ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Tom Price ທີ່ຖືກສະເໜີ ແຕ່ງຕັ້ງເປັນ ລມຕ ຂອງທ່ານທຣຳ ຖືກຊັກຖາມ ຢ່າງໜັກ


ສະມາຊິກສະພາ ທ່ານ Tom Price ຈາກລັດ Georgia ໃຫ້ການຕໍ່ໜ້າ ຄະນະກຳມະການດ້ານການເງິນ ຂອງສະພາສູງ ໃນລະຫວ່າງການຮັບຟັງເພື່ອຮັບຮອງ ເອົາການແຕ່ງຕັ້ງທ່ານ ເປັນ ລມຕ ສາທາລະນະສຸກ ແລະສະຫວັດດີການສັງຄົມ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 24 ມັງກອນ 2017.
ສະມາຊິກສະພາ ທ່ານ Tom Price ຈາກລັດ Georgia ໃຫ້ການຕໍ່ໜ້າ ຄະນະກຳມະການດ້ານການເງິນ ຂອງສະພາສູງ ໃນລະຫວ່າງການຮັບຟັງເພື່ອຮັບຮອງ ເອົາການແຕ່ງຕັ້ງທ່ານ ເປັນ ລມຕ ສາທາລະນະສຸກ ແລະສະຫວັດດີການສັງຄົມ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 24 ມັງກອນ 2017.

ຜູ້ທີ່ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ເລືອກໃຫ້ເປັນລັດຖະມົນຕີ ສາທາລະນະສຸກ ແລະສະຫວັດດີການສັງຄົມ ໄດ້ປະເຊີນກັບການ​ຊັກຖາມ ທີ່ຍາກໆ ໃນວັນອັນຄານວານນີ້ ໃນລະຫວ່າງມື້ທີສອງ ຂອງການຮັບຟັງຄຳ​ໃຫ້ການ ກ່ຽວ​ກັບ ການແຕ່ງຕັ້ງທ່ານ ຢູ່ໃນສະພາສູງ ທ່າມກາງການສືບ​ຕໍ່ຖົກຖຽງກັນ ໃນເລື່ອງກົດໝາຍ ປະກັນໄພສຸຂະພາບລາຄາຖືກ ຫຼື Affordable Care Act.

ປະທານາທິບໍດີ ທຣຳ ຢາກຈະປ່ຽນກົດໝາຍດັ່ງກ່າວ ທີ່ຮູ້ຈັກກັນດີ​ໃນ​ອີກ​ຊື່​ນຶ່ງ ຄື Obamacare ນັ້ນ. ຜູ້ທີ່ຖືກຄັດເລືອກ ທ່ານ Tom Price ໄດ້ໃຫ້ລາຍລະອຽດໜ້ອຍ
ດຽວ ກຽວກັບວ່າ ຄະນະລັດຖະບານຂອງທ່ານທຣຳ ຈະເຮັດແນວໃດ ​ໃນເລື່ອງ
ດັ່ງກ່າວນີ້.

Senator Aims to Pin Down Answer from Price
please wait

No media source currently available

0:00 0:01:06 0:00

ແຕ່ພາຍໃຕ້ການສອບຖາມຢ່າງໜັກໜ່ວງ ຕໍ່ໜ້າຄະນະກຳມະການດ້ານການເງິນ ຂອງສະພາສູງ ທ່ານ Price ໄດ້ກ່າວວ່າ ຍັງບໍ່ມີແຜນການ ທີ່ຈະ​ນຳ​ມາແທນການ “ຍົກເລີກປະກັນໄພ” ທີ່ຊາວອາເມຣິກັນຫຼາຍລ້ານຄົນ ຜູ້ທີ່ໄດ້ຮັບການປະກັນໄພ ສຸຂະພາບ ພາຍໃຕ້ໂອບາມາແຄຣ.

ທ່ານ Price ຍັງໄດ້ກ່າວອີກວ່າ “ບໍ່ຄວນມີຜູ້ໃດ ທີ່ບໍ່ສາມາດຊື້ປະກັນໄພ ຢູ່ໃນຕະຫຼາດ ໄດ້ ຍ້ອນລາຄາ” ຖ້າພວກເຂົາເຈົ້າມີບັນຫາທາງດ້ານສຸຂະພາບຢູ່ແລ້ວ.

ສະມາຊິກສະພາສູງ ຈາກພັກເດໂມແຄຣັດ ທ່ານ Ron Wyden ໄດ້ຖາມທ່ານ Price ຊ້ຳແລ້ວຊ້ຳອີກ ວ່າ ຈະ “ບໍ່ມີໃຜຕົກຢູ່ໃນສະພາບທີ່ຂີ້ຮ້າຍລົງກວ່າເກົ່າ” ຍ້ອນການ ລົງນາມ ໃນດຳລັດດ້ານບໍລິຫານ ຂອງທ່ານທຣຳ ໃນລະຫວ່າງມື້ທຳອິດ ຂອງການ ປະຕິບັດໜ້າທີ່ ໂດຍມີເປົ້າໝາຍເພື່ອລົບລ້າງ ໂອບາມາແຄຣ. ທ່ານ Price ໄດ້ຕອບ
ວ່າ “ຂ້າພະເຈົ້າຮັບປະກັນທ່ານວ່າ ບຸກຄົນທັງຫຼາຍ ທີ່ສູນເສຍປະກັນສຸຂະພາບ ພາຍໃຕ້ກົດໝາຍປະກັນໄພສຸຂະພາບລາຄາຖືກນັ້ນ ພວກເຮົາໝາຍໝັ້ນ ຢ່າງຄັກ ແນ່ວ່າ ພວກເຂົາເຈົ້າຈະບໍ່ສູນເສຍປະກັນສຸຂະພາບ ພາຍໃຕ້ແຜນການອັນໃດ
ກໍຕາມ ທີ່ຈະນຳມາປ່ຽນແທນ ນັ້ນ.”

ທ່ານ Price ຍັງໄດ້ປະເຊີນ ກັບຄຳຖາມອີກຫຼາຍຢ່າງ ກ່ຽວກັບ ການລົງທຶນຕ່າງໆ ໃນບໍລິສັດດ້ານການຮັກສາສຸຂະພາບ ແລະ ຜົນກະທົບໃນການກະທຳທັງຫຼາຍກ່ອນ
ໜ້ານີ້ ໃນຖານະເປັນສະມາຊິກສະພາ ທີ່ອາດມີຕໍ່ພວກບໍລິສັດດັ່ງກ່າວນັ້ນ. ຄຳຖາມ ນີ້ໄດ້ມີຂຶ້ນ ຫຼັງຈາກທີ່ ວາລະສານ Wall Street ລາຍງານວ່າ ທ່ານ Price ຊື້ຂາຍຮຸ້ນ ທີ່ກ່ຽວກັບ 40 ບໍລິສັດຮັກສາສຸຂະພາບ ໃນມູນຄ່າ ຫຼາຍກວ່າ 300,000 ໂດລາ ໃນ
ລະຍະ 4 ປີ ທີ່ຜ່ານມາ ທັງໆທີ່ໄດ້ຊຸກຍູ້ຮ່າງກົດໝາຍ ທີ່ອາດສົ່ງຜົນກະທົບ ຕໍ່ລາຄາ ຂອງບໍລິສັດເຫຼົ່ານັ້ນ.

ທ່ານນາງ Nikki Haley ຜູ້ປົກຄອງລັດ South Carolina ໄດ້ຖືກແຕ່ງຕັ້ງສະເໜີຊື່ ເປັນ ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດຄົນໃໝ່ ກຳລັງໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 18 ມັງກອນ 2017.
ທ່ານນາງ Nikki Haley ຜູ້ປົກຄອງລັດ South Carolina ໄດ້ຖືກແຕ່ງຕັ້ງສະເໜີຊື່ ເປັນ ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດຄົນໃໝ່ ກຳລັງໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງວໍຊິງຕັນ, ວັນທີ 18 ມັງກອນ 2017.

ໃນ​ຕອນ​ແລງວັນອັງຄານວານນີ້ ສະພາສູງໄດ້ຮັບຮອງເອົາ ຜູ້ທີ່ທ່ານທຣຳ ເລືອກໃຫ້
ເປັນເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາຊາດຄົນໃໝ່ ທ່ານນາງ
Nikki Haley ຜູ້ປົກຄອງລັດ South Carolina ດ້ວຍການລົງຄະແນນສຽງ 96 ຕໍ່ 4.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG