ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຕິຕຽນ ບັນດາຜູ້ນຳທຸລະກິດ ຂະນະທີ່ ຫຼາຍຄົນ ລາອອກ ຈາກສະພາການຜະລິດ


ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ກ່າວຖະແຫລງ ໃນກອງປະຊຸມ ກັບບັນດາຜູ້ອຳນວຍການ ການຜະລິດ ຢູ່ທີ່ ທຳນຽບຂາວ ໃນວໍຊິງຕັນ, ລວມທັງ ທ່ານ Kenneth Frazier ຫົວໜ້າອຳນວຍການ ບໍລິສັດ Merck, ກາງ, ແລະ ຫົວໜ້າອຳນວຍການ ຂອງ Ford CEO ທ່ານ Mark Fields, ວັນທີ 23 ກຸມພາ 2017.
ປະທານາທິບໍດີ ດໍໂນລ ທຣຳ, ຊ້າຍ, ກ່າວຖະແຫລງ ໃນກອງປະຊຸມ ກັບບັນດາຜູ້ອຳນວຍການ ການຜະລິດ ຢູ່ທີ່ ທຳນຽບຂາວ ໃນວໍຊິງຕັນ, ລວມທັງ ທ່ານ Kenneth Frazier ຫົວໜ້າອຳນວຍການ ບໍລິສັດ Merck, ກາງ, ແລະ ຫົວໜ້າອຳນວຍການ ຂອງ Ford CEO ທ່ານ Mark Fields, ວັນທີ 23 ກຸມພາ 2017.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ບັນດາຫົວໜ້າອຳນວຍການບໍລິສັດ ຜູ້ທີ່ລາ
ອອກຈາກ ສະພາທີ່ປຶກສາດ້ານການຜະລິດ ຂອງທ່ານ ນັ້ນ ແມ່ນ “ອອກໄປເພາະ
ຄວາມອັບອາຍ” ​
ຍ້ອນ ການຜະລິດສິນຄ້າ ຢູ່ນອກ ສະຫະລັດ.

ທ່ານທຣຳ ໄດ້ບອກບັນດານັກຂ່າວ ໃນນະຄອນ New York ວ່າ ບັນດາຫົວໜ້າ
ອຳນວຍການ ແມ່ນບໍ່ເອົາວຽກງານ ຢ່າງຈິງຈັງ ໃນເວລາ ມັນເປັນເລື່ອງຂອງການ
ຜະລິດສິນຄ້າ ໃນປະເທດ.

ທ່ານໄດ້ກ່າວວ່າ ທ່ານໄດ້ສັ່ງສອນ ໃຫ້ພວກເຂົາເຈົ້າຮູ້ ກ່ຽວກັບ ອັນທີ່ທ່ານກ່າວວ່າ
ເປັນຄວາມຈຳເປັນ ທີ່ຈະຕ້ອງນຳເອົາການຜະລິດ ກັບຄືນມາ ສະຫະລັດ.

ທ່ານ Kenneth Frazier ຫົວໜ້າອຳນວຍການບໍລິສັດ Merck Pharmaceuticals,
ຫົວໜ້າອຳນວຍການ Kevin Plank ຂອງບໍລິສັດ Under Armour ເປັນບໍລິສັດ
ຜະລິດຕະພັນ ເຄື່ອງກິລາ ແລະ ທ່ານ Brian Krzanich ທີ່ເປັນຫົວໜ້າບໍລິສັດ ເທັກໂນໂລຈີຍັກໃຫຍ່ Intel ທັງໝົດນີ້ ໄດ້ລາອອກຈາກ ສະພາຜະລິດຕະພັນ
ອາເມຣິກັນ ຂອງທ່ານທຣຳ ໃນວັນຈັນຜ່ານມານີ້. ພວກເພິ່ນທັງຫຼາຍ ກໍໄດ້ຖືກເຂົ້າ
ຮ່ວມໂດຍ ທ່ານ Scott Paul ຂອງບໍລິສັດ ພັນທະມິດເພື່ອການຜະລິດຕະພັນ ຂອງ
ອາເມຣິກາ ພ້ອມກັນກັບ ປະທານ ບໍລິສັດ AFL-CIO ທ່ານ Richard Trumka
ແລະ ຮອງຫົວໜ້າ ເສນາທິການ ທ່ານນາງ Thea Lee ຂອງ ກຸ່ມບໍລິສັດນີ້ ນຳດ້ວຍ
ໃນວັນອັງຄານວານນີ້.

ປາກົດວ່າ ພວກເພິ່ນທັງຫຼາຍ ໄດ້ອອກຈາກສະພາດັ່ງກ່າວ ເພື່ອເປັນການປະທ້ວງ
ຕໍ່ຄຳຕອບຂອງທ່ານທຣຳ ໃນເລື່ອງຂອງການກໍ່ຄວາມຮຸນແຮງດ້ານເຊື້ອຊາດ ທີ່ເຮັດ
ໃຫ້ມີການສູນເສຍຊີວິດ ເມື່ອວັນເສົາຜ່ານມາ ໃນເມືອງ Charlottesville ລັດ
Virginia ໂດຍເຊື່ອວ່າ ການປະນາມກ່ອນໜ້ານີ້ ຂອງປະທານາທິບໍດີ ກ່ຽວກັບ
ເລື່ອງເຊື້ອຊາດ ນັ້ນ ຖືວ່າ ອ່ອນແອ.

ອະນຸສອນສະຖານ ເຮັດຂຶ້ນຊົ່ວຄ່າວ ທີ່ເຕັມດ້ວຍດອກໄມ້ ແລະຮູບພາບ ຂອງຜູ້ເຄາະຮ້າຍ ນາງ Heather Heyer ຕັ້ງຢູ່ໃນເມືອງ Charlottesville ລັດ Virginia, ວັນທີ 13 ສິງຫາ 2017.
ອະນຸສອນສະຖານ ເຮັດຂຶ້ນຊົ່ວຄ່າວ ທີ່ເຕັມດ້ວຍດອກໄມ້ ແລະຮູບພາບ ຂອງຜູ້ເຄາະຮ້າຍ ນາງ Heather Heyer ຕັ້ງຢູ່ໃນເມືອງ Charlottesville ລັດ Virginia, ວັນທີ 13 ສິງຫາ 2017.

ທ່ານທຣຳ ໄດ້ເວົ້າດູຖູກ ການລາອອກດັ່ງກ່າວນັ້ນ ດ້ວຍການຕອບໂຕ້ທີ່ເຈາະຈົງ
ໃນ Twitter ຂອງທ່ານ.

ທ່ານໄດ້ເວົ້າວ່າ “ສຳລັບພວກ ຫົວໜ້າອຳນວຍການ ໝົດທຸກຄົນ ທີ່ໄດ້ອອກໄປ
ຈາກສະພາຜະລິດຕະພັນ ນັ້ນ ຂ້າພະເຈົ້າ ມີຫຼາຍຄົນ ທີ່ຈະມາເອົາຕຳແໜ່ງ
ຂອງພວກເຂົາເຈົ້າ. ພວກໂອ້ອວດທັງຫຼາຍ ບໍ່ຄວນໃຫ້ມີຢູ່ຕໍ່ໄປ. ວຽກງານ!”

ທ່ານ Trumka ແລະ ທ່ານນາງ Lee ໄດ້ກ່າວ ໃນການປະກາດລາອອກຂອງ
ພວກເຂົາເຈົ້ານັ້ນ ວ່າ ພວກເພິ່ນ ບໍ່ສາມາດມີສ່ວນຮ່ວມ ກັບສະພາດັ່ງກ່າວ ໃຫ້
ແກ່ປະທານາທິບໍດີ ຜູ້ທີ່ “ຍອມຮັບ ຄວາມເຊື່ອທີ່ຜິດໆໃນເລື່ອງສີຜິວ ແລະ
ການກໍ່ການຮ້າຍໃນປະເທດ” ແລະ ວ່າ ກຸ່ມນີ້ ບໍ່ມີວິທີທາງ ທີ່ມີປະສິດທິພາບ
ເພື່ອຈະຊ່ອຍພວກຄົນງານເລີຍ.”

ພວກເພິ່ນໄດ້ກ່າວໃນຖະແຫລງການຮ່ວມ ສະບັບນຶ່ງວ່າ “ຈາກຄວາມເປົ່າວ່າງ
ຂອງສະພາ ຮອດ ນະໂຍບາຍທີ່ບໍ່ດີ ແລະ ການຍຶດຖືຄວາມເຊື່ອທີ່ຜິດໆໃນ
ເລື່ອງສີຜິວ ການກະທຳຕ່າງໆຄະນະລັດຖະບານທີ່ຜິດພາດຢ່າງຕໍ່ເນື່ອງ
ສຳລັບ ພວກຄົນທີ່ອອກແຮງງານ.”

Trump Corporate Chiefs
please wait

No media source currently available

0:00 0:00:56 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG