ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ໂຄສະນາຫາສຽງ ໂດຍເບິ່ງໄປໜ້າ ຫາການເລືອກຕັ້ງ ປີ 2020


ປະທານາທິບໍດີ ສຫລ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ໃນການເປີດຕົວ ເຮືອບິນໂບອິ້ງ 787-10 Dreamliner ທີ່ລັດ South Carolina.
ປະທານາທິບໍດີ ສຫລ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ໃນການເປີດຕົວ ເຮືອບິນໂບອິ້ງ 787-10 Dreamliner ທີ່ລັດ South Carolina.

ປະທາ​ນາ​ທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ ທີ່​ເຂົ້າຮັບ​ຕຳ​ແໜ່​ງຍັງ​ບໍ່​ທັນ​ຮອດນຶ່ງ​ເດືອນ​ ​ເບີ່​ງຄື​ວ່າ​ໄດ້​ໄປຄະ​ສະ​ນາ​ຫາ​ສຽງ​ອີກ​ ໃນ​ວັນ​ສຸກ​ວານ​ນີ້ ຂະນະ​ທີ່​ທ່ານ ​ເດີນທາງ​ໄປ​ຢ້ຽມ ຢາມ​ໂຮງງານ​ຜະລິດ​ເຮືອບິນ​ໂບອິ້ງ ທີ່​ລັດ South Carolina.

ປະທານາທິບໍດີ​ໄດ້​ຈັດ​ໃຫ້​ມີ​ການ​ໂຮມ​ຊຸມນຸມ​ຫຼາຍຄັ້ງ ຢູ່​ໂຮງ​ຈອດເຮືອບິນຕາມ​ສະໜາມ​ບິນ​ຕ່າງໆ ​ເວລາ​ທ່ານ​ໂຄສະນາ​ຫາ​ສຽງ​ໃນ​ທົ່ວ​ປະ​ເທດປີ​ກາຍ​ນີ້. ການເດີນທາງໄປ​ຢ້ຽມ ຢາມ​ບໍລິສັດ​ໂບອິ້ງ ຢູ່ໃນ​ເມືອງ Charleston ເໜືອ ລັດ South Carolina ​ແມ່ນເຕືອນຄວາມ​ຊົງ​ຈຳ ​ໃນ​ການ​ຢຸດ​ແວ່​ເຫຼົ່ານັ້ນ.

ທ່ານ​ທຣຳ ​ແມ່ນ​ມີ​ຄວາມ​ຕື່ນ​ເຕັ້ນດີ​ອົກ​ດີ​ໃຈ ກວ່າ​ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່ສົ່ງ​ສຽງ ​ອຶກກະ​ທຶກ​ນຶກນອງ​ນຶ່ງ​ມື້ກ່ອນ​ໜ້ານີ້ທີ່​ທຳນຽບຂາວບ່ອນ​ທີ່​ທ່ານ​ໄດ້​ກ່າວ​ຕ້ອງ​ຕິຢ່າງ​ແຮງ ​ຕໍ່ສື່​ມວນ​ຊົນ​ ແລະ​ຍັງໂຈມ​ຕີ ທ່ານ​ນາງ Hillary Clinton ຄູ່​ແຂ່ງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ຂອງ​ທ່ານຢູ່.

ທ່ານ​ທຣຳ ທີ່​ໄດ້​ຮັບ​ໄຊຊະນະ ​ຢ່າງ​ໃຫຍ່​ຫຼວງ ​ໃນ​ການ​ເລືອກ​ຕັ້ງ ປະທານາທິບໍດີ ​ທີ່​ລັດ South Carolina ນັ້ນ ກ່າວ​ຕໍ່​ພວກ​ຄົນ​ງານ ທີ່​ບໍລິສັດ​ໂບອິ້ງ ຊຶ່ງ​ເມື່ອບໍ່ດົນ​ມານີ້ ​ໄດ້​ລົງ​ ຄະ​ແນນ​ສຽງບໍ່​ໃຫ້ມີ​ການຈັດຕັ້ງກຳມະບານ​ຢູ່​ບ່ອນ​ຜະລິດທີ່ທ່ານ​ໄດ້​ກ່າວ​ກ່ຽວ​ກັບ​ການ ​ປົກ​ປ້ອງ​ວຽກ​ເຮັດ​ງານ​ທຳ ຢູ່​ໃນ​ສະຫະລັດ ອັນ​ເປັນ​ການໃຫ້​ຄວາມ​ເຫັນທີ່​ພວກ​ຄົນ​ງານ​ພາກັນ​ຮ້ອງ​ເຊຍ​ຂຶ້ນ.

Trump Celebrates New Boeing Plane; Pledges Focus on Jobs, Jobs, Jobs
please wait

No media source currently available

0:00 0:01:52 0:00

ປະທານາທິບໍດີ​ຍັງ​ໄດ້​ເວົ້າຕະຫຼົກວ່າ ທ່ານ​ຍັງກຳລັງ​ຖົກ​ຖຽງ​ກັບ​ບໍລິສັດ​ໂບອິ້ງຢູ່​ໃນ​ເລື່ອງ ລາຄາ​ ກ່ຽວ​ກັບ​ການ​ສ້າງ​ເຮືອບິນ​ປະຈຳ​ຕຳ​ແໜ່​ງລຳ​ໃໝ່ ຂອງ​ປະທານາທິບໍດີ​ທີ່​ເອີ້ນວ່າ Air Force One ນັ້ນ. ​ເຮືອບິນ​ປະຈຳ​ຕຳ​ແໜ່​ງລຳ​ປັດຈຸບັນ​ນີ້ ມີ​ອາຍຸ​ 30 ປີ​ແລ້ວ. ບໍ່​ດົນ​ຫລັງ​ຈາກ​ໄດ້​ເຂົ້າຮັບ​ຕຳ​ແໜ່​ງ ທ່ານ​ທຣຳ​ໄດ້ຄັດຄ້ານຕໍ່​ການ​ສ້າງ​ເຮືອບິນ​ປະຈຳ​ຕຳ​ແໜ່​ງ ລຳ​ໃໝ່ທີ່​ມີ​ລາຄາ​ຫລາຍໆ​ລ້ານ​ໂດ​ລາ.

​ເຈົ້າໜ້າ​ທີ່ທຳນຽບຂາວ ​ກ່າວ​ວ່າ ຄະນະ​ກຳມະການ​ໂຄສະນາ​ຫາ​ສຽງ​ ຂອງ​ທ່ານ​ທຣຳ ຈະ​ຈັດການ​ໂຮມ​ຊຸມນຸມ​ຂຶ້ນທີ່​ລັດ​ຟລໍຣິດາ​ໃນ​ວັນ​ເສົາ​ມື້ນີ້. ມີ​ລາຍ​ງານ​ວ່າ ປະທານາທິບໍດີໄດ້​ຍື່ນ​ຄຳ​ຮ້ອງ​ເພື່ອ​ສະໝັກ​ເຂົ້າ​ແຂ່ງຂັນ ​ເອົາ​ຕຳ​ແໜ່​ງຕື່ມ​ອີກ​ໃນ ປີ 2020 ​ໃນ​ມື້ດຽວ​ກັນ​ກັບ​ທີ່​ທ່ານ​ສາບານ​ໂຕເຂົ້າຮັບ​ໜ້າ​ທີ່.

​ໃນ​ການ​ກ່າວ​ເຖິງ​ການ​ໂຮມ​ຊຸມນຸມ​ທີ່​ລັດ​ຟລໍຣິດາໃນຕົ້ນອາທິດ​ນີ້ ປະທານາທິບໍດີ​ກ່າວວ່າ “ມີ​ຝູງ​ຊົນ​ເປັນ​ຈຳນວນ​ຫຼວງຫຼາຍທີ່​ຢາກ​ຈະ​ເຂົ້າຮ່ວມ.”

ທ່ານ​ທຣຳ​ໄດ້​ເບິ່ງ​ໄປ​ຍັງ​ການ​ເລືອກ​ຕັ້ງ ປີ 2020 ​ແຕ່​ຫລັງ​ຈາກ​ໄດ້​ເຂົ້າ​ຮັບ​ຕຳແໜ່​ງ​ເປັນ ​ເວລາ​ນຶ່ງ​ເດືອນ​ທີ່​ທຳນຽບຂາວ ​ແມ່ນມີ​ການ​ເບິ່ງ​ກັນ​ ຢ່າງ​ກວ້າງຂວາງວ່າ ເຕັມ​ໄປ​ດ້ວຍ​ຄວາມ​ວຸ້ນວາຍ. ການຈັດ​ບຸກຄົນ​ເຂົ້າກຳ​ຕຳ​ແໜ່​ງຕ່າງໆ​ບໍ່​ໄດ້​ດຳ ​ເນີນ​ໄປແບບ​ລາບ​ລື່ນ ດັ່ງທີ່​ປະທານາທິບໍດີ​ຢາກ​ໃຫ້​ເປັນ. ຄວາມ​ສຳພັນ​ຂອງ​ທ່ານກັບ​ສື່​ມວນ​ຊົນ​ແມ່ນ​ເຕັມ​ໄປ​ດ້ວຍ​ການ​ປະ​ເຊີນ​ໜ້າ​ກັນ​ ​ໂດຍ​ທີ່​ພວກ​ເຈົ້າໜ້າ​ທີ່​ທຳນຽບຂາວ​ເອີ້ນສື່​ມວນ​ຊົນ​ວ່າ “ພັກ​ຝ່າຍ​ຄ້ານ.”

ບໍ່​ຄື​ກັນ​ກັບ​ປະທານາທິບໍດີ​ຄົນ​ກ່ອນໆ ທ່ານ​ທຣຳ ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ ​ການ​ເສຍ​ພາສີ​ຂອງ​ທ່ານ ທີ່​ຈະ​ໃຫ້​ ລາຍ​ລະອຽດ ກ່ຽວ​ກັບ​ຮຸ້ນ​ສ່ວນ​ ໃນ​ທຸລະ​ກິດ​ຕ່າງໆ​ ຂອງ​ທ່ານ ຊຶ່ງ ​ພວກ​ຕ້ອງຕິ​ຫຼາຍໆ​ຄົນ​ກ່າວ​ວ່າ ມີ​ທ່າ​ທາງ​ວ່າ​ຈະລະ​ເມີດ​ຕໍ່​ລັດຖະທຳ​ມະນູນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG