ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ​ທ​ຣຳ ແລະ ຮອງ ນາ​ຍົກ ຈີນ ຕໍ່​ເວ​ລາ ການ​ເຈ​ລະ​ຈາການ​ຄ້າ ອອກ​ໄປ​ຕື່ມ​


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທຣຳ (ຊ້າຍ) ກຳ​ລັງ​ຟັງ ​ໃນ​ຂະ​ນະ​ທີ່ ຜູ້​ຕາງ​ໜ້າທາງ​ດ້ານ​ການ​ຄ້າ ສ​ຫລ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ (ທີ 2 ຈາກຂວາ) ລົມ​ກັບ​ທ່ານ​ຫຼິວ ເຫ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທີ່​ທຳ​ນຽບ​ຂາວ. (22 ກຸມ​ພາ 2019)
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທຣຳ (ຊ້າຍ) ກຳ​ລັງ​ຟັງ ​ໃນ​ຂະ​ນະ​ທີ່ ຜູ້​ຕາງ​ໜ້າທາງ​ດ້ານ​ການ​ຄ້າ ສ​ຫລ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ (ທີ 2 ຈາກຂວາ) ລົມ​ກັບ​ທ່ານ​ຫຼິວ ເຫ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທີ່​ທຳ​ນຽບ​ຂາວ. (22 ກຸມ​ພາ 2019)

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫຼິວ ເຫໄດ້​ສະ​ແດງ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີ​ວ່າປະ​ເທດ​ທັງ​ສອງ​ຈະ​ສາ​ມາດບັນ​ລຸ​ຂໍ້​ຕົກ​ລົງ​ການ​ຄ້າ ແລະ​ຫຼຸດ​ຜ່ອນ​ບັນ​ຫາ​ຂັດ​ແຍ້ງລະ​ຫວ່າງ​ປະ​ເທດ​ທັງ​ສອງ ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ​ຂອງ​ໂລກ ໃນ​ຂະ​ນະ​ທີ່​ປະ​ເທດ​ທັງ​ສອງ​ໄດ້​ຕົກ​ລົງ​ກັນທີ່​ຈະເຈ​ລະ​ຈາ​ກັນ​ຕື່ມ​ ເປັນ​ເວ​ລາ​ສອງມື້.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ທຳ​ນຽບ​ຂາວ ໃນ​ວັນ​ສຸກວານນີ້​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ວ່າ ເບິ່ງ​ຊົງ​ແລ້ວ ​ການຕົກ​ລົງ​ກັນ​ຈະ​ມີ​ຂຶ້ນ.”

ໃນ​ການ​ຖະ​ແຫຼງ​ຜ່ານ​ນາຍ​ພາ​ສານັ້ນ ທ່ານ​ຫຼິວ ຫົວ​ໜ້າ​ເຈ​ລະ​ຈາ​ການ​ຄ້າ​ຂອງ​ຈີນ ກ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ຫຼາຍ​ທີ່​ມັນ​ຈະ​ເກີດ​ຂຶ້ນ ແລະ​ພວກ​ເຮົາ​ຫວັງ​ວ່າ ໃນ​ທີ່​ສຸດ​ແລ້ວຍ ພວກ​ເຮົາ​ກໍ​ຈະ​ມີ​ຂຶ້ນ​ຕົກ​ລົງ​ກັນ.”

ທ່​ານ​ຫຼິວ​ໄດ້​ຖືກມອບ​ໝາຍ​ໃຫ້​ທຳ​ການ​ເຈ​ລະ​ຈາ​ໂດຍ​ກົງ ກັບ​ສະ​ຫະ​ລັດ ໂດຍ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ​ ຈິ້ນ​ຜິງ.

US-China Trade Talks Extended as March Deadline Approaches
please wait

No media source currently available

0:00 0:02:19 0:00

ທ່ານ​ທ​ຣຳ​ກ່າວ​ວ່າ “ຄວາມ​ຈິງ​ທີ່​ວ່າ ພວກ​ເຂົາ​ເຈົ້າ​ເຕັມ​ໃຈ ທີ່​ຈະ​ຢູ່​ທີ່ນີ້​ດົນ​ຕື່ມ​ອີກ ເພີ້ມ​ເວ​ລາ​ຂຶ້ນ​ເປັນ​ສອງ​ເທົ່າ ນັ້​ນ​ແມ່ນ​ໝາຍ​ເຖິງ ​ສິ່ງ​ໃດ​ສິ່ງ​ນຶ່ງ” ແລະ​ທ່ານ​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ມີ​ໂອ​ກາດ​ອັນ​ດີ ທີ່​ມັນ​ຈະ​ເກີດ​ຂຶ້ນ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ທ່ານ​ສ​ຕີ​ຟ ມ​ນຸກ​ຈິນ ໃຫ້​ການ​ຢືນຢັນ​ວ່າ ການ​ເຈ​ລ​ະ​ຈາ​ຈະ​ດຳ​ເນີນ​ຕໍ່​ໄປ ຈົນ​ຮອດ​ວັນ​ອາ​ທິດ.

ເປັນ​ທີ່​ປາ​ກົດ​ວ່າ ທ່ານ​ທ​ຣຳ​ໄດ້​ປ່ຽນ​ໃຈ​ໄປ​ຈາກ​ການ​ຂົ່ມ​ຂູ່ ທີ່​ຈະ​ເພີ້ມ​ການ​ເກັບ​ພາ​ສີ​ຂຶ້ນ​ເປັນ​ຫຼາຍກວ່າ​ສອງ​ເທົ່າ ຕໍ່​ສິນ​ຄ້າ​ຈີນ​ 200 ຕື້​ໂດ​ລາ ຖ້າ​ການ​ຕົກ​ລົງກັນ​ຫາກ​ບໍ່​ສາ​ມາດ​ບັນ​ລຸ ພາຍ​ໃນ​ວັນ​ທີ 1 ມື້​ນານີ້.

ທ່ານ​ທ​ຣຳ ກ່າວ​ຕໍ່​ທ່ານ​ຫຼິວ​ວ່າ “ທ່ານ​ສາ​ມາດ​ແຈ້ງ​ໃຫ້​ປະ​ທານ​ປະ​ເທດ​ສີ​ຊາບ ກ່ຽວ​ກັບ​ເລື້ອງນີ້. ຖ້າ​ຂ້າ​ພະ​ເຈົ້າ​ຫາກມອງ​ເຫັນ​ວ່າ ໄດ້​ມີ​ຄວາມ​ກ້າວ​ໜ້າ​ເກີດຂຶ້ນ ມີ​ຄວາ​ມ​ກ້າວ​ໜ້າ​ທີ່​ສຳ​ຄັນ​ເກີດ​ຂຶ້ນ ມັນ​ກໍ​ບໍ່​ແມ່ນ​ວ່າ​ບໍ່​ມີ​ຄວາມ​ເໝາະ​ສົມທີ່​ຈະ​ເລື່ອນ​ເສັ້ນ​ຕາຍ​ອອກ​ໄປໂດຍ​ຮັກ​ສາ​ລະ​ດັບ 10 ເປີ​ເຊັນ​ໄວ້​ກ່ອນ​ແທນທີ່​ຈະ​ເພີ້ມ​ເປັນ 25 ເປີ​ເຊັນ. ແລະ​ຂ້າ​ພະ​ເຈົ້າ​ກໍມີ​ແນວ​ໂນ້ມ​ທີ່​ຢາກ​ຈະ​ເຮັດ​ເຊັ່ນ​ນັ້ນ.”

ສະ​ຫະ​ລັດ​ຮຽກ​ຮ້ອງ​ໃຫ້​ຈີນ​ປ່ຽນ​ແປງ​ໂຄງ​ລ່າງ​ກ່ຽວ​ກັບ​ບັນ​ຫາ​ທີ່​ສຳ​ຄັນໆ​ເຊັ່ນ​ວ່າ​ຢຸດ​ເຊົາ​ການ​ລັກ​ຂະ​ໂມຍ​ ຊັບ​ສິນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ​ຂອງ​ອາ​ເມ​ຣິ​ກັນ ແລະຢຸດ​ການ​ໃຫ້​ເງິນ​ອຸດ​ໜຸນ​ແລະ​ການ​ສ້າງ​ຄວາມ​ໄດ້​ປຽບ​ອື່ນໆ​ໃຫ້​ແກ່​ບໍ​ລິ​ສັດ​ລັດ​ວິສາ​ຫະ​ກິດ​ຂອງ​ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG