ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ​ເວົ້າ​ວ່າ ການ​ສອບ​ສວນ​ແບບກ​ວ້າງ​ອອກ​ ຂອງ​ສະ​ພາ​ຕ່ຳ ​ເປັນການ​ 'ຂົ່ມ​ຂູ່​ ລົບ​ກວນປະ​ທາ​ນາ​ທິ​ບໍ​ດີ'


ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ຄື​ທ່ານ ອາ​ດາມ ​ຊີ​ຟ (Adam Schiff) ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ​ຄາ​ລິ​ຟໍ​ເນຍ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່​ຕຶກ​ລັດ​ຖະ​ສະ​ພາ​ ຢູ່​ນະ​ຄອນ​ວໍ​ຊິ​ງ​ຕັນ ໃນວັນ​ທີ 6 ກຸມ​ພາ, 2019.
ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ຄື​ທ່ານ ອາ​ດາມ ​ຊີ​ຟ (Adam Schiff) ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ​ຄາ​ລິ​ຟໍ​ເນຍ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່​ຕຶກ​ລັດ​ຖະ​ສະ​ພາ​ ຢູ່​ນະ​ຄອນ​ວໍ​ຊິ​ງ​ຕັນ ໃນວັນ​ທີ 6 ກຸມ​ພາ, 2019.

ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ​ຂອງສະ​ຫະ​ລັດເວົ້າ​ວ່າ ບໍ່​ມີ​ພື້ນຖານ​ອັນ​ໃດ ​ທີ່​ຄະ​ນະ​ກຳ​ມະ​ການ​ດ້ານ​ຕຸ​ລາ​ການ​ທີ່​ມີ​ອຳນາດສູງ​ຈະ​ໃຊ້ ​ເພື່ອ​ສືບ​ສວນດ້ານການ​ເງິນ​ສ່ວນ​ຕົວ​ຂອງ​ທ່ານ​ໄດ້.

"ບໍ່​ເຄີຍ​ມີ​ນັກ​ການ​ເມືອງ​ຄົນ​ໃດ ຕ້ອງ​ໄດ້​ຜ່ານການ​ສອບ​ສວນ​ແບບນັ້ນ. ມັນ​ເອີ້ນ​ກັນວ່າ ເປັນເລື້ອງ​ທີ່​ທຳ​ການຂົ່ມ​ຂູ່​ລົບ​ກວນປະ​ທາ​ນາ​ທິ​ບໍ​ດີ. ແລະ​ມັນ​ເປັນ​ເລື້ອງ​ທີ່​ໜ້າ​ເສຍ​ໃຈຫລາຍ ແລະ​ມັນ​ເຮັດ​ປະ​ເທດ​ຊາດ​ຮູ້​ສຶກ​ເຈັບ​ປວດ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານທ​ຣຳ​ ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຄົນ​ນຶ່ງ​ ກ່ຽວ​ກັບການ​ຕັດ​ສິນ​ໃຈ​ຂອງ​ຄະ​ນະ​ກຳ​ມະ​ການ​ດ້ານ​ສືບ​ລັບ​ຂອງ​ສະ​ພາ​ຕ່ຳວ່າ ​ຈະ​ກວດ​ກາ​ເບິ່ງ​ເລື້ອງ​ການ​ເງິນ​ຂອງ​ທ່ານ. ທ່ານ​ທ​ຣຳ​ໝາຍ​ເຖິງ​ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ຄື​ທ່ານ ອາ​ດາມ ​ຊີ​ຟ (Adam Schiff) ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ແລະ​ເປັນ​ຜູ້​ວິຈານ​ທ່ານ​ທີ່​ສຳ​ຄັນ.

ປ. ທ​ຣຳ​ກ່າວ​ຄຳ​ປາ​ໄສຢູ່ທຳ​ນຽບ​ຂາວ ໃນວັນ​ທີ 6 ກຸມ​ພາ, 2019
ປ. ທ​ຣຳ​ກ່າວ​ຄຳ​ປາ​ໄສຢູ່ທຳ​ນຽບ​ຂາວ ໃນວັນ​ທີ 6 ກຸມ​ພາ, 2019

"ມີບ່ອນ​ອີງ​ອັນ​ໃດທີ່​ລາວ​ຈະ​ເຮັດ​ແນວນັ້ນ​? ລາວບໍ່​ມີ​ບ່ອນ​ອີງ​ອັນ​ໃດ​ທີ່​ລາວ​ຈະ​ເຮັດ​ແນວນັ້ນ​ໄດ້. ລາວ​ເປັນ​ພຽງ​ແຕ່​ນັກ​ການ​ເມືອງ​ທີ່​ເວົ້າ​ແບບບໍ່​ມີ​ສາ​ລະ​ຫຍັງ. ລາວ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ໂຕ​ເອງ​ໂດ່ງ​ດັງ​ຂຶ້ນ," ນັ້ນຄື​ຄຳ​ເວົ້າ​ຂອງທ່ານ​ທ​ຣຳ ທີ່ເວົ້າ​ ກ່ຽວ​ກັບ​ທ່ານ ​ຊີ​ຟ (Schiff) ໃນ​ຕອນ​ສະ​ຫລຸບ​ງານ​ທີ່​ສັ້ນໆ​ງານ​ນຶ່ງ ຢູ່​ຫ້ອງ Roosevelt ຂອງ​ທຳ​ນຽບ​ຂາວ ທີ່ປະ​ກາດ​ວ່າ ທ່ານ ເດ ວິດ ມາ​ລ​ແພ​ສ (David Malpass) ແມ່ນຜູ້​ທີ່ຖືກ​ແຕ່ງ​ຕັ້ງ​ໃຫ້ເປັນ​ຜູ້​ບໍ​ລິ​ຫານ​ທະ​ນາ​ຄານ​ໂລກ.

ກ່ອນ​ໜ້ານັ້ນ ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ, ທ່ານ ຊີ​ຟ​ກໍໄດ້​ປະ​ກາດ​ວ່າ ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ໂດຍ​ທີ່​ຢູ່​ໃນ​ການ​ຄອບ​ຄອງ​ຂອງ​ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຫລັງຈາກ​ມີ​ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ ຈະ​ຂະ​ຫຍາຍການ​ສືບ​ສວນ​ຂອງ​ຕົນ​ອອກໄປ “​ນອກ​ເໜືອ​ຈາກເລື້ອງ​ຣັດ​ເຊຍ" ອີກ ແລະ​ຈະ​ກວດ​ເບິ່ງ ວ່າ ຄວາມ​ເປັນ​ຫ່ວງ​ຂອງ​ທ່ານທ​ຣຳ​ຕໍ່​ຜົນ​ປະ​ໂຫຍດທາງ​ການ​ເງິນ​ຂອງ​ເພິ່ນເປັນ​ສິ່ງທີ່​ພັກ​ດັນ​ການ​ຕັດ​ສິນ​ໃຈ​ຂອງເພິ່ນ​ດ້ານ​ນະ​ໂຍ​ບາຍ ແລະ​ການ​ເຄື່ອນ​ໄຫວ​ອັນ​ອື່ນ​ ໃນ​ນາມ​ທີ່ເປັນປະ​ທາ​ນາ​ທິ​ບໍ​ດີ ​ຫລືບໍ່.

ລະ​ບຽບ​ການ​ທີ່​ກວ້າງກວ່ານັ້ນ ​ຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ຈະ "ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ​ທຳ​ການ​ສືບ​ສວນ​ກ່ຽວ​ກັບ​ການ​ກ່າວ​ຫາ​ໃດໆ ທີ່​ໜ້າ​ເຊື່ອ​ຖືໄດ້​ໃນ​ເລື້ອງ​ທີ່​ວ່າຜົນ​ປະ​ໂຫຍດ​ທາງ​ການ​ເງິນ ຫລື ຜົນ​ປະ​ໂຫຍດ​ດ້ານ​ອື່ນໆ ກຳ​ລັງ​ເປັນ​ແຮງ​ພັກ​ດັນການ​ຕັດ​ສິນ​ໃຈ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຫລື​ຂອງ​ໃຜ​ກໍ​ຕາມ​ທີ່ຢູ່​ໃນ​ຄະ​ນະ​ລັດ​ຖະ​ບານ​ໄດ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ຊີ​ຟ ​ທີ່​ກ່າວ​ຕໍ່​ພວກນັກ​ຂ່າວ.​ທ່ານ​ກ່າວ​ຕໍ່​ໄປ​ວ່າ "ລະ​ບຽບ​ການນັ້ນ​ແມ່ນ​ກ່ຽວ​ຂ້ອງ​ ກັບ​ການ​ກ່າວ​ຫາ​ໃດໆ ທີ່​ໜ້າ​ເຊື່ອ​ຖື ວ່າ​ມີການ​ຊ່ວຍເຫລືອ​ໃຫ້​ທ່ານໄດ້​ປຽບ​ຈາກພວກ​ຣັດ​ເຊຍ ຫລື​ພວກຊາ​ອຸ​ດີ ຫລືຄົນ​ອື່ນ ໃດຫລືບໍ່."


ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG