ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະ​ຫະ​ລັດ ດີ້ນ​ຮົນ ເພື່ອຫຼີກ​ລ່ຽງ ​ການ​ປິດ​ລັດ​ຖະ​ບານ ຄັ້ງໃໝ່


ຮົ້ວໃໝ່​ຖືກ​ສ້າງ​ຂຶ້ນ​ຢູ່​ຕາມ​ເຂດ​ຊາຍ​ແດນ​ລັດ​ ເທັກ​ຊັ​ສ ຕິດ​ກັບ​ປະ​ເທດ ເມັກ​ຊິ​ໂກ ໃກ້​ກັບ​ເມືອງ ແອ​ລ ປາ​ໂຊ. 29 ມັງ​ກອນ 2019.
ຮົ້ວໃໝ່​ຖືກ​ສ້າງ​ຂຶ້ນ​ຢູ່​ຕາມ​ເຂດ​ຊາຍ​ແດນ​ລັດ​ ເທັກ​ຊັ​ສ ຕິດ​ກັບ​ປະ​ເທດ ເມັກ​ຊິ​ໂກ ໃກ້​ກັບ​ເມືອງ ແອ​ລ ປາ​ໂຊ. 29 ມັງ​ກອນ 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ມີ​ກຳ​ນົດ​ທີ່​ຈະ​ເດີນ​ທາງ​ໄປ​ເຂດ​ຊາຍ​
ແດນທີ່ເມືອງ ແອລ ປາໂຊ, ລັດ ເທັກຊັສ, ສຳລັບການໂຮມຊຸມນຸມໃນຄືນວັນຈັນມື້ນີ້
ເພື່ອເພັ່ງເລັງໃສ່ເລື້ອງການຮຽກຮ້ອງຂອງທ່ານໃນການສ້າງກຳແພງ ເພື່ອປ້ອງກັນ
ຄົນ ຈາກການເດີນທາງເຂົ້າມາ ສະຫະລັດ ຈາກ ເມັກຊິໂກ ຢ່າງຜິດກົດໝາຍ.

ອະ​ດີດ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ຂອງ​ເມືອງ ແອ​ລ ປາ​ໂຊ, ທ່ານ ເບ​ໂຕ ໂອ​ຣວກ, ຜູ້​ທີ່​ກຳ​ລັງ​
ພິຈາລະນາຄວາມເປັນໄປໄດ້ທີ່ຈະລົງແຂ່ງຂັນ ສຳລັບການຖືກສະເໜີຊື່ໂດຍພັກເດ
ໂມແຄຣັດ ໃນການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີປີ 2020 ນັ້ນ, ຈະເປັນນຶ່ງໃນ
ຜູ້ນຳໜ້າການເດີນຂະບວນຄັດຄ້ານ ຕ້ານການຮຽກຮ້ອງສ້າງກຳແພງຂອງທ່ານ ທຣຳ.

ເງິນ​ການກໍ່​ສ້າງ​ສຳ​ລັບ​ກຳ​ແພງ​ຢູ່​ເຂດ​ຊາຍ​ແດນ​ພາກ​ໃຕ້​ຂອງ ສະ​ຫະ​ລັດ ແມ່ນຍັງ​ຢູ່​
ຈຸດໃຈກາງຂອງຄວາມຂັດແຍ້ງ, ດ້ວຍວ່າທ່ານ ທຣຳ ຮຽກຮ້ອງເອົາຫ້າພັນເຈັດຮ້ອຍ
ລ້ານໂດລາ ແລະ ຝ່າຍຄ້ານພັກເດໂມແຄຣັດ ປະກົດວ່າພ້ອມແລ້ວທີ່ຈະໃຫ້ເງິນຈຳ
ນວນນຶ່ງ, ແຕ່ໜ້ອຍກວ່າທີ່ທ່ານປະທານາທິບໍດີຕ້ອງການຕັ້ງຫຼາຍ.

ສະ​ມາ​ຊິກ​ສະ​ພາຫຼາຍ​ຄົນ​ໄດ້​ກ່າວ​ໃນ​ທ້າຍ​ອາ​ທິດ​ແລ້ວນີ້​ວ່າ ເຂົາ​ເຈົ້າ​ໃກ້​ຈະ​ບັນ​ລຸ​ຂໍ້
ຕົກລົງໄດ້ແລ້ວ, ແມ່ນກະທັ້ງທີ່ມັນຍັງບໍ່ກະຈ່າງແຈ້ງວ່າ ທ່ານ ທຣຳ ຈະເຫັນດີນຳບໍ່.

ແຕ່​ໃນ​ວັນ​ອາ​ທິດ​ວານນີ້, ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ຣິ​ເຈີດ ແຊ​ລ​ບີ ຈາກ​ລັດ​ອາ​ລາ​
ບາມາ, ຜູ້ນຳໜ້າພັກຣີພັບບລີກັນໃນຄະນະກຳມະການລັດຖະສະພາທີ່ມີສະມາຊິກ
17 ທ່ານ ທີ່ປະຍາຍາມຈະບັນລຸຂໍ້ຕົກລົງ ກ່ຽວກັບ ເງິນທຶນການຮັກສາຄວາມປອດ
ໄພຢູ່ເຂດຊາຍແດນນັ້ນ ໄດ້ກ່າວຕໍ່ໂທລະພາບ ຟັອກສ໌ ວ່າ, ຂ້າພະເຈົ້າຄິດວ່າການ
ເຈລະຈາແມ່ນໄດ້ຢຸດສະງັກໃນເວລານີ້. ຂ້າພະເຈົ້າໝັ້ນໃຈວ່າພວກເຮົາຈະຕົກລົງ
ກັນໄດ້.”

ຫົວ​ໜ້າ​ວ່າ​ການທີ່​ປຶກ​ສາ​ທຳ​ນ​ຽບ​ຂາວ ທ່ານ ມິກ ມັ​ລ​ເວ​ນີ​ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ​ຂ່າວ
NBC ວ່າ ການປິດລັດຖະບານອີກຄັ້ງນຶ່ງແມ່ນບໍ່ສາມາດປະຕິເສດໄດ້ “ຢ່າງແນ່ນອນ.”
ທ່ານໄດ້ກ່າວວ່າ ບໍ່ວ່າບັນດາສະມາຊິກສະພາແມ່ນໃກ້ຈະບັນລຸຂໍ້ຕົກລົງ ກ່ຽວກັບ ທຶນ
ສ້າງກຳແພງເຂດຊາຍແດນກໍຕາມ “ມັນຂຶ້ນຢູ່ກັບວ່າເຈົ້າຟັງສຽງຜູ້ໃດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG