ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທີ່ປຶກສາ ຂອງທ່ານ ທຣຳ ໄດ້ຮັບຮູ້ 'ເລື່ອງ ພາຍໃນ ຢ່າງເລິກເຊິ່ງ' ໃນລະຫວ່າງ ໄປມົສກູ

ທ່ານ Carter Page, ທີ່ປຶກສາດ້ານນະໂຍບາຍ ການຕ່າງປະເທດ ຂອງທ່ານດໍໂນລ ທຣຳ ໃນການລົງແຂ່ງຂັນເປັນປະທານາທິບໍດີ ໃນປີ 2016, ກ່າວຕໍ່ບັນດານັກຂ່າວ ຫຼັງຈາກການສອບຖາມ ໂດຍຄະນະກຳມະການສືບລັບ ຂອງສະພາຕ່ຳ, ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 2 ພະຈິກ 2017.

ທ່ານ Carter Page ທີ່ປຶກສາດ້ານນະໂຍບາຍການຕ່າງປະເທດ ຂອງທ່ານດໍໂນລ
ທຣຳ ໃນຂະນະທີ່ ທ່ານທຣຳ ລົງແຂ່ງຂັນເປັນປະທານາທິບໍດີ ໃນປີກາຍນີ້ ໄດ້ບອກ
ບັນດາຜູ້ຊ່ວຍໂຄສະນາຫາສຽງ ວ່າ ເພິ່ນໄດ້ຮັບຮູ້ເຖິງ “ເລື່ອງພາຍໃນຢ່າງເລິກເຊິ່ງ” ຈາກບັນດາສະມາຊິກສະພາຂອງຣັດເຊຍ ແລະ “ສະມາຊິກຜູ້ອາວຸໂສຕ່າງໆ” ຂອງ
ຄະນະລັດຖະບານ ປະທານາທິບໍດີ Vladimir Putin ໃນເວລາທ່ານ ເດີນທາງໄປ
ນະຄອນຫຼວງມົສກູ ໃນລະຫວ່າງ ການເລືອກຕັ້ງ ຂອງສະຫະລັດ ຢູ່ນັ້ນ.

ທ່ານ Page ໄດ້ຂຽນຢູ່ໃນອີເມລ ເມື່ອເດືອນກໍລະກົດ ປີ 2016 ເຖິງບັນດາຜູ້ຊ່ວຍ
ໂຄສະນາຫາສຽງ ຂອງທ່ານທຣຳວ່າ ຮອງນາຍົກລັດຖະມົນຕີ Arkady Dvorkovich
“ໄດ້ສະແດງການສະໜັບສະໜູນ ທ່ານທຣຳ ຢ່າງແຂງຂັນ ແລະ ປະສົງຢາກເຮັດ
ວຽກຮ່ວມກັນ ເພື່ອນຳໄປສູ່ການຮັບມື ໃນການແກ້ໄຂບັນຫາຕ່າງໆໃນທົ່ວໂລກ
ທີ່ມີຢູ່ໃນປັດຈຸບັນນີ້”
ອີງຕາມສຳເນົາຂອງການໃຫ້ປາກຄຳດົນກວ່າ 6 ຊົ່ວໂມງ ຂອງ
ທ່ານ Page ເມື່ອສັບປະດາແລ້ວນີ້ ຕໍ່ຄະນະກຳມະ ການສືບສວນການແຊກແຊງ
ເຂົ້າໃນການເລືອກຕັ້ງສະຫະລັດ ຂອງສະພາຕ່ຳ.

ໄອຍະການພິເສດ ທ່ານ Robert Mueller ກຳລັງອອກໄປ ຫຼັງຈາກເຂົ້າຮ່ວມກອງປະຊຸມປິດລັບ ກັບບັນດາສະມາຊິກ ຄະນະກຳມະການຕຸລາການ ຂອງສະພາສູງ ກ່ຽວກັບ ການແຊກແຊງເຂົ້າໃນ ການເລືອກຕັ້ງ ຂອງຣັດເຊຍ ແລະ ອາດເປັນໄປໄດ້ວ່າ ຄະນະໂຄສະນາຫາສຽງຂອງທ່ານທຣຳ ມີສ່ວນກ່ຽວຂ່້ອງນຳດ້ວຍ, ຢູ່ທີ່ລັດຖະສະພາ ຫຼື Capitol ໃນນະຄອນຫຼວງວໍຊິງຕັນ, ວັນທີ 21 ມິຖຸນາ 2017.

ເມື່ອຖືກຖາມ ກ່ຽວກັບ ອີເມລດັ່ງກ່າວ ນັ້ນ ທ່ານ Page ໄດ້ກ່າວຕໍ່ບັນດາສະ ມາຊິກ
ສະພາ ວ່າ ທ່ານບໍ່ໄດ້ໝາຍຄວາມວ່າ ທ່ານໄດ້ພົບປະກັບບັນດາເຈົ້າໜ້າທີ່ດັ່ງກ່າວ
ແຕ່ຫາກໄດ້ຮຽນຮູ້ເຖິງທັດສະນະຂອງພວກເພິ່ນ ຢູ່ໃນສື່ມວນຊົນຂອງທ້ອງຖິ່ນ ຈາກ
ບັນດາຜູ້ຊ່ຽວຊານ ຢູ່ໃນຣັດເຊຍ ແລະ ຢູ່ທີ່ການກ່າວຄຳປາໄສທີ່ເປີດເຜີຍ ໂດຍທ່ານ Dvorkovich ໃນກອງປະຊຸມ ບ່ອນທີ່ທ່ານ Page ໄດ້ຂຶ້ນກ່າວເຊັ່ນກັນ. ທ່ານ Page
ໄດ້ກ່າວວ່າ ທ່ານໄດ້ກ່າວຖາມ “ສະບາຍດີ ແບບສັ້ນໆ” ກັບທ່ານ Dvorkovich.

ການຕິດຕໍ່ກັບເຈົ້າໜ້າທີ່ຣັດເຊຍ ຂອງທ່ານ Page ໄດ້ກາຍເປັນຈຸດເພັ່ງເລັງນຶ່ງ ໃນ
ການສືບສວນຂອງລັດຖະສະພາ ໃນອັນທີ່ປະຊາຄົມສືບລັບ ສະຫະລັດ ໄດ້ສະຫລຸບ
ວ່າ ການປຸກລະດົມທີ່ນຳພາໂດຍ ທ່ານປູຕິນ ເພື່ອທຳລາຍປະຊາທິປະໄຕ ຂອງ
ສະຫະລັດ ແລະ ຊ່ອຍໃຫ້ທ່ານທຣຳ ຊະນະການເລືອກຕັ້ງ.

ຍິ່ງໄປກວ່ານັ້ນ ໄອຍະການພິເສດ Robert Mueller ກໍພວມທຳການສືບສວນ
ທາງອາຍາກ່ຽວກັບການແຊກແຊງຂອງຣັດເຊຍເຂົ້າໃນການເລືອກຕັ້ງ ແລະທ່ານ
ທຣຳໄດ້ຂັດຂວາງຂະບວນການຍຸຕິທຳຫຼືບໍ່ໂດຍການປົດທ່ານ James Comey
ຫົວໜ້າອົງການສັນຕິບານກາງຂອງສະຫະລັດ ເວລາທ່ານເປັນຜູ້ນຳພາການສືບສວນ
ຂອງອົງການດັ່ງ ກ່າວກ່ຽວກັບການແຊກແຊງຂອງຣັດເຊຍ​ ໂດຍທີ່ທ່ານທຣຳ ບໍ່ເຫັນດີ
ນຳນັ້ນ ກ່ອນທ່ານ Mueller ຖືກແຕ່ງຕັ້ງໃຫ້ເຂົ້າຮັບຕຳແໜ່ງ ເພື່ອເຂົ້າຄວບຄຸມການ
ສືບສວນ ແທນນັ້ນ.

ທີ່ປຶກສາອີກຄົນນຶ່ງຂອງທ່ານທຣຳ ຄືທ່ານ George Papadopoulos ໃນເດືອນແລ້ວນີ້
ໄດ້ຍອມຮັບຜິດ ໃນການຕົວະເຈົ້າໜ້າທີ່ສືບສວນຂອງລັດຖະບານກາງ ກ່ຽວກັບ ການຕິດ
ຕໍ່ ຂອງທ່ານກັບກຸ່ມຜົນປະໂຫຍດຂອງຣັດເຊຍ ແລະການສື່ສານຂອງທ່ານ ກັບພວກ
ຜູ້ຊ່ວຍ ທ່ານທຣຳ ໃນການໂຄສະນາຫາສຽງ. ທ່ານ Papadopoulos ໄດ້ໃຫ້ການຮ່ວມມື
ກັບເຈົ້າໜ້າທີ່ ໃນການສືບສວນທີ່ດຳເນີນມາໄດ້ຫຼາຍໆເດືອນແລ້ວນັ້ນ.

Trump Aide Russia Probe
please wait

No media source currently available

0:00 0:00:56 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG