ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣຳ ກຽມພ້ອມ ທີ່ຈະອອກດຳລັດ ເພື່ອສ້າງ ກຳແພງ ແລະໂຈະ ຮັບອົບພະຍົບ


ພວກຄົນງານກຳລັງຍົກຮົ້ວເຫຼັກທີ່ສູງກວ່າ ຂຶ້ນເລາະຕາມຊາຍແດນ ລະຫວ່າງ ເມັກຊິໂກ ແລະ ສະຫະລັດ ທີ່ເມືອງ Anapra ຂອງ Mexico ແລະ ເມືອງ Sunland Park ຂອງລັດ New Mexico, ວັນທີ 10 ພະຈິກ 2016.
ພວກຄົນງານກຳລັງຍົກຮົ້ວເຫຼັກທີ່ສູງກວ່າ ຂຶ້ນເລາະຕາມຊາຍແດນ ລະຫວ່າງ ເມັກຊິໂກ ແລະ ສະຫະລັດ ທີ່ເມືອງ Anapra ຂອງ Mexico ແລະ ເມືອງ Sunland Park ຂອງລັດ New Mexico, ວັນທີ 10 ພະຈິກ 2016.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ພວມກະກຽມທີ່ຈະດຳເນີນການ ຕໍ່​ໄປດ້ວຍດຳລັດຫຼາຍສະບັບ ເພື່ອກໍ່ສ້າງກຳແພງຕາມຊາຍແດນຕິດກັບປະເທດ
Mexico ແລະ ຈະວາງມາດຕະການຫ້າມຊົ່ວຄາວ ກ່ຽວກັບວ່າ ບຸກຄົນຜູ້ໃດທີ່ຄວນ
ຈະ​ໄດ້​ຮັບອະນຸຍາດໃຫ້ເຂົ້າມາໃນສະຫະລັດໄດ້ ອີງຕາມບັນດາເຈົ້າໜ້າທີ່ ລັດຖະບານ ແລະ ພວກນັກຊ່ຽວຊານດ້ານຄົນເຂົ້າເມືອງ.

ຄາດກັນວ່າ ທ່ານທຣຳ ຈະລົງນາມໃນດຳລັດສະບັບທຳອິດ ກ່ຽວກັບ​ພວກຄົນເຂົ້າ
ເມືອງ ໃນວັນພຸດມື້ນີ້ ໃນລະຫວ່າງ ການຢ້ຽມຢາມ ກະຊວງ​ຮັກສາ​ຄວາມ​ປອດ​ໄພ​
ພາຍ​ໃນ​.

ການເຄື່ອນໄຫວດັ່ງກ່າວ ແມ່ນສອດຄ່ອງ​ກັບການໃຫ້ຄຳໝັ້ນສັນຍາ ຢູ່ສະເໝີ ໃນ ລະຫວ່າງການໂຄລະນາຫາສຽງຂອງທ່ານ ທີ່ຈະເຮັດໃຫ້ຄວາມໝັ້ນຄົງ ແຫ່ງຊາດ ຮັດກຸມຂຶ້ນກວ່າ​ເກົ່າ.

ທ່ານທຣຳ ຢາກສ້າງກຳແພງ​ເລາະຕາມຊາຍແດນທັງໝົດ ລະຫວ່າງ ສະຫະລັດ ແລະ ເມັກຊິໂກ. ໃນປັດຈຸບັນນີ້ ມີພຽງແຕ່ເຄື່ອງກີດຂວາງ​ຢູ່ຕາມຊາຍແດນບາງແຫ່ງເທົ່ານັ້ນ. ທ່ານໄດ້ໃຫ້ຄຳໝັ້ນສັນຍາສະເໝີມາວ່າ ຈະໃຫ້ເມັກຊິໂກ ຈ່າຍຄ່າສ້າງກຳແພງ ປະກອບ ດ້ວຍການກ່າວວ່າ ລັດຖະສະພາຈະອະນຸຍາດໃຫ້ລັດຖະ ບານສະຫະລັດ ​ເປັນ​ຜູ້ໃຊ້ ຈ່າຍກ່ອນໃນເບື້ອງຕົ້ນ ແລະຈະໄດ້ຮັບການຊຳລະຄືນໃຫ້ຕາມທີຫລັງ ໂດຍລັດຖະບານ ເມັກຊິໂກ.

ເມັກຊິໂກ ໄດ້ຖະແຫຼງຊ້ຳແລ້ວຊ້ຳອີກ ວ່າ ຕົນຈະບໍ່ຈ່າຍຄ່າສ້າງກຳແພງ. ປະທານາ
ທິບໍດີ ຂອງເມັກຊິໂກ ທ່ານ Enrique Pena Nieto ມີກຳນົດ ຈະມາຢ້ຽມຢາມ ທຳນຽບຂາວ ໃນສັບປະດາໜ້ານີ້.

ຜູ້ທີ່​ຮູ້​ເລື່ອງດີ ກ່ຽວກັບດຳລັດຄົນເຂົ້າເມືອງດັ່ງກ່າວ ໄດ້ກ່າວວ່າ ທ່ານທຣຳ ກຳລັງ ພິຈາລະນາເບິ່ງວ່າ ຈະງົດການຮັບເອົາອົບພະຍົບທັງໝົດ ພາຍໃນສີ່ເດືອນ ພ້ອມ
ກັນນັ້ນ ກໍ​ມີ​ການຫ້າມຢ່າງນ້ອຍ 30 ວັນ ບໍ່​ໃຫ້ຜູ້ໃດກໍຕາມ ທີ່ມາຈາກປະເທດ ອີຣັກ
ອີຣ່ານ ລີ​ເບຍ ຊີເຣຍ ໂຊມາເລຍ ຊູດານ ແລະເຢເມນ ​ເຂົ້າມາ​ໃນ​ສະຫະລັດ. ການຫ້າມ ດັ່ງ​ກ່າວ​ນີ້ ແມ່ນເຊື່ອກັນວ່າ ຍັງຈະປະກອບດ້ວຍ ການຍົກເວັ້ນ ສຳລັບ ພວກທີ່​ນັບຖື​ສາສະໜາກຸ່ມນ້ອຍ ຢູ່ໃນປະເທດຂອງພວກ​ເຂົາ​ເຈົ້າ ແລະ ປະເຊີນກັບການປະຫັດ ປະຫານ.

ທ່ານທຣຳ ມັກໃຊ້ການ​ໂຮມຊຸມນຸມໂຄສະນາຫາສຽງຂອງທ່ານ ເພື່ອຕຳນິ ການຮັບເອົາ ພວກອົບພະຍົບເຂົ້າມາໃນສະຫະລັດ ໂດຍໃຊ້ຂໍ້ຄວາມທີ່ວ່າ “ພວກເຮົາບໍ່ຮູ້ເລີຍວ່າ ພວກຄົນເຫຼົ່ານີ້ ແມ່ນໃຜ.” ທ່ານຍັງໄດ້ນຳສະເໜີ ໃນເບື້ອງຕົ້ນ​ໃຫ້ ຫ້າມ ບໍ່​ໃຫ້ຮັບເອົາ ຜູ້ຄົນທີ່ມາຈາກປະເທດນັບຖື​ສາສະໜາ​ອິສລາມຕ່າງໆ ໂດຍໄດ້ຮັບການຕຳນິຢ່າງໜັກ ແລະ ຫຼັງຈາກນັ້ນມາ ໄດ້ປ່ຽນທ່າທີຂອງທ່ານ ຕໍ່ບັນ ດາປະເທດທີ່ສ່ວນພົວພັນ ກັບ ພວກກໍ່ການຮ້າຍ.


ຂໍ້ຄວາມຂຽນລົງທາງ Twitter ຂອງທ່ານທຣຳ

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG