ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ເດີນທາງ ໄປຂອບໃຈ ທີ່ບໍລິສັດ Carrier ຕົກລົງ ບໍ່ຍ້າຍໄປ ເມັກຊິໂກ


ປະທານາທິບໍດີ ສະຫະລັດ ທີ່ໄດ້ຮັບເລືອກໃໝ່ ທ່ານ Donald Trump ກ່າວຖະແຫລງ ໃນຂະນະທີ່ຮອງປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Mike Pence ຜູ້ປົກຄອງລັດ Indiana ຢືນຢູ່ຄຽງຂ້າງ ໃນລະຫວ່າງການຊຸມນຸມ ໂຄສະນາຫາສຽງ, ວັນທີ 7 ພະຈິກ 2016, ໃນເມືອງ Manchester ລັດ New Hampshire, ຊຶ່ງໃນວັນພະຫັດມື້ນີ້ ທັງສອງທ່ານ ຈະໄປຢ້ຽມຢາມ ລັດ Indiana ແລະ ລັດ Ohio ໃນ "ການເດີນທາງເພື່ອຂອບໃຈ."
ປະທານາທິບໍດີ ສະຫະລັດ ທີ່ໄດ້ຮັບເລືອກໃໝ່ ທ່ານ Donald Trump ກ່າວຖະແຫລງ ໃນຂະນະທີ່ຮອງປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Mike Pence ຜູ້ປົກຄອງລັດ Indiana ຢືນຢູ່ຄຽງຂ້າງ ໃນລະຫວ່າງການຊຸມນຸມ ໂຄສະນາຫາສຽງ, ວັນທີ 7 ພະຈິກ 2016, ໃນເມືອງ Manchester ລັດ New Hampshire, ຊຶ່ງໃນວັນພະຫັດມື້ນີ້ ທັງສອງທ່ານ ຈະໄປຢ້ຽມຢາມ ລັດ Indiana ແລະ ລັດ Ohio ໃນ "ການເດີນທາງເພື່ອຂອບໃຈ."

ປະທານາທິບໍດີ ສະຫະລັດ ທີ່ໄດ້ຮັບເລືອກໃໝ່ ທ່ານ Donald Trump ພວມເລີ່ມດຳ ເນີນການ ​ໃນອັນທີ່ທ່ານເອີ້ນວ່າ “ການເດີນທາງເພື່ອຂອບໃຈ” ໃນວັນພະຫັດ ມື້ນີ້ ໃນແບບ​ໂຮມຊຸມນຸມໂຄສະນາຫາສຽງ ຢູ່ທີ່​ເມືອງ Cincinnati ລັດ Ohio ຫຼັງຈາກ ທີ່ ທ່ານໄປປາກົດໂຕ ຢູ່ທີ່ລັດ Indiana ຫຼາຍຊົ່ວໂມງ ເພື່ອກ່າວ​ເຖິງຂໍ້ຕົກລົງ ກັບບໍລິສັດ Carrier ທີ່ຜະລິດເຄື່ອງປັບ​ອາກາດ ໃຫ້ຮັກສາວຽກງານປະມານ 1,000 ໜ້າວຽກ ໄວ້ ໃນລັດດັ່ງກ່າວ.

ລັດ Ohio ເປັນລັດໜຶ່ງທີ່ສຳຄັນ ໃນການລົງຄະແນນສຽງ ທີ່ໄດ້ຊ່ອຍໃຫ້ທ່ານ ທຣຳ ໄດ້ຮັບໄຊຊະນະ ຕໍ່ຄູ່ແຂ່ງອະດີດລັດຖະມົນຕີການຕ່າງປະເທດທ່ານນາງ Hillary Clinton. ທ່ານທຣຳ ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບວ່າ ບ່ອນໃດອີກ ທີ່ທ່ານຈະເດີນ ທາງໄປ ແຕ່ບ່ອນຢຸດແວ່ອີກຫຼາຍແຫ່ງ ແມ່ນຄາດກັນວ່າ ຈະມີຂຶ້ນ ໃນສອງສາມ
ສັບປະດາ ຂ້າງ​ໜ້ານີ້.

ພວກເຄື່ອງປັບອາກາດ ຢອງກັນຂຶ້ນເປັນແຖວ ຢູ່ນອກ ໂຮງງານຂອງບໍລິສັດ Carrier ໃນນະຄອນ Indianapolis, ວັນທີ 30 ພະຈິກ 2016.
ພວກເຄື່ອງປັບອາກາດ ຢອງກັນຂຶ້ນເປັນແຖວ ຢູ່ນອກ ໂຮງງານຂອງບໍລິສັດ Carrier ໃນນະຄອນ Indianapolis, ວັນທີ 30 ພະຈິກ 2016.

ຢູ່ໃນລັດ Indiana ທ່ານທຣຳ ແລະ ຮອງປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ
Mike Pence ແມ່ນມີກຳນົດ ຈະໄປຢ້ຽມຢາມ ໂຮງງານຂອງບໍລິສັດ Carrier ຢູ່ໃນ ນະຄອນ Indianapolis ແລະ ຈະກ່າວປະກາດແບບເປັນທາງການ ກ່ຽວກັບ ຂໍ້ຕົກລົງ ທີ່ຈະຮັກສາວຽກງານໄວ້ ໃນລັດຢູ່ທາງພາກກາງກ້ຳຕາເວັນຕົກ ແທນທີ່ຈະຍົກຍ້າຍ ວຽກງານເຫຼົ່ານັ້ນ ໄປຍັງປະເທດ Mexico.

ບໍລິສັດ Carrier ຊຶ່ງເປັນໜ່ວຍງານໜຶ່ງ ຂອງອຸດສາຫະກຳ ແລະ ເປັນກຸ່ມບໍລິສັດເຄືອ ຂ່າຍ ດ້ານການທະຫານ ຂອງບໍລິສັດ United Technologies. ໄດ້ກ່າວເມື່ອຕົ້ນປີນີ້
ວ່າ ຕົນຈະຍົກຍ້າຍທຸລະກິດຂອງບໍລິສັດ ໃນລັດ Indiana ເພື່ອເປັນການປະຢັດຄ່າ ໃຊ້ຈ່າຍ. ບໍລິສັດນີ້ ໄດ້ກ່າວໃນຖະແຫລງການ ສະບັບໜຶ່ງ ໃນວັນພຸດວານນີ້ ວ່າປັດໃຈ ທັງຫຼາຍ ທີ່ເຮັດໃຫ້ຕົນຕັດສິນໃຈ ທີ່ຈະຢູ່ໃນລັດຕໍ່ໄປ ປະກອບດ້ວຍ ສິ່ງຈູງໃຈ ໃນດ້ານ ການເງິນ ຈາກລັດ Indiana ແລະ ການໃຫ້ຄຳໝັ້ນສັນຍາ ຈາກຄະນະລັດຖະບານ ຂອງປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານທຣຳ ຜູ້ທີ່ຈະເຂົ້າມາເປັນປະທານາທິບໍດີ
ທີ່ວ່າ ຈະ “ສ້າງບັນຍາກາດທີ່ດີກວ່າເກົ່າ ໃຫ້ມີການແຂ່ງຂັນ ຫຼາຍກວ່າເກົ່າ ໃນ ການດຳເນີນທຸລະກິດ.”

​ໂດຍ​ສະ​ເພາະ​ແລ້ວ ບໍລິສັດ Carrier ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ສືບ​ຕໍ່​ຜະລິດ ​ເຕົາ​ແກັສຢູ່​ທີ່​ນະຄອນ Indianapolis ​ແລະ​ຈະ​ຮັກສາ​ພວກ​ວິສະວະກອນ ​ແລະພະນັກງານ​ຂອງ​ບໍລິສັດ​ໄວ້​ທີ່​ນັ້ນຄື​ກັນ.

​ແຕ່​ທັງ​ບໍລິສັດ Carrier ​ແລະ​ທ່ານ​ທຣຳ ຕ່າງ​ກໍ​ບໍ່​ໄດ້​ໃຫ້ລາຍ​ລະອຽດ​ໃດໆ ​ເຊັ່ນ​ວ່າ​
ມີ​ການ​ນຳ​ໃຊ້​ການ​ຂົ່ມຂູ່​ ຫລື ​ການ​ໃຫ້​ສິນ​ນ້ຳ​ໃຈ ​ແບບ​ໃດ ທີ່ບໍລິສັດ Carrier ຈຶ່ງປ່ຽນ​ໃຈ
ຫຼື ວ່າ​ບໍລິສັດ United Technologies ຈະ​ຍົກຍ້າຍ​ວຽກ​ງານ​ອື່ນໆ​ ​ຈາກ​ໂຮງງານ​ອີກ
​ແຫ່ງ​ນຶ່ງ​ ໃນ​ນະຄອນ Indianapolis ​ໄປ​ເມັກ​ຊິ​ໂກ.

ທ່ານ​ທຣຳອາດ​ມີ​ສິດ​ຕໍ່​ລອງ​ບາງ​ຢ່າງ​ ກັບ​ບໍລິສັດ United Technologies ຊຶ່ງ​ຍັງ
​ເປັນ​ເຈົ້າ​ຂອງ​ຂາຍ​ເຄື່ອງ​ຈັກ ​ເຮືອ​ບິນ​ລົບ​ອາຍ​ພົ່ນ ​ແລະ​ສ່ວນ​ນຶ່ງ​ແມ່ນ​ກາງ​ຕໍ່ ການ
​ໄດ້​ຮັບ​ສັນຍາ​ ກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ​ ຂອງ​ສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Carrier Trump
please wait
Embed

No media source currently available

0:00 0:01:59 0:00

XS
SM
MD
LG