ປະທານາທິບໍດີ ດໍໂນລ ທຣຳ ເອີ້ນການເຈລະຈາກັນລະຫວ່າງສອງພັກ ໃນລັດຖະສະພາ ກ່ຽວກັບເລື້ອງເງິນງົບປະມານສ້າງກຳແພງນັ້ນວ່າ "ເປັນການເສຍເວລາ ຊື່ໆ."
ໃນການໃຫ້ສຳພາດຕໍ່ໜັງສືພິມ New York Times ຢູ່ທີ່ທຳນຽບຂາວໃນວັນພະຫັດວານນີ້ ທ່ານທຣຳ ເວົ້າແບບໃຫ້ຮ່ອງຮອຍວ່າ ທ່ານອາດຈະປະກາດພາວະສຸກເສີນແຫ່ງຊາດ ເພື່ອຫລີກລ້ຽງການໄປຜ່ານລັດຖະສະພາ ແລະສ້າງກຳແພງ ໂດຍທີ່ບໍ່ຕ້ອງໄດ້ຮັບການອະນຸມັດ ຈາກລັດຖະສະພາ.
“ຂ້າພະເຈົ້າຈະສືບຕໍ່ສ້າງກຳແພງແລະພວກເຮົາຈະເຮັດກຳແພງໃຫ້ແລ້ວ. ດຽວ ນີ້ ຂ້າພະເຈົ້າຈະປະກາດພາວະສຸກເສີນແຫ່ງຊາດ ຫລືບໍ່ນັ້ນ ກໍໃຫ້ລໍຖ້າຟັງເບິ່ງ ພວກເຮົາໄດ້ກຽມພ້ອມໄວ້ແລ້ວ ພວກເຮົາກຽມບ່ອນທີ່ພວກເຮົາຈະຈັດຕັ້ງປະຕິບັດ ໃນສິ່ງທີ່ຂ້າພະເຈົ້າກຳລັງຈະເຮັດຢູ່ນີ້ແລ້ວ."
ຖ້າຫາກວ່າ ຕົກລົງກັນບໍ່ໄດ້ກ່ຽວກັບການຮັກສາຄວາມປອດໄພຕາມຊາຍແດນພາຍໃນເວລາໜ້ອຍກວ່າ 3 ອາທິດ ທີ່ທ່ານທຣຳ ຈະເຊັນຮັບຮອງເອົາແລ້ວ ມັນກໍອາດຈະມີການປິດລັດຖະບານລົງອີກເທື່ອນຶ່ງ.
ຖ້າທ່ານທຣຳປະກາດພາວະສຸກເສີນແຫ່ງຊາດ ພວກພັກເດໂມແຄຣັດ ທີ່ບໍ່ຢາກໃຫ້ເງິນເພື່ອສ້າງກຳແພງຈັກໜ້ອຍເລີຍນັ້ນ ອາດຈະທ້າທາຍທ່ານທຣຳຢູ່ໃນສານ ໃນທັນທີທັນໃດ.
ທ່ານປະທານາທິບໍດີ ໄດ້ໃຊ້ຄຳເວົ້າຢ່າງແຮງຕໍ່ປະທານສະພາຕ່ຳແນນຊີ ເປໂລຊີ ທີ່ເວົ້າຊ້ຳແລ້ວຊ້ຳອີກວ່າ ທ່ານນາງຈະບໍ່ເຫັນດີໃຫ້ເງິນ 5.7 ຕື້ໂດລາ ແກ່ທ່ານທຣຳ ຕາມທີ່ທ່ານຢາກໄດ້ ເພື່ອໄປສ້າງກຳແພງ.
"ຂ້າພະເຈົ້າຄິດວ່າ ແນນຊີ ເປໂລຊີ ເຮັດໃຫ້ປະເທດເຮົາໄດ້ຮັບຄວາມເຈັບປວດຢ່າງແຮງໂດຍການເຮັດໃນສິ່ງທີ່ລາວກຳລັງເຮັດຢູ່ນີ້." ນັ້ນຄືຄຳເວົ້າຂອງທ່ານ ທຣຳ ຊຶ່ງທ່ານກ່າວຕໍ່ໄປວ່າ ເຖິງແມ່ນວ່າທ່ານຈະເຮັດຕາມທ່ານນາງມາໂດຍຕະຫລອດກໍຕາມ ແຕ່ "ຂ້າພະເຈົ້າຄິດວ່າ ຕົນຈະບໍ່ເຮັດແບບນັ້ນ ອີກຕໍ່ໄປແລ້ວ."
ທ່ານນາງເປໂລຊີ ເວົ້າວ່າ ທ່ານນາງເປີດກວ້າງຕໍ່ຄວາມຄິດທີ່ໃຫ້ມີສິ່ງກັ້ນຂວາງ ແບບອື່ນຢູ່ຕາມຊາຍແດນ ແຕ່ທ່ານທຣຳກັບເວົ້າວ່າ ອັນນັ້ນແມ່ນເປັນທີ່ຍອມຮັບເອົາບໍ່ໄດ້.
ໃນຂະນະດຽວກັນທຳນຽບຫ້າແຈກໍເວົ້າວ່າ ຕົນໄດ້ສົ່ງທະຫານໄປຍັງຊາຍແດນພາກໃຕ້ທີ່ຕິດກັບເມັກຊິໂກນັ້ນ ເພີ້ມອີກ 3,500 ຄົນ ເພື່ອຊ່ວຍປະຕິບັດມາດຕະການປ້ອງກັນຊາຍແດນ.