ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຂົ່ມຂູ່ ຈະທຳລາຍ ເກົາຫຼີເໜືອ ໃນ ຄຳປາໄສ ທີ່ ອົງການສະຫະປະຊາຊາດ


North Korea, Iran, Venezuela Are Objects of Trump’s Ire in UNGA Speech
please wait

No media source currently available

0:00 0:02:57 0:00

ເກົາຫຼີເໜືອ, ອີຣ່ານ ແລະ ເວເນຊູເອລາ ແມ່ນປະເທດ ທີ່ລວມຢູ່ ໃນການກ່າວຄຳປາໄສ ແບບຕ້ອງຕິ ຂອງທ່ານ ທຣຳ ຢູ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ.

ໃນການອະທິບາຍເຖິງຜູ້ນຳເກົາຫຼີເໜືອ ທ່ານ ຄິມ ຈອງ ອຶນ ວ່າ​ເປັນ “ມະນຸດຈະຫຼວດ
ຫຼື Rocket Man”
ທີ່ກຳລັງປະຕິບັດພາລະກິດການຂ້າຕົວຕາຍນັ້ນ, ປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ໃຊ້ການກ່າວຄຳປາໄສ ຄັ້ງທຳອິດຂອງທ່ານ ທີ່ ກອງ
ປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອເຕືອນລະບອບການປົກຄອງ
ພຽງຢາງ ວ່າແນວທາງຂອງເຂົາເຈົ້າໃນປັດຈຸບັນນີ້ ອາດນຳໄປສູ່ການຖືກທຳລາຍໝົດ
ປະເທດ.

ທ່ານ ທຣຳ ໄດ້ກ່າວໃນຫໍປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດທີ່ມີຜູ້ຄົນໜາ
ແໜ້ນວ່າ “ການສະແຫວງຫາອາວຸດນິວເຄລຍ ແລະ ລູກສອນໄຟຂີປະນາວຸດທີ່ບ້າ
ບິ່ນຂອງ ເກົາຫຼີເໜືອ ໄດ້ເປັນໄພຂົ່ມຂູ່ຕໍ່ໂລກທັງມວນ ດ້ວຍການສູນເສຍຊີວິດຂອງ
ມະນຸດແບບຄິດບໍ່ເຖິງ.”

ທ່ານປະທານາທິບໍດີໄດ້ ກ່າວວ່າ “ບໍ່ມີປະເທດໃດໃນໂລກ ທີ່ມີຄວາມສົນໃຈ ໃນການ
ໄດ້ເຫັນກຸ່ມຂອງພວກອາຊະຍາກອນນີ້ ຕິດອາວຸດນິວເຄລຍ ແລະ ລູກສອນໄຟ ໃຫ້
ຕົນເອງ. ອົງການສະຫະປະຊາຊາດມີຄວາມແຂງແກ່ນ ແລະ ຄວາມອົດທົນທີ່ໃຫຍ່
ຫຼວງ, ແຕ່ຖ້າມັນຫາກຖືກບັງຄັບໃຫ້ປ້ອງກັນຕົນເອງ ແລະ ພັນທະມິດຂອງພວກເຮົາ
ແລ້ວ ພວກເຮົາກໍບໍ່ມີທາງເລືອກ ນອກຈາກທຳລາຍ ເກົາຫຼີເໜືອ ທັງໝົດ.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ມະນຸດຈະຫຼວດ ແມ່ນກຳລັງປະຕິບັດການຂ້າໂຕຕາຍສຳ
ລັບລາວເອງ ແລະ ລະບອບການປົກຄອງຂອງລາວ.”

ທູດເກົາຫຼີເໜືອ ປະຈຳອົງການສະຫະປະຊາຊາດ ໄດ້ເດີນທາງອອກຈາກຫໍປະຊຸມກ່ອນ
ທ່ານ ທຣຳ ເດີນທາງໄປຮອດ, ແລະ ບ່ອນນັ່ງຂອງລາວກໍເປົ່າຫວ່າງ ໃນລະຫວ່າງການ
ກ່າວຄຳປາໄສຍາວ 42 ນາທີຂອງທ່ານ ທຣຳ.

ທ່ານປະທານາທິບໍດີກໍຍັງໄດ້ກ່າວຢ່າງຮຸນແຮງ ກ່ຽວກັບ ອີຣ່ານ, ໂດຍອະທິບາຍເຖິງ
ລັດຖະບານ ຂອງເຂົາເຈົ້າວ່າ ເປັນລະບອບຜະເດັດການທຸຈະລິດ ທີ່ລີ້ຢູ່ເບື້ອງລັງໜ້າ
ກາກປະຊາທິປະໄຕປອມ. ທ່ານ ທຣຳ ໄດ້ກ່າວວ່າ “ມັນໄດ້ປ່ຽນປະເທດທີ່ເຄີຍຮັ່ງມີ
ພ້ອມດ້ວຍປະຫວັດສາດ ແລະ ວັດທະນະທຳທີ່ຮຸ່ງເຮືອງ ເປັນປະເທດອັນຕະລາຍມີ
ເສດຖະກິດທີ່ບໍ່ໝັ້ນຄົງ ເຊິ່ງຜູ້ນຳຂອງພວກເຂົາສົ່ງອອກຄວາມຮຸນແຮງ, ການນອງ
ເລືອດ ແລະ ການຈະລາຈົນ.”

ໃນການອ່ານຄຳເວົ້າຈາກສອງໜ້າຈໍຢູ່ເທິງເວທີນັ້ນ, ທ່ານ ທຣຳ ໄດ້ກ່າວຕໍ່ສະມັດຊາ
ໃຫຍ່ວ່າ ລັດຖະບານ ເຕຫະຣ່ານ ໄດ້ໃຊ້ແຫຼ່ງຊັບພະ ຍາກອນທີ່ມີຢ່າງກວ້າງຂວາງ
ຂອງພວກເຂົາ ເພື່ອເປັນທຶນສະໜັບສະໜູນໃຫ້ແກ່ກຸ່ມກໍ່ການຮ້າຍ ທີ່ໄດ້ “ຂ້າປະຊາ
ຊົນມຸສລິມຜູ້ບໍລິສຸດ ແລະ ໂຈມຕີປະເທດອາຣັບ ແລະ ອິສຣາແອລ ທີ່ຢູ່ໃກ້ຄຽງຂອງ
ພວກເຂົາ.”

ທ່ານປະທານາທິບໍດີໄດ້ກ່າວວ່າ “ພວກເຮົາບໍ່ສາມາດປ່ອຍໃຫ້ລະບອບການປົກ
ຄອງທີ່ອັນຕະລາຍຢ່າງຍິ່ງນີ້ ສືບຕໍ່ດຳເນີນກິດຈະກຳຄວາມວຸ້ນວາຍພວກນີ້ ໃນ
ເວລາທີ່ກຳລັງສ້າງລູກສອນໄຟ ທີ່ອັນຕະລາຍທັງຫຼາຍ ແລະ ພວກເຮົາກໍບໍ່ສາ ມາດປະຕິບັດຕາມຂໍ້ຕົກລົງໄດ້ ຖ້າມັນເປັນການປິດບັງ ໃນທີ່ສຸດເປັນການກໍ່ສ້າງ ໂຄງການອາວຸດນິວເຄລຍ.”

ລາຍຊື່ສະຖານທີ່ ທີ່ມີບັນຫາໃນໂລກຂອງຜູ້ນຳ ສະຫະລັດ ກໍລວມມີ ປະເທດ ເວເນຊູ
ເອລາ. ທ່ານໄດ້ກ່າວວ່າ “ລະບອບຜະເດັດການສັງຄົມນິຍົມຂອງທ່ານ Nicolas
Maduro ໄດ້ກໍ່ໃຫ້ມີຄວາມເຈັບປວດຢ່າງຮ້າຍແຮງ ແລະ ຄວາມທຸກທໍລະມານຕໍ່
ຄົນຜູ້ດີຂອງປະເທດດັ່ງກ່າວນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Warns North Korean Leader: 'Rocket Man is on a Suicide Mission'
please wait

No media source currently available

0:00 0:00:40 0:00

XS
SM
MD
LG