝົດ ໄດ້ຕົກ​ລາ​ຄາ ໃນວັນຈັນມື້ນີ້.

ເມື່ອສັບປະດາແລ້ວນີ້ ກ່ອນທີ່ຈະເດີນທາງໄປພົບປະ ກັບບັນດາຜູ້ນຳຈຳນວນນຶ່ງ ຂອງ
ປະເທດທີ່ມີເສດຖະກິດນຳໜ້າຂອງໂລກ ທ່ານທຣຳ ໄດ້ຂຶ້ນພາສີມູນຄ່າ 550 ຕື້ໂດລາ
ຕໍ່ສິນຄ້າທີ່ນຳເຂົ້າສະຫະລັດຂອງຈີນ ຫຼັງຈາກທີ່ຈີນ ໄດ້ກ່າວວ່າ ຕົນຈະຂຶ້ນພາສີ ​ໃນມູນ
ຄ່າ 75 ຕື້ໂດລາ ຕໍ່ສິນຄ້າຂອງສະຫະລັດທີ່ສົ່ງອອກໄປ ຍີ່ປຸ່ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG