ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະຫາສຽງຂອງ ປ. ທຣໍາ ສຸມໃສ່ ເຮັດໃຫ້ອີເມລ ຂອງລູກຊາຍ ທ. ໄບເດັນ ກາຍເປັນ “ສິ່ງແຕກຕື່ນ ໃນເດືອນຕຸລາ” ກ່ອນການເລືອກຕັ້ງ


USA Votes October Surprise -- USAGM
please wait

No media source currently available

0:00 0:02:31 0:00

“ສິ່ງແຕກຕື່ນໃນເດືອນຕຸລາ” ສໍາລັບການເລືອກຕັ້ງປະທານາທິບໍດີສະຫະລັດ.

ໂດຍທີ່ໄດ້ຮັບຄະແນນລາກຫລັງ ຢູ່ໃນການຢັ່ງຫາງສຽງນັ້ນ, ປະທານາທິບໍດີດໍໂນລ ທຣໍາ ໄດ້ຍຶດເອົາອີເມລ ທີ່ຫາກໍ່ເປີດເຜີຍອອກມາເມື່ອມໍ່ໆມານີ້ ທີ່ ບອກວ່າ ໄດ້ມາຈາກລູກຊາຍຂອງທ່ານໂຈ ໄບເດັນ, ຜູ້ສະໝັກເລືອກຕັ້ງປະທາ ນາທິບໍດີ ຈາກພັກເດໂມແຄຣັດນັ້ນ ເປັນ “ສິ່ງແຕກຕື່ນໃນເດືອນຕຸລາ” ທີ່ອາດ ເຮັດໃຫ້ການແຂ່ງຂັນປ່ຽນແປງໄປໄດ້. Brian Padden ນັກຂ່າວຂອງວີໂອເອ ມີລາຍງານ ກ່ຽວກັບສະພາບການອັນນີ້ ໂດຍສົມທຽບໃສ່ກັບ “ສິ່ງແຕກຕື່ນໃນ ເດືອນຕຸລາ”ໃນອະດີດຜ່ານມາ ຊຶ່ງບົວສະຫວັນຈະນໍາລາຍລະອຽດມາສະເໜີ ທ່ານໃນອັນດັບຕໍ່ໄປ.

ເດືອນຕຸລານີ້, ຄະນະໂຄສະນາຂອງປະທານາທິບໍດີ ດໍໂນລ ທຣໍາ ໄດ້ເປີດເຜີຍ ອີເມລທີ່ບໍ່ແມ່ນຄວາມລັບທີ່ເວົ້າກັນວ່າ ສົ່ງໂດຍທ່ານ ຮັນເຕີ ໄບເດັນ, ລູກຊາຍ ຂອງອະດີດຮອງປະທານາທິບໍດີໂຈ ໄບເດັນ ແລະຜູ້ສະໝັກເລືອກຕັ້ງປະທານາ ທິບໍດີ ຈາກພັກເດໂມແຄຣັດ. ໃນອີເມລນັ້ນ ສະແດງໃຫ້ເຫັນຄືວ່າ ທ່ານ ຮັນເຕີ ອາດຈະໄດ້ຮັບເງິນຈາກບໍລິສັດພະລັງງານເບີຣີສມາຂອງຢູເຄຣນເພື່ອສະແຫວງ ຫາການປະຕິບັດຕໍ່ແບບເອື້ອຍອໍານວຍພິເສດຈາກພໍ່ຂອງທ່ານ ໃນສະໄໝທີ່ເພິ່ນ ເຮັດວຽກຢູ່ໃນທໍານຽບຂາວ ພາຍໃຕ້ທ່ານໂອບາມານັ້ນ.

ຢູ່ໃນການໂຕ້ວາທີໃນອາທິດແລ້ວນີ້, ທ່ານ ທຣໍາໄດ້ຍົກເລື້ອງທີ່ມີການຖົກຖຽງກັນນີ້ຂຶ້ນມາເວົ້າໃຫ້ ທ່ານໄບເດັນ.

ທ່ານປະທານາທິບໍດີດໍໂນລ ທຣໍາຂອງສະຫະລັດກ່າວດັ່ງນີ້:
“ອີເມລນັ້ນ. ອີເມລທີ່ເປັນຕາໜ່າຍກ່ຽວກັບເງິນທີ່ເຈົ້າກວດຕ້ອນເອົາໄປໃຫ້ຕົນເອງ ແລະຄອບຄົວຂອງຕົນນັ້ນ. ແລະໂຈເອີ່ຍ ຕອນນັ້ນ ເຈົ້າເປັນຮອງປະທານາທິບໍດີ ເມື່ອເລື້ອງບາງເລື້ອງໃນນີ້ເກີດຂຶ້ນຢູ່ນັ້ນ.”

ທ່ານໄບເດັນ ໄດ້ປະຕິເສດຕໍ່ການກ່າວຫາໃນເລື້ອງສໍ້ລາດບັງຫລວງດັ່ງກ່າວ ແລະ ເອີ້ນການເຮັດແນວນັ້ນວ່າ ເປັນການເຮັດໃຫ້ຄົນຫັນເຫຄວາມສົນໃຈໜີ.

ທ່ານໂຈ ໄບເດັນ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຈາກພັກເດໂມແຄຣັດ ກ່າວດັ່ງນີ້:
“ມັນມີເຫດຜົນວ່າ ເປັນຫຍັງລາວຈຶ່ງຍົກເອົາເລື້ອງໄຮ້ສາລະອັນນີ້ ຂຶ້ນມາເວົ້າ. ມັນມີເຫດຜົນທີ່ລາວເຮັດແນວນັ້ນ. ລາວບໍ່ຢາກເວົ້າບັນຫາທີ່ມີເນື້ອຫາທີ່ສໍາຄັນ.”

ການສຸມໃສ່ທ່ານຮັນເຕີ ໄບເດັນ ຂອງຄະນະໂຄສະນາຫາສຽງຂອງທ່ານ ທຣໍາ ແມ່ນມີຂຶ້ນຕອນໃກ້ຈະຮອດມື້ເລືອກຕັ້ງແລ້ວ.

ທ່ານ ມາກ ໂຈນສ໌, ອາຈານສອນວິຊາການເມືອງ ທີ່ມະຫາວິທະຍາໄລໄຣສ໌ (Rice) ໃນລັດເທັກຊັສກ່າວຜ່ານທາງ Skype ວ່າ:
“ມາຮອດຈຸດນີ້ຂອງການໂຄສະນາຫາສຽງ, ເຈົ້າບໍ່ມີເວລາຍັງເຫລືອຫລາຍອີກ ແລ້ວ, ສະນັ້ນເຈົ້າ ຍັງລູກທະນູອັນໃດກໍຕາມ ທີ່ເຫລືອຢູ່ໃນກະບອກໃສ່ລູກທະ ນູຂອງຕົນນັ້ນ ບໍ່ວ່າມັນຈະນ້ອຍເທົ່າໃດກໍຕາມ, ເຈົ້າກໍຍັງຈະພະຍາຍາມ ທີ່ຈະ ຍິງມັນຢູ່.”

ຄໍາສັບ “ຄວາມແຕກຕື່ນໃນເດືອນຕຸລາ” ໄດ້ເປັນຄໍາເວົ້າທີ່ສ້າງຂຶ້ນມາ ໃນປີ 1980, ຊຶ່ງໝາຍເຖິງການດໍາເນີນຄວາມພະຍາຍາມທີ່ເປັນຄວາມລັບ ຊຶ່ງຕອນນັ້ນ ແມ່ນປະທານາທິບໍດີຈິມມີ ຄາເຕີ (Jimmy Carter) ທີ່ຈະເຈລະຈາເພື່ອ ໃຫ້ປ່ອຍຕົວຄົນອາເມຣິກັນທີ່ຖືກຈັບເປັນຕົວປະກັນຢູ່ໃນອີຣ່ານກ່ອນການເລືອກຕັ້ງ. ໃນທີ່ສຸດ ການເຈລະຈາກໍບໍ່ສໍາເລັດຜົນ ແລະ ທ່ານ ໂຣໂນລ ຣີເກິນ (Ronald Reagan) ກໍກ້າວໄປສູ່ໄຊຊະນະໃນການເລືອກຕັ້ງ.

ມີ “ສິ່ງແຕກຕື່ນໃນເດືອນຕຸລາ” ສອງອັນ ໃນປີ 2016 ເມື່ອທ່ານທຣໍາປະເຊີນ ໜ້າກັບທ່ານນາງ ແຮລລາຣີ ຄລິນຕັນຈາກພັກເດໂມແຄຣັດນັ້ນ. ການເປີດເຜີຍ ສຽງບັນທຶກຄໍາເວົ້າຂອງທ່ານທຣໍາ ທີ່ເຕັມໄປດ້ວຍຕັນຫາ ກ່ຽວກັບຜູ້ຍິງນັ້ນ ໄດ້ ກາຍມາເປັນຫົວຂໍ້ຂ່າວ ຈົນມາຮອດເວລາຕໍ່ມາໃນຕອນນັ້ນ ເມື່ອອົງການສັນຕິ ບານກາງ ຫລື FBI ໄດ້ເປີດໃຫ້ມີການສືບສວນຄືນອີກ ກ່ຽວກັບການໃຊ້ອີເມລ ສ່ວນຕົວຂອງທ່ານນາງສໍາລັບຂໍ້ມູນທີ່ເປັນຄວາມລັບ.

ແຕ່ຢ່າງໃດກໍຕາມ, ໃນປີນີ້ ການກ່າວຫາວ່າມີສ່ວນກ່ຽວຂ້ອງຂອງຣັດເຊຍຢູ່ໃນ ການເກັບກໍາເອົາຂໍ້ມູນ ກ່ຽວກັບອີເມລ ຂອງທ່ານຮັນເຕີ ໄບເດັນ ໄດ້ເຮັດໃຫ້ ຄວາມໜ້າເຊື່ອຖືໄດ້ຂອງມັນມືດມົນໄປ ພ້ອມໆກັບການຟ້ອງຮ້ອງ ໃຫ້ປົດທ່ານ ທຣໍາອອກຈາກຕໍາແໜ່ງຍ້ອນບັງຄັບໃຫ້ຢູເຄຣນຂຸດຄຸ້ຍເອົາດິນຂຶ້ນມາ ຊະໃສ່ ຄູ່ແຂ່ງຂອງຕົນທີ່ມາຈາກພັກເດໂມແຄຣັດ ໃນທີ່ຜ່ານມາ ແລະລາຍງານທີ່ເວົ້າ ວ່າ ທ່ານທຣໍາຈ່າຍພາສີໜ້ອຍດຽວ ໃນສະຫະລັດ ໃນຂະນະທີ່ຫາເງິນໄດ້ຫລາຍ ລ້ານໂດລາຢູ່ໃນຈີນນັ້ນ.

ທ່ານນາງ ລາຣາ ບຣາວນ໌ (Lara Brown), ອາຈານສອນວິຊາການເມືອງໃນ ມະຫາວິທະຍາໄລ ຈອຣຈ໌ ວໍຊິງຕັນ ກ່າວຜ່ານທາງ Skype ວ່າ:
“ພວກເຂົາເຈົ້າບໍ່ສາມາດຍົກລະດັບຄວາມສົງໄສກ່ຽວກັບການສະໝັກເປັນປະທາ ນາທິບໍດີ ແລະຄວາມອາດສາມາດ ເປັນປະທານາທິບໍດີ ຂອງທ່ານໂຈ ໄບເດັນ ໃນລະດັບຄອບງໍາທີ່ໃກ້ຄຽງກັບປະເພດ ທີ່ເປັນບັນຫາຖົກຖຽງກັນ ແລະມີຄວາມ ສັບສົນວຸ້ນວາຍຊຶ່ງເປັນສ່ວນນຶ່ງ ຂອງການດໍາລົງຕໍາແໜ່ງເປັນ ປະທານາທິບໍດີ ທີ່ຢູ່ນີ້ແທ້ໆນັ້ນໄດ້.”

“ສິ່ງແຕກຕື່ນໃນເດືອນຕຸລາ” ສໍາລັບປີນີ້ ອາດຈະກາຍເປັນເລື້ອງທີ່ທ່ານທຣໍາ ຕິດພະຍາດໂຄວິດໃນຕົ້ນເດື້ອນນີ້ກໍເປັນໄດ້ ຊຶ່ງເປັນການສຸມຄວາມສົນໃຈໃສ່ ການລະບາດຢ່າງໜັກຂອງພະຍາດອັນຕະລາຍຮ້າຍແຮງນີ້ ຊຶ່ງທ່ານປະທານາ ທິບໍດີໄດ້ຢືນຢັດວ່າບໍ່ໜັກໜານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ຂ້າງລຸມນີ້:

Trailing in the polls, President Donald Trump has seized upon recently disclosed emails allegedly from the son of Democratic candidate Joe Biden as an “October Surprise" that could alter the race. VOA's Brian Padden reports on how this development compares to past October Surprises.

This October, President Donald Trump’s campaign disclosed unverified emails purportedly from Hunter Biden, the son of Democratic candidate and former Vice President Joe Biden. The emails suggest Hunter may have been paid by Ukrainian energy company Burisma to seek preferential treatment from his father during his time in the Obama White House.

At last week’s debate, Trump confronted Biden on the controversy.

U.S. President Donald Trump:
"The e-mails, the horrible e-mails of the kind of money that you were raking in, you and your family. And Joe, you were vice president when some of this was happening."

Biden has denied allegations of corruption and called them a distraction.

Joe Biden, Democratic Presidential Candidate:
"There's a reason why he's bringing up all this malarkey. There's a reason for it. He doesn't want to talk about the substantive issues.”

The Trump campaign’s focus on Hunter Biden comes close to election day.

Mark Jones, Professor of Politics, Rice University-Skype:
“At this point in the campaign, you don’t have much time left, so any arrow you have left in your quiver, however small, you're still going to try to shoot.”

The term October Surprise, was coined in 1980, refers to secret efforts by then-President Jimmy Carter to negotiate the release of American hostages in Iran prior to the election. Ultimately the talks fell through and Ronald Reagan went on to win.

There were two October Surprises in 2016, when Trump faced Democrat Hillary Clinton. The release of a recording of Trump making lewd comments about women grabbed headlines until later that month when the FBI reopened an investigation into Clinton over her use of personal email for classified information.

This year, however, allegations of Russian involvement in collecting the alleged Hunter Biden emails have clouded their credibility, along with Trump’s past impeachment for pressuring Ukraine to dig up dirt on his Democratic rival, and reports that Trump paid little tax in the United States while earning millions in China.

Lara Brown, Professor of Politics, George Washington University-Skype: “They have not been able to elevate the questions around Joe Biden's candidacy and potential presidency as being anywhere near dominant to the kind of controversies and chaos that really are part of this presidency.”

This year’s October Surprise could also turn out to be Trump contracting the coronavirus earlier this month, refocusing attention on a deadly pandemic the president has long insisted is waning.

XS
SM
MD
LG