ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ຈະຖະແຫຼງ ກ່ຽວກັບ ບູລິມະສິດ ດ້ານງົບປະມານ ຕໍ່ລັດຖະສະພາ


Trump to Outline Spending Priorities in Tuesday Address to Congress
please wait

No media source currently available

0:00 0:02:27 0:00

ເຈົ້າ​ໜ້າ​ທີ່ທຳນຽບຂາວ ​ໃນ​ຕອນ​ແລງ​ກ່ອນ​ທີ່​ປະ​ທາ​ນາ​ທິບໍດີ​ສະຫະລັດ ທ່ານ Donald
Trump ​ຈະ​ຖະ​ແຫຼງຕໍ່​ລັດຖະສະພາ​ເປັນ​ເທື່ອ​ທຳ​ອິດ ໃຫ້ການ​ຄ້ຳປະກັນ​ວ່າ ຄຳ​ປາ​ໄສ​
ທີ່​ວ່າ​ນີ້ “ຈະມີ​ຄວາມ​ໜັກ​ແໜ້ນໃນ​ການ​ແກ້​ໄຂ​ບັນຫາຢ່າງ​ແທ້​ຈິງ ຕໍ່​ປະຊາຊົນ​ແທ້ໆ.”

​ເຈົ້າ​ໜ້າ​ທີ່​ລັດຖະບານ​ຂັ້ນ​ສູງ ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວທີ່​ທຳນຽບຂາວ​ໃນ​ແລງ​ວັນ​ຈັນ
​ວານ​ນີ້​ວ່າ “ປະ​ທາ​ນາ​ທິບໍດີ​ຈະ​ບອກ​ກັບ​ພວກ​ເຂົາ​ເຈົ້າ​ເອງ​ວ່າ ຄວາມ​ຊ່ອຍ​ເຫຼືອ​ແມ່ນ
​ກຳລັງ​ມາ​ແລ້ວ.”

ຄຳ​ຖະ​ແຫຼງດັ່ງກ່າວ ຈະ​ມີ​ຂຶ້ນ​ຕໍ່​ທັງ​ສອງສະພາ​ໃນ​ແລງ​ວັນ​ອັງຄານ​ມື້​ນີ້ ​ເວລາ 9 ​ໂມງ​ແລງ
​ຕາມ​ເວລາ​ທ້ອງຖິ່ນ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ ​ໃນ​ຫົວ​ຂໍ້ “ການຟື້ນ​ຄືນ​
ສະພາວະ​ຈິດ​ໃຈ​ຂອງ​ຊາວ​ອາ​ເມຣິກັນ.”
​ແລະ​ຕົ້ນຕໍ​ແລ້ວ​ຈະ​ແມ່ນ “​ກ່ຽວ​ກັບໂອກາດ
ທາງ​ດ້ານເສດຖະກິດ ​ແລະ​ປົກ​ປ້ອງຊາວ​ອາ​ເມຣິກັນ,”
​ນັ້ນ​ຄື​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​
ອະ​ວຸ​ໂສ​. ​ໃນ​ຂະນະ​ທີ່ຈະ​ມີ​ນະ​ໂຍບາຍ​ການ​ຕ່າງປະ​ເທດຈຳນວນ​ນຶ່ງ ກ່າວເຖິງຢູ່​ໃນ
​ຄຳ​ປາ​ໄສ​ນັ້ນ ​ເຈົ້າ​ໜ້າ​ທີ່​ຂອງ​ລັດຖະບານກ່າວ​ວ່າ ພວກ​ຕົນ​ຈະ​ບໍ່​ໄດ້​ຄາດ​ຈະມີປະ​ເທດ​
ໃດ​ປະ​ເທດ​ນຶ່ງ ຖືກ​ກ່າວ​ເຖິງ​ໂດຍ​ເປັນ​ການສະ​ເພາະ. ​ແຕ່​ທ່ານ Trump ອີງ​ຕາມ​
ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ແລ້ວ ຈະ​ໃຫ້​ຄຳ​ເຫັນ​ຕໍ່​ເຫດຜົນວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ຖອນ​ສະຫະລັດ
ອອກ​ຈາກ​ບັນດາ ພາຄີ​ຂ້າມ​ມະຫາ​ສະໝຸດປາຊີ​ຟິກ ທີ່​ປະກອບ​ດ້ວຍ 12 ​ປະ​ເທດ
ຊຶ່ງ​ເປັນ​ຂໍ້​ຕົກລົງ​ການ​ຄ້າ​ຮອບດ້ານ ທີ່ຍັງ​ບໍ່​ທັນ​ໄດ້​ຮັບສັດຕະຍາບັນ​ຈາກ​ລັດຖະສະພາ​
ເທື່ອ ຊຶ່ງ​ໃຊ້​ເວລາ​ເປັນ​ປີໆ ​ໃນ​ການ​ເຈລະຈາ ຊຶ່ງ​ສ່ວນ​ໃຫຍ່ແມ່​ນນຳພາໂດຍ ວໍ​ຊີງ​ຕັນ
​ແລະ​ໂຕ​ກຽວ.

ໂຄສົກ​ທຳນຽບຂາວ ທ່ານ Sean Spicer ໄດ້ກ່າວ​ກ່ອນ​ໜ້ານີ້ ​ໃນ​ລະຫວ່າງການ​ຖະ​ແຫຼ​ງ
ຂ່າວ​ປະຈຳວ່າ ຄຳ​ປາ​ໄສ​ຕໍ່​ສະພາ​ທັງ​ສອງ “ໂດຍ​ລວມໆ​ແລ້ວ ​ແມ່ນ​ມີ​ວິ​ໄສ​ທັດ​ໄປ​ໃນ
​ທາງ​ບວກ​ຂອງ​ປະ​ເທດ.”

ທ່ານ Spicer ກ່າວເພີ່ມ​ຕື່ມວ່າ ທ່ານ​ຫວັງ​ວ່າ ປະທານາທິບໍດີ ຈະ​ໄດ້ຮັບ “ການ​ຕອບ​ຮັບ
​ເປັນ​ຢ່າງ​ດີ ແລະ ​ການ​ຕົບ​ມື​ສັນລະ​ເສີນ”
​ໂດຍ​ບັນດາສະມາຊິກຂອງ​ລັດຖະສະພາ
ຊຶ່ງ​ຮວມທັງ ຈາກ​ພັກ Democrats.

ທ່ານ Spicer ສັນຍາ​ວ່າ “ພວກ​ທ່ານ​ຈະ​ໄດ້​ຍິນ​ກ່ຽວ​ກັບ​ເລື່ອງ​ພວກ​ຄົນ​ເຂົ້າ​ເມືອງ​ຢ່າງ​ຫລວງຫລາຍ ​ໃນ​ແລ​ງວັນອັງຄານ​ມື້​ນີ້.”

ຕົວ​ແທນ​ຂອງ​ພັກ Democrats 2 ທ່ານ ທີ່​ເຂົ້າ​ຮ່ວມ​ກັບ​ຜູ້​ຟັງ ​ແຕ່​ເຖິງ​ຢ່າງ​ໃດກໍ​ຕາມ
ພວກ​ທ່ານຈະ​ນັ່ງ​ທັບ​ມື​ຂອງ​ພວກ​ທ່ານ​ໄວ້ ​ໃນ​ຕະຫຼອດ​ດວລາ ອີງ​ຕາມ​ຄຳ​ເວົ້າ​ທີ່​ພວກ​ທ່ານ​
ໄດ້ບອກ​ກັບ​ບັນດານັກຂ່າວໃນແລງວັນຈັນວານນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG