ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນອັງຄານວານນີ້ ໄດ້ເອີ້ນເອກອັກ
ຄະລັດຖະທູດ ອັງກິດ ທ່ານ ຄິມ ດາຣອຄ ວ່າ “ເປັນຄົນທີ່ໂງ່ຫຼາຍ,” ການເວົ້າເຍາະເຍີ້ຍ
ຄັ້ງໃໝ່ນີ້ໄດ້ເພັ່ງເລັງໃສ່ການໂຈມຕີ ຕໍ່ການປະເມີນຜົນຂອງທ່ານທູດດັ່ງກ່າວທີ່ວ່າ
ທ່ານ ທຣຳ ແມ່ນ “ບໍ່ເໝາະສົມ” ແລະ “ບໍ່ມີຄວາມສາມາດ.”
ທ່ານ ທຣຳ ໄດ້ຂຽນໃນທວິດເຕີ ວ່າ “ເອກເອັກຄະລັດຖະທູດບ້າທີ່ ອັງກິດ ໄດ້ສົ່ງມາ
ສະຫະລັດ ນັ້ນບໍ່ແມ່ນຄົນທີ່ພວກເຮົາຕື່ນເຕັ້ນນຳ.”
ຜູ້ນຳ ສະຫະລັດ ໄດ້ກ່າວວ່າ ທ່ານ ດາຣອຄ, ຫົວໜ້ານັການທູດຂອງ ອັງກິດ ທີ່ປະຈຳ
ການໃນນະຄອນຫຼວງ ວໍຊິງຕັນ ນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ຄວນເວົ້າກັບປະເທດ
ຂອງລາວ ແລະ ນາຍົກລັດຖະມົນຕີ ເມ, ກ່ຽວກັບ ການເຈລະຈາ Brexit ທີ່ປະສົບ
ຄວາມລົ້ມແຫຼວຂອງເຂົາເຈົ້ານັ້ນ, ແລະ ບໍ່ຕ້ອງເສຍໃຈກັບການຕຳໜິວິຈານຂອງຂ້າ
ພະເຈົ້າ ກ່ຽວກັບ ການຮັບມືກັບມັນຢ່າງບໍ່ດີນັ້ນ. ຂ້າພະເຈົ້າໄດ້ບອກທ່ານນາງ ເທີຣີຊາ
ເມ ວີທີທີ່ຈະເຮັດຂໍ້ຕົກລົງນັ້ນ, ແຕ່ລາວໄດ້ເຮັດຕາມວີທີທີ່ໂງ່ຂອງລາວ ແລະ ບໍ່ສາມາດ
ເຮັດໃຫ້ມັນແລ້ວສຳເລັດ. ຫາຍະນະ.”
ທ່ານ ທຣຳ ໄດ້ກ່າວຕື່ມວ່າ, “ຂ້າພະເຈົ້າບໍ່ຮູ້ຈັກທ່ານເອກອັກຄະລັດຖະທູດ ແຕ່ມີຄົນ
ບອກຂ້າພະເຈົ້າວ່າລາວເປັນຄົນຂີ້ອວດ. ບອກລາວໃຫ້ແດ່ວ່າ ຕອນນີ້ ສະຫະລັດ ມີ
ເສດຖະກິດ ແລະ ກອງທັບທີ່ດີທີ່ສຸດກວ່າບ່ອນໃດໃນໂລກ, ໃນປັດຈຸບັນນີ້.”
ພາຍໃນບໍ່ເທົ່າໃນຊົ່ວໂມງ, ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ເຈເຣມີ ຮັ້ນ
ໄດ້ອອກມາຕໍ່ວ່າທ່ານ ທຣຳ, ໂດຍເວົ້າວ່າ ບອກໃຫ້ລາວຮູ້ວ່າ ຄຳເວົ້າຂອງລາວ ກ່ຽວ
ກັບ ທ່ານນາງ ເມ ແລະ ອັງກິດ ແມ່ນ “ຂາດຄວາມເຄົາລົບ ແລະ ຜິດ.” ທ່ານ ຮັ້ນ ໄດ້
ກ່າວວ່າ ຖ້າທ່ານໄດ້ກາຍເປັນນາຍົກລັດຖະມົນຕີ ອັງກິດ ຕອນທີ່ທ່ານນາງ ເມ ອອກ
ຈາກຕຳແໜ່ງ ໃນທ້າຍເດືອນນີ້ນັ້ນ ທ່ານຈະໃຫ້ທ່ານ ດາຣອຄ ເປັນເອກອັກຄະລັດ
ຖະທູດປະຈຳ ວໍຊິງຕັນ ຄືເກົ່າ.
ທ່ານ ຮັ້ນ ໄດ້ກ່າວວ່າ ບັນດານັກການທູດ ສະຫະລັດ ທີ່ປະຈຳການຢູ່ຕ່າງປະເທດ “ໄດ້
ໃຫ້ຄວາມເຫັນສ່ວນຕົວຂອງເຂົາເຈົ້າ” ຕໍ່ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌
ພອມພຽວ, ຄືກັບເອກອັກຄະລັດຖະທູດ ອັງກິດ ໄດ້ລາຍງານກັບຄືນມາ ອັງກິດ ນັ້ນ.
“ແຕ່ພັນທະມິດຕ້ອງປະຕິບັດຕໍ່ກັນດ້ວຍຄວາມເຄົາລົບ” ຄືກັບທີ່ທ່ານນາງ ເມ “ໄດ້ເຮັດ
ກັບເຈົ້າມາຕະຫຼອດ.”
ໃນວັນຈັນທີ່ຜ່ານມາ ທ່ານ ທຣຳ ໄດ້ກ່າວວ່າ ທ່ານຈະບໍ່ “ພົວພັນກັບທ່ານ ດາຣອຄ ອີກ
ຕໍ່ໄປ,” ໂດຍອ້າງວ່າ “ບໍ່ໄດ້ມີຄົນມັກທ່ານ ຫຼື ຄິດດີນຳໃນ ສະຫະລັດ.”
ຫຼັງຈາກນັ້ນໃນມື້ດຽວກັນ, ເຈົ້າໜ້າທີ່ທຳນຽບຂາວ ໄດ້ຢືນຢັນລາຍງານວ່າ ທ່ານ
ດາຣອຄ ບໍ່ໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມງານຮັບປະທານອາຫານຄ່ຳ ທີ່ລັດຖະມົນຕີ
ກະຊວງການເງິນ ທ່ານ ສຕີຟ ມະນູຊິນ ເປັນເຈົ້າພາບ ພ້ອມກັບ ທ່ານ ທຣຳ ແລະ ເຈົ້າ
ຊາຍຂອງປະເທດ ກາຕ້າ.