ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳກ່າວ່າ ການ​ຕອບ​ໂຕ້​ ຂອງ​ຜູ້​ປົກ​ຄອງ​ລັດ ກ່ຽວກັບຮູບ​ແບ່ງ​ແຍກ​ສີ​ຜິວ "ອະໄພ​ໃຫ້​ບໍ່​ໄດ້"


ຜູ້​ປົກ​ຄອງ​ລັດ ເວີ​ຈິ​ເນຍ ທ່ານ ຣາ​ຣ໌​ຟ ນໍ​ແທັມ, ຊ້າຍ, ສະ​ແດງ​ທ່າ​ທີ​ໃນ​ຂະ​ນະ​ທີ່​ພັນ​ລະ​ຍາ, ທ່ານ​ນາງ ແພມ, ຟັງຢູ່ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໃນ​ບ້ານ​ຂອງ​ຜູ້​ປົກ​ຄອງ​ລັດ ທີ່​ເມືອງ ຣິ​ຈ໌​ມັອນ, ລັດ ເວີ​ຈິ​ເນຍ. 2 ກຸ​ມ​ພາ, 2019.
ຜູ້​ປົກ​ຄອງ​ລັດ ເວີ​ຈິ​ເນຍ ທ່ານ ຣາ​ຣ໌​ຟ ນໍ​ແທັມ, ຊ້າຍ, ສະ​ແດງ​ທ່າ​ທີ​ໃນ​ຂະ​ນະ​ທີ່​ພັນ​ລະ​ຍາ, ທ່ານ​ນາງ ແພມ, ຟັງຢູ່ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໃນ​ບ້ານ​ຂອງ​ຜູ້​ປົກ​ຄອງ​ລັດ ທີ່​ເມືອງ ຣິ​ຈ໌​ມັອນ, ລັດ ເວີ​ຈິ​ເນຍ. 2 ກຸ​ມ​ພາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ໂຈມ​ຕີ​ບັນ​ຫາ​ທີ່​ຫຸ້ມ​ລ້ອມ​ຜູ້​ປົກ​ຄອງ​
ລັດ ເວີຈິເນຍ ກ່ຽວກັບ ຮູບຈຳແນກສີຜິວ ທີ່ໄດ້ປາກົດຢູ່ປື້ມປະຈຳປີໂຮງຮຽນການແພດ
ຂອງຜູ້ປົກຄອງລັດດັ່ງກ່າວ.

ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມລົງ​ໃນ​ທວິດ​ເຕີ​ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ການ​ຂໍ​ອະ​ໄພ​
ຂອງຜູ້ປົກຄອງລັດ ທ່ານ ຣາຣ໌ຟ ນໍແທັມ ໃນຕອນທຳອິດສຳລັບຮູບ ແລະ ການປະຕິ
ເສດໃນຄັ້ງຕໍ່ມາວ່າ ວ່າທ່ານບໍ່ໄດ້ຢູ່ໃນຮູບນັ້ນແມ່ນ “ຍົກໂທດໃຫ້ບໍ່ໄດ້.”

ຂໍ້​ຄວາມ​ທວິດ​ເຕີ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ຍັງ​ໄດ້​ອ້າງ​ເຖິງ​ບັ​ນ​ຫາ​ທີ່​ຫຸ້ມ​ລ້ອມ​ຂໍ້​ຄວາມ​
ຕ່າງໆທີ່ທ່ານ ນໍແທັມ ໄດ້ກ່າວໃນສັບປະດາທີ່ຜ່ານມາ ກ່ຽວກັບ ການແທ້ງລູກຕອນ
ທ້ອງແກ່ນຳດ້ວຍ.

ທ່ານ ນໍ​ແທັມ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ຂໍ​ໂທດ​ຢ່າງວ່ອງ​ໄວ ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ
ຫຼັງຈາກກລາຍງານການປາກົດຕົວຂອງຮູບໃບນຶ່ງ ໃນປື້ມປະຈຳປີ 1984 ທີ່ໄດ້ສະ
ແດງໃຫ້ເຫັນຜູ້ຊາຍໜ້າດຳ ຢືນຢູ່ທາງຂ້າງຄົນທີ່ໃສ່ຊຸດສະມາຊິກກຸ່ມຈຳແນກຜິວພັນ
Klu Klux Klan,

ທ່ານ​ໄດ້​ກ່າວ​ໃນ​ວິ​ດີ​ໂອ ​ທີ່​ເອົາ​ລົງ​ໃນ​ທວິດ​ເຕີ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ປ່ຽນ​ການ​ຕັດ​
ສິນໃຈທີ່ຂ້າພະເຈົ້າໄດ້ເຮັດ, ຫຼື ສາມາດແກ້ໄຂຄວາມເສຍຫາຍທີ່ການປະພຶດຂອງຂ້າ
ພະເຈົ້າໄດ້ເຮັດໃນເວລານັ້ນ ແລະ ມື້ນີ້.”

ແຕ່​ໃນ​ມື້ຕໍ່​ມາ, ທ່າມ​ກາງ​ການ​ຮຽກ​ຮ້ອງ​ໃຫ້​ທ່ານ ນໍ​ແທັມ ລາ​ອອກ​ຫຼາຍ​ຄັ້ງ​ແລ້ວ, ຜູ້​ປົກ​
ຄອງລັດດັ່ງກ່າວ ກໍໄດ້ຈັດກອງປະຊຸມຖະແຫຼງຂ່າວ ເພື່ອເວົ້າວ່າ ທ່ານບໍ່ເຊື່ອວ່າ ຄົນ
ທີ່ຢູ່ໃນຮູບນັ້ນແມ່ນເພິ່ນ ແລະ ວ່າຮູບດັ່ງກ່າວທີ່ໄດ້ປາກົດຢູ່ໃນໜ້າປື້ມຂອງທ່ານນັ້ນ
ແມ່ນຍ້ອນຄວາມຜິດພາດ.

ຜູ້​ປົກ​ຄອງ​ລັດ​ໄດ້​ກ່າວ​ວ່າ “ນັ້ນ​ບໍ່​ແມ່ນ​ຂ້າ​ພະ​ເຈົ້າ.. ນັ້ນ​ບໍ່​ແມ່ນ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ເຄີຍເປັນ.”

ທ່ານ​ໄດ້​ອ້າງວ່າ​ທ່ານບໍ່​ໄດ້​ຊື້​ປື້ມ​ປະ​ຈຳ​ປີ​ດັ່ງ​ກ່າວ ແລະ ບໍ່​ຮູ້ ​ຈົນ​ຮອດ​ວັນ​ສຸກ​ທີ່​ຜ່ານ​ມາ
ວ່າ ຮູບດັ່ງກ່າວແມ່ນມີຢູ່ຫັ້ນ.

ໃນ​ເວ​ລາ​ດຽວ​ກັນ ທ່ານ​ໄດ້​ກ່າວ​ວ່າ ​ການ​ປາ​ກົດ​ຕົວ​ຂອງ​ຮູບ​ໃບ​ນັ້ນ​ ໃນ​ໜ້າ​ປື້ມ​ຂອງ​
ທ່ານແມ່ນ “ເປັນຕາລັງກຽດ” ແລະ “ບໍ່ສາມາດຍອມຮັບໄດ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG