ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ທ່ານ Trump ຕິດຕໍ່ ທາງຈົດໝາຍ ກັບທ່ານ Xi ຫາທາງ ສ້າງສາຍພົວພັນ ແບບສ້າງສັນ


Trump China
please wait
Embed

No media source currently available

0:00 0:01:03 0:00

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານມີຄວາມປິຕິຍິນດີ ທີ່ຈະ
ເສີມສ້າງ “ສາຍສຳພັນ​ແບບສ້າງສັນ ທີ່ຈະ​ໃຫ້ຜົນປະໂຫຍດແກ່ທັງ ສະ ຫະລັດ ແລະ
ຈີນ.”

ທຳນຽບຂາວ ໄດ້ກ່າວຢູ່ໃນຖະແຫລງການສະບັບ ​ໃນວັນພຸດວານນີ້ ວ່າ ທ່ານ ທຣຳ ໄດ້ສະແດງຄວາມຮູ້ສຶກທີ່ດີ ໃນຈົດໝາຍສະບັບນຶ່ງ ສົ່ງ​ໄປເຖິງປະທານປະເທດຈີນ
ທ່ານ Xi Jinping.

ຖະແຫລງການ ຍັງໄດ້ກ່າວວ່າ ທ່ານ ທຣຳ ໄດ້ຂອບໃຈ ທ່ານ ສີ ສຳລັບ ຈົດໝາຍສະແດງ ຄວາມຍິນດີ ຕໍ່ການສາບານໂຕເຂົ້າຮັບຕຳແໜ່ງ ຂອງທ່ານ ເມື່ອເດືອນແລ້ວນີ້. ທ່ານ ທຣຳ ໄດ້ສືບຕໍ່ອວຍພອນໃຫ້ປະຊາຊົນຈີນ ຈົ່ງ “ມີ​ແຕ່ຄວາມສຸກ ໃນງານບຸນໂຄມໄຟ ແລະ ຄວາມຈະເລີນຮຸ່ງເຮືອງ ໃນປີລະກາ” ນີ້.

ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານ Lu Kang ໄດ້ກ່າວໃນວັນພະ ຫັດມື້ນີ້
ວ່າ ຈີນ ມີຄວາມຍິນດີ ນຳຈົດໝາຍຂອງທ່ານ ທຣຳ ແລະ ເຕັມໃຈທີ່ຈະ​ເຮັດ​ວຽກຮ່ວມກັບ ສະຫະລັດ ເພື່ອສົ່ງເສີມການຮ່ວມມື ແລະເສີມຂະຫຍາຍ ສາຍສຳພັນໃຫ້ຫຼາຍຂຶ້ນ.

ຜູ້ນຳຂອງສະຫະລັດ ແລະ ຈີນ ບໍ່ໄດ້ລົມກັນ ນັບຕັ້ງແຕ່ ທ່ານ ທຣຳ ໄດ້​ເຂົ້າ ຮັບ​ຕຳ​ແໜ່​ງ
ເປັນປະທານາທິບໍດີ ແຕ່ທ່ານ Kang ໄດ້ກ່າວວ່າ ທັງສອງປະເທດ ໄດ້ຮັກສາ “ການຕິດ
ຕໍ່ສື່ສານນຳກັນຢ່າງໃກ້ຊິດ.”

ໃນລະຫວ່າງການໂຄສະນາຫາສຽງຂອງທ່ານ ທຣຳ ນັ້ນ ທ່ານໄດ້ຕຳນິຈີນຢູ່ເລື້ອຍໆ
ໂດຍສະເພາະ ບັນຫາການຄ້າ ໃນຂະນະດຽວກັນທ່ານ ໄດ້ໂຄສະນາສົ່ງເສີມວິໄສ
ທັດທີ່ເພັ່ງເລັງໃສ່ວຽກງານດ້ານເສດຖະກິດຂອງສະຫະລັດ. ທ່ານຍັງໄດ້ເຮັດໃຫ້ ບັນດາຜູ້ນຳຂອງຈີນ ໂມໂຫ ໃນເວລາທີ່ທ່ານໄດ້ລົມໂທລະສັບ ກັບ ປະທານາທິບໍດີ
ຂອງໄຕ້ຫວັນ ທ່ານນາງ Tsai Ing-wen ແລະ ໄດ້ຕັ້ງຄຳຖາມກ່ຽວ​ກັບ “ນະໂຍບາຍ
ຈີນດຽວ.”

ນັບຕັ້ງແຕ່ ປີ 1979 ເປັນຕົ້ນມາ ສະຫະລັດ ໄດ້ຮັບຮູ້ເຖິງ ທ່າ​ທີ​ທີ່ເປັນທາງການຂອງຈີນ
ທີ່ວ່າ ໄຕ້ຫວັນ ເປັນສ່ວນນຶ່ງຂອງຈີນ.

ຫຼັງຈາກນັ້ນມາ ທ່ານ ທຣຳ ໄດ້ຖາມວ່າເປັນຫຍັງ ສະຫະລັດ ຄວນຜູກ​ມັດດ້ວຍ ນະໂຍ
ບາຍນັ້ນ ເວັ້ນເສຍແຕ່ວ່າ ຈີນ ຈະຜ່ອນສັ້ນຜ່ອນຍາວດ້ານການຄ້າໃຫ້ແກ່ສະຫະລັດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG