ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທ​ຣຳ ຍົກ​ເລີກກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກ່ຽວ​ກັບ ຂໍ້​ອ້າງ ການ​ສໍ້​ໂກງ​ການ​ເລືອກ​ຕັ້ງ


​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຫົວ​ໃນ​ຂະ​ນະ​ທີ່​ແນມ​ເບິ່ງ​ຂຸມ​ທີ 18 ໃນ​ລະ​ຫວ່າງ​ການ​ແຂ່ງ​ຂັນ​ກິ​ລາກອ​ຟ Bedminster Invitational LIV, ໃນ​ເມືອງ ເບດ​ມິນ​ສ​ເຕີ, ລັດ ນິວ ເຈີ​ຊີ, 13 ສິງ​ຫາ 2023.
​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຫົວ​ໃນ​ຂະ​ນະ​ທີ່​ແນມ​ເບິ່ງ​ຂຸມ​ທີ 18 ໃນ​ລະ​ຫວ່າງ​ການ​ແຂ່ງ​ຂັນ​ກິ​ລາກອ​ຟ Bedminster Invitational LIV, ໃນ​ເມືອງ ເບດ​ມິນ​ສ​ເຕີ, ລັດ ນິວ ເຈີ​ຊີ, 13 ສິງ​ຫາ 2023.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ດໍ​ໂນ​ລ ທ​ຣຳ ຕອນນີ້​ໄດ້​ເວົ້າ​ວ່າ​ທ່ານ​ຈະ​ບໍ່​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ອາ​ທິດ​ໜ້າ ເພື່ອ​ເປີດ​ເຜີຍ​ສິ່ງ​ທີ່​ທ່ານ​ອ້າງວ່າ​ເປັນຫຼັກ​ຖານ​ໃໝ່ ກ່ຽວ​ກັບ ການ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ປີ 2020 ໃນ​ລັດ ຈໍ​ເຈຍ, ໂດຍ​ອ້າງ​ເຖິງ​ຄຳ​ແນະ​ນຳ​ຂອງ​ບັນ​ດາ​ນັກ​ກົດ​ໝາຍ.

ມັນ​ບໍ່​ມີຫຼັກ​ຖານ​ທີ່​ໜ້າ​ຈັບ​ໃຈ ກ່ຽວ​ກັບການ​ສໍ້​ໂກງ​ຢ່າງກວ້າງ​ຂວາງ​ທີ່ທ່ານ ທ​ຣຳ ​ກ່າວ​ວ່າໄດ້​ປາ​ກົດ​ອອກ​ມາ​ໃນ​ສອງ​ປີ​ເຄິ່ງ​ນັບ​ຕັ້ງ​ແຕ່​ການ​ເລືອກ​ຕັ້ງ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ລັດ​ດັ່ງ​ກ່າວ, ບ່ອນ​ທີ່​ການ​ນັບ​ຄະ​ແນນ​ຄືນ​ສາມ​ຄັ້ງ​ທີ່​ໄດ້​ຢືນ​ຢັນ​ການ​ຝ່າຍ​ແພ້​ຂອງ​ທ່ານ ທ​ຣຳ ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ໄດ້​ກ່າວ​ມາ​ແຕ່​ດົນ​ວ່າ​ ທ່ານ​ໄດ້​ຜ່າຍ​ແພ້​ຢ່າງ​ເປັນ​ທຳ.

ທ່ານ ທ​ຣຳ ໄດ້​ປະ​ກາດ​ວ່າ​ທ່ານ​ຈະ​ຈັດ​ງານຫຼາຍ​ຊົ່ວ​ໂມງຫຼັງ​ຈາກ​ຄະ​ນະ​ຕຸ​ລາ​ການ​ໄດ້​ລົງ​ຄະ​ແນນ​ສຽງ​ເພື່ອ​ຕັ້ງ​ຂໍ້​ຫາ​ຕໍ່​ທ່ານ ແລະ ຄົນ​ອື່ນໆໃນ​ການ​ກ່າວ​ຫາ​ວ່າ​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ຕ່າວ​ປີ້ນ​ຜົນ​ການ​ເລືອກ​ຕັ້ງ​ປີ 2020 ຢ່າງ​ຜິດ​ກົດ​ໝາຍ ແລະ ຢຸດ​ການ​ໂອນ​ອຳ​ນາດ​ຢ່າງ​ສັນ​ຕິ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG