ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ຮຽກຮ້ອງ ໃຫ້ຈ້າງ ເຈົ້າໜ້າທີ່ ຕື່ມອີກ 10 ພັນຄົນ ເພື່ອປາບ ກຸ່ມ MS-13


ປະທານາທິບໍດີ ດໍໂນລ ທຣຳ ໂບກມື ຫລັງຈາກກ່າວຄຳປາໄສ​ ຕໍ່ພວກເຈົ້າໜ້າທີ່ ກ່ຽວກັບກຸ່ມອັນທະພານ MS-13 ທີ່ຄຸ້ມ Brentwood ນະຄອນນິວຢອກ. (28 ກໍລະກົດ 2017)
ປະທານາທິບໍດີ ດໍໂນລ ທຣຳ ໂບກມື ຫລັງຈາກກ່າວຄຳປາໄສ​ ຕໍ່ພວກເຈົ້າໜ້າທີ່ ກ່ຽວກັບກຸ່ມອັນທະພານ MS-13 ທີ່ຄຸ້ມ Brentwood ນະຄອນນິວຢອກ. (28 ກໍລະກົດ 2017)

ຢູ່ບ່ອນ​ທີ່​ສະມາຊິກ​ກຸ່ມ​ອັນທະ​ພານ MS-13 ຈຳນວນ 15 ຄົນ​ຖືກ​ຈັບ ​ໃນ​ຂໍ້​ຫາ​ຄາດ
​ຕະກຳ ​ຢູ່ໃນ​ເຂດ​ເມືອງ Suffolk ຂອງ​ເກາະ Long Island ນະຄອນ​ນິວຢອກ ​ເມື່ອ​
ສັບປະດາ​ແລ້ວນີ້ ປະທານາທິບໍດີ ດໍ​ໂນ​ລ ທຣຳ ໃນ​ວັນ​ສຸກ​ວານ​ນີ້ ​ໃຫ້​ຄຳ​ໝັ້ນສັນຍາ
​ວ່າ ຈະ​ “ປົດ​ປ່ອຍ​ຫົວ​ເມືອງ​ຂອງ​ພວກເຮົາ” ຈາກ​ກຸ່ມ​ພວກ​ກຸ່ມ​ອັນທະ​ພານຕ່າງໆ.

​ໃນ​ການ​ຖະ​ແຫຼງຕໍ່​ພວກ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ​ກຸ່ມ​ນຶ່ງ​ນັ້ນ ປະທານາທິບໍດີທຣຳ
ຮຽກຮ້ອງ​ໃຫ້​ລັດຖະສະພາອະນຸມັດ​ເງິນ​ເພື່ອ​ຈ້າງ​ເຈົ້າໜ້າ​ທີ່​ກວດ​ຄົນ​ເຂົ້າ​ເມືອງແລະ​
ພາສີ ທີ່​ເອີ້ນຫຍໍ້​ວ່າ ICE ຕື່ມ​ອີກ 10,000 ຄົນ ​ເພື່ອ​ຈະ​ກຳຈັດກຸ່ມອາຊຍາ​ກຳ​ຕ່າງໆ
​ໃຫ້​ສິ້ນຊາກ​ໄປ.

ປະທານາທິບໍດີ​ທຣຳ ກ່າວ​ວ່າ “ພວກ​ເຮົາ ​ບໍ່​ສາມາດ​ ທີ່​ຈະ​ຮັບ​ເອົາ ​ການ​ກໍ່ຄວາມ​ຮຸນ
​ແຮງນີ້ຕື່ມ​ອີກແມ່ນແຕ່​ນຶ່ງ​ມື້. ບໍ່​ສາມາດ​ເຮັດ​ໄດ້​ ພວກ​ເຮົາ​ຈະ​ບໍ່​ເຮັດຍ້ອນ​ພວກ​ທ່ານ.
ພວກ​ທ່ານ​ຈະ​ບໍ່​ປ່ອຍ​ໃຫ້​ມັນ​ເກີດ​ຂຶ້ນ ​ແລະ​ພວກ​ເຮົາ​ກໍ​ຈະ​ໃຫ້ການ​ສະໜັບ​ສະ​ໜູນຕໍ່
ທ່ານ 100 ​ເປີ​ເຊັນ.”

ປະທານາທິບໍດີ​ໄດ້​ກ່າວເຖິງ​ລາຍ​ງານ​ຂ່າວ ທີ່​ທ່ານ​ໄດ້​ອ່ານ​ເມື່ອ​ບໍ່​ດົນ​ມານີ້ ທີ່​ສະມາ
​ຊິກ​ກຸ່ມ MS-13 ກ່າວ​ວ່າ ກຸ່ມ​ອັນທະພານ​ ມັກ​ຈະ​ສັງຫານ ​ຜູ້​ເຄາະ​ຮ້າຍ ຊ້າໆ ຍ້​ອນ
ວ່າ ພວກ​ເຂົາ​ມັກ​ສ້າງ​ຄວາມ​ເຈັບ​ປວດ​ໃຫ້​ແກ່​ຜູ້​ຄົນ.

ທ່ານ​ທຣຳ ກ່າວ​ເຖິງ​ສະມາຊິກ ​ກຸ່ມ​ອັນທະພານ​ວ່າ “ພວກ​ສັດ​ເດຍລະສານ​ເຫຼົ່ານີ້.”

ນອກ​ນັ້ນ ປະທານາທິບໍດີຍັງ​ເປັນ​ທີ່​ປາກົດ​ວ່າ ​ໃຫ້ການ​ສະໜັບສະໜູນ​ຕໍ່​ການ​ກະທຳ​
ແບບ​ຮຸນ​ແຮງ​ຂອງ​ຕຳຫຼວດໃນ​ການ​ໃຫ້​ຄວາມ​ເຫັນຂອງ​ທ່ານ. ທ່ານ​ກ່າວ​ຕໍ່​ພວກ​ເຈົ້າ
ໜ້າ​ທີ່​ວ່າ “ບໍ່​ຕ້ອງ​ເຮັດ​ດີ​ເກີນ​ໄປ.” ທ່ານ​ໄດ້​ຕິຕຽນ ​ການ​ກະທຳ​ຂອງ​ເຈົ້າໜ້າ​ທີ່ ທີ່​ຈະ​
ປ້ອງ​ກັນ​ບໍ່​ໃຫ້​ຫົວ​ຂອງ​ພວກ​ທີ່​ຖືກ​ໃສ່​ກັບ​ມື​ຖືກ​ກະທົບ ​ເວລາ​ສົ່ງ​ພວກກ່ຽວເຂົ້າ​ໄປ​ໃນ
​ລົດ​ຕຳຫຼວດ. ປະທານາທິບໍດີ​ທຣຳ ກ່າວ​ວ່າ “ທ່ານ​ສາມາດ​ເອົາ​ມືຂອງ​ທ່ານ​ອອກ​ໄດ້,
​ແມ່ນບໍ.”

​ກົມ​ຕຳຫຼວດ​ ​ໃນເຂດ​ເມືອງ Suffolk ກ່າວ​ຢູ່​ໃນ​ຖະ​ແຫຼງຂ່າວ​ສະບັບ​ນຶ່ງ​ວ່າ ຕົນມີ​ລະ​
ບຽບທີ່​ເຄັ່ງ​ຄັດ​ ໃນ​ການ​ປະຕິບັດ ​ຕໍ່​ພວກ​ນັກ​ໂທດ. ຖະ​ແຫຼງຂ່າວ​ ກ່າວ​ວ່າ “ການ​ລະ
​ເມີດ​ຕໍ່ກົດ​ລະບຽບ​ແລະ​ຂັ້ນຕອນ​ເຫຼົ່ານັ້ນແມ່ນ​ຖື​ວ່າ​ຮ້າຍ​ແຮງ. ​ໃນ​ຖານະ​ກົດ​ຕຳຫຼວດ
ພວກ​ເຮົາ​ບໍ່​ໄດ້ ແລະ​ຈະ​ບໍ່​ໃຫ້ການ​ໂຍະຍານ​ໃດໆຕໍ່​ການ​ກະທຳທີ່​ຮຸນ​ແຮງ​ຕໍ່​ພວກ​ນັກ
​ໂທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG