ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​​​​ຜູ້​ພິພາກສາ ​​ຕັດສິນ​ວ່າ ປ. ທຣຳ ບໍ່​ສາມາດ ກີດກັນ ຄວາມ​ຄິດ​ເຫັນ​ຕ່າງໆ ​ໃນທວິດ​ເຕີ


ພາບທີ່ຖ່າຍຈາກໜ້າທວິດເຕີ ຂອງທ່ານທຣຳ
ພາບທີ່ຖ່າຍຈາກໜ້າທວິດເຕີ ຂອງທ່ານທຣຳ

ຜູ້​ພິພາກສາສານ​ສະຫະລັດທ່ານ​ນຶ່ງ ​ໄດ້​ຕັດສິນ​ໃນ​ວັນ​ພຸດ​ວານ​ນີ້ວ່າ ປະທານາທິບໍດີ
ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ບໍ່​ສາມາດ​ກີ​ດກັນ ຄວາມ​ຄິດ​ເຫັນ​ຕ່າງໆ ທີ່ຕ້ອງຕິທ່ານ​
ແລະ​ນະ​ໂຍບາຍ​ຂອງ​ທ່ານ ​ໂດຍໄດ້ຕອບໂຕ້ຕໍ່ການ​ຂຽນ​ລົງ​ໃນ​ທວິດ​ເຕີ​ນັ້ນ.

ຜູ້​ພິພາກສານາວ​ມີ ຣີສ ບັກ​ວາລດ໌ ​ໄດ້​ຕັດສິນ​ວ່າ ຄວາມ​ຄິດ​ເຫັນ​ຕ່າງໆ ທີ່​ໂຕ້​ຕອບ
ຕໍ່​ທ່ານ​ທຣຳ ​ໃນ​ສື່​ສັງຄົມ​ທີ່​ນິຍົມ ​ແມ່ນ​ເປັນ​ສຽງ​ທີ່​ສະ​ແດງ​ອອກ ​ຊຶ່ງ​ຄວາມ​ຄິດ​ເຫັນ​
ຂອງພວກ​ເຂົາ​ເຈົ້າ ​ແລະ​ວ່າ ຖ້າ​ຫາກ​ວ່າ ທ່ານ​ທຣຳ ​ໄດ້​ກີດ​ກັນ​ພວກ​ເຂົາ​ເຈົ້າ​ແລ້ວ
​ນັ້ນທ່ານແມ່ນ​ໄດ້​ລະ​ເມີດ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ ທີ່​ຄ້ຳປະ ກັນສິດ​ເສ​ລິ​ພາບ​
ໃນ​ການ​ປາກ​ເວົ້າ.

ທ່ານ​ນາງ ​ໄດ້​ກ່າວ​ວ່າ “ພື້ນ​ທີ່​ຕອບ​ໂຕ້​ກັນ” ບ່ອນ​ທີ່​ພວກ​ຊົມ​ໃຊ້​ທວິດ​ເຕີ ​ແມ່ນ​ສາມາດ
​ທີ່​ຈະ​ໂຕ້​ຕອບ​ໂດຍ​ກົງ ກັບ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ທຣຳ ​ໃນ​ແຕ່​ລະມື້ ກ່ຽວກັບ​ບັນຫາ
​ຕ່າງໆ ທັງ​ໃຫຍ່​ແລະ​ນ້ອຍ ທີ່​ໄດ້​ກຳໜົດ​ໄວ້​ ໃນ​ອັນ​ທີ່​ເອີ້ນ​ວ່າ “ພື້ນ​ທີ່​ສົນທະນາ​ສາທາ
ລະນະ ທີ່ໄດ້​ຈັດ​ຂຶ້ນ​ໂດຍສານ​ສູງ​ສຸດນັ້ນ.”
ທ່ານ​ນາງບັກ​ວາລດ໌ ​ໄດ້ກ່າວ​ວ່າ ການ​ກີດ
​ກັນພວກ​ຕິ​ຊົມ​ທັງຫຼາຍ ຈະເປັນ​ “ການກີດ​ກັນມຸມ​ມອງ” ​ທາງ​ການ​ເມືອງ ​ແລະ​ລັດຖະ
ທຳ​ມະນູນ ໂດຍ​ການລະ​ເມີດ ບົດແກ້ໄຂທີ 1 ຂອງລັດຖະທຳ​ມະນູນສະຫະລັດ.

1 ໃນ 7 ຄົນ​ຂອງ​ພວກ​ທີ່​ຕິ​ຊົມ​ທ່ານ​ທຣຳ ​ຊຶງບັນຊີໄດ້ຖືກ​ກີດ​ກັນ ​ແລະ​ຕໍ່​ມາ​ໄດ້ຟ້ອງ​ຮ້ອງ
​ໄດ້​ນຳ​ອອກ​ເຜີຍ​ແຜ່ ​ເ​ວີ​ດີ​ໂອ​ສັ້ນໆ​ຂອງ​ພະ​ສັນ​ຕະປະ​ປາ​ຟຣານຊິ​ສ ເຫຼືອບ​ເບິ່ງທ່ານ​
ທຣຳ ດ້ວຍ​ທ່າທາງ​ແບບ​ມີ​ບັນຫາ, ຊຶ່ງ​ນາງ ​ໄດ້​ຂຽນ​ຢູ່​ດ້ານ​ເທິງ​ນັ້ນ​ວ່າ “ນີ້​ແມ່ນແບບ​ວ່າ ​
ເກືອບທັງ​ໂລກ​ຈະເບິ່ງເຈົ້າ​ແບບ​ນີ້.”

ຄວາມ​ຄິດ​ເຫັນ​ທີ່​ວ່າ​ນີ້ ​ແມ່ນຍັງອ່ອນຢູ່ ​ໂດຍ​ປຽບທຽບ​ໃສ່​ກັບ​ວ່າ ມີ​ອີກ​ຫຼາຍໆ​ຄຳ​ຕຳ​ໜິ
ທີ່​ໂຕ້​ຕອບ​ ຈຳນວນ​ 6 ຄັ້ງ ຫຼື​ຫຼາຍ​ກວ່າ​ນັ້ນ ທີ່ທ່ານ​ທຣຳ ​ໄດ້​ຂຽນລົງ​ທວິດ​ເຕີ ​ໃນ​ມື້​ນັ້ນໆ.

​ໃນ​ຖານະ​ທີ່​ເປັນ​ໄອ​ຍະ​ການ​ພິ​ເສດ ທ່ານໂຣ​ເບີດ ມັລ​ເລີ ຍັງ​ສືບ​ຕໍ່​ການ​ສືບສວນ​ມາ​ເປັນ
​ເວລາ​ປີກ​ວ່າ​ແລ້ວ ​ເຂົ້າ​ໃນ​ການ​ແຊກ​ແຂງ​ຂອງຣັດ​ເຊຍ ຕໍ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ
​ສະຫະລັດ ​ປີ 2016 ທີ່​ມີ​ຈຸດປະສົງ​ຊ່ອຍ​ໃຫ້​ທ່ານ​ທຣຳ ​ໄດ້​ຊະນະ ​ຫຼື​ບໍ່ ​ແລະທ່ານ​ໄດ້ຂັດ
ຂວາງຫຼືບໍ່ຕໍ່ຂັ້ນຕອນຍຸຕິ​ທຳເພື່ອທັບມ້າງການສືບ ສວນ, ພວກ​ທີ່​ຕິໜິຕິຕຽນ​ທ່ານ ​
ແມ່ນ​ວາດ​ພາບ​ທ່ານ​ທຣຳ ​ແລະ​ຄອບ​ຄົວ​ຂອງ​ທ່ານ ​ຕິດຄຸກ ​ໃສ່​ກັບ​ມື ຫຼື​ບໍ່ ກໍ​ນຳ​ຮູບ​ກາ​ຕູນ
ດູ​ຖູ​ກ ຖາກ​ຖາງທ່ານ.

ພວກ​ທີ່ສະໜັບສະໜຸນ​ທ່ານ​ທຣຳ ​ແມ່ນ​ໄດ້​ວາດ​ພາບ​ອີກ​ແບບ​ນຶ່ງ ດ້ວຍ​ຄວາມ​ເຫັນ​ຕ່າງໆ
ໂດຍ​ກ່າວ​ວ່າ ທ່ານ​ທຣຳແມ່ນ​ວິລະ​ບຸລຸດ​ອາ​ເມຣິກັນ ທີ່​ຈະ​ຖືກ​ເລືອກ​ຕື່ມອີກ​ສະ​ໄໝນຶ່ງ ​
ໃນ​ປີ 2020.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG