ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຄວາມລໍາບາກ ຂອງຄະນະໂຄສະນາຫາສຽງ ຂອງ ປ. ທຣໍາຄື ຈະລົງແຂ່ງຂັນແນວໃດດີ ເມື່ອຜູ້ສະໝັກປ່ວຍຢູ່?


ຜູ້ສະໜັບສະໜຸນທ່ານ ດໍໂນລ ທຣໍາ ຖືປ້າຍທີ່ສະແດງໃຫ້ເຫັນເຖິງການສະໜັບສະໜຸນຕໍ່ທ່ານກ່ອນການໂຕ້ວາທີຂອງຮອງ ປະທານາທິບໍດີຢູ່ມະຫາວິທະຍາໄລຢູທາໃນວັນທີ 7 ຕຸລາ, 2020, ໃນເມືອງ Salt Lake, ລັດຢູທາ (ພາບຖ່າຍໂດຍ GEORGE FREY / AFP)
ຜູ້ສະໜັບສະໜຸນທ່ານ ດໍໂນລ ທຣໍາ ຖືປ້າຍທີ່ສະແດງໃຫ້ເຫັນເຖິງການສະໜັບສະໜຸນຕໍ່ທ່ານກ່ອນການໂຕ້ວາທີຂອງຮອງ ປະທານາທິບໍດີຢູ່ມະຫາວິທະຍາໄລຢູທາໃນວັນທີ 7 ຕຸລາ, 2020, ໃນເມືອງ Salt Lake, ລັດຢູທາ (ພາບຖ່າຍໂດຍ GEORGE FREY / AFP)

ໂດຍທີ່ຍັງເວລາບໍ່ຮອດນຶ່ງເດືອນກ່ອນການເລືອກຕັ້ງ, ການວິນິດໄສວ່າ ເປັນພະຍາດໂຄວິດ-19 ຂອງປະທານາທິບໍດີ ດໍໂນລ ທຣໍາ ໄດ້ເຮັດໃຫ້ການແຜ່ລະບາດຂອງພະຍາດດັ່ງກ່າວກັບມາຢູ່ແຖວໜ້າຂອງການແຂ່ງຂັນປະທານາທິບໍດີອີກ. ໃນຂະນະທີ່ລັດຖະບານຂອງທ່ານໄດ້ສະແຫວງຫາທາງ ທີ່ຈະເຮັດໃຫ້ພາບພົດຂອງປະທານາທິບໍດີຜູ້ທີ່ກຳລັງຟື້ນຕົວຢ່າງວ່ອງໄວໃຫ້ຊັດເຈນຢູ່ນີ້, ຄະນະໂຄສະນາຫາສຽງຂອງທ່ານກຳລັງເຮັດວຽກເພື່ອເຮັດໃຫ້ຄວາມເຈັບປ່ວຍຂອງເພິ່ນ ກາຍເປັນສິ່ງທີ່ດີໃນການເລືອກຕັ້ງ.

ນັບຕັ້ງແຕ່ໄດ້ກັບມາຈາກສູນການແພດທະຫານແຫ່ງຊາດວອລເທີ ຣີດ (Walter Reed) ໃນມື້ວັນຈັນຜ່ານມາ ທ່ານທຣໍາໄດ້ເຮັດໃຫ້ພາບພົດຢ່າງຊັດເຈນ ຂອງຜູ້ດໍາລົງຕໍາແໜ່ງຢູ່ ທີ່ມີຄວາມພ້ອມ ທີ່ຈະກັບມາເຮັດວຽກ. ໃນວັນພຸດຜ່ານມາທ່ານໄດ້ອອກຈາກທີ່ພັກອາໄສດ້ານບໍລິຫານລັດຖະບານ ໄປເຮັດວຽກເປັນໄລຍະສັ້ນໆ ຈາກຫ້ອງການຮູບຊົງໄຂ່, ບ່ອນທີ່ທ່ານໄດ້ຮັບຂ່າວຄືບໜ້າ ກ່ຽວກັບພາຍຸເຮີຣິເຄນ ແລະ ການເຈລະຈາທີ່ກໍາລັງດໍາເນີນໄປກັບບັນດາສະມາຊິກພັກເດໂມແຄຣັດ ກ່ຽວກັບຊຸດເງິນຊ່ວຍເຫລືອສຸກເສີນທາງດ້ານເສດຖະກິດ.

ຕະຫຼອດເວລາທີ່ມີການພັກຟື້ນຂອງທ່ານຢູ່ນັ້ນ, ທ່ານທຣໍາ ຍັງຄົງມີຄວາມຫ້າວ ຫັນຫຼາຍ ໃນການຂຽນຂໍ້ຄວາມລົງໃນທວີດເຕີ (Twitter), ໂດຍທີ່ມີຂໍ້ຄວາມຕ່າງໆ ທີ່ປະກອບມີການໂຈມຕີຕໍ່ຄູ່ແຂ່ງທາງການເມືອງຂອງທ່ານ, ຄຳຖະແຫຼງກ່ຽວກັບການແຕ່ງຕັ້ງ ຜູ້ພິພາກສາທີ່ມີຫົວອະນຸລັກນິຍົມ, ທ່ານນາງ ເອມີ ໂຄນີ ບາແຣດ (Amy Coney Barrett) ໃຫ້ກໍາຕໍາແໜ່ງຢູ່ສານສູງສຸດ, ພ້ອມທັງການຮັບປະກັນຄວາມສະຫວັດດີພາບທາງດ້ານຮ່າງກາຍຂອງທ່ານອີກຫລາຍຄັ້ງ.

ການສົ່ງຂໍ້ຄວາມຂອງທຣໍາ ລວມທັງວິດີໂອທີ່ນຳອອກເຜີຍແຜ່ໃນວັນຈັນຜ່ານມາ ທີ່ສະແດງໃຫ້ເຫັນ ການອອກຈາກໂຮງໝໍຂອງທ່ານ ແລະການມາຮອດທຳນຽບຂາວ, ການຂຶ້ນຂັ້ນໄດທີ່ບໍ່ຄ່ອຍໄດ້ໃຊ້ ເມື່ອກັບໄປຢູ່ທີ່ພັກດ້ານບໍລິຫານລັດຖະ ບານ. ເນື້ອໄນໃຈຄວາມຕົ້ນຕໍຂອງທ່ານຕໍ່ຊາວອາເມຣິກັນທີ່ຖືກສົ່ງຫຼັງຈາກຖອດໜ້າກາກປິດປາກຂອງທ່ານອອກກໍຄື, ບໍ່ຕ້ອງຢ້ານກົວ ແລະບໍ່ອະນຸຍາດໃຫ້ເຊື້ອໄວຣັສໂຄໂຣນາ "ຄອບງຳຊີວິດຂອງທ່ານ."

ໃນວິດີໂອທີ່ນຳອອກເຜີຍແຜ່ໃນຕອນແລງວັນພຸດຜ່ານມາ, ທ່ານທຣໍາເອີ້ນການເຈັບປ່ວຍຂອງເພິ່ນວ່າເປັນ "ພອນຈາກພະເຈົ້າ." ທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງຢາທີ່ທ່ານເວົ້າວ່າຊ່ວຍທ່ານໄດ້ “ຢ່າງຫລວງຫລາຍ ແລະເຮັດໃຫ້ມັນມີຄຸນລັກສະນະວ່າ ເປັນ “ການປິ່ນປົວ”.

ທ່ານນໍແມນ ອອນສຕາຍນ໌ (Norman Ornstein), ນັກຄົ້ນຄວ້າຢູ່ທີ່ສະຖາບັນວິສາຫະກິດອາເມຣິກາກ່າວວ່າ "ທ່ານທຣໍາກຳລັງພະຍາຍາມສະແດງຕົນເອງວ່າເປັນ Superman ຊະນິດໃດຊະນິດນຶ່ງ." ທ່ານກຳລັງ “ເອົາຊະນະເຊື້ອໄວຣັສໃນຂະນະທີ່ຫລຸດຄວາມເປັນອັນຕະລາຍຂອງມັນລົງອີກ ເພື່ອເຮັດໃຫ້ຄົນເຫັນວ່າວິທີການທີ່ລົ້ມແຫລວຂອງລັດຖະບານຂອງເພິ່ນດີຂຶ້ນກວ່າເກົ່າ.”

ບັນດາພັນທະມິດຂອງທ່ານທຣໍາເຫັນການເຮັດແນວນັ້ນວ່າ ປະທານາທິບໍດີກໍາລັງເຮັດສຸດຄວາມສາມາດຂອງທ່ານ ໃນຂະນະທີ່ເພິ່ນກໍາລັງຕໍ່ສູ້ກັບສິ່ງທີ່ເປັນເຄາະຮ້າຍຢູ່ໃນເວລານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG