ຄະໂຄສະນາຫາສຽງຂອງປະທານາທິບໍດີສະຫະລັດທ່ານດໍໂນລ ທຣຳ ບໍ່ສົນໃຈນຳຂະໜາດຂອງຝຸງຄົນຢູ່ທີ່ການໂຮມຊຸມນຸມດ້ານການເມືອງ ຄັ້ງທຳອິດຂອງທ່ານທຣຳ ໃນໄລຍະສາມເດືອນຜ່ານ ໂດຍຖິ້ມໂທດໃສ່ “ສື່ມວນຊົນຂ່າວປອມ” ທີ່ລາຍງານກ່ຽວກັບໄພຂົ່ມຂູ່ໃນການຕິດແປດໄວຣັສໂຄໂຣນາ ແລະການປະທ້ວງທີ່ອາດເປັນໄດ້ວ່າ ຈະຢັບຢັ້ງບໍ່ໃຫ້ພວກຄົນໄປຮ່ວມໃນການໂຮມຊຸມນຸມນັ້ນ.
ສູນກາງ BOK ທີ່ບັນຈຸຄົນໄດ້ເຖິງ 19,000 ຄົນໃນນະຄອນໂທລຊາ ລັດໂອກລາໂຮມາ ປາກົດວ່າມີຄົນມາຮ່ວມປະມານກາຍເຄິ່ງນຶ່ງໃນແລງວັນເສົາຜ່ານມານີ້ ເຖິງແມ່ນວ່າ ຄະນະໂຄສະນາຫາສຽງຂອງປະທານາທິບໍດີ ເມື່ອອາທິດແລ້ວນີ້ ໄດ້ໂອ້ອວດວ່າ ນຶ່ງລ້ານຄົນໄດ້ລົງທະບຽນທີ່ຈະໄປຮ່ວມ. ຄະນະໂຄສະນາຫາສຽງຂອງທ່ານທຣຳ ໄດ້ກ່າວວ່າ ປະມານ 12,000 ຄົນ ໄດ້ເຂົ້າຜ່ານເຄື່ອງກວດຫາວັດຖຸເລັກຢູ່ທາງເຂົ້າສູນກາງດັ່ງກ່າວ.
ການໂຮມຊຸມນຸມຢູ່ດ້ານນອກສຳລັບຝຸງຄົນທີ່ລົ້ນເຫຼືອຈາກສູນກາງນັ້ນ ກໍໄດ້ຖືກຍົກເລີກເພາະວ່າ ມີຄົນໜ້ອຍ ຢູ່ທີ່ສູນກາງດັ່ງກ່າວ ໃນຂະນະດຽວກັນນັ້ນ ບ່ອນນັ່ງຢູ່ຊັ້ນເທິງໂດຍສ່ວນໃຫຍ່ກໍເປົ່າຫວ່າງ.
ສຳລັບພວກສະໜັບສະໜຸນທີ່ກຳລັງຮ້ອງເຊຍ ຜູ້ທີ່ໄດ້ໄປມີໜ້ານັ້ນ ທ່ານທຣຳ ໄດ້ກ່າວໃນສິ່ງທີ່ພວກເຂົາເຈົ້າໄດ້ມາເພື່ອຮັບຟັງ: ການກ່າວເຢາະເຢີ້ຍດ້ານການເມືອງເປັນເວລາເກືອບ 2 ຊົ່ວໂມງ.
ທ່ານທຣຳ ໄດ້ຕໍ່ວ່າຕໍ່ຂານ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ຝ່າຍກົງກັນຂ້າມສັງກັດພັກເດໂມແຄຣັດ ທີ່ເປັນຂູ່ແຂ່ງໃນການເລືອກຕັ້ງແຫ່ງຊາດທີ່ຈະມີຂຶ້ນໃນເດືອນພະຈິກ ຊຶ່ງທ່ານໄດ້ກ່າວໂຈມຕີວ່າ ພວກເດີນຂະບວນປະທ້ວງ “ຫົວຮຸນແຮງຝ່າຍຊ້າຍ” ຕໍ່ຕ້ານການລະເມີດສິດຂອງຕຳຫຼວດ ສອງສາມອາທິດບໍ່ດົນມານີ້ໃນສະຫະລັດ ແລະໄດ້ຖິ້ມໂທດໃສ່ຈີນ ສຳລັບການແຜ່ລະບາດອັນເປັນສິ່ງທີ່ທ່ານໄດ້ເອີ້ນວ່າ “kung flu” ຊຶ່ງເປັນຄຳສັບສຳລັບໂຣກລະບາດໄວຣັສໂຄໂຣນາ ທີ່ໄດ້ສັງຫານປະຊາຊົນເກືອບ 120,000 ຄົນໃນສະຫະລັດ ແລະຫຼາຍກວ່າ 2 ລ້ານ 2 ແສນຄົນໄດ້ຕິດເຊື້ອໄວຣັສນີ້.
ທ່ານທຣຳ ໄດ້ເອີ້ນພວກສະໜັບສະໜູນທີ່ໂບກປ້າຍຕ່າງໆຂອງທ່ານວ່າແມ່ນ “ພວກນັກລົບ” ແລະໄດ້ປະກາດວ່າ “ພວກສຽງສ່ວນຫຼາຍທີ່ມິດງຽບ ແມ່ນເຂັ້ມແຂງຂຶ້ນກວ່າເກົ່າ”. ທ່ານໄດ້ກ່າວໂອ້ອວດກ່ຽວກັບການແຕ່ງຕັ້ງຜູ້ພິພາກສາອານຸລັກນິຍົມໃນສານສູງສຸດ ພາສີທີ່ຕ່ຳລົງ ຕະຫຼາດຮຸ້ນຂະຫຍາຍຕົວດີຂຶ້ນ ກຳແພງທີ່ກຳລັງກໍ່ສ້າງຢູ່ຊາຍແດນພາກໃຕ້ຕິດກັບເມັກຊິໂກ ເພື່ອກັນບໍ່ໃຫ້ພວກອົບພະຍົບທີ່ບໍ່ມີເອກະສານເຂົ້າມາ ແລະເພີ້ມງົບປະມານດ້ານການທະຫານຂອງສະຫະລັດ.
ທ່ານ ແບຣດ ພາຣສ໌ແກລ ຜູ້ຈັດການຄະນະໂຄສະນາຫາສຽງຂອງທ່ານທຣຳ ໃນວັນອາທິດວານນີ້ ໄດ້ກ່າວວ່າ ຂະໜາດຂອງຝຸງຄົນໄດ້ໜ້ອຍລົງນັ້ນ ກໍເປັນຍ້ອນປັດໄຈຫຼາຍຢ່າງ.