ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ກ່າວ​ວ່​າ ທະ​ຫານ ຫຼາຍ​ເຖິງ 15 ພັນ​ຄົນ ອາດ​ຖືກ​ສົ່ງ ໄປ​ຊາຍ​ແດນ ເມັກ​ຊິ​ໂກ


ຮູບ​ທີ່​ສ​ະ​ໜອງ ໂດຍກອງ​ທັບ​ອາ​ກາດ ສ​ຫລ ເມື່ອ​ວັນ​ທີ 29 ຕຸ​ລາ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ ກຳ​ລັງ​ສາ​ລະ​ວັດ​ທະ​ຫານ ພ້ອມ​ທີ່ ຈະ​ຂຶ້ນ​ເຮືອ​ບິນ​ຂົນ​ສົ່ງ C-130J ໄປ​ປະ​ຕິ​ບັດ​ງານ ເພື່ອ​ຊ່ວຍ ສະ​ກັດ​ກັ້ນ ຂະ​ບວນ​ຄົນ​ເຂົ້າ​ເມືອງ ຈາກ​ອາ​ເມ​ຣິ​ກາ​ກາງ.
ຮູບ​ທີ່​ສ​ະ​ໜອງ ໂດຍກອງ​ທັບ​ອາ​ກາດ ສ​ຫລ ເມື່ອ​ວັນ​ທີ 29 ຕຸ​ລາ​ຜ່ານ​ມາ ສະ​ແດງ​ໃຫ້​ເຫັນ ກຳ​ລັງ​ສາ​ລະ​ວັດ​ທະ​ຫານ ພ້ອມ​ທີ່ ຈະ​ຂຶ້ນ​ເຮືອ​ບິນ​ຂົນ​ສົ່ງ C-130J ໄປ​ປະ​ຕິ​ບັດ​ງານ ເພື່ອ​ຊ່ວຍ ສະ​ກັດ​ກັ້ນ ຂະ​ບວນ​ຄົນ​ເຂົ້າ​ເມືອງ ຈາກ​ອາ​ເມ​ຣິ​ກາ​ກາງ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ອາດ​ຈະສົ່ງ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ຫຼາຍ​ເຖິງ 15,000 ຄົນ ໄປ​ຍັງ​ຊາຍ​ແດນ​ເມັກ​ຊິ​ໂກ ເພື່ອສະ​ກັດ​ກັ້ນຂະ​ບວນ​ຄົນ​ເຂົ້າ​ເມືອງ​ຈາກ​ອາ​ເມ​ຣິ​ກາ​ກາງ ຊຶ່ງ​ຫຼາຍໆ​ຄົນ​ໃນ​ຈຳ​ນວນ​ດັ່ງ​ກ່າວ​ ແມ່ນຕ້ອງ​ການ​ຂໍ​ລີ້​ໄພ ບໍ່​ໃຫ້​ຂ້າມ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ.

ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ເຖິງ​ພວກ​ຄົນ​ເຂົ້າ​ເມືອງ​ຈຸນີ້ ຫຼັງ​ຈາກ​ກ່ອນ​ໜ້ານັ້ນ ​ເອີ້ນ ພວກ​ເຂົາ​ເຈົ້າ​ວ່າ “ມັນ​ເປັນ​ກຸ່ມ​ຄົນ​ທີ່​ອັນ​ຕະ​ລາຍ ເປັນ​ສະ​ມາ​ຊິ​ກຸ່ມ​ອັນ​ທະ​ພານ ແລະ​ແກັ່ງ​ຕ່າງໆ.”

ແຕ່​ແມ່​ຍິງ​ຄົນ​ນຶ່ງ ຈາກ​ແອ​ລ​ຊາ​ລ​ວາ​ດໍ ແລະ​ເປັນ​ສ່ວນ​ນຶ່ງ​ຂອງ​ຂະ​ບວນ​ຄົນ​ເຂົ້າ​ເມືອງ​ທີ່​ມຸ່ງ​ໜ້າ​ຂຶ້ນ​ເໜືອມາ​ຍັງ​ສະ​ຫະ​ລັດ ​ກ່າວ​ວ່າ ນາງ​ຢາກ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີທ​ຣຳ​ຮູ້​ວ່າ ນາງ​ແລະ​ບຸກ​ຄົນ​ອື່ນໆ​ໃນ​ຂະ​ບວນ ບໍ່​ແມ່ນ “ພວກ​ຄົນ​ບໍ່​ດີ.”

ນາງ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ບໍ່​ແມ່ນ​ໄປ​ທີ່ນັ້ນ ເພື່ອ​ລັກ​ຂະ​ໂມຍ ຫຼື​ເຮັດ​ໃຫ້​ຜູ້​ໃດ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ. ພວກ​ເຮົາ​ຢາກ​ເຮັດ​ວຽກໂດຍ​ໃຊ້​ມືທີ່​ທຸກ​ຍາກ​ຂອງ​ພວກເຮົາ ດ້ວຍ​ຢາດ​ເຫື່ອ ແລະ​ຫາ​ເງິນ​ເລັກໆ​ນ້ອຍໆ. ພວກ​ເຮົາ​ສວດ​ມົນ​ພາ​ວະ​ນາຂໍ​ໃຫ້​ພະ​ເຈົ້າ​ປະ​ທານ​ໃຫ້​ພວກ​ເຮົາ​ໄປ​ເຖິງ​ທີ່ນັ້ນ ແລະ​ກໍ​ຫາ​ວຽກ​ການ​ເຮັດ​ໄດ້.”

ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ຫລ ທ່ານ​ຈິມ ແມັດ​ຕິ​ສ
ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ​ຫລ ທ່ານ​ຈິມ ແມັດ​ຕິ​ສ

ຈຳ​ນວນ​ທະ​ຫານ​ 15,000 ຄົນ ຂອງ​ທ່ານ​ທ​ຣຳ ແມ່ນ​ສູງກວ່າ​ຈຳ​ນວນ​ທະ​ຫານ 5,200 ຄົນ ທີ່​ທຳ​ນຽບ​ຫ້າ​ແຈ​ໄດ້​ສົ່ງ​ໄປ​ເຂດ​ຊາຍພ້ອມ​ກັບ​ກຳ​ລັງ​ຮັກ​ສາ​ດິນ​ແດນ

2,100 ຄົນ ທີ່​ປະ​ຈຳ​ການ​ຢູ່​ທີ່ນັ້ນ​ແລ້ວ. ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະຫະ​ລັດ ແຈ້ງ​ໃຫ້​ວີ​ໂອ​ເອ​ຊາບ​ວ່າ ທະ​ຫານ​ໃນ​ຈຳ​ນວນ​ຕື່ມ​ອີກ ​ປະ​ມານ 2,000 ຄົນ​ຈະ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ກຽມ​ພ້ອມ ເພື່ອໄປ​ຊ່ວຍ​ພວກ​ທະ​ຫານ​ທີ່​ຖືກ​ສັ່ງ​ການ​ໃຫ້ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ໃນ​ເຂດ​ຊາຍ​ແດນ.

ດ້ວຍ​ເຫດນີ້​ຈຶ່ງ​ຈະ​ເຮັດ​ໃຫ້​ຈຳ​ນວນ​ທະ​ຫານ​ຖືກ​ສົ່ງ​ໄປ​ປະ​ຈຳ​ການ​ຢູ່​ໃນ​ເຂດ​ຊາຍ​ແດນ​ທາງ​ໃຕ້​ຂອງ​ສະ​ຫະ​ລັດ ຫຼາຍກວ່າ​ຈຳ​ນວນ​ທະ​ຫານ​ອາ​ເມ​ຣິ​ກັນທີ່​ກຳ​ລັງ​ສູ້​ລົບ​ກັບ​ພວກ​ກໍ່​ການ​ຮ້າຍ​ຢູ່​ໃນ​ອີ​ຣັກ ​ແລະ​ຊີ​ເຣຍ. ມີ​ທະ​ຫານ​ອາ​ເມ​ຣິ​ກັນ​ປະ​ມານ14,000 ຄົນ ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ.

ລັດ​ຖະ​ມົນ​ຕີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ຈິມ ແມັດ​ຕິ​ສ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ທຳ​ນຽບ​ຫ້າ​ແຈ ໂດຍ​ປະ​ຕິ​ເສດ​ວ່າ ການ​ສົ່ງ​ກຳ​ລັງ​ທະ​ຫານ​ໄປປະ​ຈຳ​ຢູ່​ເຂດ​ຊາຍ​ແດນນັ້ນວ່າເປັນ​ການ​ສະ​ແດງ​ໂລດ​ໂຜນ​ເພື່ອ​ສ້າງ​ຄວາມ​ສົນໃຈ​ທາງ​ການ​ເມືອງ ເພື່ອ​ຊ່ວຍ​ພັກ​ຣີ​ພັບ​ບ​ລີ​ກັນ ໃນ​ການ​ເລືອກ​ຕັັ້ງ​ກາງ​ສະ​ໄໝຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ອາ​ທິດ​ໜ້ານີ້.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG