ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຂາວ: ທ່ານ ທ​ຣຳ ຢ​າກ​ໄດ້​ເງິນ 8.6 ຕື້ ສຳ​ລັບ​ກຳ​ແພງ ​ເຂ​ດ​ຊາຍ​ແດນ ໃນ​ງົບ​ປີ 2020


ຜູ້​ຍົກ​ຍ້າຍ​ຖິ່ນ​ຖານຊາວ ຮອນ​ດູ​ຣັ​ສ ຊ່ວຍ​ເຫຼືອ​ເດັກ​ນ້ອຍ​ຄົນ​ນຶ່ງ ໝົ້ນ​ຜ່ານກຳ​ແພງ​ຊາຍ​ແດນ ສະ​ຫະ​ລັດ ຂ້າມ​ເຂົ້າມາໃນ​ເມືອງ ແຊນ ດີ​ເອ​ໂກ, ລັດ ຄາ​ລິ​ຟໍ​ເນຍ.
ຜູ້​ຍົກ​ຍ້າຍ​ຖິ່ນ​ຖານຊາວ ຮອນ​ດູ​ຣັ​ສ ຊ່ວຍ​ເຫຼືອ​ເດັກ​ນ້ອຍ​ຄົນ​ນຶ່ງ ໝົ້ນ​ຜ່ານກຳ​ແພງ​ຊາຍ​ແດນ ສະ​ຫະ​ລັດ ຂ້າມ​ເຂົ້າມາໃນ​ເມືອງ ແຊນ ດີ​ເອ​ໂກ, ລັດ ຄາ​ລິ​ຟໍ​ເນຍ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ມີ​ແຜນ​ການທີ່​ຈະ​ຂໍ​ເງິນ​ອີກ ແປດພັນ​ຫົກ​ຮ້ອຍ​ລ້ານ​ໂດ​
ລາ ສຳລັບກຳແພງເຂດຊາຍແດນໃນງົບປະມານໃໝ່ຂອງທ່ານ ເຊິ່ງຈະຖືກເປີດເຜີຍ
ໃນວັນຈັນມື້ນີ້, ອີງຕາມການກ່າວຂອງທຳນຽບຂາວ.

ການ​ຂໍ​ຮ້ອງ​ຄັ້ງ​ໃໝ່​ນີ້​ຈະ​ບໍໍ່​ລວມ​ຢູ່​ໃນ​ເງິນ​ເກືອບ ເຈັດ​ພັນ​ລ້ານ​ໂດ​ລາທີ່​ທ່ານ​ ທ​ຣຳ ໄດ້​
ສັ່ງໃຫ້ໃຊ້ ເພື່ອສ້າງກຳແພງພາຍໃຕ້ການປະກາດພາວະສຸກເສີນຂອງທ່ານ.

ງົບ​ປະ​ມານ​ນັ້ນ​ຍັງ​ຈະ​ຮຽກ​ຮ້ອງ​ໃຫ້​ຂະ​ຫຍາຍ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ທຳ​ນຽບ​ຫ້າ
ແຈ ແລະ ຕັດ 5 ເປີເຊັນໃນໂຄງການທີ່ບໍ່ກ່ຽວກັບທະຫານ.

ຂໍ້​ສະ​ເໜີ​ງົບ​ປະ​ມານ​ຄັ້ງ​ທີ​ສາມ​ຂອງ​ທ່ານ ທ​ຣຳ ໃນ​ລະ​ຫວ່າງ​ການ​ດຳ​ລົງ​ຕຳ​ ແໜ່ງ​
ຂອງທ່ານ, ສຳລັບປີເລີ່ມຈາກເດືອນຕຸລາປີກາຍນີ້, ແມ່ນຄາດວ່າຈະກໍ່ໃຫ້ເກີດການ
ຄັດຄ້ານຢ່າງກວ້າງຂວາງ ຈາກບັນດາສະມາຊິກສະພາສັງກັດພັກເດໂມແຄຣັດ ແລະ
ບາງຄົນຈາກພັກຣີພັບບລີກັນ, ເຮັດໃຫ້ມີການໂຕ້ຖຽງກັນຫຼາຍເດືອນ ພຽງບໍ່ເທົ່າໃດ
ອາທິດຫຼັງຈາກການປິດລັດຖະບານທີ່ຍາວທີ່ສຸດໃນປະຫວັດສາດ 35 ວັນ ກ່ຽວກັບ
ງົບປະມານໃຊ້ຈ່າຍຂອງລັດຖະບານໃນປີປັດຈຸບັນທີ່ໄດ້ສິ້ນສຸດລົງ.

ທີ່​ປຶກ​ສາ​ດ້ານ​ເສດ​ຖະ​ກິດ​ທຳ​ນຽບ​ຂາວ ທ່ານ ແລ​ຣີ ຄຸດ​ໂລ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ
ຟັອກສ໌ ໃນວັນອາທິດວານນີ້ວ່າ “ມັນຈະເປັນງົບປະມານທີ່ຍາກຫຼາຍ. ປີນີ້ພວກເຮົາ
ຈະກຳນົດງົບປະມານລາຍຈ່າຍຂອງພວກເຮົາເອງ ແລະ ຂ້າພະເຈົ້າຄິດວ່າມັນຈະ
ກາຍກຳນົດເວລາໄປດົນ. ຂໍ້ຕົກລົງງົບປະມານໃນປັດຈຸບັນນີ້ແມ່ນບໍ່ໄດ້ອຳນວຍຜົນ
ປະໂຫຍດຕໍ່ການໃຊ້ຈ່າຍ. ສະນັ້ນຂ້າພະເຈົ້າຈຶ່ງຄິດວ່າມັນຈະເປັນການວາງເງື່ອນ
ໄຂທີ່ຖືກຕ້ອງຢ່າງແນ່ນອນ.”

ປະ​ທານ​ສະ​ພາ​ຕ່ຳ​ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ແລະ ຜູ້​ນຳ​ສະ​ພາ​ສູງ​ພັກ​ເດ​ໂມ​ແຄ​ຣັດ
ທ່ານ ຈັກ ຊູເມີ ໄດ້ກ່າວໃນຖະແຫຼງການຮ່ວມ ເມື່ອວັນອາທິດວານນີ້ວ່າ ພວກເພິ່ນ
ຫວັງວ່າ ທ່ານປະທານາທິບໍດີ “ຈະມີບົດຮຽນ” ຈາກການປິດລັດຖະບານ, ເຊິ່ງມີສາ
ເຫດສ່ວນນຶ່ງມາຈາກການປະຕິເສດຂອງສະພາຕ່ຳ ໃນເດືອນທັນວາປີກາຍນີ້ ເພື່ອ
ຈ່າຍເງິນຫ້າພັນລ້ານສຳລັບກຳແພງຊາຍແດນຂອງທ່ານ ທຣຳ.

ຖະ​ແຫຼງ​ການ​ຮ່ວມ​ໄດ້​ກ່າວ​ວ່າ “ທ່ານ ທ​ຣຳ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ຊາວ ອາ​ເມ​ຣິ
ກັນຈຳນວນຫຼາຍ ແລະ ໄດ້ເຮັດໃຫ້ເກີດການຈະລາຈົນ ເມື່ອທ່ານໄດ້ປິດລັດຖະບານ
ຢ່າງບໍ່ລະມັດລະວັງ ເພື່ອພະຍາຍາມທີ່ຈະໃຫ້ມັນໄດ້ສ້າງກຳແພງທີ່ມີລາຄາແພງ ແລະ
ບໍ່ມີປະສິດທິພາບຂອງທ່ານນັ້ນ. ສະພາຕ່ຳໄດ້ປະຕິເສດທີ່ຈະໃຫ້ທຶນສ້າງກຳແພງ
ຂອງທ່ານ ແລະ ທ່ານໄດ້ຖືກບັງຄັບໃຫ້ຍອມຮັບຄວາມຜ່າຍແພ້ ແລະ ເປີດຄືນລັດຖະ
ບານ. ສິ່ງດຽວກັນນີ້ຈະເກີດຊ້ຳອີກຖ້າຫາກທ່ານ ພະຍາຍາມເຮັດມັນອີກ. ພວກເຮົາ
ຫວັງວ່າທ່ານຈະມີບົດຮຽນຂອງທ່ານ.”

ທ່ານ ຄຸດ​ໂລ ​ກ່າວ​ວ່າ ທ່ານ​ຄາດ​ວ່າ​ຈະ​ມີ​ການ​ຕໍ່​ສູ້​ຄັ້ງ​ໃໝ່ ກ່ຽວ​ກັບ ທຶນ​ສ້າງ​ກຳ​ແພງ
ເຂດຊາຍແດນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG