ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ Trum ກ່າວວ່າ ​ການ​ສືບສວນ​​ ກ່ຽວກັບ ການປ່ອນບັດ​ ແມ່ນເພື່ອກຽດສັກສີ ຂອງ ລະບົບເລືອກ​ຕັ້ງ


ປ. Donald Trump ກ່າວຢູ່ກະຊວງຮັກສາຄວາມປອດໄພ
ພາຍໃນ ທີ່ວໍຊີງຕັນ, 25 ມັງກອນ, 2017
ປ. Donald Trump ກ່າວຢູ່ກະຊວງຮັກສາຄວາມປອດໄພ ພາຍໃນ ທີ່ວໍຊີງຕັນ, 25 ມັງກອນ, 2017

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ “ທີ່​ ສຳຄັນ” ​ ກ່ຽວ​ກັບ​ການ​ກ່າວ​ຫາ​ທີ່​ວ່າ ມີ​ການ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ທີ່​ຜິດ​ກົດໝາຍໃນ​ ການ​ເລືອກ​ຕັ້ງ​ປະທານາທິບໍດີ​ສະຫະລັດ ​ໃນ​ເດືອນ​ພະຈິກ​ທີ່​ຜ່ານ​ມາ​ນີ້ ​ເພື່ອ​ສະໜັບສະ​ ໜຸນ​ໃນ​ຄວາມ​ເຊື່ອຂອງ​ທ່ານ​ທີ່​ວ່າ ​ພວກ​ຄົນ​ເຂົ້າ​ເມືອງ​ທີ່​ບໍ່​ມີ​ເອກ​ກະສາ​ນ​ຫຼາຍ​ລ້ານ ໄດ້​ ປ່ອນ​ບັດ​ແບບ​ຜິດ​ກົດໝາຍ ​ແລະ​ເຮັດ​ໃຫ້​ທ່ານ​ບໍ່​ໄດ້​ຮັບ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ​ ຂອງປະ ຊາຊົນ.

​ທ່ານ Trump ​ໄດ້​ປະກາດແຜນການ​ຂອງ​ທ່ານ ຜ່ານທາງ twitter ​ໃນ​ວັນ​ພຸດ​ວານ​ນີ້.

ທ່ານ​ໄດ້​ກ່າວ​ວ່າ ການ​ສືບສວນ ​ແມ່ນຈະ​ຮວມທັງ​ “ພວກ​ທີ່​ລົງ​ທະບຽນ​ເລືອກ​ຕັ້ງຢູ່​ໃນ
​ສອງ​ລັດ ພວກ​ທີ່​ເຂົ້າ​ເມືອງ​ຜິດ​ກົດໝາຍ ​ແລະ​ພວກ​ທີ່ລົງ​ທະບຽນ​ເລືອກ​ຕັ້ງ ​ທີ່ໄດ້​
ເສຍຊີວິດໄປ​ແລ້ວ.”

​ໂຄສົກ​ຂອງ​ທຳນຽບຂາວ ທ່ານ Sean Spicer ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ການ​ສືບ
ສວນ​ສອບ​ສວນ ຈະ​ບໍ່​ພຽງ​ແຕ່​ເພັ່ງ​ເລັງ​ໃສ່ການ​ເລືອກ​ຕັ້ງ​ປະທານາທິບໍດີ ປີ 2016 ​ແຕ່​ຍັງ​ຈະຮວມທັງ​ການ​ກ່າວ​ຫາ​ໃນ​ຄັ້ງທີ່ຜ່ານ​ໆມາ​ນຳ​ອີກ ຊຶ່ງທ່ານ​ໄດ້​ກ່າວ​ວ່າ “ນີ້​ມັນ​ແມ່ນ​ກຽດ​ສັກ​ສີ​ຂອງ​ລະບົບ​ການ​ເລືອກ​ຕັ້ງ​ຂອງ​ພວກ​ເຮົາ.”

ເຊີນຊົມ: ທ່ານ Spicer ກ່າວວ່າ ການກ່າວອ້າງຂອງການເລືອກຕັ້ງຂອງທ່ານ Trump 'ແມ່ນມີຄວາມເຊື່ອສູງ'

Spicer: Trump’s Election Fraud Claim “Long Standing Belief”
please wait

No media source currently available

0:00 0:00:22 0:00

ທ່ານ Spicer ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ວ່າ ​ແມ່ນ​ໃຜ​ຈະເປັນ​ຜູ້​ສືບສວນ​ ແລະ​ວ່າ​ເມື່​ອ​ໃດ​ມັນ​ຈະ​ເລີ່​ມຂຶ້ນ. ​ແຕ່ທ່ານກໍໄດ້​ກ່າວ​ວ່າ ການສືບສວນຈະ​ກວດ​ສອບ​ເບິ່ງ​ຄວາມ​ບໍ່​ເປັນ​ປົກກະ​ຕິ ​ເຊັ່ນ​ການ​ຈົດ​ທະບຽນ​ທີ່ໝົດ​ອາຍຸ​ການ​ຂອງ​ຜູ້ມີ​ສິດ​ປ່ອນ​ບັດ ​ແລະ​ພວກ​ທີ່​ຍົກ​ຍ້າຍ​ໄປ​ແລ້ວ​ນັ້ນ ​ແລະ​ພວກ​ທີ່​ໄດ້​ຈົດທະບຽນຢູ່​ຫຼາຍກວ່ານຶ່ງ​ບ່ອນ​ເລືອກ​ຕັ້ງ. ທ່ານ Spicer ​
ໄດ້​ກ່າວ​ຕໍ່​ໄປ​ວ່າ ລາຍ​ລະອຽດ​ຕ່າງໆ​ນັ້ນ ຈະ​ມີ​ການ​ແຈ້ງ​ໃຫ້​ຮູ້ “ພາຍ​ໃນ​ອີກ​ບໍ່ດົນນີ້.”

ບັນຫາ​ທີ່​ວ່າອາດມີ​ການ​ສໍ້​ໂກງ​ຄະ​ແນນ​ສຽງ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ໄດ້​ໝົດ​ໄປ​ບໍ່​ດົນ ​ຫຼັງຈາກທ່ານ Trump ​ໄດ້​ຊະນະ​ການ​ເລືອກ​ຕັ້ງໃນ​ເດືອນພະຈິກຜ່ານ​ມາ​ນີ້​ໂດຍຊະນະ
​ຄະ​ແນນ​ສຽງ​ຜູ້​ແທນ​ຂອງ​ແຕ່​ລະ​ລັດ. ​ແຕ່ປາກົດ​ວ່າ ປະທານ​ບໍດີ​ຄົນ​ໃໝ່ ຍັງ​ຄາ​ໃຈ​ແລະ
​ບໍ່ພໍ​ໃຈ ໃນ​ການ​ທີ່​ທ່ານເສຍ​ໄຊ​ບໍ່​ໄດ້​ຮັບຄະ​ແນນສຽງ​ຂອງ​ປະຊາຊົນລື່ນ​ທ່ານ​ນາງ Hillary Clinton ທີ່ສັງ​ກັດ​ພັກ Democrat.

ຂ່າວການ​ສໍ້​ໂກງ​ຄະ​ແນນ​ສຽງ ໄດ້​ກັບ​ມາ​ເປັນ​ຫົວ​ຂໍ້ຂ່າວຂອງ​ໜັງສືພິມ​ອີກໃນ​ສັບປະດາ​ນີ້ ​ເວລາທ່ານ Spicer ກ່າວ​ຢ້ຳ​ເຖິງ​ການ​ກ່າວ​ອ້າງ​ຂອງ​ທ່ານ Trump ທີ່​ວ່າ ​ໄດ້​ມີຄົນ​ເຂົ້າ​
ເມືອງ​ຜິດ​ກົດໝາຍ 3 ຫາ 5 ຄົນ ​ໄດ້​ລົງ​ຄະ​ແນນ​ສຽງ ​ເລືອກ​ເອົາ​ທ່ານ​ນາງ Clinton
ຊຶ່ງຄະ​ແນນ​ສຽງຂອງ​ທ່ານ​ນາງ ລື່ນທ່ານ Trump ເກືອບ 3 ລ້ານ​ສຽງ.

​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ ທີ່​ໄດ້​ວິເຄາະເບິ່ງ​ການ​ລົງ​ຄະ​ແນນ​ສຽງເມື່ອ​ວັນ​ທີ 8 ພະຈິກຜ່ານ​ມາ​ນີ້ ກ່າວ​ວ່າ ມັນ​ເກືອບ​ວ່າ ບໍ່​ມີ​ຫຍັງ​ທີ່​ສະ​ແດງໃຫ້​ເຫັນເຖິງ​ການ​ສໍ້​ໂກງ​ຄະ​ແນນ​ສຽງ​ເລີຍ
​ແລະ​ແນ່ນອນ ມັນ​ບໍ່​ແມ່ນ​ໃນ​ລະດັບ​ທີ່​ທ່ານ Trump ​ໄດ້​ກ່າວ​ອ້າງ​ເລີຍ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: Pelosi ກ່າວວ່າ ການກ່າວອ້າງຂອງການເລືອກຕັ້ງຂອງທ່ານ Trump ນັ້ນແມ່ນເປັນເລື່ອງແປກ

Pelosi: Trump’s Voter Fraud Claim is ‘Strange’
please wait

No media source currently available

0:00 0:00:56 0:00


.

XS
SM
MD
LG