ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ມາ​ນາ​ຝອດ ເອົາ​ຂໍ້​ມູນ ​ການ​ເລືອກ​ຕັ້ງ​ ໃຫ້ນັບ​ສືບ ຣັດ​ເຊຍ


ອະ​ດີດ​ຜູ້​ບໍ​ລິ​ຫານ ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ທ​ຣຳ​, ທ່ານ ພອ​ລ ມາ​ນາ​ຝອດ.
ອະ​ດີດ​ຜູ້​ບໍ​ລິ​ຫານ ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ທ​ຣຳ​, ທ່ານ ພອ​ລ ມາ​ນາ​ຝອດ.

ທ່ານ ພອ​ລ ມານາ​ຝອດ, ອະ​ດີດ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ປະ​ທາ​ນາ​ທິ​ບໍ​ດີ ຂອງ​
ທ່ານ ດໍໂນລ ທຣຳ ຫຼາຍເດືອນໃນກາງປີ 2016 ນັ້ນ, ໄດ້ເປີດເຜີຍຂໍ້ມູນການລົງຄະ
ແນນສຽງເລືອກຕັ້ງ ຈາກການໂຄສະນາຫາສຽງກັບຜູ້ຮ່ວມງານທີ່ມີສາຍພົວພັນກັບອົງ
ການສືບລັບ ຣັດເຊຍ, ອີງຕາມສຳນວນຄະດີຂອງສານໃນວັນອັງຄານວານນີ້. ການ
ເປີດເຜີຍດັ່ງກ່າວໄດ້ເພີ່ມຫຼັກຖານທີ່ມີນ້ຳໜັກວ່າ ການໂຄສະນາຫາສຽງຂອງທ່ານ
ທຣຳ ອາດໄດ້ພະຍາຍາມທີ່ຈະປະສານງານກັບ ຣັດເຊຍ ໃນລະຫວ່າງການແຂ່ງຂັນ
ເລືອກຕັ້ງປະທານາທິບໍດີ, ເຖິງແມ່ນວ່າ ບັນດາໄອຍະການລັດຖະບານກາງ ຍັງບໍ່ໄດ້
ຍົກກໍລະນີນີ້ ຂຶ້ນມາ ກ່ຽວກັບວ່າມັນມີການສົມຮູ້ຮ່ວມຄິດ ໃນການໂຄສະນາຫາສຽງ
ຫຼືບໍ່.

ບັນ​ດາ​ໄອ​ຍະ​ການກຳ​ກັບ​ການ​ສືບ​ສວນ​ສອບ​ສວນ​ຂອງ ໄອ​ຍະ​ການ​ພິ​ເສດທ່ານ
ໂຣເບີດ ມອລເລີ ເວົ້າວ່າ ທ່ານ ມານາຝອດ ໄດ້ຕົວະເຂົາເຈົ້າ ກ່ຽວກັບ ການພົວພັນ
ດັ່ງກ່າວ. ແນວໃດກໍຕາມ, ທ່ານ ມານາຝອດ ໄດ້ປະຕິເສດຕໍ່ການກ່າວຫາທີ່ວ່າ ທ່ານ
ໄດ້ຕິດຕໍ່ກ່ຽວຂ້ອງກັບອະດີດຄູ່ຮ່ວມທຸລະກິດຊາວ ຢູເຄຣນ ທ່ານ ຄອນສຕັນທິນ
ຄິລິມນິກ (Konstantin Kilimnik), ຜູ້ທີ່ຖືກກ່າວຫາໂດຍບັນດາໄອຍະການວ່າ ມີ
ສາຍພົວພັນກັບອົງການສືບລັບ ຣັດເຊຍ. ທ່ານ ມານາຝອດ ໄດ້ກ່າວວ່າທ່ານໄດ້ລືມ
ລາຍລະອຽດເກືອບໝົດແລ້ວ, ໂດຍຖິ້ມໂທດໃສ່ບັນຍາກາດທີ່ວຸ້ນວາຍຂອງການໂຄ
ສະນາຫາສຽງ.

ກຸ່ມ​ຂອງ​ທ່ານ ມອ​ລ​ເລີ ແມ່ນ​ກຳ​ລັງ​ສືບ​ສວນ​ສອບ​ສວນ ກ່ຽວ​ກັບ ການ​ແຊກ​ແຊງ​ຂອງ
ຣັດເຊຍ ໃນການເລືອກຕັ້ງປີ 2016, ແລະ ການກ່າວຫາຄັ້ງໃໝ່ຕໍ່ທ່ານ ມານາຝອດ
ໄດ້ກໍ່ໃຫ້ມີຄວາມເປັນໄປໄດ້ວ່າ ຂໍ້ມູນທີ່ທ່ານໄດ້ສະໜອງໃຫ້ນັ້ນ ໄດ້ຊ່ວຍເຫຼືອຄວາມ
ພະຍາຍາມຂອງ ຣັດເຊຍ. ປະຊາຄົມສືບລັບ ສະຫະລັດ ໄດ້ປະເມີນວ່າ ຣັດເຊຍ ໄດ້
ເຮັດວຽກເພື່ອທຳລາຍການເລືອກຕັ້ງ ດ້ວຍການຕ້ອງການຢາກໃຫ້ທ່ານ ທຣຳ ເປັນ
ຜູ້ຊະນະເລີດຢ່າງຈະແຈ້ງ.

ບັນ​ດາ​ໄອ​ຍະ​ການ, ຜູ້​ທີ່​ກຳ​ລັງ​ຄົ້ນ​ຫາ​ວ່າ​ທ່ານ ທ​ຣຳ, ໃນ​ຖາ​ນະ​ປະ​ທາ​ນາ​ທິ​ບໍ​ດີ​ນັ້ນ,
ໄດ້ພະຍາຍາມທີ່ຈະຂັດຂວາງຂະບວນການຍຸຕິທຳຢ່າງຜິດກົດໝາຍຫຼືບໍ່, ແລະ ໄດ້
ໂຕ້ແຍ້ງວ່າທ່ານ ມານາຝອດ ໄດ້ຕົວະ ກ່ຽວກັບຢ່າງໜ້ອຍ 5 ເລື່ອງ, ລວມທັງການ
ເຊື່ອມໂຍງຂອງທ່ານກັບທ່ານ ຄິລິມນິກ.

ຂໍ້​ມູນ​ທີ່​ຖືກ​ເປີດ​ເຜີຍ​ໃນ​ວັນ​ອັງ​ຄານ​ວານນີ້ ແມ່ນ​ຢູ່​ໃນ​ຮ່າງ​ຄະ​ດີ​ສ່ວນ​ນຶ່ງທີ່​ຖືກ​ປັບ​ປຸງ ​
ໂດຍທະນາຍຄວາມຂອງທ່ານ ມານາຝອດ ທີ່ບໍ່ໄດ້ລຶບອອກ ຢ່າງຄັກແນ່, ແລະ ໄດ້
ສະແດງໃຫ້ເຫັນວ່າ ທ່ານໄດ້ຕົວະ ກ່ຽວກັບ ການແບ່ງປັນຂໍ້ມູນໃຫ້ກັບທ່ານ ຄິລິມນິກ
ໃນເວລາທີ່ທ່ານເຮັດວຽກໃນການໂຄສະນາຫາສຽງທ່ານ ທຣຳ. ຂໍ້ມູນທີ່ສະເພາະ
ເຈາະຈົງດັ່ງກ່າວ ແມ່ນບໍ່ໄດ້ຖືກຮັບຮູ້ ກ່ອນໜ້ານີ້, ຫຼັງຈາກໄດ້ຖືກປົກປິດເປັນຢ່າງດີ
ໃນຮ່າງເອກະສານທີ່ໄດ້ຮັບການແກ້ໄຂຢ່າງຫຼວງຫຼາຍ 7 ສະບັບໂດຍກຸ່ມຂອງທ່ານ
ມອລເລີ ໃນເດືອນທັນວາປີກາຍນີ້.

ທ່ານ ຄິ​ລິມ​ນິກ, ຜູ້​ທີ່​ໄດ້​ຖືກ​ຟ້ອງ​ໂດຍ​ທ່ານ ມອ​ລ​ເລີ ດ້ວຍ​ຂໍ້​ກ່າວ​ຫາ​ຂັດ​ຂວາງ​ຂະ​
ບວນການຍຸຕິທຳ ສຳລັບການເຂົ້າໄປຫຍຸ້ງກ່ຽວ ກັບພິຍານຕ່າງໆ ໃນຄະດີຂອງທ່ານ
ມານາຝອດ ນັ້ນ, ໄດ້ປະຕິເສດການພົວພັນກັບອົງການສືບລັບ ຣັດເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG