ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທ​ຣຳ ຍົກ​ເລີກ ການ​ເດີນ​ທາງ ໄປ​ອັ​ຟ​ກາ​ນິ​ສ​ຖານ ແລະ ບ​ຣັ​ສ​ເຊີ​ລ​ສ໌ ຂອງ​ ທ່ານ​ນາງ ເພ​ໂລ​ຊີ


ລົດ​ບັດ​ຂອງກອງ​ທັບ​ອາ​ກາດ ຈອດ​ຢູ່​ບໍ​ລິ​ເວນ​ຕຶກ​ລັດ​ຖະ​ສະ​ພາ ຫຼັງ​ຈາກ​ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນ​ລ ທ​ຣຳ ໃຊ້​ອຳ​ນາດ ຝ່າຍ​ບໍ​ລິ​ຫານ ປະ​ຕິ​ເສດ​ບໍ່​ໃຫ້ປະ​ທານ ສະ​ພາ​ຕ່ຳ ​ທ່ານ​ນາງແນນ​ຊີ ເພ​ໂລ​ຊີ ໃຊ້​ເຮືອ​ບິນ​ທະ​ຫານ ບໍ່​ດົນ​ກ່ອນ​ທີ່​ທ່ານ​ນາງ​ຈະ​ອອກ​ເດີນ​ທາງ.
ລົດ​ບັດ​ຂອງກອງ​ທັບ​ອາ​ກາດ ຈອດ​ຢູ່​ບໍ​ລິ​ເວນ​ຕຶກ​ລັດ​ຖະ​ສະ​ພາ ຫຼັງ​ຈາກ​ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນ​ລ ທ​ຣຳ ໃຊ້​ອຳ​ນາດ ຝ່າຍ​ບໍ​ລິ​ຫານ ປະ​ຕິ​ເສດ​ບໍ່​ໃຫ້ປະ​ທານ ສະ​ພາ​ຕ່ຳ ​ທ່ານ​ນາງແນນ​ຊີ ເພ​ໂລ​ຊີ ໃຊ້​ເຮືອ​ບິນ​ທະ​ຫານ ບໍ່​ດົນ​ກ່ອນ​ທີ່​ທ່ານ​ນາງ​ຈະ​ອອກ​ເດີນ​ທາງ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ບັງ​ຄັບ​ໃຫ້ປະທານສະພາຕໍ່າ ທ່ານນາງ
ແນນຊີ ເພໂລຊີຕ້ອງ​ໄດ້​ຍົກ​ເລີກ​ແຜນ​ການ​ເດີນ​ທາງ​ໄປ​ຍັງ​ອັ​ຟ​ກາ​ນິ​ສຖານ​ແລະ​ນະ​ຄ​ອນ
ບ​ຣັ​ສ​ເຊີ​ລ​ສ໌ໃນ​ວັນ​ພະ​ຫັດ​ວານນີ້ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ຫຼ້າສຸດ ໃນ​ການ​ຕໍ່​ສູ້​ທາງ​ດ້ານ​
ການ​ເມືອງ​ທີ່​ຂົມ​ຂື່ນ ກ່ຽວ​ກັບ​ການ​ປິດ​ລັດ​ຖະ​ບານ​ ທີ່​ດົນທີ່​ສຸດ​ ໃນ​ປະ​ຫວັດ​ສາດ​ຂອງ​ສະ​
ຫະ​ລັດ.

ໃນ​ຈົດ​ໝາຍ​ສະ​ບັບ​ນຶ່ງ​ ທີ່​ສົ່ງ​ໄປ​ຫາ​ປະ​ທານ​ສະ​ພາ​ຕ່ຳ​ນັ້ນ ທ່ານ​ທ​ຣຳ​ໄດ້​ປະ​ຕິ​ເສດບໍ່​ໃຫ້
​ທ່ານ​ນາງ​ເພ​ໂລ​ຊີ ແລະ​ສະ​ມາ​ຊິກ​ສະ​ພາ​ຈຳ​ນວນ​ນຶ່ງໃຊ້​ເຮືອ​ບິນກອງ​ທັບ ເພື່ອ​ເດີນ​ທາງ​
ໄປ​ພົບ​ປະ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຂອງ​ອົງ​ການ​ເນ​ໂຕ້ທີ່​ນະຄອນບ​ຣັ​ສ​ເຊີ​ລ​ສ໌ແລະ
​ທະ​ຫານ​ອາ​ເມ​ຣິ​ກັນ​ ຢູ່​ອັ​ຟ​ກາ​ນິ​ສ​ຖານ ໂດຍ​ຂຽນ​ວ່າ ​ໃນ​ຂະນະ​ທີ່ພວກ​ຄົນ​ງານ​ອາ​ເມ​ຣິ​
ກັນ​ທີ່​ຍິ່ງ​ໃຫຍ່ 800,000 ຄົນບໍ່​ໄດ້​ຮັບ​ເງິນ​ເດືອນຢູ່ນີ້ ຂ້າ​ພະ​ເຈົ້າຈຶ່ງແນ່​ໃຈວ່າ​ ພວ​ກ​ທ່ານ​
ຈະ​ເຫັນ​ພ້ອມ​ນຳ​ໃນ​ການ​ເລື່ອນງານ​ສາ​ທາລະ​ນະ​ນີ້ ແມ່ນ​ເໝາະ​ສົມ​ທີ່​ສຸດ."

ໂຄ​ສົກ ​ຂອງ​ຫ້ອງ​ການ​ ທ່ານ​ນາງ​ເພ​ໂລ​ຊີ ກ່າວ​ວ່າ ການ​ເດີນ​ທາງ​ໃນ​ຄັ້ງ​ນີ້​ແມ່ນ​ຈະ​ສະ​ໜອງ "ການ​ລາຍ​ງານ​ທີ່​ສຳ​ຄັນ​ ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ ແລະ​ ສືບ​ລັບພ້ອມ​ທັງເປັນ​ໂອ​ກາດໃຫ້​ທ່ານ​ນາງ​ເພ​ໂລ​ຊີ​ໄດ້​ຂອບ​ອົກ​ຂອບ​ໃຈ​ພວກ​ທະ​ຫານ.

ຈົດ​ໝາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ບໍ່​ໄດ້​ກ່າວ​ໂດຍ​ກົງ​ເຖິງ​ການ​ຮຽກ​ຮ້ອງ​ຂອງ​ທ່ານນາງ​ເພ​ໂລ​ຊີ​ໃນ​ມື້​ວັນ​ພຸດ ທີ່​ໃຫ້​ທ່ານ​ທ​ຣຳ ເລື່ອນ​ເວ​ລາ​ໃນ​ການ​ກ່າວ​ຄຳ​ປາ​ໄສຕໍ່​ປະ​ຊາດ ຊຶ່ງ​ກຳ​ນົດ​ໃສ່​ວັນ​ທີ 29 ມັງ​ກອນ ໄປ​ຈົນ​ກວ່າ ​ມີ​ການ​ອະ​ນຸ​ມັດ​ທຶນໃຫ້​ລັດ​ຖະ​ບານ ແລະ​ຢຸດ​ເຊົ້າການ​ປິດ​ລັດ​ຖະ​ບານ​.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ ຂອງ​ສະ​ພາ​ຕ່ຳ ທ່ານ​ແອ​ແດມ ຊິ​ຟ​ ກ່າວ​ຕໍ່​ພ​ວກ​ນັກ​ຂ່າວຢູ່ ນອກ​ຫ້ອງ​ການ​ຂອງ​ທ່ານ​ນາງ​ເພ​ໂລ​ຊີ​ວ່າ "ນີ້​ແມ່ນ​ບໍ່​ເໝາະ​ສົມ ​ທີ່​ສຸດ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ປະ​ທານາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ ບອກ​ລັດ​ຖະ​ສະ​ພາ​ວ່າ ຕົນ​ບໍ່​ສາ​ມາດ​ເຮັດ​ຫຼ້ອນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການກຳ​ກັບ​ດູ​ແລ​ຂ​ອງ​ຕົນ​ໄດ້."

ການ​ຕອບ​ໂຕ້​ໄປ​ມາ​ລະ​ຫວ່າງ​ທຳ​ນຽບ​ຂາວ​ແລະ​ປະ​ທານ​ສະ​ພາ​ຕ່ຳ ໝາຍ​ຄວາມວ່າ​ການ​ປິດ​ລັດ​ຖະ​ບານ​ກາງ​ເປັນ​ບາງ​ສ່ວນນັ້ນຍັງ​ມອງ​ບໍ່​ເຫັນ​ເທື່ອ​ວ່າຈະ​ສິ້ນ​ສຸດຊຶ່ງ​ໃນ​ໄວໆ​ນີ້ ກໍ​ຈະ​ກ້າວ​ເຂົ້າ​ສູ່​ອາ​ທິດ​ທີ​ຫ້າ​ແລ້ວ. ການ​ປິດ​ລັດ​ຖະ​ບານ​ດັ່ງ​ກ່າວແມ່ນ​ເກີດ​ຈາກ​ການ​ຂັດ​ແຍ້ງ​ກັນ ລະ​ຫວ່າງ​ພັກ​ເດ​ໂມ​ແຄ​ຣັດ ແລ​ະ​ພັກ​ຣີ​ພັບ​ບ​ລີກັນ ກ່ຽວ​ກັບ​ເລື້ອງ​ການ​ສ້າງ​ກຳ​ແພງ ຢູ່​ເຂດ​ຊາຍ​ແດນ​ສະ​ຫະ​ລັດ ຕິດ​ກັບ​ເມັກຊິ​ໂກ.

ທ່ານ​ທ​ຣຳ ກ່າວ​ໃນ​ຄຳ​ປາ​ໄສ ຢູ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ວ່​າ "ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຫຼາຍໆ​ຄົນ ຢູ່​ໃນ​ສະ​ພາ​ຕ່ຳ ແລະ​ສະ​ພາ​ສູງ ຢາກ​ໃຫ້​ມີການ​ຕົກ​ລົງ​ກັນ ແຕ່​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ເພ​ໂລ​ຊີບໍ່​ປ່ອຍ​ໃຫ້​ພວກ​ເຂົາເຈົ້າ​ເຈ​ລະ​ຈາ. ຫວັງ​ວ່າສະ​ມາ​ຊິກ​ສະ​ພາ​ພັກ​ເດ​ໂມ​ແຄ​ຣັດຈະ​ກ້າວ​ອອກ​ມາ​ເລີ້ມ​ດຳ​ເນີນ​ການໃນ​ສິ່ງ​ທີ່​ຖືກ​ຕ້ອງ​ສຳ​ລັບ​ປະ​ເທດ​ຂອງ​ພວກ​ເຮົາແລະ​ສິ່ງ​ທີ່​ຖືກ​ຕ້ອງສຳ​ລັບ​ປະ​ເທດ​ຂອງ​ພວກ​ເຮົາ ກໍ​ແມ່ນ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ ໃນ​ລະ​ດັບ​ທີ່​ສູງ ທີ່ສຸດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG