ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໓ ເມສາ ໒໐໒໕

ຄະນະໂຄສະນາຫາສຽງຂອງທ່ານທຣຳ ສຸມໃສ່ເລື້ອງອີເມລ ຂອງທ່ານຮັນເຕີ ໄບເດັນ ໃຫ້ເປັນເລື້ອງ 'ແຕກຕື່ນໃນເດືອນຕຸລາ'


ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ແລະລູກຊາຍຂອງທ່ານ ທ່ານຮັນເຕີ ໄບເດັນ ໄປຊົມການແຂ່ງຂັນບານບ້ວງ ຂອງມະຫາວິທະຍາໄລ ຫຼື NCAA Georgetown University ລະຫວ່າງທີມ ມະຫາວິທະຍາໄລ ຈອຣທາວ ແລະ ດຸກຄ໌ and ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ, ວັນທີ 30 ມັງກອນ 2010. REUTERS/Jonathan Ernst -/File Photo
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ແລະລູກຊາຍຂອງທ່ານ ທ່ານຮັນເຕີ ໄບເດັນ ໄປຊົມການແຂ່ງຂັນບານບ້ວງ ຂອງມະຫາວິທະຍາໄລ ຫຼື NCAA Georgetown University ລະຫວ່າງທີມ ມະຫາວິທະຍາໄລ ຈອຣທາວ ແລະ ດຸກຄ໌ and ໃນນະຄອນຫຼວງ ວໍຊິງຕັນ ຂອງສະຫະລັດ, ວັນທີ 30 ມັງກອນ 2010. REUTERS/Jonathan Ernst -/File Photo

ໂດຍທີ່ໄດ້ຮັບຄະແນນລາກຫລັງ ຢູ່ໃນການຢັ່ງຫາງສຽງນັ້ນ, ປະທານາທິບໍດີ ດໍໂນລ ທຣໍາ ໄດ້ຍຶດເອົາອີເມລ ທີ່ຫາກໍຖືກເປີດເຜີຍອອກມາເມື່ອມໍ່ໆມານີ້ ທີ່ອ້າງວ່າ ເປັນອີເມລຈາກລູກຊາຍຂອງທ່ານໂຈ ໄບເດັນ, ຜູ້ສະໝັກເລືອກຕັ້ງປະທາ ນາທິບໍດີ ສັງກັດພັກເດໂມແຄຣັດນັ້ນ ມາເປັນເລື້ອງທີ່ “ແຕກຕື່ນໃນເດືອນຕຸລາ” ທີ່ອາດ ເຮັດໃຫ້ການແຂ່ງຂັນເລືອກຕັ້ງປ່ຽນແປງໄປໄດ້.

ພວກອີເມລທີ່ບໍ່ໄດ້ຮັບການຢືນຢັນດັ່ງກ່າວ ໄດ້ມາໂດຍທ່ານຣູດີ ຈູລີອານີ ທະ ນາຍຄວາມສ່ວນຕົວຂອງທ່ານທຣຳ ຊຶ່ງປາກົດວ່າ ມາຈາກຄອມພິວເຕີ ແລັບ ທັອບ ຂອງທ່ານຮັນເຕີ ລູກຊາຍທ່ານໄບເດັນ ຜູ້ທີ່ໄດ້ຖືກວ່າຈ້າງໃຫ້ເປັນສະມາ ຊິກສະພາອຳນວຍການຂອງບໍລິສັດບູຣິສມາ (Burisma) ທີ່ເປັນບໍລິສັດພະລັງ ງານເອກະສົນ ຂອງຊາວຢູເຄຣນ ໂດຍໃນນະຂະນັ້ນ ພໍ່ຂອງທ່ານເປັນຮອງປະ ທານາທິບໍດີຂອງທ່ານໂອບາມາທີ່ປະຈຳການຢູ່ໃນທຳນຽບຂາວ ແລະເປັນຜູ້ກຳ ກັບນຳເລື້ອງສາຍສຳພັນລະຫວ່າງ ສະຫະລັດແລະຢູເຄຣນ.

ອີເມລສະບັບນຶ່ງໃນປີ 2014 ທີ່ອ້າງວ່າ ມາຈາກທ່ານວາດີມ ໂປຊາຣສະກີ ທີ່ປຶກສາຂອງບໍລິສັດບູຣິສມາ, ຊຶ່ງທ່ານໂປຊາຣສະກີຂອບໃຈທ່ານຮັນເຕີ ໄບເດັນ ສຳລັບການຈັດແຈງກອງປະຊຸມກັບຮອງປະທານາທິບໍດີ. ພວກຝ່າຍຄູ່ແຂ່ງຂອງທ່ານໄບເດັນ ຊີ້ໄປຫາອີເມລນີ້ວ່າ ເປັນຫລັກຖານທີ່ “ຜູກໝັດເອົາຜິດ” ທີ່ວ່າຄອບຄົວຂອງທ່ານໄບເດັນ ໄດ້ຮັບຜົນປະໂຫຍດດ້ານການເງິນ ໂດຍສະໜອງການເຂົ້າຫາໃຫ້ແກ່ບູຣິສມາ ແລະໄດ້ຮັບສິດທິພິເສດຈາກຮອງປະທານາທິບໍດີ.

ອະດີດຮອງປະທານາທິບໍດີ ໄດ້ປະຕິເສດຕໍ່ຂໍ້ກ່າວຫາໃດໆຂອງການສໍ້ໂກງ ຊຶ່ງທ່ານໄດ້ກ່າວວ່າ ຂໍ້ກ່າວອ້າງຂອງກອງປະຊຸມກັບທ່ານໂປຊາຣສະກີນັ້ນ ບໍ່ໄດ້ເກີດຂຶ້ນເລີຍ ແລະໄດ້ເອີ້ນການສຸມໃສ່ເລື້ອງການພົວພັນທຸລະກິດໃດໆທີ່ຜ່ານມາຂອງລູກຊາຍທ່ານ ໂດຍຄະນະໂຄສະນາຫາສຽງທ່ານທຣຳນັ້ນ ເປັນການດຶງຄວາມສົນໃຈໄປທາງອື່ນ.

“ຢູ່ຊ່ວງເວລານີ້ ໃນການໂຄສະນາຫາສຽງ ເຈົ້າກໍບໍ່ມີເວລາເຫຼືອຫຼາຍແລ້ວ ສະ ນັ້ນ ຍຸດທະສາດໃດໆທີ່ເຈົ້າຍັງເຫຼືອຢູ່ ບໍ່ວ່າມັນຈະນ້ອຍຊ່ຳໃດ ເຈົ້າກໍຈະພະຍາ ຍາມຈະໃຊ້ມັນ” ນັ້ນແມ່ນຄຳເວົ້າຂອງທ່ານມາກ ໂຈນສ໌ ອາຈານສອນດ້ານການເມືອງແລະລັດຖະສາດ ຢູ່ທີ່ສະຖາບັນເບກເກີດ້ານນະໂຍບາຍສາທາລະນະ ຢູ່ມະຫາວິທະຍາໄລ ໄຣ ໃນນະຄອນຮີວສຕັນ ລັດເທັກຊັສ.

ຄວາມພະຍາຍາມທີ່ຈະປະຍຸກການເປີດເຜີຍເລື້ອງທີ່ເຮັດໃຫ້ຄິດບໍ່ເຖິງຂອງຄະ ນະໂຄສະນາຫາສຽງທ່ານທຣຳ ໃນອາທິດສຸດທ້າຍຂອງການແຂ່ງຂັນເພື່ອເຮັດໃຫ້ການເລືອກຕັ້ງຫັນປ່ຽນນັ້ນ ສ່ວນຫຼາຍແລ້ວເປັນການນຳໃຊ້ຍຸດທະວິທີດ້ານການເມືອງ.

ໃນປີ 1968 ການປະກາດຂອງປະທານາທິບໍດີ ລິນດອນ ຈອນສັນ ຜູ້ທີ່ກຳລັງຈະອອກຈາກຕຳແໜ່ງ ກ່ຽວກັບການຢຸດຖິ້ມລະເບີດ ໃນຫວຽດນາມເໜືອ ເມື່ອວັນທີ 31 ເດືອນຕຸລາ ນັ້ນ ແມ່ນເຫັນໂດຍຫຼາຍໆຄົນວ່າ ເປັນການເຄື່ອນໄຫວທີ່ຊ່ອຍໃຫ້ການເລືອກຕັ້ງຂອງທ່ານຮີວເບີດ ຮຳຟຣີ ສັງກັດພັກເດໂມແຄຣັດ ມີໂອກາດ. ແຕ່ ທ່ານຣີຊາດ ນິກສັນ ສັງກັດພັກຣີພັບບລີກັນ ກໍໄດ້ເອົາຊະນະທ່ານຮຳຟຣີ ໃນການເລືອກຕັ້ງປະທານາທິບໍດີ ໄດ້ຢ່າງງ່າຍດາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG