ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ​ທ​ຣຳ​ ເຊັນຊື່ໃສ່ຮົ້ວ​​ໂລ​ຫະ ທີ່ຂັ້ນ​ຊາຍ​ແດນ​ກັບ​ເມັກ​ຊິ​ໂກ ຢູ່​ພາກ​ໃຕ້​ຂອງ​ລັດ ຄາ​ລິ​ຟໍ​ເນຍ​


ທ່ານ ​ທ​ຣຳ​ ​ເອົາ​ບິກ​ເຝີດ​ທີ່​ລຶບບໍ່​ອອກ ເຊັນ​ໃສ່ຮົ້ວ​ໂລ​ຫະ​ ໃນ​ຂະ​ນະ​ທີ່​ທ່ານ​ໄປກວດ​ເບິ່ງ​ການ​ສ້າງ​ກຳ​ແພງຢູ່​ໃນ​ເຂດໂອ​ເຕ ເມ​ຊາ ຂອງນະ​ຄອນ​ແຊນດີ​ເອ​ໂກ, ລັດ​ຄາ​ລິຟໍ​ເນຍ ໃນ​ວັນ​ທີ 18 ກັນ​ຍາ, 2019
ທ່ານ ​ທ​ຣຳ​ ​ເອົາ​ບິກ​ເຝີດ​ທີ່​ລຶບບໍ່​ອອກ ເຊັນ​ໃສ່ຮົ້ວ​ໂລ​ຫະ​ ໃນ​ຂະ​ນະ​ທີ່​ທ່ານ​ໄປກວດ​ເບິ່ງ​ການ​ສ້າງ​ກຳ​ແພງຢູ່​ໃນ​ເຂດໂອ​ເຕ ເມ​ຊາ ຂອງນະ​ຄອນ​ແຊນດີ​ເອ​ໂກ, ລັດ​ຄາ​ລິຟໍ​ເນຍ ໃນ​ວັນ​ທີ 18 ກັນ​ຍາ, 2019

ກຳ​ແພງ​ຢູ່​ຊາຍ​ແດນ​ໄດ້​ກາຍ​ມາ​ເປັນ​ໂຄງ​ການ​ສຳ​ຄັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ຢ່າງ​ທ່ອງ​ແທ້ ໃນ​ວັນ​ພຸດ​ວານນີ້.

ທ່ານ ​ທ​ຣຳ​ ໄດ້​ເອົາ​ບິກ​ເຝີດ​ທີ່​ລຶບບໍ່​ອອກ ເຊັນ​ໃສ່ຮົ້ວ​ເຮັດ​ດ້ວຍ​ໂລ​ຫະ​ທີ່ທາ​ສີຄື​ຂີ້​ໝ້ຽງ ແລະ​ເສີມ​ດ້ວຍຝາ​ຄອນກ​ຣີດ​ເສີມ​ເຫລັກ, ສູງ​ເຖິງ 9 ແມັດ ຢູ່​ໃນ​ເຂດໂອ​ເຕ ເມ​ຊາ (Otay Mesa), ໃນເຂດຊານ​ເມືອງ​ຂອງນະ​ຄອນ​ແຊນດີ​ເອ​ໂກ (San Diego) ທີ່​ຂັ້ນເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ລັດ​ຄາ​ລິ​ຟໍ​ເນ​ຍກັບເມືອງ​ຕີຮວານ​ນາ (Tijuana) ຂອງ​ເມັກຊິ​ໂກນັ້ນ.

​ທ່ານທ​ຣຳ​ ປະ​ກາດ​ວ່າ "ມັນບໍ່​ສາ​ມາດ​ລອດຊຶມ​ເຂົ້າໄດ້ຢ່າງ​ທ່ອງ​ແທ້​ອີ່​ຫລີ​ແລ້ວ.”

“ມີ​ຫລາຍ​ພັນ​ຄົນ​ຢູ່​ຫັ້ນ ທີ່​ພະ​ຍາ​ຍາມ​ຈະ​ເຂົ້າ​ມາ" ກ່ອນຈະ​ມີພາກ​ສ່ວນນີ້​ຂອງຮົ້ວ ຂັ້ນ​ຊາຍ​ແດນສ້າງ​ຂຶ້ນ​ມາ, ນັ້ນຄືຄຳ​ເວົ້າ​ຂອງທ່ານ​ທ​ຣຳ ຜູ້​ທີ່ເວົ້າ​ເຖິງວຽກ​ທີ່​ທ່ານ​ໄປ​ກວດ​ກາ​ໃນ​ຕອນ​ບ່າຍ​ວັນ​ພຸດ​ວານນີ້​ວ່າ "ດີ​ຫລາຍທີ່​ສຸດ​ເລີຍ."

ທ່ານ ມາ​ຊູ​ຟ​ຟາ ຄິສ​ຕີ (Muzaffar Chishti), ຫົວ​ໜ້າ​ຫ້ອງ​ການ​ຢູ່​ນະ​ຄອນ​ນິວຢອກ ຂອງສະ​ຖາ​ບັນນະ​ໂຍ​ບາຍ​ດ້ານ​ການ​ອົບພະ​ຍົບທີ່ບໍ່​ຂຶ້ນ​ກັບ​ພັກ​ໃດກ່າວ​ວ່າ "ກຳ​ແພງບໍ່​ແມ່ນ​ຄຳ​ຕອບ​ສຳ​ລັບ​ວິ​ກິດ​ການ​ຢູ່​ຊາຍ​ແດນ​ໃນ​ທຸກມື້ນີ້.” ທ່ານ​ກ່າວ​ຕໍ່​ໄປ​ວ່າ "ສະ​ພາບ​ການ​ຢູ່ຊາຍ​ແດນ​ໃນ​ທຸກມື້ນີ້ ບໍ່​ແມ່ນ​ການ​ລັກ​ເຂົ້າ​ມາ​ຂອງ​ຄົນ. ວິ​ກິດ​ການ​ຢູ່​ຊາຍ​ແດນ​ໃນ​ທຸກມື້ນີ້ ແມ່ນ​ພວກ​ຂໍ​ລີ້​ໄພ​ທີ່​ໄປປາ​ກົດໂ​ຕເພື່ອຈະມອບ​ຕົວແກ່ເຈົ້າ​ໜ້າ​ທີ່​ຕະ​ເວນ​ຊາຍ​ແດນ​ດ້ວຍ​ຄວາມ​ສະ​ໝັກ​ໃຈ."

ທ່ານຄິສຕີ (Chishti) ກ່າວ​ຕໍ່​ວີ​ໂອ​ເອວ່າ ການ​ເກືອດ​ຫ້າມ​ເກືອບ​ທັງ​ໝົດ​ ບໍ່​ໃຫ້​ມີ​ການ​ຂໍ​ລີ້​ໄພ ທີ່​ປະ​ຕິ​ບັດ​ໂດຍ​ຜ່ານ​ກົດ​ລະ​ບຽບການ​ບໍ​ລິ​ຫານຄຸ້ມ​ຄອງຄຽງ​ຄູ່ໄປ​ກັບ "ວິ​ທີ​ການ​ປົກ​ປ້ອງ​ພວກ​ອົບພະຍົບ" ແລ​ະ​ການ​ຄວບ​ຄຸມຄຳ​ຮ້ອງ​ຂໍ​ລີ້​ໄພ​ຢູ່​ໃນ​ດ່ານ​ຊາຍ​ແດນ​ຂອງປະ​ເທດໃຫ້ຢູ່​ໃນ​ລະ​ດັບ​ເໝາະ​ສົມ ຈະ​ເປັນ​ວິ​ທີການໃນ​ການ​ຈຳ​ກັດ​ໃຫ້​ຄົນ​ເດີນ​ທາງມາ​ຫາ​ຊາຍ​ແດນໃຫ້ຫລຸດ​ລົງໄດ້​ຫລາຍກວ່າ​ກຳ​ແພງ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ກຳ​ແພງ​ທີ່​ຍາວ​ເຖິງ 800 ກິ​ໂລ​ແມດ, ໜາ​ປະ​ມານ 1 ແມັດ​ ກຳ​ລັງ​ຖືກສ້າງຂຶ້ນ, ແຕ່ວ່າ​ມັນ​ກໍ​ຍັງບໍ່​ທັນ​ພຽງ​ພໍ​ເທື່ອ ທີ່​ຈະຍຸ​ຕິ ​ສະ​ພາບສຸກ​ເສີນ​ແຫ່ງ​ຊາດທີ່​ທ່ານ​ໄດ້​ປະ​ກາດ​ໄປ​ເພື່ອ​ຕອບ​ໂຕ້​ຕໍ່ການ​ພະ​ຍາ​ຍາມ​ຂອງ​ພວກ​ອົບ​ພະ​ຍົບ​ທີ່​ຈະ​ຂ້າມ​ຊາຍ​ແດນ​ເຂົ້າມາຈາກ​ເມັກ​ຊິ​ໂກ​ຢ່າງ​ຜິດ​ກົດ​ໝາຍ.

"ຂ້າ​ພະ​ເຈົ້າ​ຄິດ​ວ່າ ຜົນ​ສຳ​ເລັດ​ກໍຈະ​ແມ່ນ​ຕອນ​ທີ່​ມີ​ການ​ສ້າງ​ກຳ​ແພງ​ຂຶ້ນ​ມາ ແລ້ວ ຕອນ​ທີ່​ພວກ​ຄ້າ​ມະ​ນຸດບໍ່​ສາ​ມາດ​ທີ່​ຈະ​ຜ່ານ​ລອດ​ເຂົ້າ​ມາ​ໄດ້," ນັ້ນ​ຄື​ຄຳ​ເວົ້າ ຂອງ​ທ່ານທ​ຣຳ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ອັນ​ນີ້​ແນ່ນອນ​ແມ່ນສະ​ພາບ​ສຸກ​ເສີນໃຫຍ່ ຫລາຍ​ອີ່​ຫລີ​ຂອງຊາດ."

ອ່ານ​ຂ່​າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG