ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທ​ຣຳ ຍົກ​ເລີກ ແຜນ​ການ ທີ່​ຈະ​ຈັດ ກອງ​ປະ​ຊຸມ​ສຸດຍອດ ກຸ່ມ 7 ປະ​ເທດ ຢູ່​ສະ​ໂມ​ສອນ ຕີ​ກັ​ອ​ຟ ໃນ​ນະ​ຄອນ ໄມ​ອາ​ມີ ລັດ​ຟ​ລໍ​ຣີ​ດາ


ພາບ​​ນີ້​ໄດ້​ມາຈາກ​ວີ​ດີ​ໂອ ສະ​ແດງ​ໃຫ້​ເຫັນ ​ຣີ​ຊອດ Trump National Doral, ໃນ​ເມືອງ ໂດ​ຣໍ ລັດ​ຟ​ລໍ​ຣີ​ດາ, ​ວັນ​ທີ 2 ມິ​ຖຸ​ນາ 2017.
ພາບ​​ນີ້​ໄດ້​ມາຈາກ​ວີ​ດີ​ໂອ ສະ​ແດງ​ໃຫ້​ເຫັນ ​ຣີ​ຊອດ Trump National Doral, ໃນ​ເມືອງ ໂດ​ຣໍ ລັດ​ຟ​ລໍ​ຣີ​ດາ, ​ວັນ​ທີ 2 ມິ​ຖຸ​ນາ 2017.

ໃນ​ການ​ຂຽນ​ຂໍ້​ຄວາມ​ລົງ​ທວີດ​ເຕີ້ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໃນ​ຄືນ​ວັນ​ເສົາ​ວານນີ້ ລຽນ​ຕິດຫຼາຍ​ຄັ້ງ ຊຶ່ງ​ໄດ້​ກ່າວວ່າ ທ່ານ ​ຈະ​ຍົກ​ເລີກ​ແຜນ​ການ​ຈັດ​ກອງ​ປະ​ຊຸມສຸດຍອດ ກຸ່ມປະ​ເທດ G7 ຢູ່​ທີ່​ຣີ​ຊອດ​ສະ​ໜາມ​ຕີ​ກັອ​ຟ ທີ່​ທ່ານ​ເປັນ​ເຈົ້າ​ຂອງ ໃນ​ນະ​ຄອນ​ໄມ​ອາ​ມີ ຂອງ​ລັດ​ຟ​ລໍ​ຣີ​ດາ.

ເມື່ອ​ຕົ້ນ​ສັບ​ປະ​ດານີ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້ຢືນຢັນ​ແຜນ​ການ​ທີ່​ຈະ​ຈັດ​ກອງ​ປະ​ຊຸມ​ສຸດ ຢູ່​ທີ່ ຣີ​ຊອດ Trump National Doral.

ທ່ານ​ທ​ຣຳ ໄດ້​ຖິ້ມ​ໂທດ​ໃສ່ ສື່ມວນ​ຊົນ ແລະ ພັກ​ເດ​ໂມ​ແຄ​ຣັດ ສຳ​ລັບ ການ​ຄັດ​ຄ້ານ​ຕໍ່​ສະ​ຖານ​ທີ່​ດັ່ງ​ກ່າວນັ້ນ.

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້ ວ່າ “ຂ້າ​ພະ​ເຈົ້າ ຄຶດ​ວ່າ ຂ້າ​ພະ​ເຈົ້າ ກຳ​ລັງ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ທີ່​ດີ​ແທ້ໆ ສຳ​ລັບ ປະ​ເທດ​ຊາດ​ຂອງ​ພວກ​ເຮົາ ໂດຍ​ນຳ​ໃຊ້ Trump National Doral ໃນ​ນະ​ຄອນ ໄມ​ອາ​ມີ ເພື່ອ​ເປັນ ສະ​ຖານ​ທີ່ຕ້ອນ​ຮັບ​ບັນ​ດາ​ຜູ້​ນຳ ກຸ່ມ​ປະ​ເທດ G7. ມັນ ໃຫຍ່ ສະ​ງ່າ​ງາມ ຕັ້ງ​ຢູ່​ໃນ​ພື້ນ​ທີ່ ຫຼາຍ​ຮ້ອຍເຮັກ​ຕາ ທີ່​ຢູ່​ໃກ້​ຄຽງ​ກັບ​ສະ​ໜາມ​ບິນສາ​ກົນ​ຂອງ​ນະ​ຄອນ​ໄມ​ອາ​ມີ (Miami International Airport) ຊຶ່ງ​ມີ​ຫ້ອງ​ເຕັ້ນ​ລຳ ແລະ​ຫ້ອງ​ປະ​ຊຸມ ຫຼາຍ​ຫ້ອງ ແລະ​ຄະ​ນະ​ຜູ້​ແທນ​ແຕ່​ລະ​ທ່ານ ຈະ​ໄດ້​ພັກ​ຢູ່​ໃນ​ຕຶກອາ​ຄານ ​ທີ່​ມີ​ຫ້ອງ​ພັກ​ຈຳ​ນວນ 50 ຫ​າ 70 ຫ້ອງ ສຳ​ລັບເພິ່ນ​ແຕ່​ລະ​ຄົນ. ກໍ​ຈະ​ເປັນ​ສະ​ຖານ​ທີ່​ເມາະ​ກວ່າ​ທາງ​ເລືອກ​ອື່ນ​ໃດ. ຂ້າ​ພະ​ເຈົ້າ​ໄດ້​ປະ​ກາດ ວ່າ ຂ້າ​ພະ​ເຈົ້າ ​ເຕັມ​ໃຈ ທີ່ຈະ​ເຮັດ​ເຊັ່ນ​ນັ້ນ ໂດຍບໍ່​ມີ​ກຳ​ໄລ​ຫຍັງ​ເລີຍ ຫຼື ຖ້າ​ສາ​ມາດ​ໄດ້​ຮັບ​ອະ​ນຸ​ຍາດ​ຢ່າງ​ຖືກ​ຕ້ອງ ໂດຍ​ບໍ່​ໄດ້​ເສຍ​ຄ່າໃຊ້​ຈ່າຍຫຍັງ ຕໍ່ ສະ​ຫະ​ລັດ. ແຕ່ ຕາມທຳ​ມະ​ດາ ສືມ​ວນ​ຊົນທີ່ເປັນ​ສັດ​ຕູ ແລະ​ພວກ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ເປັນ​ຄູ່​ຮ່ວມ​ງານ​ຂອງ​ພວກ​ເຂົາ ພາ​ກັນ​ເປັນ​ບ້າ!”

ບັນ​ດາ​ສະ​ມາ​ຊິກ​ຈາກພັກ​ຂອງ​ທ່ານ​ທ​ຣຳ ​ບາງ​ສ່ວນ ກໍ​ຍັງ​ໄດ້​ຕຳ​ໜິ ແຜນ​ການ​ຂອງ​ທ່ານ.

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ທວີດ​ເຕີ້​ວ່າ ສະ​ຖານ​ທີ່​ແຫ່ງ​ອື່ນໆ​ໃນ​ສະ​ຫະ​ລັດ ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ 2020 ຈະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ ອາດ​ປະ​ກອບ​ດ້ວຍ Camp David ທີ່​ເປັນ​ສະ​ຖານ​ທີ່​ພັກ​ພ່ອນ​ຍ່ອນ​ອາ​ລົມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ລັດ​ແມ​ຣີ​ແລນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG