ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທ​ຣຳ ຍົກ​ເລີກ ​ກອງ​ປະ​ຊຸມ ກັບທ່ານ ປູ​ຕິນ ຍ້ອນ​ຣັດ​ເຊຍ ​ຍຶດເອົາ ກ່ຳ​ປັ່ນ ຂອງ​ຢູ​ເຄ​ຣນ 3 ລຳ


ພາບ​ທີ່​ສະ​ແດງ​ໃຫ້​ເຫັນ ທ່ານປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຣັດ​ເຊຍກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ນັກ​ຂ່າວ ​ໃນ​ມົ​ສ​ກູ, ​ວັນ​ທີ 17 ທັນ​ວາ 2015 ແລະ ປ. ດໍ​ໂນ​ລ ທ​ຣຳ ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ນັກ​ຂ່າວ ໃນ​ວັນ​ທີ 23 ມີ​ນາ 2018 ຢູ່​ທຳ​ນຽບ​ຂາວ
ພາບ​ທີ່​ສະ​ແດງ​ໃຫ້​ເຫັນ ທ່ານປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຣັດ​ເຊຍກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ນັກ​ຂ່າວ ​ໃນ​ມົ​ສ​ກູ, ​ວັນ​ທີ 17 ທັນ​ວາ 2015 ແລະ ປ. ດໍ​ໂນ​ລ ທ​ຣຳ ກ່າວ​ຢູ່​ໃນ​ກອງ​ປະ​ຊຸມ​ນັກ​ຂ່າວ ໃນ​ວັນ​ທີ 23 ມີ​ນາ 2018 ຢູ່​ທຳ​ນຽບ​ຂາວ

ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເລີ້ມ​ຕົ້ນ​ການ​ປະ​ຊຸມ​ເປັນ​ເວ​ລາ​ສອງ
ວັນ ກັ​ບບັນ​ດາ​ຜູ້​ນຳ​ຂອງ​ໂລກ ໃນ​ວັນ​ສຸກມື້ນີ້ ຢູ່​ນະ​ຄອນ​ຫລວງ​ຂອງ​ອາ​ເຈັນ​ຕິ​ນາທີ່​
ເປັນ​ເຈົ້າ​ພາບ ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຂອງກຸ່ມ​ຈີ 20 ​ຫຼື 20 ປະ​ເທດທີ່​ມີ​ເສດ​ຖະ​ກິດ
​ນຳ​ໜ້າ​ຂອງໂລກ. ແຕ່​ວ່າ ຄູ່​ຕຳ​ແໜ່ງ​ທ່ານນຶ່ງ ທີ່​ປາ​ກົດ​ວ່າ ທ່ານ​ຈະ​ບໍ່​ມີ​ການພົບ​ປະ​ນຳ
ກໍ ​ຄື​ທ່ານ ວ​ລາ​ດິ​ເລຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຣັດ​ເຊຍ.

"ອີງ​ຕາມ​ຄວາມ​ເປັນ​ຈິງ ​ທີ່ຣັດ​ເຊຍ​ ຍັງ​ບໍ່​ທັນ​ໄດ້​ເອົາກ່ຳ​ປັ່ນ ແລະພວກທະ​ຫານ​ເຮືອ
ເຫລົ່າ​ນັ້ນ ​ຄືນ​ໃຫ້​ແກ່​ຢູ​ເຄ​ຣນ, ຂ້າ​ພະ​ເຈົ້າ​ໄດ້ຕັດ​ສິນ​ໃຈ​ວ່າ ​ຈະ​ເປັນ​ການ​ດີ​ທີ່​ສຸດ ທີ່
​ທຸກ​ຝ່າຍ​ກ່ຽວ​ຂ້ອງ​ ຍົກ​ເລີກກອງ​ປະ​ຊຸມ​ຢູ່​ອາ​ເຈັນ​ຕິ​ນາ ທີ່​ຂ້າ​ພະ​ເຈົ້າ​ໄດ້​ກຳ​ນົດ​ໄວ້​ໃນ​
ເມື່ອ​ກ່ອນ...," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳ ທີ່​ຂຽນຢູ່​ໃນ​ທວີດ​ເຕີຢູ່​ເທິງ​ເຮືອ​ບິນ​ປະ​ຈຳ
​ຕຳ​ແໜ່ງ Air Force One ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ໄປ​ຍັງ​ນະ​ຄອນ​ຫລວງ​ບູ​ແອ​ນົ​ສ
ແອ​ເຣັ​ສ ໃນ​ວັນ​ພະ​ຫັດ​ວານນີ້.

ທ່ານ​ກ່າວ​ເພີ້ມ​ອີກວ່າ "ຂ້າ​ພະ​ເຈົ້າ​ຫວັງ​ວ່າຈະ​ມີ​ກອງ​ປະ​ຊຸມ​ສຸດຍອດ ທີ່​ເຕັມ​ໄປ​ດ້ວຍ
​ຄວາມ​ໝາຍ​ອີກ ເມື່ອ​ໃດ​ສະ​ພາບ​ການນີ້ ​ຫາກ​ໄດ້​ຮັບ​ການ​ແກ້​ໄຂ.”

ທ່ານ​ທ​ຣຳ ມີ​ກຳ​ນົດ​ທີ່​ຈະ​ພົບ​ປະ​ກັບ​ທ່ານ ປູ​ຕິນ​ເປັນ​ເວ​ລາ​ສອງ​ຊົ່ວ​ໂມງ ຢູ່​ທີ່ນັ້ນ ເຖິງ​
ແມ່ນ​ວ່າ ຈະ​ມີ​ການ​ຕຳ​ໜິ​ຢ່າງ​ໜັກຢູ່​ໃນ​ສະ​ຫະ​ລັດ ແລະ​ໃນ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ​
ຢູ່​ໃນ​ອົງ​ການ​ເນ​ໂຕ້​ກໍ​ຕາມ ພາຍ​ຫລັງ​ທີ່​ມົ​ສ​ກູ​ໄດ້​ຍຶດ​ເອົາ​ກ່ຳ​ປັ່ນ​ຂອງ ຢູ​ເຄ​ຣນ 3 ລຳ
ແລະ​ລູກ​ເຮືອ​ຢູ່ຊ່ອງ​ແຄບເຄີຣຈ໌ ທີ່ພວມ​ເດີນ​ທາງໄປຍັງ​ເມືອງ ທ່າ ມາຣີຢູໂປລ ຂອງ
ຢູເຄຣນ ຢູ່ໃນທະເລອາຊັອຟນັ້ນ.

​ກ່ຳ​ປັ່ນ​ຂອງຢູ​ເຄ​ຣນ 3 ລຳ ແລະ​ລູກ​ເຮືອ ທີ່​ຖືກ​ຍຶດ​ໂດຍ​ຣັດ​ເຊຍ ​ຢູ່ຊ່ອງ​ແຄບເຄີຣຈ໌ ທີ່ພວມ​ເດີນ​ທາງໄປຍັງ​ເມືອງ ທ່າ ມາຣີຢູໂປລ ຂອງ ຢູເຄຣນ ຢູ່ໃນທະເລອາຊັອຟ
​ກ່ຳ​ປັ່ນ​ຂອງຢູ​ເຄ​ຣນ 3 ລຳ ແລະ​ລູກ​ເຮືອ ທີ່​ຖືກ​ຍຶດ​ໂດຍ​ຣັດ​ເຊຍ ​ຢູ່ຊ່ອງ​ແຄບເຄີຣຈ໌ ທີ່ພວມ​ເດີນ​ທາງໄປຍັງ​ເມືອງ ທ່າ ມາຣີຢູໂປລ ຂອງ ຢູເຄຣນ ຢູ່ໃນທະເລອາຊັອຟ

ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ, ທ່ານ​ນາງ ຊາ​ຣາ ແຊັນ​ເດີ​ສ໌ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ຢູ່​ເທິງ
​ເຮືອ​ບິນປະ​ຈຳ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ Air Force One ວ່າ ການ​ຕັດ​ສິນ​ໃຈ​ໃນ​ຂັ້ນ​
ສຸດ​ທ້າຍ​ທີ່ຈະ​ຍົກ​ເລີກກອງ​ປະ​ຊຸມ​ດັ່ງ​ກ່າວ ແມ່ນ "ໄດ້​ມີ​ຂຶ້ນ​ຢູ່​ເທິງ​ເຮືອ​ບິນ" ພາຍ​ຫລັງ​ທີ່​
ທ່ານ​ທ​ຣຳ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ໂດຍ​ຫຍໍ້​ ຈາກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ
ໄມ​ຄ໌ ພອມ​ພຽວ, ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ຊາດ, ທ່ານ ຈອນ ໂບ​ລ​ຕັນ (John
Bolton) ແລະ​ຫົວ​ໜ້າ​ທີ່​ປຶກ​ສາປະ​ຈຳ​ທຳ​ນຽບ​ຂາວ, ທ່ານ ຈອນ ແຄ​ລ​ລີ (John Kelly)
ກ່ຽວ​ກັບ ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ຣັດ​ເຊຍ ແລະ​ຢູ​ເຄ​ຣນ.

​ພຽງ​ແຕ່​ສອງ​ຊົ່ງ​ໂມງ​ກ່ອນ​ໜ້ານັ້ນ ກໍ​ຄື​ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ອອກ​ຈາກ​ທຳ​ນຽບ​ຂາວ​ໄປ,
ທ່ານ​ທ​ຣຳໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ທ່ານ​ຫວັງ​ວ່າ ຈະ​ໄດ້​ພົບ​ປະ​ກັບ ທ່ານ​ປູ​ຕິນໃນ​ລະ
​ຫວ່າງ​ທີ່​ຢູ່​ໃນ​ກອງ​ປະ​ຊຸມຂອງ​ພວກ​ຜູ້​ນຳຂອງ​ກຸ່ມ​ຈີ 20.

ປະ​ທາ​ນາ​ທິ​ບໍ​ດີ Petro Poroshenko ຂອງ​ຢູ​ເຄ​ຣນ ກ່າວ​ຄຳ​ປາ​ໄສ​ຕໍ່​ທະ​ຫານ ຢູ່​ຄ້າຍ​ທະ​ຫານໃນ​ເຂດ Chernihiv ຂອງ​ປະ​ເທດໃນ​ວັນ​ທີ 28 ພະ​ຈິກ 2018
ປະ​ທາ​ນາ​ທິ​ບໍ​ດີ Petro Poroshenko ຂອງ​ຢູ​ເຄ​ຣນ ກ່າວ​ຄຳ​ປາ​ໄສ​ຕໍ່​ທະ​ຫານ ຢູ່​ຄ້າຍ​ທະ​ຫານໃນ​ເຂດ Chernihiv ຂອງ​ປະ​ເທດໃນ​ວັນ​ທີ 28 ພະ​ຈິກ 2018

ທ່ານ ທ​ຣຳ ກ່າວ​ຕໍ່​ພ​ວກ​ນັກ​ຂ່າວ ຢູ່​ສະ​ໜາມ​ຫຍ້າເບື້ອງ​ໃຕ້​ຂອງ​ທຳ​ນຽບ​ຂາວ​ວ່າ "ຂ້າ
​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ຊ່ວງ​ເວ​ລາທີ່​ດີ​ຫລາຍ ທີ່​ຈະ​ມີ​ການ​ພົບ​ປະ​ກັນ."

ການ​ເລີກ​ລົ້​ມ​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ມື້​ດຽວ​ກັນ ໃນ​ຂະ​ນະ​ທີ່​ທ່ານ ໄມ​ໂຄ
ໂກ​ເຮັນ (Michael Cohen) ທະ​ນາຍ​ຄວາມ​ສ່ວນ​ຕົວຂອງປະ​ທາ​ນາ​ທິ​ບໍ​ດີ ໄດ້​ຍອມ
​ຮັບ​ຜິດ ​ທີ່​ໄດ້​ໃຫ້​ການ​ເທັດ​ຕໍ່ລັດ​ຖະ​ສະ​ພາ ກ່ຽວ​ກັບການ​ສະ​ເໜີ​ສ້າງຕຶກ​ສູງໆ​ຂອງ​ທ່ານ
​ທ​ຣຳ ຢູ່​ນະ​ຄອນ​ມົ​ສ​ກູນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG