ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວຄັດຄ້ານ ກົດໝາຍປົກປ້ອງ ຄົນເຂົ້າເມືອງ ນອກຈາກວ່າ ມັນຈະລວມມີ ເງິນທຶນສຳລັບ ສ້າງກຳແພງຊາຍແດນນຳ


Legendary Soviet-era T-34 tanks roll during a dress rehearsal for the Victory Day military parade in Moscow, Russia. The parade will take place at Moscow's Red Square on May 9 to celebrate 76 years of the victory in WWII.
Legendary Soviet-era T-34 tanks roll during a dress rehearsal for the Victory Day military parade in Moscow, Russia. The parade will take place at Moscow's Red Square on May 9 to celebrate 76 years of the victory in WWII.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເນັ້ນຢໍ້າ ໃນວັນເສົາວານນີ້ ວ່າ ທ່ານ
ຈະບໍ່ສະໜັບສະໜູນຮ່າງກົດໝາຍປ້ອງກັນຄົນເຂົ້າເມືອງຫຼາຍຮ້ອຍພັນຄົນ ທີ່ຖືກເນ
ລະເທດ ນອກຈາກວ່າ ມັນຈະປະກອບມີເງິນທຶນ ສຳລັບສ້າງກຳແພງກັ້ນຊາຍແດນ
ຮ່ວມຢູ່ນຳ ແລະ ຈະລົບລ້າງໂຄງການຈົກສະຫຼາກເອົາວີຊາເຂົ້າມາຢູ່ ສະຫະລັດ ນຳ
ແລະ ການດຳເນີນການຖືເອົາສະມາຊິກຄອບຄົວເປັນພື້ນຖານນັ້ນ.

ທ່ານ ທຣຳ ໄດ້ກ່າວກ່ຽວກັບໂຄງການ DACA ຊຶ່ງຈະໝົດອາຍຸລົງໃນເດືອນ ມີນາ ທີ່ຈະ
ມາເຖິງນີ້ວ່າ “ພວກເຮົາໝົດທຸກຄົນຢາກໃຫ້ໂຄງການ ດາກາ ເກີດຂຶ້ນແຕ່ພວກເຮົາກໍ
ຕ້ອງການໃຫ້ມີຄວາມປອດໄພຢ່າງໃຫຍ່ ຢູ່ໃປະເທດຂອງພວກເຮົາ.”

ຄຳເຫັນຂອງທ່ານ ທຣຳ ໄດ້ມີຂຶ້ນໃນຕອນທີ່ທ່ານໄດ້ພົບກັບສະມາຊິກສະພາຝ່າຍ
ຣີພັບບລິກັນ ແລະ ບັນດາລັດຖະມົນຕີຂອງທ່ານເພື່ອຈັດຕັ້ງບູລິມະສິດດ້ານນິຕິບັນ
ຍັດ ໃນລັດຖະບານຂອງທ່ານໃນປີ 2018 ທັງເພື່ອຈັດຕັ້ງແຜນຍຸດທະສາດ ສຳລັບ
ການເລືອກຕັ້ງກາງສະໄໝ ໃນເດືອນພະຈິກທ້າຍປີນີ້. ພວກເພິ່ນພາກັນໄປເຕົ້າໂຮມ
ກັນ ຢູ່ໃນສະຖານທີ່ພັກຜ່ອນຂອງປະທານາທິບໍດີທີ່ ແຄັມປ໌ ເດວິດ ໃນລັດ ແມຣີແລນ.

ທ່ານ ທຣຳ ໄດ້ບອກພວກນັກຂ່າວວ່າ “ພວກເຮົາໄດ້ເວົ້າເຖິງເລື່ອງ ດາກາ ແລະ ວ່າ
ພວກເຮົາຈະເຮັດຈັ່ງໃດ ແລະ ພວກເຮົາຫວັງວ່າ ພວກເຮົາຈະແກ້ໄຂບັນຫາໄດ້ ກັບ
ພວກເດໂມແຄຣັດ. ຂ້າພະເຈົ້າຄິດວ່ານັ້ນແມ່ນເລື່ອງນຶ່ງທີ່ພວກເຂົາເຈົ້າຢາກຈະໃຫ້ມັນ
ເກີດຂຶ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG