ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານາທິບໍດີ ທຣຳ ໂຈມຕີ ສື່ມວນຊົນ ໂດຍເອີ້ນ ພວກເຂົາເຈົ້າ ວ່າ ‘ພວກຄົນບໍ່ດີ’


Trump Rally
please wait
Embed

No media source currently available

0:00 0:02:01 0:00

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານເຕັມໃຈ ທີ່ຈະສ່ຽງໃຫ້ເກີດ
ວິກິດການດ້ານງົບປະມານ ເພື່ອຈະຮັກສາຕາມຄຳປະຕິຍານ ໃນການໂຄສະນາຫາສຽງ
ທີ່ຈະສ້າງກຳແພງ ຢູ່ຕາມຊາຍແດນ ລະຫວ່າງ ສະຫະລັດ ກັບ Mexico ອັນທີ່ທ່ານເອີ້ນ
ວ່າ “ຄວາມຈຳເປັນແທ້ໆ” ນັ້ນ.

ທ່ານທຣຳ ໄດ້ກ່າວ ເມື່ອຕອນຄ່ຳ ວັນອັງຄານວານນີ້ ໃນລະຫວ່າງ ການໂຮມຊູມນຸມ
ຕາມແບບສະບັບການໂຄສະນາຫາສຽງ ຢູ່ສູນປະຊຸມ ທີ່ນະຄອນ Phoenix ວ່າ “ຖ້າ
ຫາກ ພວກເຮົາຈະຕ້ອງໄດ້ປິດ ລັດຖະບານລົງ ພວກເຮົາກໍຍັງຈຳເປັນຈະຕ້ອງສ້າງ
ກຳແພງ ນັ້ນຢູ່.”
ທ່ານໄດ້ກ່າວຕື່ມວ່າ ໃນການເລືອກເອົາທ່ານເມື່ອເດືອນພະຈິກ
ຜ່ານມານັ້ນ ຊາວອາເມຣິກັນ “ໄດ້ລົງຄະແນນສຽງເພື່ອໃຫ້ຄວບຄຸມ ຄົນເຂົ້າເມືອງ.”

ຊົມວີດີໂອ: ໃນນະຄອນ Phoenix, ພວກປະທ້ວງຕໍ່ຕ້າ ແລະ ພວກສະໜັບສະໜູນ ທ່ານທຣຳ ຕ່າງກໍພາກັນອອກມາ

In Phoenix, Trump Protesters and Supporters Turn Out
please wait

No media source currently available

0:00 0:01:14 0:00

ທຶນຮອນສຳລັບກຳແພງນັ້ນ ຈະຕ້ອງຖືກຮັບຮອງເອົາ ໂດຍລັດຖະສະພາສະຫະລັດ
ເຊິ່ງ ວຽກງານແຜນການງົບປະມານ ລັດຖະບານ ສະຫະລັດ ປະຈຳ ປີ 2018 ກໍຍັງບໍ່
ທັນສຳເລັດເທື່ອ ທີ່ຈະເລີ່ມນຳໃຊ້ໃນວັນທີ 1 ຕຸລາ ນີ້. ບັນດາສະມາຊິກ ລັດຖະສະພາ
ສັງກັດພັກເດໂມແຄຣັດ ຄັດຄ້ານແນວຄິດ ຂອງການສ້າງກຳແພງນັ້ນ ເຊິ່ງເຮັດໃຫ້
ທ່ານທຣຳ ເອີ້ນພວກນັ້ນ ວ່າ ເປັນ “ພວກກີດຂວາງ.”

ທ່ານປະທານາທິບໍດີ ຍັງໄດ້ໃຊ້ການກ່າວຄຳປາໃສຂອງທ່ານ ຢູ່ທີ່ໂຮມຊຸມນຸມ ເພື່ອ
ດ່າວ່າພວກສື່ມວນຊົນ ຕື່ມອີກ ໂດຍປຽບທຽບບັນດານັກຂ່າວວ່າເປັນພວກທໍລະຍົດ
ໂດຍເອີ້ນພວກເຂົາເຈົ້າ ວ່າ “ເປັນຄົນບໍ່ດີ ຜູ້ທີ່ບໍ່ມັກປະເທດຂອງພວກເຮົາ.”

ທ່ານທຣຳ ໄດ້ເລົ່າຖະແຫລງການ ກ່ອນໜ້ານີ້ ທີ່ທ່ານໄດ້ກ່າວໄປ ໂດຍກ່າວຕຳນິ
ພວກ neo-Nazis ແລະ ພວກ Ku Klux Klan ຫຼັງຈາກການປະທະກັນ ໃນວັນທີ
12 ສິງຫາຜ່ານມານີ້ ໃນເມືອງ Charlottesville ລັດ Virginia. ແຕ່ທ່ານໄດ້ ເອົາ
ຄຳສັບ “ທັງສອງຝ່າຍ” ທີ່ທ່ານໄດ້ໃຊ້ເພື່ອຖິ້ມໂທດໃສ່ ທີ່ເປັນບັນຫາຖົກຖຽງກັນ
ຫຼາຍທີ່ສຸດອອກ ສຳລັບຄວາມຮຸນແຮງນັ້ນ.


ທ່ານທຣຳ ຍັງໄດ້ກ່າວຫາ ສື່ມວນຊົນ ວ່າບໍ່ໄດ້ລາຍງານ ຄຳເຫັນຂອງທ່ານ.

ທ່ານກ່າວວ່າ “ພວກເຂົາລາຍງານ ອັນທີ່ຂ້າພະເຈົ້າໄດ້ກ່າວວ່າ ການຈຳແນກ
ສີຜິວ ແມ່ນຊົ່ວຮ້າຍ ບໍ່?”

ຝຸງຄົນໄດ້ຕອບອອກມາຢ່າງແຮງ ວ່າ “ບໍ່!”

ທ່ານທຣຳ ໄດ້ປະກາດວ່າ “ຂ້າພະເຈົ້າເປັນຄົນຜູ້ໜຶ່ງທີ່ຢາກບອກຄວາມຈິງ.
ຂ້າພະເຈົ້າ ເປັນຄົນຊື່ສັດ.”

ຊົມວີດີໂອ: ຫົວຂໍ້ຕ່າງໆ ຈາກການໂຮມຊຸມນຸມ ໃນນະຄອນ Phoenix ຂອງປະທານາທິບໍດີ ທຣຳ

Themes From President Trump's Phoenix Rally
please wait

No media source currently available

0:00 0:02:32 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG