ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ປ. ທຣຳ ຮ້ອງເກົາຫຼີເໜືອວ່າ ເປັນບັນຫາໃຫຍ່ ຫຼັງຈາກ ຍິງທົດລອງ ລູກສອນໄຟຂີປະນາວຸດ


ປະທານາທິບໍດີ ສະຫະລັດ ທ່ານ Donald Trump ຖະແຫລງຂ່າວຮ່ວມ ກັບນາຍົກລັດລັດຖມົນຕີການາດາ ທ່ານ Justin Trudeau ທີ່ທຳນຽບຂາວ.

ປະທນາ​ທິບໍດີ​ສະຫະລັດ ທ່ານ Donald Trump ຮ້ອງ​ເກົາຫລີ​ເໜືອ​ວ່າ “​ເປັນ​ບັນຫາ​ໃຫຍ່” ຫລັງ​ຈາກ​ປະ​ເທດ​ຄອມ​ມິ​ວນິສ​ດັ່ງກ່າວ ໄດ້​ຍິງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ເທຶ່ອຫລ້າ​ສຸດ.

ລະຫວ່າງ​ກອງ​ປະຊຸມ​ນັກ​ຂ່າວ ​ຢູ່​ທຳນຽບຂາວ​ກັບນາຍົກລັດຖະມົນຕີການາດາ ທ່ານ Justin Trudeau ​ໃນ​ວັນ​ຈັນ​ວານ​ນີ້ ປະທານາທິບໍດີ Trump ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ​ຈະ​ຮັບ​ມື​ກັບ​ເກົາຫລີ​ເໝືອຢ່າງ “​ແຂງ​ຂັນ.” ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະອຽດໃດໆເພີ້​ມ​ເຕີມ.

Trump: North Korea Among Biggest Threats to National Security
please wait

No media source currently available

0:00 0:00:54 0:00

ປະທານາທິບໍດີ Trump ຍັງ​ໄດ້​ສັນລະ​ເສີນ​ການ​ພົບ​ປະ​ຂອງທ່ານ​ໃນ​ທ້າຍ​ອາທິດ
​ນີ້ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ທີ່​ລັດ Florida. ​ຜູ້ນຳ​ທັງ​ສອງ​
ໄດ້​ໃຊ້​ເວລາ​ຮ່ວມ​ກັນ​ໃນ​ວັນ​ອາທິດ​ແລ້ວ​ນີ້ ​ເວລາ​ພວກ​ວທ່ານ​ໄດ້​ຮຽນ​ຮູ້​ວ່າ ​ເກົາຫລີ
ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ເທື່ອຫລ້າ​ສຸດ ຊຶ່ງບັນດາ​ເຈົ້າ​ໜ້າ​ທີ່​ກອງທັບ​ເກົາຫລີ​ໃຕ້
ກ່າວ​ວ່າ ລູກ​ສອນ​ໄຟໄດ້​ເດີນທາງ​ປະມານ 500 ກິ​ໂລ​ແມັດ​ກ່ອນທີ່​ຈະຕົກລົງ​ສູ່​
ທະ​ເລ​ຍີ່ປຸ່ນ. ທ່ານ Abe ຮ້ອງ​ການກະທຳຂອງ​ເກົຫລີ​ເໜືອ​ວ່າ "​ເປັນ​ທີ່​ຮັບ​ເອົາ​ບໍ່
​ໄດ້​ເດັດຂາດ.”

ຜູ້ຊາຍຄົນນຶ່ງເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ໜັງສືພິມເກົາຫລີເໜືອ Rodong Sinmun ລາຍງານການຍິງລູກສອນໄຟ "Pukguksong-2"
ຜູ້ຊາຍຄົນນຶ່ງເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ໜັງສືພິມເກົາຫລີເໜືອ Rodong Sinmun ລາຍງານການຍິງລູກສອນໄຟ "Pukguksong-2"

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້ປະຊຸມລັບ​ສຸກ​ເສີນ ​ເພື່ອ​ສົນທະ​ນາ​ຫາລືກ່ຽວ
​ກັບການ​ຍິງ​ລູກ​ສອນ​ໄຟ ​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້. ສະມາຊິກ 15 ປະ​ເທດ​ໄດ້​ປະນາມ​
ການ​ຍິງ​ລູກ​ສອນ​ໄຟໃນ​ວັນ​ອາທິດ​ວ່າ​ເປັນ “ການ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ” ຕໍ່​ພັນທະນາໆ
ຊາດ​ຂອງ​ພຽງຢາງ ພາຍ​ໃຕ້​ມະ​ຕິ 6 ສະບັບຂອງ​ສະຫະ​ປະຊາ​ຊາດ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ຖະແຫລງກ່ຽວກັບເກົາຫລີເໜືອ ຮ່ວມກັບປະທານາທິບໍດີ Donald Trump ທີ່ Mar-a-Lago club ທີ່ Palm Beach ລັດ Florida,
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ຖະແຫລງກ່ຽວກັບເກົາຫລີເໜືອ ຮ່ວມກັບປະທານາທິບໍດີ Donald Trump ທີ່ Mar-a-Lago club ທີ່ Palm Beach ລັດ Florida,

ຖະ​ແຫລ​ງການ​ກ່າວ​ວ່າ “ບັນດາ​ສະມາຊິກ​ຄວາມ​ໝັ້ນຄົງ ຮັບ​ເອົາ​ບໍ່​ໄດ້ໃນ​ກິດ​ຈະ​ການ​ລູກ
​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂອງສາທາລະນະ​ປະຊາຊົນ​ເກົາ​ຫລີຮ​ວມທັງ​ການ​ຍິງເຫ​ລົ່ານີ້ ໂດຍ
ໃຫ້​ຂໍ້​ສັງ​ເກດ​ວ່າ ​ກິດຈະການ​ດັ່ງກ່າວ​ເຮັດ​ໃຫ້ສາທາລະນະ​ລັດ​ປະຊາຊົນ​ເກົາ​ຫລີ ພັດທະ
ນາ​ລະບົບນຳ​ສົ່ງອາວຸດ​ນິວ​ເຄລຍ​ແລະເພີ້​ມຄວາມ​ເຄັ່ງຕືງ.”

ຜູ້ຊາຍຄົນນຶ່ງເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ລູກສອນໄຟເກົາຫລີເໜືອ "Pukguksong-2."
ຜູ້ຊາຍຄົນນຶ່ງເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ລູກສອນໄຟເກົາຫລີເໜືອ "Pukguksong-2."

ສະພາ​ຄວາມ​ໝັ້ນຄົງໄດ້​ກ່າວ​ເພີ້​ມວ່າ​ຕົນ​ຈະ “ດຳ​ເນີນ​ສັງ​ເກດ​ການ​ຢ່າງ​ໃກ້ຊິດເບິ່ງ ສະຖານະ​ການ ​ແລະ​ເອົາ​ມາດ​ຕະການ​ທີ່​ສຳຄັນ​ຕໍ່ໄປ​.” ​ແຕ່​ບໍ່​ໄດ້​ບັນ​ລະ​ຍາຍ​ວ່າມາດ​ຕະການ​ເຫລົ່າ​ນັ້ນ​ແມ່ນ​ຫຍັງ. ເທົ່າ​ທີ່​ຜ່ານ​ມາສ່ວນ​ໃຫຍ່​ຫວ່າງ​ມໍ່ໆ​ມານີ້​ໃນ​ເດືອນ​ພະຈິກ ສະພາ​ໄດ້ຮັດ​ແຄບ​ການ​ລົງ​ໂທດ​ສາ​ກົນ​ທີ່​ມີ​ຢູ່​ນັ້ນ ​ແລະ​ວາງ​ການ​ລົງ​ໂທດ​ໃໝ່ແນ່​ເປົ້າ​ໝາຍ​ໃສ່​ບັນດາ​ບໍລິສັດ​ທີ່​ໃຫ້​ເງິນ​ທຶນ​ແກ່​ນິວ​ເຄລຍ ​ແລະ​ບັນດາໂຄ​ງ ການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ. calling it a further violation by Pyongyang of multiple U.N. Security Council resolutions.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ.

XS
SM
MD
LG