ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຖືກ​ຟ້ອງ​ຮ້ອງ, ຖືກ​ຫ່າວ​ຫາ ກ່ຽວ​ກັບ ​​ການພະ​ຍາ​ຍາມ​ຕ່າວປີ້ນ​ ການ​ຜ່າຍ​ແພ້​ການ​ເລືອກ​ຕັ້ງ​ປີ 2020 ຢ່າງ​ຜິດ​ກົດ​ໝາຍ


ການ​ຟ້ອງ​ຮ້ອງ​ຕໍ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທີ່​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ທ່ານ​ໂດຍ​ກະ​ຊວງ​ຍຸ​ຕິ​ທຳ ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຕ່າວ​ປີ້ນ​ຜົນ​ການ​ເລືອກ​ຕັ້ງ 2020, 1 ສິງ​ຫາ 2023 ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ.
ການ​ຟ້ອງ​ຮ້ອງ​ຕໍ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ທີ່​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່​ທ່ານ​ໂດຍ​ກະ​ຊວງ​ຍຸ​ຕິ​ທຳ ສຳ​ລັບ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ທີ່​ຈະ​ຕ່າວ​ປີ້ນ​ຜົນ​ການ​ເລືອກ​ຕັ້ງ 2020, 1 ສິງ​ຫາ 2023 ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ຄະ​ນະ​ຕຸ​ລາ​ການ​ລັດ​ຖະ​ບານ​ກາງ​ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ອັງ​ຄານ​ວານນີ້​ໄດ້​ຟ້ອງ​ຮ້ອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ສຳ​ລັບ​ການ​ພະ​ຍາ​ຍາມ​ທີ່​ຜິດ​ກົດ​ໝາຍ​ເພື່ອ​ຕ່າວ​ປີ້ນ​ການ​ຜ່າຍ​ແພ້​ການ​ເລືອກ​ຕັ້ງ​ປີ 2020 ເພື່ອ​ຮັກ​ສາ​ອຳ​ນາດ​ໄວ້​ຄື​ເກົ່າ, ເຊິ່ງ​ເປັນ​ຄວາມ​ຫາ​ຍະ​ນະ​ທາງ​ດ້ານ​ກົດ​ໝາຍ​ຂອງ​ທ່ານ​ເພີ່ມ​ເຕີມ​ ໃນ​ຂະ​ນະ​ທີ່​ທ່ານ​ໂຄ​ສະ​ນາ​ຫາ​ສຽງ​ເພື່ອ​ຍາດ​ເອົາ​ຕຳ​ແໜ່ງ​ໃນ​ທຳ​ນຽບ​ຂາວ​ຄືນໃນ​ການ​ເລືອກ​ຕັ້ງ​ປີ 2024.

ການ​ຟ້ອງ​ຮ້ອງ​ທີ່​ຍືດ​ຍາວ​ສີ່​ກະ​ທົງ​ແມ່ນ​ຖືກ​ຮ່າງ​ຂຶ້ນ​ໂດຍ​ທີ່​ປຶກ​ສາ​ພິ​ເສດ​ຂອງ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ ແຈັກ
ສ​ມິດ ຫຼັງ​ຈາກ​ຄະ​ນະ​ຕຸ​ລາ​ການ​ໄດ້​ຟັງ​ການ​ໃຫ້​ການ ຫຼາຍ​ເດືອນ​ຈາກ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ທີ່​ສຸດ​ຈຳ​ນວນ​ນຶ່ງ​ຂອງ​ທ່ານ ທ​ຣຳ ແລະ ຄວາມ​ຊົງ​ຈຳ​ຂອງ​ເຂົາ​ເຈົ້າ​ ກ່ຽວ​ກັບ ວິ​ທີ​ທີ່​ທ່ານ ທ​ຣຳ ໄດ້​ພະ​ຍາ​ຍາມ ແລະ ບໍ່​ປະ​ສົບ​ຄວາມ​ສຳ​ເລັດ​ເພື່ອ​ຕ່າວ​ປີ້ນ​ການ​ຜ່າຍ​ແພ້​ຂອງ​ທ່ານ​ໃຫ້​ທ່ານ ໂຈ ໄບ​ເດັນ ສັງ​ກັດພັກ​ເດ​ໂມ​ແຄ​ຣັດ, ຜູ້​ທີ່​ໄດ້​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ໃນ​ເດືອນ​ມັງ​ກອນ 2021.

ການ​ຟ້ອງ​ຮ້ອງ​ຍາວ 45 ໜ້າ​ໄດ້​ກ່າວ​ຫາ​ວ່າ ທ່ານ ທ​ຣຳ ອາ​ຍຸ 77 ປີ​ໄດ້​ພົວ​ພັນ​ໃນ​ການ​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ສໍ້​ໂກງ ສະ​ຫະ​ລັດ, ຂົ່ມ​ຂູ່​ສິດ​ທິ​ຂອງ​ຜູ້​ອື່ນ ແລະ ຂັດ​ຂວາງ​ການ​ປະ​ຕິ​ບັດ​ງານ​ຂອງ​ສະ​ພາ, ເຊິ່ງ​ແມ່ນ​ການ​ນັບ​ຄະ​ແນນ​ສຽງ​ເພື່ອ​ຢັ້ງ​ຢືນ​ໄຊ​ຊະ​ນະ​ຂອງ​ທ່ານ ໄບ​ເດັນ ແລະ ການ​ຂັດ​ຂວາງ​ຕໍ່​ການ​ປະ​ຕິ​ບັດ​ງານ​ຂອງ​ເຈົ້າ​ໜ້າ​ທີ່, ການ​ນັບ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ໂດຍ​ລັດ​ຖະ​ສະ​ພາ​ໃນ​ວັນ​ທີ 6 ມັງ​ກອນ 2021, ໃນ​ຂະ​ນະ​ທີ່​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ 2,000 ຄົນ ໄດ້​ບຸກ​ເຂົ້າ​ໄປ​ໃນ​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໃນ​ການ​ປະ​ທ້ວງ​ທີ່​ຮຸນ​ແຮງ.

ມັນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ 247 ປີ​ຂອງ​ປະ​ເທດ​ທີ່​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຖືກ​ກ່າວ​ຫາ ກ່ຽວ​ກັບ ການ​ພະ​ຍາ​ຍາມ​ທີ່​ຜິດ​ກົດ​ໝາຍ​ເພື່ອ​ຢູ່​ໃນ​ຕຳ​ແໜ່ງ​ອີກ​ນຶ່ງ​ສະ​ໄໝ​ທີ່​ມີ​ສີ່​ປີ ແທນ​ທີ່​ຈະ​ໂອນ​ອຳ​ນາດ​ໃຫ້​ຜູ້​ສືບ​ທອດ​ຕຳ​ແໜ່ງ​ຢ່າງ​ສະ​ຫງົບ. ທ່ານ​ແມ່ນ​ຄາດ​ວ່າ​ຈະ​ໄປ​ປາ​ກົດ​ຕົວ​ຕໍ່​ໜ້າ​ຜູ້​ພິ​ພາກ​ສາ​ໃນ​ວັນ​ພະ​ຫັດ​ນີ້​ໃນ​ການ​ປາ​ກົດ​ຕົວ​ຕໍ່​ສານ​ຄັ້ງ​ທຳ​ອິດ​ໃນ​ຄະ​ດີ​ດັ່ງ​ກ່າວ.

ເຖິ​ງ​ປັດ​ຈຸ​ບັນ​ນີ້, ທ່ານ ທ​ຣຳ ໄດ້​ກ່າວ​ອ້າງ​ຢ່າງບໍ່​ຖືກ​ຕ້ອງວ່າ​ທ່ານ​ຖືກ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ເອົາ​ຕຳ​ແໜ່ງ​ຄືນ​ດ້ວຍ​ການ​ສໍ້​ໂກງ​ຄະ​ແນນ​ສຽງ ແລະ ຄວາມບໍ່​ປົກ​ກະ​ຕິ​ຂອງ​ການ​ເລືອກ​ຕັ້ງ​ອື່ນໆ, ແມ່ນ​ກະ​ທັ້ງຫຼັງ​ຈາກ​ຜູ້​ພິ​ພາກ​ສາຫຼາຍກວ່າ​ສິບ​ຄົນ​ໄດ້​ປະ​ຕິ​ເສດ​ການ​ກ່າວ​ອ້າງ​ຂອງ​ທ່ານ​ໃນຫຼາຍ​ອາ​ທິດຫຼັງ​ຈາກ​ການ​ເລືອກ​ຕັ້ງ​ປີ 2020 ກໍ່​ຕາມ.

ການ​ຟ້ອງ​ຮ້ອງ​ກ່າວ​ວ່າ, “ເຖິງ​ແມ່ນ​ໄດ້​ຜ່າຍ​ແພ້, ຈຳ​ເລີຍ​ແມ່ນ​ໄດ້​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ຍັງ​ຢູ່​ໃນ​ອຳ​ນາດ. ສະ​ນັ້ນ​ເປັນ​ເວ​ລາ​ດົນ​ກວ່າ​ສອງ​ເດືອນຫຼັງ​ຈາກວັນ​ເລືອກ​ຕັ້ງ​ໃນ​ວັນ​ທີ 3 ພະ​ຈິກ 2020, ຈຳ​ເລີຍ​ໄດ້​ເຜີຍ​ແຜ່​ຄວາມ​ຂີ້​ຕົວະ​ທີ່​ວ່າ​ມັນ​ໄດ້​ມີ​ການ​ກຳ​ນົດ​ຜົນ​ການ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ແລະ​ວ່າ​ແທ້​ຈິງ​ແລ້ວ​ທ່ານ​ໄດ້​ຊະ​ນະ.”

ການ​ຟ້ອງ​ຮ້ອງ​ເວົ້າ​ວ່າ “ການ​ກ່າວ​ອ້າງ​ທີ່​ວ່ານີ້​ແມ່ນ​ຜິດ, ແລະ ຈຳ​ເລີຍ​ຮູ້​ວ່າ​ມັນ​ບໍ່​ແມ່ນ​ແທ້. ແຕ່​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ, ທ່ານ ທ​ຣຳ “ຢ່າງ​ໃດ​ກໍ່​ຕາມ​ໄດ້​ເຜີຍ​ແຜ່​ມັນ​ຢ່າງ​ຊ້ຳ​ແລ້​ວ​ຊ້ຳ​ອີກ ແລະ ຢ່າງກວ້າງ​ຂວາງ ເພື່ອ​ເຮັດ​ໃຫ້​ການ​ກ່າວ​ອ້າງ​ທີ່​ຮູ້​ວ່າບໍ່​ເປັນ​ຄວາມ​ຈິງ​ຂອງ​ທ່ານ​ປາ​ກົດ​ວ່າ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ສ້າງ​ບັນ​ຍາ​ກາດ​ທີ່​ຕຶງ​ຄຽດ​ທົ່ວ​ປະ​ເທດ ກ່ຽວ​ກັບ ຄວາມບໍ່​ໄວ້​ໃຈ ແລະ ໂມ​ໂຫ, ແລະ ທຳ​ລາຍ​ຄວາມ​ເຊື່ອ​ຖື​ຂອງ​ສາ​ທາ​ລະ​ນະ​ໃນ​ການ​ບໍ​ລິ​ຫານ​ການ​ເລືອກ​ຕັ້ງ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG