ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຈັດ​ກອງ​ປະ​ຊຸມ​ລາຍ​ງານ ​ກ່ຽວ​ກັບ ແຜນ​ປະ​ຕິ​ບັດ​ການ ​ກະ​ຕຸ້ນ​ເສດ​ຖະ​ກິດ ຕໍ່​ບັນ​ດາ​ສະ​ມາ​ຊິກ ​ສະ​ພາ​ສູງ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ​ກອງ​ປະ​ຊຸມ​ລາຍ​ງານ ຢູ່​ທຳ​ນຽບ​ຂາວ. 29 ກຸມ​ພາ, 2020.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ​ກອງ​ປະ​ຊຸມ​ລາຍ​ງານ ຢູ່​ທຳ​ນຽບ​ຂາວ. 29 ກຸມ​ພາ, 2020.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຈັດ​ການ​ລາຍ​ງານ​ສັ້ນ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ສະ​ພາ​ສູງໃນ​ວັນ​ອັງ​ຄານ​ວານນີ້ ກ່ຽວ​ກັບ ຂໍ້​ສະ​ເໜີ​ການ​ປະ​ຕິ​ບັດ​ການ​ກະ​ຕຸ້ນ​ເສດ​ຖະ​ກິດ ​ເພື່ອ​ຮັບ​ມື​ກັບ​ການ​ລະ​ບ​າ​ດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ. ມັນ​ລວມ​ມີ​ການ​ຕັດ​ພາ​ສີ​ລາຍ​ໄດ້, ເຊິ່ງເປັນ​ຄວາມ​ຄິດ​ທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ຄັດ​ຄ້ານ ​ຈາກ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ ແລະ ເດ​ໂມ​ແຄ​ຣັດ​ບາງ​ຄົນ.

ທີ່​ປຶກ​ສາ​ດ້ານ​ເສດ​ຖະ​ກິດ​ທຳ​ນຽບ​ຂາວ ທ່ານ ແລ​ຣີ ຄຸດ​ໂລ, ຜູ້​ທີ່​ໄດ້​ນັ່ງ​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລີ​ກັນ ​ໃນ​ການ​ປະ​ຊຸມ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ໄດ້​ປະ​ຕິ​ເສດ​ ທີ່​ຈະ​ລະ​ບຸ​ຈຳ​ນວນ​ເງິນ ສຳ​ລັບ​ການ​ປະ​ຕິ​ບັດ​ການ​ດັ່ງ​ກ່າວ, ແຕ່​ເວົ້າ​ວ່າ ທ່ານ ທ​ຣຳ ເລືອກ​ທີ່​ຈະ​ລວມ​ພາ​ສີ​ເງິນ​ເດືອນ​ “ວັນ​ພັກ” ໄປ​ຈົນ​ຮອດ​ທ້າຍ​ຂອງ​ປີນີ້.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຍັງ​ໄດ້​ກ່າວ​ເຖິງ​ເງິນ​ກູ້​ຢືມ ​ສຳ​ລັບ​ບໍ​ລິ​ສັດ​ຂະ​ໜາດ​ນ້ອຍ ແລະ ໄດ້​ກ່າວ​ວ່າ​ທ່ານ​ຢາກ​ຊ່ວຍ​ເຫຼືອ​ກຳ​ມະ​ກອນ​ທີ່​ມີ​ຄ່າ​ຈ້າງ​ເປັນ​ຊົ່ວ​ໂມງ ສະ​ນັ້ນ​ເຂົາ​ເຈົ້າ “ຈຶ່ງ​ບໍ່​ພາດ​ເງິນ​ຄ່າ​ຈ້າງ” ແລະ “ບໍ່​ຖືກ​ລົງ​ໂທດ​ສຳ​ລັບ​ສິ່ງ​ທີ່​ບໍ່​ແມ່ນ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ.”

ເອ​ກະ​ສານ​ການ​ກະ​ຕຸ້ນ​ຂັ້ນ​ສຸດ​ທ້າຍ​ຈະຖືກ​ເຮັດ​ຂຶ້ນ​ໃນ​ທຳ​ນຽບ​ຂາວ, ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ໄດ້​ຮຽກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ທ່ານ ສ​ຕີ​ຟ ມະ​ນູ​ຊິນ ​ໃຫ້ໄປ​ປະ​ຊຸມ​ກັບ​ປະ​ທານ​ສະ​ພາ​ຕ່ຳ​ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ. ຕໍ່​ມາ​ທ່ານ ມະ​ນູ​ຊິນ ໄດ້​ເອີ້ນ​ການ​ປະ​ຊຸມ​ຂອງ​ພວກ​ເພິ່ນ​ວ່າ ​ມີ​ປະ​ສິດ​ທິ​ຜົນ ແລະ ໄດ້​ກ່າວ​ວ່າ ພວກ​ເພິ່ນ​ໄດ້ “ເຮັດ​ວຽກ​ຮ່ວມ​ກັນ ກ່ຽວ​ກັບ ຮາກຖານ​ຂອງສອງ​ພັກ​ການ​ເມືອງ ເພື່ອ​ຄິດ​ຫາ​ວິ​ທີ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ສິ່ງ​ຕ່າ​ງໆ​ໃຫ້​ແລ້ວ​ຢ່າງວ່ອງ​ໄວ.”

ທ່ານ​ນາງ ເພ​ໂລ​ຊີ ໄດ້​ກ່າວ​ວ່າ ທີມ​ຂອງ​ເພິ່ນ​ຈະ​ເຮັດ​ໃຫ້​ເອ​ກະ​ສານ​ຂອງ​ເຂົາ​ເຈົ້າ​ໃຫ້​ແລ້ວ​ໃນ​ວັນ​ຕໍ່​ມາ ຫຼື ປະ​ມານ​ນັ້ນ.

ໃນ​ຕອນ​ແລງ​ຂອງວັນ​ອັງ​ຄານ​ວານນີ້, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ໄມ​ຄ໌ ເພັນ​ສ໌, ໃນ​ກອງ​ປະ​ຊຸມ​ລາຍ​ງານ​ໜ່ວຍ​ປະ​ຕິ​ບັດ​ການພິ​ເສດ ກ່ຽວ​ກັບ ໄວ​ຣັ​ສ​ໂຄ​ໂຣ​ນາ​ຂອງ ທຳ​ນຽບ​ຂາວ, ໄດ້​ກ່າວ​ວ່າ ສູນ​ກາງ​ຄວບ​ຄຸມ ແລະ ປ້ອງ​ກັນພະ​ຍາດ ຈະ​ເປີດ​ເຜີຍ​ຄຳ​ແນະ​ນຳ​ຕ່າງໆ​ ສຳ​ລັບ​ບັນ​ດາ​ລັດ​ທີ່​ຖືກ​ກະ​ທົບ​ຢ່າງ​ໜັກ​ເຊັ່ນ​ລັດ ຄ​າ​ລິ​ຟໍ​ເນຍ, ຟ​ລໍ​ຣິ​ດາ, ນິວຢອກ ແລະ ວໍ​ຊິງ​ຕັນ​ ໃນ 24 ຊົ່ວ​ໂມງ​ຂ້າງ​ໜ້າ, ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ຄວບ​ຄຸມ​ການ​ລະ​ບາດ​ຂອງ COVID-19.

ອະ​ດີດ​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ, ທ່ານ ທັ​ອມ​ມັ​ສ ບອ​ສ​ເສີດ, ໄດ້​ຮຽ​ກ​ຮ້ອງ​ສຳ​ລັບ​ການ​ປະ​ຕິ​ບັດການ​ທີ່​ວ່ອງ​ໄວ​ໃນ​ທັນ​ທີ, ເຊັ່ນ​ການ​ປິດ​ໂຮງ​ຮຽນ ແມ່ນ​ກະ​ທັ້ງ​ໃນ​ຊຸມ​ຊົນ​ທີ່ບໍ່​ມີ​ການ​ຕິດ​ແປດ​ຢ່າງກວ້າງ​ຂວາງ​ກໍ​ຕາມ.

ດ​ຣ. ແອນ​ໂທ​ນີ ຟາວ​ຈີ, ຫົວ​ໜ້າ​ຂອງ​ສະ​ຖາ​ບັນ​ໂຣກ​ພູມ​ແພ້ ແລະ ໂຣກ​ຕິດ​ຕໍ່​ແຫ່ງ​ຊາດ​ໄດ້​ຕອບ​ເມື່ອ​ຖືກ​ຖາມ​ ກ່ຽວ​ກັບ ຄຳ​ເວົ້າ​ຂອງ​ທ່ານ ບອ​ສ​ເສີດ ວ່າ “ທຸກ​ຢ່າງ​ແມ່ນສາ​ມາດ​ນຳ​ມາ​ປຶກ​ສາ​ຫາ​ລື​ໄດ້.”

ອ່ານ​ຂ່າວນີ້​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG