ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.​ ທຣຳ ຄາດວ່າ ຈະ​ລົງ​ນາມ ໃນມາດຕະການ ທາງການຄ້າ ຕໍ່ຈີນ


​​​​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ (Donald Trump) ແລະປະທານປະເທດຈີນ ທ່ານ ສິ ຈິ້ນຜິງ (Xi Jinping) ເດີນອອກຈາກອງປະຊຸມ ບັນດາຜູ້ນຳທຸລະກິດ ທີ່ສາລາປະຊາຊົນ ໃນປັກປິ່ງ, 9 ພະຈິກ 2017.
​​​​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ (Donald Trump) ແລະປະທານປະເທດຈີນ ທ່ານ ສິ ຈິ້ນຜິງ (Xi Jinping) ເດີນອອກຈາກອງປະຊຸມ ບັນດາຜູ້ນຳທຸລະກິດ ທີ່ສາລາປະຊາຊົນ ໃນປັກປິ່ງ, 9 ພະຈິກ 2017.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ແມ່ນ​ມີ​ໝາຍ​ກຳໜົດ ທີ່​ຈະ​ລົງ​ນາມ​ໃນ​ບົດ​
ບັນທຶກ​ຄວາມ​ເຂົ້າ​ໃຈ ​ໃນ​ວັນ​ພະຫັດ​ມື້ນີ້ ທີ່ “​ແນ​ເປົ້າ​ໝາຍ​ໃສ່​ການຮຸກ​ຮານ​ທາງ​ດ້ານ​
ເສດຖະກິດ​ຂອງ​ຈີນ” ​ໃນ​ການ​ເຄື່ອນໄຫວ ທີ່​ອາດ​ຈະເລັ່ງລັດ ໃຫ້ເກີດ​ສົງຄາມ​ທາງ
​ການ​ຄ້າ​ຢ່າງເຕັມອັດຕາ ລະຫວ່າງ​ສອງປະ​ເທດທີ່​ມີ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ນັ້ນ.

ການ​ເຄື່ອນໄຫວທາງດ້ານການຄ້າຂອງ​ສະຫະລັດ ສ່ວນນຶ່ງນັ້ນ ແມ່ນເພື່ອຕອບໂຕ້
ຕໍ່ການ​ ລັກ​ຂະ​ໂມ​ຍ ​ແລະ​ໂອນ​ເທັກ​ໂນ​ໂລ​ຈີ​ຂອງ​ສະຫະລັດທີ່ບໍ່​ຖືກຕ້ອງ ​ໄປ​ໃຫ້​ບັນດາ
​ບໍລິສັດ​ຂອງຈີ​ນ.

ກະຊວງ​ການ​ຄ້າ​ຂອງຈີນ ​ໄດ້​ກ່າວ​ກ່ອນ​ໜ້າ​ກອງ​ປະຊຸມວ່າ ​ຈີນ​ຄັດຄ້ານ​ຕໍ່ການເຄື່ອນ
ໄຫວທາງ​ການ​ຄ້າ​ຂອງ​ສະຫະລັດຕາມລຳພັງ ​ແລະ​ຫວັງ​ວ່າ ​ທັງ​ສອງ​ປະ​ເທດ ສາມາດ
ຊອກຫາການແກ້ໄຂ​ທີ່​ເປັນ​ປະ​ໂຫຍ​ດໃຫ້ແກ່ທັງສອງຝ່າຍ ໂດຍຜ່ານ​ທາງ​ການ​ເຈລະຈາ.

ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານ​ນີ້ກ່ຽວ​ກັບ​ການ​ສືບ
ສວນເປັນ​ເວລາ​ນຶ່ງເດືອນ ພາຍ​ໃຕ້ວັກ 301 ຂອງ​ກົດໝາຍ​ການ​ຄ້າ ສະບັບປີ 1974 ກ່ຽວກັບການ ​ປະຕິ​ບັດທາງດ້ານ​ການ​ຄ້າ​ຂອງ​ປັກ​ກິ່ງ.

ຈີນ ​ແມ່ນ​ໄດ້​ຖືກ​ພິຈາລະຈາ​ມາເປັນເວລາດົນນານແລ້ວ ​ໂດຍ​ຫຼາຍໆຄົນໃນປະຊາ​ຄົມນາໆຊາດວ່າ ​ແມ່ນ​ໄດ້ລະເມີດ ຫລັກການພື້ນຖານ ຂອງ​ການ​ຄ້າ​ໂລກ ​ເຖິງ​ແມ່ນ
​ວ່າ​ໄດ້​ເຂົ້າ​ຮ່ວມ​ຢູ່ໃນ​ອົງການ​ການ​ຄ້າ​ໂລກປີ 2001 ກໍ​ຕາມ.

ຈີນແມ່ນບໍ່​ໄດ້​ “ປະຕິບັດຕາມພັນທະ ພາຍໃຕ້ອົງການໆຄ້າໂລກ ທີ່ສະ​ເພາະ​
ເຈາະ​ຈົງ ຈຳນວນນຶ່ງ,”
ຊຶ່ງ​ເຈົ້າ​ໜ້າ​ທີ່ຈາກອົງການຜູ້ຕາງໜ້າທາງດ້ານການ​ຄ້າຂອງ
​ສະຫະລັດທ່ານນຶ່ງໄດ້ເລົ່າ​ເຖິງ​ເບື້ອງ​ຫຼັງ​ຄວາມ​ເປັນ​ມາຕໍ່​ພວກ​ນັກ​ຂ່າວຟັງ.

ການ​ຖະແຫຼງດັ່ງກ່າວແລະ​ການໃຫ້ຄວາມ​ເຫັນ​ຕ່າງໆ ທີ່ບໍ່​ແມ່ນສຳລັບນຳອອກເຜີຍແຜ່
ໂດຍ​ເຈົ້າ​ໜ້າ​ທີ່​ນັ້ນ ແມ່ນ​ເບິ່ງ​ກັນ​ວ່າ​ເປັນ​ສັນຍານ​ອັນ​ຈະ​ແຈ້ງ ທີ່ລັດຖະບານ​, ​ໃນ​ການ​
ຕອບ​ໂຕ້​ຕໍ່ບົດບັນທຶກ ເມື່ອວັນ​ທີ 14 ສິງຫາ​ ໂດຍ​ທ່ານ​ທຣຳນັ້ນ ແມ່ນ​ຕັ້ງ​ໃຈ ທີ່​ຈະ​ໃຊ້​
ວັກ 301 ​ເປັນ​ເຄື່ອງມື​ທາງດ້ານການຄ້າ.

ເທື່ອຫລ້າສຸດ ທີ່ໄດ້ມີການນຳໃຊ້ ແມ່ນໂດຍລັດຖະບານ ​ທ່ານ​ຄລິນ​ຕັນ ຕໍ່​ຍີ່ປຸ່ນ ​ເພື່ອ​
ເປີດ​ພາກສ່ວນ​ອຸດສາຫະກຳ​ລົດຍົນຂອງ​ປະ​ເທດດັ່ງກ່າວ.

ຈີນ​ແມ່ນ​ໄດ້​ “​ເອົາລັດເອົາ​ປຽບ” ສະຫະລັດ ຊຶ່ງທ່ານ​ທຣຳ ​ໄດ້​ກ່າວຢ້ຳກ່ຽວກັບ​ເລື່ອງ​
ດັ່ງກ່າວຫຼາຍ​ຄັ້ງ​ແລ້ວ ​ໃນ​ການ​ໃຫ້ຄວາມເຫັນ​ຕໍ່​ສາທາລະນະ​ ໃນ​ຂະນະ​ທີ່​ທ່ານ​ຕຳໜິ
ຕິຕຽນຢ່າງແຮງ ຕໍ່ຜູ້​ທີ່​ດຳລົງ​ຕຳ​ແໜ່​ງ​ຄົນກ່ອນ ທີ່ວ່າ ​ບໍ່​ເອົາ​ບາດກ້າວ​ໃດ​ໆ​ເລີຍ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG